ປາເປົ້າ ໄພມະນີ Miss Universe Laos 2023 ກາຍເປັນ Friend of UNFPA ຄົນທຳອິດຂອງລາວ

Papao Phaimany Miss Universe Laos 2023 as a very first Friend of UNFPA in Lao PDR.
ແບ່ງປັນ

ປາເປົ້າ ໄພມະນີ Miss Universe Laos 2023 ກາຍເປັນ Friend of UNFPA ຄົນທຳອິດຂອງລາວ

20 May 2025● 378
Papao Phaimany Miss Universe Laos 2023 as a very first Friend of UNFPA in Lao PDR.

ນັບວ່າເປັນຊ່ວງເວລາແຫ່ງຄວາມພາກພູມໃຈຂອງ ປາເປົ້າ – ໄພມະນີ ລາດສະບັນເທົາ Papao Phaimany Lathsabanthao, Miss Universe Laos 2023 ທີ່ໄດ້ຮັບການແຕ່ງຕັ້ງໃຫ້ເປັນ Friend of UNFPA ຄົນທຳອິດຂອງປະເທດລາວ. ບາດກ້າວນີ້ຖືເປັນຈຸດສຳຄັນໃນການສົ່ງສຽງເພື່ອສົ່ງເສີມຄວາມເຂັ້ມແຂງຂອງໄວໜຸ່ມ, ຄວາມສະເໝີພາບທາງເພດ, ແລະ ສິດທິການຈະເລີນພັນໃນລາວ.

ປາເປົ້າ ຜູ້ທີ່ມີຄວາມງາມ ແລະຄວາມມຸ່ງໝັ້ນ ກຳລັງກ້າວເຂົ້າສູ່ບົດບາດນີ້ດ້ວຍພາລະກິດທີ່ຈະສ້າງແຮງບັນດານໃຈ ແລະ ສະໜັບສະໜຸນການປ່ຽນແປງ. ໃນຖານະ Friend of UNFPA, ລາວມີຄວາມຕັ້ງໃຈທີ່ຈະສະໜັບສະໜຸນວຽກງານຂອງກອງທຶນປະຊາກອນແຫ່ງສະຫະປະຊາຊາດ (UNFPA) ເພື່ອຮັບປະກັນວ່າບໍ່ມີໃຜຖືກປະຖິ້ມໄວ້ທາງຫຼັງ.

UNFPA Laos ໄດ້ສະເຫຼີມສະຫຼອງການແຕ່ງຕັ້ງຂອງຜູ້ຍິງຄົນນີ້ຜ່ານທາງເຟສບຸກທາງການຂອງເຂົາເຈົ້າ, ໂດຍລະບຸວ່າ: “UNFPA ມີຄວາມຍິນດີທີ່ໄດ້ຕ້ອນຮັບ Ms. Universe Laos 2023, Papao Channel, ໃນຖານະ Friend of UNFPA ຄົນທຳອິດໃນ #LaoPDR. ດ້ວຍສຽງ ແລະຄວາມມຸ່ງໝັ້ນຂອງລາວ, ປາເປົ້າ ສະໜັບສະໜຸນຄວາມພະຍາຍາມໃນການສົ່ງເສີມຄວາມເຂັ້ມແຂງຂອງໄວໜຸ່ມ, ຄວາມສະເໝີພາບທາງເພດ, ສິດທິ, ແລະ ທາງເລືອກຂອງທຸກຄົນ.”

ອ່ານຕື່ມ:  Rachel Gupta ແມ່ນໃຜ? ພາຮູ້ຈັກສາວງາມຈາກອິນເດຍ ຜູ້ຄວ້າມຸງກຸດ Miss Grand International 2024

UNFPA ເປັນອົງການຂອງສະຫະປະຊາຊາດ, ມີພາລະກິດຫຼັກໃນການສົ່ງເສີມສຸຂະພາບ ແລະ ສິດທິການຈະເລີນພັນ. ສ່ວນ Friends of UNFPA ເປັນອົງການຈັດຕັ້ງທີ່ບໍ່ສະແຫວງຫາຜົນກຳໄລ ແລະສ້າງຕັ້ງຂຶ້ນໃນປີ 1998 ທີ່ນະຄອນນິວຢອກ, ສະຫະລັດອາເມລິກາ, ມີຈຸດປະສົງໃນການສະໜັບສະໜຸນວຽກງານຂອງ UNFPA. ພາລະກິດຂອງພວກເຂົາປະກອບມີການຫຼຸດຜ່ອນອັດຕາການເສຍຊີວິດຂອງແມ່, ສະໜອງການບໍລິການວາງແຜນຄອບຄົວ, ຢຸດຕິຄວາມຮຸນແຮງທາງເພດ, ແລະຕໍ່ສູ້ກັບການປະຕິບັດທີ່ເປັນອັນຕະລາຍຕໍ່ແມ່ຍິງ ແລະເດັກນ້ອຍ.

ທີ່ຜ່ານມາ, ປາເປົ້າ ໄດ້ໃຊ້ແພລດຟອມ Miss Universe Laos ເປັນພື້ນທີ່ໃນການບອກເລົ່າເລື່ອງລາວ ແລະ ສົ່ງເສີມການປ່ຽນແປງທາງສັງຄົມໃຫ້ດີຂຶ້ນ. ລາວໄດ້ເຂົ້າຮ່ວມກິດຈະກຳຕ່າງໆທີ່ສະໜັບສະໜຸນຄວາມເປັນຢູ່ຂອງຊຸມຊົນ, ແລະ ນັບຈາກນີ້ໄປ, ພວກເຮົາຄົງຈະໄດ້ເຫັນການເຄື່ອນໄຫວຂອງລາວໃນຖານະ Friend of UNFPA ປະເທດລາວ. ບົດບາດນີ້ຈະປະກອບມີການເປັນກະບອກສຽງ, ເຂົ້າຮ່ວມກິດຈະກຳ ແລະສົ່ງເສີມແຄມເປນຕ່າງໆຂອງ UNFPA ໃນລາວ ເພື່ອສ້າງຄວາມຕື່ນຕົວ ແລະ ສົ່ງເສີມຄວາມເຂັ້ມແຂງໃຫ້ແກ່ທຸກຄົນ.

ດ້ວຍຄວາມມຸ່ງໝັ້ນ ແລະ ພະລັງຂອງປາເປົ້າ, ປະເທດລາວມີອີກໜຶ່ງຜູ້ນຳໄວໜຸ່ມທີ່ຈະຊ່ວຍຂັບເຄື່ອນພາລະກິດຂອງ UNFPA ໃຫ້ກ້າວໄປຂ້າງໜ້າ. ການເປັນ Friend of UNFPA ຄົນທຳອິດຂອງລາວບໍ່ພຽງແຕ່ເປັນກຽດສັກສີສ່ວນຕົວຂອງປາເປົ້າເທົ່ານັ້ນ, ແຕ່ຍັງເປັນກ້າວບາດທີ່ສຳຄັນສຳລັບປະເທດລາວໃນການສົ່ງເສີມສິດທິ, ສຸຂະພາບ, ແລະຄວາມສະເໝີພາບໃຫ້ແກ່ທຸກຄົນ.

ພາບ: UNFPA Laos

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.