ໜ້າຫຼັກ Muan.la - ສາລະບັນເທີງ Muan Listen - ມ່ວນຊວນຟັງ ໃຜວ່າຮິບຮັອບ ແລະ ໝໍລຳບໍ່ເຂົ້າກັນ? MAO MUN ປ່ອຍຂອງໃນເພງ ໝໍລຳໃຫຍ່ ຈັດເຕັມຄວາມມັນແຣັບແບບລາວ
Muan Listen - ມ່ວນຊວນຟັງ

ໃຜວ່າຮິບຮັອບ ແລະ ໝໍລຳບໍ່ເຂົ້າກັນ? MAO MUN ປ່ອຍຂອງໃນເພງ ໝໍລຳໃຫຍ່ ຈັດເຕັມຄວາມມັນແຣັບແບບລາວ

ໃຜວ່າຮິບຮັອບກັບໝໍລຳໄປນຳກັນບໍ່ໄດ້? ມາຟັງເພງນີ້ກ່ອນ! "ໝໍລຳໃຫຍ່" ຈາກ MAO MUN ບອກເລີຍວ່າໂຄດສຸດ! ຈັງຫວະແໜ້ນໆບວກກັບຄວາມເປັນໝໍລຳແບບລາວໆຄືກົມກ່ອມສຸດໆ. ຕອນນີ້ປ່ອຍແລ້ວເດີທັງເວີຊັນ Official ແລະ Live ຈາກງານ Muan Awards 2025. ໃຜຍັງບໍ່ຟັງຖືວ່າພາດ, ຟັງແລ້ວລະວັງຈະໂຢກຕາມບໍ່ຢຸດ.

ແບ່ງປັນ

“ໃຜວ່າຮິບຮັອບ ແລະ ໝໍລຳບໍ່ເຂົ້າກັນ?” ມ່ວນ ບອກເລີຍວ່າມັນເຂົ້າກັນ ແລະ ກົມກ່ອນສຸດໆ.

ປ່ອຍໃຫ້ໄດ້ຟັງຢ່າງເປັນທາງການແລ້ວສຳລັບເພງໃໝ່ຈາກ MAO MUN ທີ່ພວກເຂົາໄດ້ຍົກທັບສິລະປິນຮິບຮັອບໃນວົງການເພງລາວທີ່ປະກອບໄປດ້ວຍ PETH PMM, JOE., E.I.P ຍັງບໍ່ໝົດພຽງເທົ່ານີ້ ເພາະເພງນີ້ຍັງໄດ້ PHON UNA ແລະ ALEX $MOKE ມາເສີມທັບຈັດເຕັມຄວາມມັນຜ່ານບົດເພງທີ່ມີຊື່ວ່າ “ໝໍລຳໃຫຍ່”

ເພງນີ້ໄດ້ຍົກເອົາແນວດົນຕີ “ຮິບຮັອບ ແລະ ໝໍລຳ” ທີ່ຫຼາຍມັກຈະບອກວ່າ ມັນເປັນໄປບໍ່ໄດ້ ຫຼື ມັນບໍ່ເຂົ້າກັນດອກ ມາປະສົມປະສານກິ່ນອາຍກົກເຄົ້າຄວາມເປັນລາວທີ່ມີທັງຄວາມອ່ອນຊ້ອຍ ແລະ ການແຣັບແບບໜັກແໜ້ນທີ່ເຊື່ອງຊ້ອນຄວາມໝາຍທີ່ກົງໃຈໃຫ້ທຸກຄົນໄດ້ຟັງວ່າສອງແນວເພງນີ້ສາມາດຢູ່ນຳກັນໄດ້ຢ່າງລົງໂຕ.

ພິເສດ MAO MUN ຍັງໄດ້ປ່ອຍເພງ ໝໍລຳໃຫຍ່ ໃຫ້ໄດ້ຟັງກັນທັງສອງເວີຊັນຄື Official ແລະ Live Performance ທີ່ງານ Muan Awards 2025.

ຕ້ອງບອກເລີຍວ່າຕ້ອງລອງໄປຟັງກັນເລີຍເດີທຸກຄົນ ເພາະຄວາມມັນຂອງຈັງຫວະແໜ້ນໆຂອງບີດ (Beat) ເພງ ແລະ ສຽງດົນຕີລາວໃນເພງນີ້ ມັນຄັກ! ພ້ອມທີ່ຈະກະຕຸ້ນໃຫ້ຕ້ອງເຕັ້ນ ແລະ ໂຢກຕາມເລີຍ.

ອ່ານຕື່ມ:  ປ່ອຍໃຫ້ຄວາມຮູ້ສຶກເຕັ້ນ ກ່ອນທີ່ຄຳຕອບຈະຊັດເຈນ ກັບເພງ Dancing on the floor ຈາກ vvvvanno
ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ຖ້າຟັງ ຮັກຕ້ອງໃຊ້ເວລາ ເພງເກົ່າເລົ່າໃໝ່ຈາກ Aluna Project

ກັບມາຕາມຄວາມຮຽກຮ້ອງສິລະປິນ Diva ຢ່າງ Aluna ກຽມປ່ອຍເພງຮິດໃນຕຳນານ "ຮັກຕ້ອງໃຊ້ເວລາ" ເວີຊັນ 2026 ເພື່ອພາແຟນໆຫວນຄືນບັນຍາກາດຄວາມຫຼັງຈາກປີ 2007

ຟັງ ຍັງຄິດຮອດຢູ່ເດີ້ ຈາກ vvvvanno ຂໍ້ຄວາມຈາກຮັກເກົ່າ ເຖິງເຈົ້າທີ່ເລີ່ມຕົ້ນໃໝ່ແລ້ວ

ໃນວົງຈອນຂອງຄວາມຮັກ, ການມູຟອອນ (Move on) ບໍ່ໄດ້ແປວ່າເຮົາຈະສາມາດລົບທຸກຢ່າງຖິ້ມໄປໄດ້ທັງໝົດ ແຕ່ມັນຄືການເກັບທຸກຄວາມຊົງຈຳໄວ້ເລີກໃນໃຈ ແລະ ເພງ "ດີໃຈນຳເດີ້" ຈາກ vvvvanno ຖືເປັນຕົວແທນຂອງຄວາມຮູ້ສຶກໃນມຸມຂອງຄວາມຮັກທີ່ເຈັບປວດ...

ອະໄວຍະວະທີ 33 ບົດເພງແທນໃຈຄົນທີ່ຕັດບໍ່ຂາດ ເພາະຂາດເຂົາກໍເໝືອນຂາດໃຈ ໂດຍ MP-HIT ft 3Baby

ເມື່ອຄົນຮັກປຽບເໝືອນ "ອະໄວຍະວະທີ 33" ທີ່ສຳຄັນຕໍ່ຮ່າງກາຍ. ສຳຜັດຄວາມເສົ້າຜ່ານບົດເພງຈາກ MP-HIT ft 3Baby ທີ່ກົງກັບຊີວິດຈິງຂອງໃຜຫຼາຍຄົນ ທີ່ບໍ່ສາມາດຕັດເຂົາອອກຈາກຊີວິດໄດ້ ເຖິງວ່າຈະເຈັບປວດພຽງໃດ.

ຖ້າຮູ້ສຶກຢ່າລີລາຫຼາຍດຽວເຂົາບໍ່ຖ້າ ເພງຂອງຄົນຂີ້ອາຍ Oh why ບໍ່ຕ້ອງລີລາ ຈາກ Imel

Oh why (ບໍ່ຕ້ອງລີລາ) ແມ່ນເພງທີ່ສອງຂອງ Imel ແລະ ຍັງເປັນເພງທີ່ມີເລື່ອງລາວທີ່ເຊື່ອມໂຍງມາຈາກເພງ Trust issues (ຄອຍຖາມ) ທີ່ເປັນເພງທຳອິດຂອງລາວ. ເພື່ອບອກຄວາມຮູ້ສຶກເຖິງຄົນໆໜຶ່ງທີ່ເຮົາເອງເບິ່ງອອກວ່າກຳລັງມີຄວາມຮູ້ສຶກໃຫ້ກັນ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.