ພໍ່ບ້ານໃຈກ້າຕ້ອງຟັງ! B.O.B x RGB x HIGHBROS ສົ່ງເພງ “ໄປຕໍ່” ສະເທືອນວົງການພໍ່ບ້ານ

Highlights
- ເພງທີ່ປະສົມປະສານບີທທີ່ໜັກແໜ້ນ ແລະ ການຮ້ອງໂຕ້ຕອບແບບມີສີສັນຂອງ B.O.B, RGB ແລະ HIGHBROS ປ່ຽນທຸກງານລ້ຽງໃຫ້ຄຶກຄັກ ຈົນສາຍເຕັ້ນຢຸດບໍ່ໄດ້.
- ເລື່ອງລາວສຸດຮາຂອງການເລືອກລະຫວ່າງ “ໝູ່” ຫຼື “ເມຍ” ເມື່ອຖືກໂທຕາມໄປຮ່ວມວົງໃນສະພາວະກືນບໍ່ເຂົ້າຄາຍບໍ່ອອກ ແຕ່ສຸດທ້າຍກໍຍັງຢາກ “ໄປຕໍ່” ໃຫ້ສຸດ.
- ເປັນເພງທີ່ສ້າງມາເພື່ອປົດປ່ອຍອາລົມ ແລະ ເພີ່ມສີສັນໃຫ້ກັບການສັງສັນຂອງກຸ່ມໝູ່ເພື່ອນເພື່ອສ້າງບັນຍາກາດໃຫ້ມ່ວນຊື່ນ.
ຖ້າເຈົ້າກຳລັງຊອກຫາເພງທີ່ເປີດປຸບ ແລ້ວເຮັດໃຫ້ວົງສ້າງສັນຂອງໝູ່ເພື່ອນຂອງເຮົາຄຶກຄັກປັບ ບອກເລີຍວ່າເພງ “ໄປຕໍ່ (PAI TOR)” ແມ່ນຄຳຕອບທີ່ຖືກຕ້ອງ! ມັນຄືການເລົ່າເລື່ອງລາວຂອງກຸ່ມໝູ່ເພື່ອນຜ່ານສຽງເພງ ແລະ ຈັງຫວະສຸດມັນທີ່ຢຸດເຕັ້ນ-ຟ້ອນບໍ່ໄດ້ ເພາະດ້ວຍເນື້ອຫາທີ່ໂດນໃຈ ບອກເລີຍວ່າສາຍເຕັ້ນຕ້ອງມັກ.
ເປັນຫຍັງຕ້ອງຟັງເພງ?
ເພງ ໄປຕໍ່ ຄືການປະສົມປະສານລະຫວ່າງ EDM, Hip-Hop ແລະ ຄວາມຕະຫຼົກ ເຂົ້າດ້ວຍກັນຢ່າງລົງໂຕ. ເປັນເພງທີ່ສ້າງມາເພື່ອປົດປ່ອຍຄວາມຄຽດ ແລະ ເພີ່ມຄວາມສະໜຸກສະໜານໃຫ້ກັບທຸກການສັງສັນ. ບໍ່ວ່າເຈົ້າຈະເປັນ ພໍ່ບ້ານໃຈກ້າ ຫຼື ສາຍປາຕີ້, ເພງນີ້ຈະເຮັດໃຫ້ເຈົ້າຮູ້ສຶກວ່າ “ຊິໄປຕໍ່ ຫຼື ຊິພໍກ່ອນ”.
ດ້ວຍບີທ (Beat) ຂອງເພງທີ່ໜັກແໜ້ນ ແລະ ມີການຮ້ອງໂຕ້ຕອບກັນລະຫວ່າງສິລະປິນທັງສາມຄົນ (B.O.B, RGB ແລະ HIGHBROS) ທັງການແຣັບ ແລະ ການສົນທະນາມ່ວນໆ ເຮັດໃຫ້ຄົນຟັງຮູ້ສຶກຄືກັບໄດ້ຮ່ວມຢູ່ໃນສ້າງສັນນັ້ນແທ້ໆ. ເພງນີ້ຈຶ່ງເໝາະສຳລັບການເປີດໃນສະຖານບັນເທີງ ຫຼື ງານລ້ຽງຕ່າງໆ ເພື່ອສ້າງບັນຍາກາດໃຫ້ທຸກຄົນຢາກ “ໄປຕໍ່” ນຳກັນຈົນຈົບຄືນ.
ຈຸດເດັ່ນຂອງເພງ
ເພງນີ້ແມ່ນການຍົກເອົາຄວາມຂັດແຍ້ງໃນໃຈຂອງ ພໍ່ບ້ານໃຈກ້າ HIGHBROS (Remy) ມາເວົ້າແບບຕະຫຼົກໆ ເມື່ອໝູ່ (RGB ແລະ B.O.B) ໄດ້ໂທນຳໃຫ້ໄປຮ່ວມວົງທີ່ກຳລັງມ່ວນມັນແບບສຸດໆ, ແຕ່ກໍເກີດການລັງເລ ແລະ ຕົກຢູ່ໃນສະພາວະກືນບໍ່ເຂົ້າຄາຍບໍ່ອອກ ແຕ່ຝ່າຍຊາຍພັດຕ້ອງຄິດໜັກ ເພາະຄວາມ “ຢ້ານເມຍ”.
“ໝູ່ກໍຢາກໃຫ້ໄປຫາ ເມຍກໍຢາກໃຫ້ຢູ່ນຳ” ມັນຄືການຕັດສິນໃຈທີ່ຍາກລຳບາກລະຫວ່າງການເລືອກໝູ່ ຫຼື ເລືອກເມຍ ດີ? ຖ້າເລືອກໝູ່ກໍຈະໄດ້ໄປມ່ວນນຳກັນ (ແຕ່ອາດຈະໄດ້ນອນຢູ່ນອກເຮືອນ) ແຕ່ຖ້າເລືອກເມຍ ກໍຈະມີຄວາມສະຫງົບສຸກໃນຄອບຄົວ.
ແລ້ວເຈົ້າເດ ຈະເລືອກຫຍັງ?