“ແລ້ວເຈົ້າຈະບອກມາຫຍັງ ວ່າເຈົ້ານັ້ນກໍຮູ້ສຶກ…” ບົດເພງຂອງຄົນທີ່ຖືກຖິ້ມໄວ້ກັບຄຳຖາມ ຕອກຢ້ຳຄວາມເຈັບປວດຂອງຄົນທີ່ຖືກໃຫ້ຄວາມຫວັງ.
Déymi ສື່ສານຄວາມເສົ້າຜ່ານເພງໃໝ່ “ບອກມາເຮັດຫຍັງ Soft Lies” ເຊິ່ງເພງນີ້ໄດ້ສື່ສານໃຫ້ຄົນຟັງເຂົ້າໃຈເຖິງຄວາມຮູ້ສຶກແສນເຈັບປວດຂອງການຖືກໃຫ້ຄວາມຫວັງຈາກໃຜຜູ້ໜຶ່ງ. ໃນໃຈກໍຍັງຄອຍຖ້າຢູ່ແບບນັ້ນ ເພາະຕ້ອງການຄວາມຊັດເຈນ. ພໍເຂົາເລືອກຈາກໄປ ສຸດທ້າຍກໍໄດ້ແຕ່ຕັ້ງຄຳຖາມ ພ້ອມຕ້ອງຍອມປ່ອຍເຂົາໄປກັບຄົນໃໝ່.
ຖຶວ່າເປັນເພງທີ່ຫຼິ້ນກັບໃຈຄົນຟັງອີກແລ້ວ ເພາະໃນອົງປະກອບພາບວິດີໂອຂອງເພງນີ້ ໄດ້ເຮັດໃຫ້ໂທນອາລົມຂອງເພງ “ບອກມາເຮັດຫຍັງ Soft Lies” ຍິ່ງຮູ້ສຶກດິ່ງລົງ, ໝົ່ນໝອງ ແລະ ຮູ້ສຶກຢາກຢູ່ກັບໂຕເອງຫຼາຍກວ່າເກົ່າ ເພື່ອຄົ້ນຫາຄຳຕອບໃນຄວາມສຳພັນທີ່ເຄີຍເກີດຂຶ້ນກັບເຂົາຄົນນັ້ນ ແລະ ຮ້ອງຂໍໃຫ້ເຂົາພໍແລ້ວທີ່ມາໃຫ້ຄວາມຫວັງກັນ.
“ແລ້ວເຈົ້າຈະບອກມາຫຍັງ ວ່າເຈົ້ານັ້ນກໍຮູ້ສຶກ
ທີ່ຜ່ານມານັ້ນມັນຫຼອກ ແລະ ຍິ່ງຕອກຍ້ຳເລື່ອງເຮົາ
ນັ້ນເປັນພຽງຄວາມຝັນ ໃນເວລາອັນແສນສັ້ນ”.
ນີ້ຄົງເປັນປະໂຫຍກທີ່ເຮັດໃຫ້ຄົນຟັງຮູ້ສຶກວ່າມັນຕຳໃຈບໍ່ຫຼາຍກໍໜ້ອຍ ເພາະໃນຄວາມສຳພັນຂອງການບໍ່ຊັດເຈນ ແລະ ການໃຫ້ຄວາມຫວັງ ມັນມັກຈະເກີດເຫດການແບບນີ້ອີຫຼີ່ ພໍຟັງເພງໄປນຳຍິ່ງເສົ້າກັນເລີຍ.