ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips ເພີ່ມສະເໜ່ໃຫ້ເຈົ້າເພື່ອເອົາຊະນະໃຈຄົນອ້ອມຂ້າງ ກັບ 6 ຄຸນສົມບັດເດັດ
Muan RelationTips

ເພີ່ມສະເໜ່ໃຫ້ເຈົ້າເພື່ອເອົາຊະນະໃຈຄົນອ້ອມຂ້າງ ກັບ 6 ຄຸນສົມບັດເດັດ

ແບ່ງປັນ
Getting your Trinity Audio player ready...

ການເປັນຕົວເອງນັ້ນກໍຖືວ່າເປັນສະເໜ່ທີ່ມີລັກສະນະທີ່ໂດດເດັ່ນບໍ່ຄືໃຜ ແລະ ການທີ່ເຈົ້າຕ້ອງການທີ່ຈະຢາກເພີ່ມສະເໜ່ນັ້ນບໍ່ໄດ້ໝາຍຄວາມວ່າພວກເຮົາຈະຕ້ອງປ່ຽນແປງຕົວຕົນຂອງເຮົາ, ແຕ່ມັນເປັນການເພີ່ມສະເໜ່ໃຫ້ດີຂຶ້ນກວ່າເກົ່າ ແລະ ເປັນການເພີ່ມຄຸນສົມບັດທີ່ດີໃຫ້ຕົວເອງ, ເຮັດໃຫ້ຄົນອ້ອມຂ້າງຮູ້ສຶກດີທີ່ໄດ້ຢູ່ໃກ້ເຈົ້າ.

ມື້ນີ້ມ່ວນກໍມີ 6 ສິ່ງດີໆທີ່ຢາກຈະແຊຣ໌ເພື່ອໃຜຕ້ອງການເພີ່ມສະເໜ່ໃຫ້ໜ້າສົນໃຈຂຶ້ນໃນທຸກໆສະຖານະການ, ບໍ່ວ່າຈະເປັນໃນງານສັງສັນ ຫຼື ການພົບເຈິກັບຄົນໃນສັງຄົມໃໝ່ໆ, ການສ້າງຄວາມສຳພັນທີ່ດີກັບຄົນອ້ອມຂ້າງທີ່ໃຜເຫັນກໍຢາກຈະເຂົ້າຫາ.

1. ການຟັງ

ການຟັງຢ່າງຕັ້ງໃຈຈະເຮັດໃຫ້ຄົນທີ່ກຳລັງເວົ້າຢູ່ກັບເຮົາຮູ້ສຶກໄດ້ຖືກໄດ້ຮັບຄວາມສົນໃຈ ແລະ ມີຄຸນຄ່າ, ການທີ່ເຈົ້າຮັບຟັງໂດຍບໍ່ຂັດ ແລະ ເຂົ້າໃຈສິ່ງທີ່ອີກຄົນກຳລັງຕ້ອງການຈະສື່ສານເປັນສິ່ງສຳຄັນ ຖ້າເຈົ້າເປັນຜູ້ຟັງທີ່ດີກໍຈະໄດ້ຮັບຄວາມເຊື່ອໃຈ ແລະ ສ້າງຄວາມຜູກພັນທາງໃຈໄດ້ໄວກວ່າ.

2. ຮອຍຍິ້ມ

ຮອຍຍິ້ມແມ່ນສັນຍາລັກຂອງມິດຕະພາບ ແລະ ການເປີດໃຈ, ມັນຊ່ວຍໃຫ້ບັນຍາກາດຜ່ອນຄາຍ ແລະ ເຮັດໃຫ້ຄົນອື່ນຮູ້ສຶກດີຂຶ້ນ. ການຍິ້ມຢ່າງຈິງໃຈພຽງໜຶ່ງເທື່ອສາມາດເຮັດໃຫ້ອາລົມຄົນທີ່ກຳລັງສົນທະນາສ້າງຄວາມຮູ້ສືກໄປໃນທາງບວກໄດ້.

3. ຄວາມໝັ່ນໃຈ

ຄວາມ​ໝັ້ນ​ໃຈ​ເປັນ​ສິ່ງ​ທີ່​ດຶງ​ດູດ​ໃຈ, ເພາະ​ມັນ​ສະ​ແດງ​ໃຫ້​ເຫັນເຖິງ​ຄວາມ​ໝັ້ນ​ໃຈ​ໃນ​ຕົວ​ເອງເຮັດໃຫ້​ຄົນ​ທີ່​ຢູ່​ອ້ອມ​ຂ້າງຕົວ​ເຈົ້າ​ຮູ້ສຶກໄວ້ວາງໃຈ ແລະ​ ຮູ້ສຶກວ່າສາມາດພຶງພາເຈົ້າໄດ້. ຄວາມ​ໝັ້ນ​ໃຈ​ທີ່​ດີ​ຕ້ອງ​ມາ​ພ້ອມ​ກັບ​ຄວາມ​ຖ່ອມຕົວ​ເພື່ອ​ບໍ່​ໃຫ້​ເບິ່ງຄືການໂອ້ອວດເກີນໄປ.

4. ການເອົາໃຈໃສ່

ການໃສ່ໃຈກັບລາຍລະອຽດເລັກໆນ້ອຍໆເຊັ່ນ: ການຈື່ຈໍາສິ່ງທີ່ຄົນອື່ນເວົ້າ ຫຼື ສະແດງໃຫ້ເຫັນວ່າເຈົ້າຈື່ສິ່ງທີ່ສໍາຄັນສໍາລັບເຂົາ ເປັນການສະແດງໃຫ້ເຫັນວ່າເຈົ້າໃສ່ໃຈ ແລະ ໃຫ້ຄຸນຄ່າໃນຕົວເຂົາ ເຊິ່ງສິ່ງນີ້ຈະເຮັດໃຫ້ເຈົ້າມີຄວາມໜ້າເຊື່ອຖື, ໜ້າສົນໃຈ ແລະ ມີສະເໜ່.

5. ການເບິ່ງໂລກໃນເຊິ່ງບວກ

ຄົນທີ່ມີທັດສະນະຄະຕິທີດີຈະດຶງດູດຄົນເຂົ້າຫາ, ເພາະວ່າພວກເຂົາມັກຈະແຜ່ພະລັງງານບວກອອກມາ ເພາະການມີທັດສະນະຄະຕິທີ່ດີເຊັ່ນນີ້ຈະເຮັດໃຫ້ເຈົ້າເປັນຄົນທີ່ຄົນອື່ນໆຕ້ອງການຈະຢູ່ໃກ້ເພື່ອໃຫ້ໄດ້ຮັບແຮງບັນດານໃຈ ແລະ ຄວາມສຸກ.

6. ຄວາມຈິງໃຈ

ການ​ສະແດງ​ຕົວຕົນ​ທີ່​ແທ້​ຈິງ​ຂອງ​ເຈົ້າ​ໂດຍ​ບໍ່​ຕ້ອງ​ພະຍາຍາມ​ເປັນ​ຄົນ​ອື່ນ, ​ສ້າງ​ຄວາມ​ໝັ້ນ​ໃຈ ​ແລະ​ ຄວາມ​ໄວ້​ວາງ​ໃຈທີ່ຈິງໃຈເຮັດໃຫ້ຄົນທີ່ຢູ່ອ້ອມຕົວເຈົ້າຮູ້ສຶກສະບາຍໃຈ ແລະ ເປັນທີ່ເພິ່ງພໍໃຈ. ສະເໜ່ໃນສ່ວນນີ້ມັກຈະມາຈາກຄວາມຊື່ສັດຕໍ່ຕົວເອງທີ່ບໍ່ໄດ້ສ້າງມັນຂຶ້ນມາເພື່ອຫຼອກລວງຄົນອື່ນ.

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ຮັກແນວໃດ? ຍິ່ງເຂົ້າໃກ້ຍິ່ງຖອຍຫ່າງ ສຳຫຼວດຄວາມສຳພັນວ່າເຮົາແມ່ນ Avoidant ຫຼືບໍ່?

ຮູບແບບຄວາມສຳພັນແບບ "Avoidant ຫຼື ການຫຼີກໜີອາລົມຄວາມໃກ້ຊິດ" ຈະມີອາການທີ່ຕິດຢູ່ເລີກພາຍໃນຈິດໃຈທີ່ຫຼາຍຄົນບໍ່ຮູ້, ບໍ່ແມ່ນວ່າບໍ່ຮັກ ແຕ່ສະແດງອອກບໍ່ເປັນ ແລະ ມີຢ້ານຄວາມໃກ້ຊິດທີ່ມັນເລີກເຊິ່ງຈົນຂາດມັນບໍ່ໄດ້ ເລີຍເຮັດໃຫ້ເກີດຄວາມຮູ້ສຶກບໍ່ປອດໄພໃນຄວາມສຳພັນ, ຢ້ານເສຍຄວາມເປັນໂຕເອງ, ຫວງພື້ນທີ່ສ່ວນໂຕ...

ສະຫຼຸບປີ-ສະຫຼຸບໃຈ ຊວນທົບທວນໂຕເອງ ເພື່ອ Reset ໃຈກຽມອອກເດີນທາງໃນປີຕໍ່ໄປ

ເດືອນທັນວາ ເປັນເວລາທີ່ດີໃນການຄິດທົບທວນຄວາມຮູ້ສຶກ, ການສະຫຼຸບ ແລະ ການຕັ້ງເປົ້າໝາຍໃໝ່ ທີ່ອີງຕາມທິດສະດີຂອງເວລາປ່ຽນຜ່ານແນວຄິດ December Theory.

ຮູ້ສຶກກຳລັງຈະຖືກບອກເລີກ? ຄົນຮັກມິດໃສ່ເຮັດຄືເຮົາບໍ່ມີໂຕຕົນ ພຶດຕິກຳຄົນມີຄູ່ທີ່ຈະທຳຮ້າຍຄວາມສຳພັນ

Stonewalling Relationship ມັນຈະສົ່ງຜົນກະທົບຕໍ່ຄົນຄູ່ຮັກ ຫຼື ເປັນການທຳຮ້າຍຄວາມສຳພັນແບບເຮື້ອຮັງ ເຮັດໃຫ້ອີກຝ່າຍຮູ້ສຶກໂດດດ່ຽວ-ນ້ອຍໃຈ, ຄວາມໄວ້ໃຈທີ່ມີຫຼຸດລົງ ຫຼື ເຮັດໃຫ້ເກີດມີຊ່ອງວ່າງ.

ອົກຫັກທັງທີ່ບໍ່ເຄີຍເປັນແຟນ! 4 ບົດຮຽນຄວາມສຳພັນຈາກເພງ “ເສຍໃຈ (ໃຈເສຍໄປ)” ຂອງ Aluna ເຈິແບບນີ້ຈະເຮັດແນວໃດດີ?

ເພງ “ເສຍໃຈ” ຂອງ Aluna ບໍ່ໄດ້ເປັນພຽງແຕ່ເລື່ອງອົກຫັກ ແຕ່ເປັນການສະທ້ອນຄວາມເຈັບຈາກ Situationship ແລະ Ghosting ທີ່ບໍ່ມີຄຳຕອບ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.