ໜ້າຫຼັກ Muan.la - ສາລະບັນເທີງ The Interview Dr. Isolate ນັກຮ້ອງທີ່ສ້າງໂຕຕົນນີ້ຂຶ້ນມາ ເພື່ອໄຖ່ບາບຈາກຄວາມຜິດພາດໃນອະດີດ
The Interview

Dr. Isolate ນັກຮ້ອງທີ່ສ້າງໂຕຕົນນີ້ຂຶ້ນມາ ເພື່ອໄຖ່ບາບຈາກຄວາມຜິດພາດໃນອະດີດ

ຮູ້ຈັກ Dr. Isolate ຜ່ານຜົນງານເພງທີ່ສ້າງຂຶ້ນ ເພື່ອຕ້ອງການລົບລ້າງຄວາມຜິດໃນໃຈທີ່ໄດ້ເຮັດພາດໄປໃນອະດີດທີ່ລາວຍັງຈື່ມັນໄດ້ດີ ແລະ ຈຸດປະສົງຫຼັກຂອງລາວໃນການສ້າງ Dr.Isolate ແມ່ນຕ້ອງການສ້າງລາຍໄດ້ເພື່ອນຳໄປເຮັດການກຸສົນ

ແບ່ງປັນ

ປົກກະຕິ ເວລາເວົ້າເຖິງສິລະປິນ ເຮົາຕ່າງກໍຕ້ອງຮູ້ຢູ່ແລ້ວວ່າ ລາວຄົນນັ້ນມີໜ້າຕາປະມານໃດ ແຕ່ນັ້ນບໍ່ແມ່ນກັບ Dr. Isolate ເພາະນັກຮ້ອງຄົນນີ້ບໍ່ເປີດເຜີຍໂຕ ມີພຽງແຕ່ບັນຊີໂຊຊຽວພ້ອມກັບຮູບໂປຣຟາຍເປັນເງົາດຳໆ ແລະ ຂໍ້ຄວາມ bio ທີ່ບອກວ່າ ບໍ່ຈຳເປັນຕ້ອງຮູ້ວ່າລາວແມ່ນໃຜ ເສບພຽງແຕ່ຜົນງານຂອງລາວກໍພຽງພໍແລ້ວ.

ຄວາມເລິກລັບນີ້ເອງທີ່ເຮັດໃຫ້ຫຼາຍຄົນຍິ່ງສົງໄສ ແລະ ຢາກຮູ້ວ່າ ລາວແມ່ນໃຜ. ແຕ່ເຖິງວ່າຈະສືບກັນໄປເທົ່າໃດ ກໍຍັງຫາຂໍ້ຍຸຕິບໍ່ໄດ້ວ່າສະຫຼຸບແລ້ວຕົວຕົນທີ່ແທ້ຈິງຂອງລາວແມ່ນໃຜກັນແທ້.

ຫຼັງຈາກທີ່ລາວປ່ອຍເພງທຳອິດ “ເປັນດັ່ງມື້ວານ” ອອກມາ ເຮົາກໍເລີຍຖືໂອກາດນີ້ໃນການຕິດຕໍ່ໄປຫາລາວ ເພື່ອສອບຖາມກ່ຽວກັບທີ່ໄປທີ່ມາ ແຕ່ກໍຍັງຮັກສາໄວ້ເຊິ່ງຄວາມປະສົງຂອງລາວ ນັ້ນກໍຄື ບໍ່ຕ້ອງການເປີດເຜີຍຕົວຕົນເອົາໄວ້. ສະນັ້ນ ເສຍໃຈນຳ, ໃນບົດສຳພາດນີ້ ໃຫ້ທຸກຄົນຮູ້ຕັ້ງແຕ່ຕອນນີ້ເລີຍວ່າ ເຮົາບໍ່ມີຄຳຕອບໃຫ້.

ຄວາມໝາຍທີ່ສື່ເຖິງໂຕຕົນຂອງ “Dr. Isolate”

ນັກຮ້ອງນ້ອງໃໝ່ສຸດເລິກລັບຄົນນີ້, ລາວເປັນຄົນທີ່ມີມຸມຄວາມຄິດໃນເຊີງອາລົມສິນທີ່ໜ້າສົນໃຈຫຼາຍ ແລະ ລາວກໍໄດ້ໃຫ້ນິຍາມຄວາມເປັນຕົນເອງໃຫ້ ມ່ວນ ຟັງວ່າ:

ຂ້ອຍເປັນຄົນທຳມະດາທີ່ເຮັດວຽກໃນຄວາມງຽບ ເຊິ່ງມີພາລະກິດເພື່ອປ່ຽນແປງຄວາມຜິດພາດໃນອະດີດໃຫ້ກາຍເປັນຄວາມດີຜ່ານສຽງເພງ.

Dr. Isolate ໄດ້ອະທິບາຍຄວາມໝາຍສຳຄັນຂອງຊື່ແຕ່ລະຄຳຂອງລາວໃຫ້ ມ່ວນ ຟັງຕື່ມອີກວ່າ “ຂ້ອຍຢາກຂໍບອກຄວາມໝາຍຂອງຊື່ໃນທາງວິຊາການກ່ອນກັບຄຳທຳອິດ ‘Dr. (ດຣ.)’ ແປກົງໂຕແມ່ນການທົດລອງ, ການສືກສາຄົ້ນຄວ້າຈົນເຂົ້າໃຈໃນສາດນັ້ນຢ່າງເລິກເຊິ່ງ ຫຼື ໃຊ້ສຳລັບຄົນທີ່ຈົບປະລິນຍາເອກໃນສາດໃດໜຶ່ງ ແລະ ຕໍ່ມາຄຳວ່າ ‘Isolate (ໄອໂຊເລດ)’ ແມ່ນການແຍກໂຕອອກມາ ຫຼື ການຢູ່ແບບໂດດດ່ຽວ”.

“ສ່ວນຊື່ Dr. Isolate ທີ່ຕີຄວາມໝາຍກ່ຽວກັບໂຕຕົນຂອງຂ້ອຍແບບເລິກເຊິ່ງແມ່ນ Dr. ໝາຍເຖິງຜູ້ຊ່ຽວຊານໃນການບຳບັດທີ່ໃຊ້ດົນຕີເປັນເຄື່ອງມືໃນການໄຖ່ບາບ ແລະ ເລົ່າເລື່ອງຄວາມເຈັບປວດທີ່ເລິກເຊິ່ງເພື່ອໃຫ້ Vantablack (ສີທີ່ດໍາທີ່ສຸດໃນໂລກ) ນັ້ນໝົດໄປ ແລະ Isolate ໝາຍເຖິງການແຍກຕົວອອກມາ ແລະ ບໍ່ເປີດເຜີຍຕົວຕົນ, ຂ້ອຍເຊື່ອວ່າຄຸນຄ່າທີ່ແທ້ຈິງແມ່ນຢູ່ທີ່ຜົນງານ ແລະ ການກະທຳ, ບໍ່ແມ່ນຮູບຮ່າງໜ້າຕາ ແຕ່ມັນເປັນຄວາມຈິງໃຈທີ່ຢາກສົ່ງຜ່ານສຽງເພງ ດ້ວຍເປົ້າໝາຍທີ່ຈະນຳລາຍໄດ້ສ່ວນໜຶ່ງໄປຊ່ວຍເຫຼືອສັງຄົມ ເພື່ອພິສູດວ່າເຖິງຂ້ອຍຈະຢູ່ເບື້ອງຫຼັງ ແລະ ຢູ່ແບບງຽບໆ ກໍສາມາດສ້າງສັນ ແລະ ສ້າງຄວາມດີໄດ້ເຊັນກັນ”.

ປຽບທຽບອາລົມເພງຂອງ Dr. Isolate ເປັນໂທນສີເພື່ອແທນຄວາມຮູ້ສຶກ

“ຖ້າປຽບທຽບອາລົມເພງຂອງຂ້ອຍເປັນໂທນສີເພື່ອແທນຄວາມຮູ້ສຶກ ແນ່ນອນວ່າຂ້ອຍເລືອກໂທນສີດຳ Vantablack ມັນເປັນສີດຳທີ່ດຳທີ່ສຸດໃນໂລກ ແລະ ມີຄວາມສາມາດໃນການດູດຊັບແສງ ແລະ ທຸກຢ່າງໄດ້ເກືອບ 100% ຈົນເຈົ້າບໍ່ສາມາດເຫັນມິຕິ ແລະ ເງົາໄດ້ ເມື່ີອເຈົ້າເບິ່ງເຂົ້າໄປທາງໃນເຈົ້າຈະພົບພຽງແຕ່ຄວາມວ່າງເປົ່າ. ຫາກຖາມວ່າຍ້ອນຫຍັງຂ້ອຍຈຶ່ງເລືອກສີນີ້? ຂໍຕອບເລີຍວ່າ ສີນີ້ເປັນໂຕແທນຂອງອະດີດທີ່ມືດມົນ ແລະ ຜິດພາດ, ເຕັມໄປດ້ວຍບາດແຜທີ່ຂ້ອຍຢາກຈະດູດຊັບເອົາໄວ້ເອງທັງໝົດ ໂດຍທີ່ບໍ່ຢາກໃຫ້ມັນສະທ້ອນອອກໄປທຳຮ້າຍໂຕຂ້ອຍ ແລະ ຄົນອື່ນອີກຕໍ່ໄປ”.

ອ່ານຕື່ມ:  ຝັນຢາກເປັນສິລະປິນ ເລີຍທ້າທາຍຂໍສູ້ເພື່ອຕົວເອງ "ໂອດ" ແຊຣ໌ປະສົບການອໍດິຊັ່ນຢູ່ປະເທດໄທ

“ມັນຍັງມີຄວາມໝາຍທີ່ເລິກເຊິ່ງ ໂດຍສື່ເຖິງຄວາມຮູ້ສຶກເຖິງແກ່ນແທ້ຂອງອາລົມທີ່ກົງໄປກົງມາ ແລະ ມັນຄືຄວາມວ່າງເປົ່າທີ່ຂ້ອຍຢາກໃຫ້ທຸກຄົນເຫັນ, ຂ້ອຍຕ້ອງການໃຫ້ໂຕຕົນຂອງຂ້ອຍເປັນຄືຄວາມມືດ ທີ່ເຮັດໃຫ້ເຈົ້າເບິ່ງບໍ່ເຫັນຮູບຮ່າງ ແຕ່ເຈົ້າຈະສຳຜັດໄດ້ເຖິງແຮງດຶງດູດ ແລະ ຄວາມຈິງໃຈທີ່ຢູ່ໃນດົນຕີ, ຜົນງານ ແລະ ການກະທຳຂອງຂ້ອຍແທນ” Dr. Isolate ກ່າວ.

ມຸມມອງຕໍ່ຜູ້ຟັງ ແລະ ການຕອບຮັບທີ່ເປັນກະແສ

ໃນຊ່ວງໄລຍະ 1 ເດືອນທີ່ຜ່ານມາ, ມີເຫດການໜຶ່ງທີ່ຄົນໃນໂຊຊຽວຕ່າງກໍສົງໄສ ແລະ ຫຼາຍຄົນກໍຖາມຫາ Dr. Isolate ວ່າລາວແມ່ນໃຜ? ເພາະບຸກຄະລິກສຸດເລິກລັບ (ຫຼາຍຄົນກໍມາວິເຄາະໂຕຕົນຂອງລາວ ຈົນກາຍເປັນນັກສືບໂຄນັນໄປເລີຍ), ລາວໄດ້ປ່ອຍ Demo ເພງ ‘ເປັນດັ່ງມື້ວານ’ ທີ່ໄດ້ແຕ່ງ ແລະ ຮ້ອງເອງອອກມາ ເຊິ່ງເນື້ອຫາເພງກໍມ່ວນປະກອບກັບສຽງຮ້ອງທີ່ມີສະເໜ່ ຈົນໃຜໆກໍລໍຖ້າຟັງເພງເຕັມ ແລະ ລຸ້ນວ່າລາວຈະເຜີຍໂຕຕົນ ຫຼື ບໍ່?

ມ່ວນ ເອງກໍສົງໄສຄືກັນເລີຍໄປຖາມ Dr. Isolate ມາໃຫ້ແລ້ວ “ຂ້ອຍເຂົ້າໃຈຄວາມຢາກຮູ້ຢາກເຫັນຂອງທຸກຄົນ ແລະ ກໍຂອບໃຈທຸກຄົນທີ່ຢາກຮູ້ຈັກຂ້ອຍໃຫ້ຫຼາຍຂຶ້ນ, ແຕ່ຂ້ອຍຂໍຢ້ໍາວ່າ Dr. Isolate ເປັນພຽງສຽງ ແລະ ພັນທະກິດ (ສິ່ງທີ່ຕ້ອງເຮັດ ຫຼື ພາລະໜ້າທີ່) ໃນການສ້າງຄວາມດີ ບໍ່ແມ່ນຕົວຕົນໃນທາງກາຍຍະພາບ, ຂ້ອຍເປັນພຽງຄົນທຳມະດາທີ່ກຳລັງແກ້ໄຂຂໍ້ຜິດພາດໃນອະດີດຜ່ານສຽງເພງ ການທີ່ບໍ່ເປີດເຜີຍໂຕຕົນ ຫຼື ໃບໜ້າ ແມ່ນຄວາມຕັ້ງໃຈຂອງຂ້ອຍເອງ, ເພື່ອໃຫ້ທຸກຄົນມຸ່ງເປົ້າຄວາມສົນໃຈໄປທີ່ແກ່ນແທ້ຂອງຜົນງານ ແລະ ການກະທຳນັ້ນກໍຄື ‘ເພງ’ ແລະ ການເຮັດການກຸສົນເພື່ອຊ່ວຍເຫຼືອຜູ້ຄົນ. ຖ້າຢາກຮູ້ຈັກ Dr. Isolate ແທ້ໆ ວິທີທີ່ດີທີ່ສຸດຄືການຟັງເພງ ແລະ ສະໜັບສະໜຸນການທຳຄວາມດີທີ່ຢູ່ເບື້ອງຫຼັງສຽງດົນຕີ ເພາະນັ້ນຄືໂຕຕົນທີ່ແທ້ຈິງຂອງຂ້ອຍ”

Dr. Isolate ໄດ້ເລົ່າຕື່ມອີກວ່າ “ສຳລັບກະແສທີ່ຕອບຮັບໄປໃນທາງທີ່ດີນັ້ນ, ໃນຖານະທີ່ຂ້ອຍເປັນຄົນທຳມະດາທີ່ເຮັດເພງຢູ່ໃນໂລກສ່ວນໂຕ ແລະ ບໍ່ໄດ້ຕ້ອງການແສງສະປອດໄລ (Sport light) ການທີ່ໄດ້ຮັບຜົນດີຂະໜາດນີ້ມັນເຮັດໃຫ້ຂ້ອຍດີໃຈ, ຊາບຊຶ້ງ ແລະ ປະຫຼາດໃຈ ເຊິ່ງມັນເປັນການພິສູດໃຫ້ເຫັນຄວາມຈິງໃຈ ແລະ ເຈດຕະນາໃນການສ້າງສັນຜົນງານຂອງຂ້ອຍ ມັນເຂົ້າໄປເຖິງຜູ້ຄົນແລ້ວ, ມັນຈະບໍ່ແມ່ນຄວາມສຳເລັດພຽງສ່ວນໂຕ ແຕ່ມັນເປັນສັນຍານທີ່ບົ່ງບອກວ່າ ພາລະກິດທີ່ຂ້ອຍກຳລັງຕັ້ງໃຈເຮັດນັ້ນກຳລັງດຳເນີນໄປໃນທາງທີ່ຖືກຕ້ອງແລ້ວ ແລະ ເປັນກຳລັງໃຈສຳຄັນໃຫ້ຂ້ອຍເດີນໜ້າເຮັດເພງ ແລະ ທຳຄວາມດີຕໍ່ໄປ”.

ແຮງບັນດານໃຈ ແລະ ສິ່ງທ້າທາຍໃນເພງ “ເປັນດັ່ງມື້ວານ

‘ເປັນດັ່ງມື້ວານ’ ເປັນເພງທີ່ມີຄວາມໝາຍໃນຫຼາກຫຼາຍມຸມມອງທີ່ຄົນຟັງມັກຈະຕີຄວາມໝາຍໄປຫຼາຍແບບທີ່ມັນກົງກັບຄວາມຮູ້ສຶກຂອງຜູ້ຟັງເອງ ແຕ່ໃນສ່ວນຂອງຜູ້ສ້າງສັນຜົນງານນັ້ນກໍຈະມີຄວາມໝາຍທີ່ເລິກເຊິ່ງຫຼາຍກວ່ານັ້ນເໝືອນກັບ Dr. Isolate ໄດ້ແຕ່ງເພງນີ້ຍ້ອນແຮງກະຕຸ້ນຂອງການຢາກຈະ ‘ໄຖ່ບາບ ແລະ ຄວາມປາດສະໜາທີ່ຈະກັບໄປແກ້ໄຂຄວາມຜິດພາດໃນອະດີດ’ ເຊິ່ງຫົວໃຈຫຼັກຂອງເພງນີ້ຄື ຄວາມຮູ້ສຶກເສຍໃຈທີ່ບໍ່ສາມາດແກ້ໄຂໄດ້ ແລະ ລາວໄດ້ຂຽນໄວ້ໃນເພງວ່າ ‘ຫາກຍ້ອນເວລາໄປ ຈະແກ້ໄຂ ຈະບໍ່ໃຫ້ເປັນພຽງ ມື້ວານ’.

ເພງນີ້ລາວຂຽນຂຶ້ນມາເພື່ອໃຫ້ເປັນຄື ‘ການຂຽນຈົດໝາຍຂໍໂທດ’ ເຖິງ ‘ໂຕຕົນໃນມື້ວານ’ ທີ່ເຮັດໃຫ້ຄວາມຮັກທີ່ສວຍງາມນັ້ນທີ່ລາວໄດ້ປຽບທຽບເປັນຄື‘ດາວເຕັມຟ້າ ແສງຈັນຍັງສະຫງ່າ’ ມັນໄດ້ກາຍເປັນພາບເລືອນລາງໄປ ເຊິ່ງຄວາມໝາຍໃນເນື້ອເພງມັນຄືການໃຊ້ຄວາມເຈັບປວດຂອງລາວ ທີ່ເກີດຈາກຄວາມຜິດພາດມາປ່ຽນເປັນພະລັງງານ ເພື່ອບອກລາອະດີດ ແລະ ການເລີ່ມຕົ້ນໃໝ່ໃນການສ້າງຄວາມດີ.

ອ່ານຕື່ມ:  MVIIZ ພ້ອມເສີບ ແຈກຄວາມຫວານສົດໃສ ໃນເພງ ຫວານ ນຳມາຮ້ອງໃໝ່ໃນສະໄຕລ໌ LPOP

Dr. Isolate ລາວກໍເປັນຄົນທຳມະດາທີ່ມັກຈະພົບກັບອຸປະສັກໃນການເດີນທາງຢູ່ແລ້ວ ແຕ່ລາວກໍບໍ່ໄດ້ຫວັ່ນໄຫວພ້ອມບອກກັບ ມ່ວນ ວ່າ “ຄວາມທ້າທາຍຂອງຂ້ອຍບໍ່ແມ່ນການເຮັດດົນຕີ ແຕ່ເປັນຄວາມຈິງໃຈໃນການເປີດເຜີຍຄວາມຜິດພາດຂອງ Dr. Isolate ເຊິ່ງການເປີດເຜີຍບາດແຜໃນຄັ້ງນີ້ຄືການຈະຕ້ອງແຍກສ່ວນອອກມາ (Isolate) ໂດຍການເອົາຄວາມຮູ້ສຶກຜິດທີ່ສຸດໃນໃຈມາຂຽນເປັນເນື້ອເພງ ແລະ ນັ້ນເປັນຂະບວນການທີ່ເຈັບປວດທີ່ຕ້ອງໃຊ້ຄວາມກ້າຫານຫຼາຍ, ຂ້ອຍຮັບປະກັນວ່າທຸກສຽງ ແລະ ທຸກຄຳເວົ້າຄືຄວາມຈິງແທ້ທີ່ສົ່ງຜົນຜ່ານຄວາມມືດມົວ”.

“ຂ້ອຍຕ້ອງການດຶງຄວາມຫວັງອອກມາ, ເພງນີ້ມີເນື້ອຫາທີ່ໂສກເສົ້າ ແຕ່ຄວາມທ້າທາຍຄືການເຮັດໃຫ້ມັນຍັງມີແສງສະຫວ່າງຢູ່ປາຍອຸໂມງ ເຊິ່ງແສງນັ້ນແມ່ນມາຈາກຈຸດປະສົງຂອງເພງຄື ການນຳລາຍໄດ້ໄປສ້າງຄວາມດີ ເພື່ອເປັນການພິສູດວ່າຄວາມຜິດພາດໃນຄວາມຮັກສາມາດນຳໄປສູ່ການກະທຳທີ່ດີຕໍ່ໂລກໄດ້. ຂ້ອຍຂໍສະຫຼຸບວ່າເພງ ‘ເປັນດັ່ງມື້ວານ’ ຄືການສະແດງຈຸດຢືນວ່າ Dr. Isolate ຈະບໍ່ຍອມໃຫ້ຄວາມຜິດພາດໃນອະດີດມາກຳນົດອະນາຄົດອີກຕໍ່ໄປ”.

ແນວເພງທີ່ Dr. Isolate ມັກ ແລະ ເຮັດໄດ້ດີ

ການບໍ່ຈຳກັດຕົນເອງຢູ່ທີ່ແນວເພງໃດໜຶ່ງທີ່ເຮັດໄດ້ດີ ແມ່ນເປັນສິ່ງທີ່ເຮັດໃຫ້ສາມາດພັດທະນາໄດ້ຫຼາຍຂຶ້ນກວ່າເກົ່າ ເຊິ່ງ Dr. Isolate ກໍມີຄວາມຄິດແບບນີ້ ແຕ່ລາວຈະມີຊື່ເອີ້ນໃນແບບຂອງລາວວ່າມັນເປັນສິ່ງທີ່ລາວຊ່ຽວຊານ ແລະ ເອີ້ນມັນວ່າ: Realistic Emotional Storytelling (ການຖ່າຍທອດອາລົມແບບຈິງຈັງ), ແນວເພງ (Genre) ຂອງລາວໃຫ້ໂທນຄວາມຮູ້ສຶກມືດມົວແຕ່ມີຄວາມຫວັງທີ່ໜັກແໜ້ນຜ່ານສຽງຮ້ອງ ແລະ ອົງປະກອບດົນຕີທີ່ຖືກກັ່ນຕອງຢ່າງລະອຽດ.

ໃນສ່ວນຂອງເອກະລັກ (The Signature) ກ່ຽວກັບເພງມັນຄືກັບການດູດຊັບ ແລະ Dr. Isolate ກໍໄດ້ມີການຈັດວາງອາລົມເພງໄດ້ດີລວມເຖິງອົງປະກອບສຽງທີ່ຈັດແຕ່ງ ເພື່ອໃຫ້ຜູ້ຟັງສາມາດເຂົ້າໄປໃນເລື່ອງລາວຂອງຄວາມຜິດພາດ ແລະ ຄວາມເຈັບປວດທີ່ຕ້ອງການຈະເລົ່າໂດຍບໍ່ມີການປຸງແຕ່ງທີ່ບໍ່ຈຳເປັນ.

ພາບ: Dr.Isolate

ສິລະປິນທີ່ Dr. Isolate ຢາກຮ່ວມງານ

“ຖ້າຂ້ອຍເລືອກໄດ້ກໍຢາກຮ່ວມງານກັບ YOUNGOHM ເພື່ອການຮຽນຮູ້ ແລະ ການເປັນສ່ວນໜຶ່ງໃນການຖ່າຍທອດຄວາມຈິງໃຈຂອງລາວ ແລະ ການເປັນສິລະປິນທີ່ກ້າເປີດເຜີຍເລື່ອງຈິງໃນຊີວິດຢ່າງບໍ່ປິດບັງ ເຊິ່ງມີພະລັງເຂົ້າເຖິງຜູ້ຄົນໄດ້ຢ່າງກວ້າງຂວາງ ແລະ ການທີ່ໄດ້ຮ່ວມງານກັບ YOUNGOHM ກໍຈະຊ່ວຍໃຫ້ພາລະກິດຂອງຂ້ອຍຖືກຖ່າຍທອດອອກໄປໄດ້ຢ່າງຊັດເຈນຜ່ານຄຳເວົ້າຂອງລາວ ໂດຍສາມາດເປັນສື່ກາງທີ່ນຳເອົາ ຄວາມຈິງໃຈ ແລະ ຄວາມຫວັງ ທີ່ຢູ່ໃນບົດເພງຂອງ Dr. Isolate ໄປສູ່ຕະຫຼາດທີ່ກວ້າງຂຶ້ນໄດ້” Dr. Isolate ກ່າວ.

ອ່ານຕື່ມ:  ພົງ ໜຸ່ມບາຣິສຕາສາຍສະຕຣີດ ສູ່ນາຍແບບແບຣນດັງ ຜູ້ຄວ້າທຸກໂອກາດດ້ວຍໃຈທີ່ເປີດຮັບການປ່ຽນແປງ

ການຄົ້ນພົບໂຕຕົນຂອງ Dr. Isolate

ສິ່ງນີ້ທີ່ຫຼາຍຄົນຢາກຮູ້ຫຼາຍທີ່ສຸດແມ່ນຄວາມຄິດຂອງ Dr. Isolate ວ່າລາວຮູ້ສຶກແນວໃດ? ກັບການຄົ້ນພົບໂຕຕົນອີກດ້ານໜຶ່ງຂອງລາວ ພໍຟັງຄຳຖາມຈົບແລ້ວກໍຕອບແບບສະບາຍໆວ່າ “ການເປັນ Dr. Isolate ແມ່ນການຄົ້ນພົບຄຳຕອບທີ່ຍິ່ງໃຫຍ່ທີ່ສຸດຂອງຂ້ອຍ ເຊິ່ງມັນໄດ້ສ້າງຄວາມສະຫງົບສຸກພາຍໃນຈິດໃຈ, ໄດ້ຮຽນຮູ້ວ່າເຮົາບໍ່ສາມາດຍ້ອນກັບໄປແກ້ໄຂອະດີດໄດ້ ແຕ່ສາມາດໃຊ້ປະສົບການຂອງຄວາມຜິດພາດ ແລະ ຄວາມເຈັບປວດເຫຼົ່ານັ້ນເພື່ອ ສ້າງປັດຈຸບັນທີ່ມີຄວາມໝາຍໄດ້”.

ລາວຢຸດເວົ້າໄປໜ້ອຍໜຶ່ງ ແຕ່ກໍກັບມາເລົ່າຕໍ່ວ່າ “ການໄຖ່ບາບຂອງຂ້ອຍບໍ່ໄດ້ເກີດຈາກການເວົ້າ ແຕ່ແມ່ນການລົງມືເຮັດຢ່າງຕໍ່ເນື່ອງ ການຕັດສິນໃຈນໍາເອົາລາຍໄດ້ໄປຊ່ວຍເຫຼືອຄົນອື່ນແມ່ນສິ່ງທີ່ເຮັດໃຫ້ຂ້ອຍຮູ້ສຶກດີຂຶ້ນ ແລະ ຄວາມຮູ້ສຶກດີນີ້ແມ່ນຄຳຕອບທີ່ຕາມຫາ. ໃນອະດີດທີ່ຜ່ານມາ (ກ່ອນເປັນ Dr. Isolate) ຂ້ອຍເຄີຍ ຈົມຢູ່ກັບຄວາມຜິດພາດ ແລະ ຄວາມເຈັບປວດ, ໃນປັດຈຸບັນຂ້ອຍ (ໃນນາມ Dr. Isolate) ແຍກໂຕອອກມາເພື່ອສ້າງສັນຜົນງານຢ່າງມີເປົ້າໝາຍ ເຮັດໃຫ້ເກີດຄວາມສະຫງົບສຸກພາຍໃນຈິດໃຈ ແລະ ນຳໃຊ້ປະສົບການທີ່ຜ່ານມາເພື່ອສ້າງສິ່ງທີ່ມີຄວາມໝາຍ.

ການເປີດເຜີຍໂຕຕົນຂອງ Dr. Isolate

ນີ້ຄົງເປັນຄຳຖາມສຸດທ້າຍໃນບົດຄວາມນີ້ ທີ່ມີການຖາມແບບເຈາະເລີກຫຼາຍທີ່ສຸດ, ເພາະ ມ່ວນ ໄດ້ຖາມກັບ Dr. Isolate ວ່າຈະມີເຫດຜົນໃດບໍ່ທີ່ລາວຈະເຜີຍຕົວຕົນໃຫ້ທຸກຄົນໄດ້ຮູ້ຈັກ ແລະ ລາວກໍໄດ້ຢືນຢັນແບບໜັກແໜ້ນວ່າ “ບໍ່ມີເຫດຜົນໃດໃນທາງສ່ວນຕົວ ທີ່ຈະສາມາດນຳຂ້ອຍອອກມາໄດ້ເລີຍຍັງ” ແລະ ລາວຍັງເຊື່ອວ່າ ຄຸນຄ່າແມ່ນຢູ່ທີ່ຜົນງານ ແລະ ການກະທຳບໍ່ແມ່ນໜ້າຕາ. ຖ້າການເປີດເຜີຍໂຕຕົນຂອງລາວມັນກໍຈະເທົ່າກັບການຍອມໃຫ້ ‘ຮ່າງກາຍ’ ເຂົ້າມາບັງ ‘ພາລະກິດ’ ຂອງລາວ.

ແຕ່ກໍຍັງມີເງື່ອນໄຂທີ່ຈະສາມາດດຶງ Dr. Isolate ຈະອອກມາສູ່ພາຍນອກໄດ້ຄື ຕ້ອງມີສະຖານະການທີ່ສາມາດສ້າງຜົນໄດ້ຮັບທີ່ຍິ່ງໃຫຍ່ກວ່າການດຳລົງຢູ່ໃນຄວາມງຽບຫຼາຍເທົ່າຕົວ. ແຕ່ພວກເຮົາກໍຕ້ອງລໍຖ້າ ແລະ ໃຫ້ເວລາກັບລາວ ເພາະຕາບໃດທີ່ Dr. Isolate ຍັງສາມາດ “ໄຖ່ບາບ ແລະ ຊ່ວຍເຫຼືອຜູ້ຄົນໄດ້ຢ່າງມີປະສິດທິພາບໃນຄວາມງຽບ“, ລາວກໍຍັງຂໍຢູ່ໃນເງົາມືດຕໍ່ໄປ ເພາະ ຄວາມງຽບສຳລັບລາວຄືພະລັງໃນການສ້າງສັນທີ່ບໍລິສຸດທີ່ສຸດ.

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ເປັນຄືກັນບໍ່? ຢາກເຂົ້າສັງຄົມ ແຕ່ມັກການຢູ່ຄົນດຽວ – JUST” ກັບມາພ້ອມກັບເພງໃໝ່ LONER

ເປັນນັກຮ້ອງທີ່ເປັນຄົນລາວ ແຕ່ເນື້ອເພງຂອງລາວມັກມີພາສາອັງກິດມານຳ ແຕ່ລາວຊໍ້າພັດຢູ່ໃນສັງກັດຢູ່ໄທ ເອະ? ລາວຄົນນີ້ບໍ່ແມ່ນໃຜ ແຕ່ເປັນໜຸຸ່ມ JUST” ທີ່ໃນເທື່ອນີ້ລາວກັບມາພ້ອມກັບເພງໃໝ່ຂອງລາວ Loner ເຊິ່ງເປັນການ feature ກັບ...

ຊັນເດ້ ທິນນະກອນ ເດັກຂີ້ອາຍໃນມື້ນ້ັນ ສູ່ Mister Teen Laos 2025 ໃນມື້ນີ້

ກ້າທີ່ຈະສະແດງອອກ, ຢ່າຢ້ານທີ່ຈະສູ້ ເພາະເຮົາຈະບໍ່ຮູ້ເລີຍວ່າເຮົາເກັ່ງສ່ຳໃດ ຖ້າບໍ່ລອງເຮັດເບິ່ງກ່ອນ ນີ້ຄືຄຳເວົ້າຂອງ ຊັນເດ້ ທິນນະກອນ ຄຳວົງສາ, ໜຸ່ມນ້ອຍອາຍຸ 18 ປີ, ເຈົ້າຂອງມົງກຸດ...

ຕ໋ອດ ລີນ້າ ເຜີຍມຸມມອງຊີວິດ ສູ່ການເປັນແຮງບັນດານໃຈໃນວົງການແຟຊັ່ນລາວ

ນັບຕັ້ງແຕ່ບາດກ້າວທຳອິດທີ່ເລີ່ມຈາກຄວາມໃຝ່ຝັນ… ຈົນກາຍເປັນ “ຕົວແມ່” ທີ່ຄອງວົງການທັງເບື້ອງໜ້າ ແລະ ເບື້ອງຫຼັງ. ບໍ່ວ່າຈະເປັນ ນັກຮ້ອງ, ນັກສະແດງ, ນາງແບບ ຫຼື ພິທີກອນ,...

ຟັງເພງຮັກສຸດເສົ້າ “ເປັນດັ່ງມື້ວານ” ຈາກ Dr.Isolate ນັກຮ້ອງໜ້າໃໝ່ສຸດເລິກລັບ

ເພງ ເປັນດັ່ງມື້ວານ ຈາກ Dr.Isolate ນັກຮ້ອງໜ້າໃໝ່ສຸດເລິກລັບ ປ່ອຍເພງຮັກສຸດເສົ້າທີ່ສູນເສຍໄປ ສຽງມີສະເໜ່ທີ່ມີເອກະລັກ ແລະ ກິ່ນອາຍເພງ Pop Indie.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.