ຈາກແວດວົງພິທີກອນ ທີ່ເຮົາເຫັນຕາມງານຕ່າງໆ ໄປຈົນເຖິງອິນຟລູເອນເຊີສາຍຮາໃນໂລກອອນລາຍ, ມິດປະຊາ ບຸດສາວົງ ຫຼື ມິດ ບໍ່ໄດ້ຈຳກັດໂຕເອງໄວ້ພຽງແຕ່ເທົ່ານັ້ນ ແລະ ໄດ້ພາໂຕເອງອອກໄປສູ່ແວດວົງໃໝ່ໆ ເຊິ່ງຫຼ້າສຸດກໍຄືເວທີການປະກວດ ແລະ ລາວກໍເຮັດອອກມາໄດ້ເປັນຢ່າງດີ ໂດຍການຄວ້າລາງວັນຕິດມືກັບບ້ານເກີດມາຝາກທຸກຄົນ.
ມິດ ຫຼື ມິດປະຊາ ບຸດສາວົງ ຜູ້ຄວ້າລາງວັນຮອງຊະນະເລີດອັນດັບ 2 ຈາກເວທີ Mister Bear International 2025 ໄດ້ມາເລົ່າເລື່ອງລາວກ່ຽວກັບເປົ້າໝາຍທີ່ຢາກສື່ສານໃຫ້ກັບຄົນໃນປະເທດລາວໄດ້ຮູ້ຈັກກັບເວທີ Mister Bear ໃຫ້ຫຼາຍຂຶ້ນ, ເພື່ອສ້າງຄວາມພູມໃຈ ແລະ ໝັ້ນໃຈໃນຮູບຮ່າງຕົວເອງຂອງຜູ້ຊາຍຫຸ່ນໝີ ຫຼຶ ທີ່ໃນພາສາອັງກິດເອີ້ນວ່າ Bear ຈຶ່ງຕັດສິນໃຈລົງປະກວດໃນເວທີລະດັບນານາຊາດ ແລະ ຕ້ອງການເຊື່ອມໂຍງຊຸມຊົນຄົນຫຸ່ນໝີ (Bear Community) ໃຫ້ກັບທຸກຄົນທົ່ວໂລກ.
ປະສົບການທີ່ໄດ້ຈາກເວທີ Mister Bear International 2025
ມິດປະຊາໄດ້ເລົ່າໃຫ້ມ່ວນຟັງວ່າ ຫຼັງຈາກທີ່ຕົນເອງໄດ້ຜ່ານເວທີພິທິກອນມາຫຼາກຫຼາຍເວທີ ກໍຮູ້ສຶກວ່າເວທີນີ້ໄດ້ແຕກຕ່າງອອກໄປ, ເພາະການຂຶ້ນໄປຍ່າງໃນຄັ້ງນີ້ບໍ່ໄດ້ມາໃນຖານະພິທີກອນ ແຕ່ມາຍ່າງໃນຖານະຜູ້ເຂົ້າປະກວດພ້ອມທັງຍັງໄດ້ແບກຄວາມຫວັງຂອງແຟນໆ “ເລີ່ງນະພາ” (ອີກຄາແຣັກເຕີໜຶ່ງຂອງມິດປະຊາ) ແລະ ເປັນຕົວແທນຂອງປະເທດລາວ ເຊິ່ງຫຼາຍໆຄົນກໍໃຫ້ກຳລັງໃຈຈຶ່ງຕ້ອງໄດ້ພະຍາຍາມເຮັດໃຫ້ດີທີ່ສຸດ ຕົນເອງຈະພາດບໍ່ໄດ້ເດັດຂາດ.
“ບັນຍາກາດການປະກວດກໍເຮັດໃຫ້ຮູ້ສຶກຜ່ອນຄາຍຫຼາຍ ເພາະຜູ້ເຂົ້າປະກວດໃນແຕ່ລະປະເທດທຸກຄົນລ້ວນແລ້ວແຕ່ເປັນຄືອ້າຍນ້ອງ ໃນການປະກວດຈຶ່ງບໍ່ຮູ້ສຶກກົດດັນຫຍັງເລີຍ.”

Facebook: Mit Mitpasa Boudsavong
ຂອບໃຈຮູບພາບຈາກ TETY
ສິ່ງທີ່ເຮັດໃຫ້ຮູ້ສຶກປະທັບໃຈທີ່ສຸດໃນລະຫວ່າງການປະກວດ
ສິ່ງທີ່ ມິດປະຊາ ປະທັບໃຈແມ່ນຄວາມສຳພັນຂອງຊຸມຊົນຄົນຫຸ່ນໝີ, ໂດຍສ່ວນຕົວຂອງລາວເປັນຄົນອົບອຸ່ນ ແລະ ເປັນຄົນທີ່ຢາກກະຈາຍສົ່ງຕໍ່ຄວາມອົບອຸ່ນໃຫ້ກັບກັບຄົນອຶ່ນສະເໝີ. ທຳອິດ ມິດປະຊາ ລາວຄິດວ່າ ຈະມີພຽງແຕ່ລາວທີ່ເປັນຄົນອົບອຸ່ນ ແຕ່ປະກົດວ່າຄົນຫຸ່ນໝີ (Bear) ທຸກຄົນທີ່ຢູ່ໃນ Community ນີ້ເປັນແບບດຽວກັນທຸກຄົນຕ່າງກໍຊ່ວຍເຫຼືອເຊິ່ງກັນ ແລະ ກັນ.
“ບາງຄົນມາແຕ່ປະເທດໄກໆ ລືມເຄື່ອງ ຫຼື ອາດຈະບໍ່ໄດ້ກຽມເຄື່ອງ-ຊຸດພ້ອມ. ໝີແຕ່ລະຄົນກໍຈະສະເໜີວ່າ ‘ເອົາເຄື່ອງຂ້ອຍບໍ່ ຂ້ອຍມີອັນນີ້, ຂ້ອຍມີສາຍແອວແບບນີ້ ເອົາບໍ່ຂ້ອຍບໍ່ໄດ້ໃຊ້ ແລະ ອື່ນໆ’. ພວກເຂົາໃຈດີເອື້ອເຟຶ້ອເພື່ອແຜ່. ພໍໝີຫຼາຍໆຄົນມາຢູ່ນຳກັນກໍປຸກປິກເປັນມົນໆໄປໝົດ ມັນໜ້າຮັກເລີຍມີຄວາມຮູ້ສຶກອິ່ມໃຈຟູຟິລ (fulfill).”
ການກຽມພ້ອມກ່ອນຈະເດີນທາງໄປປະກວດ
ກອງປະກວດພວກເຂົາໄດ້ຍ້ອງວ່າ “ປະເທດລາວຂອງເຮົາມີການກຽມຕົວໄດ້ດີ” ເພາະ ມິດປະຊາ ໄດ້ມີການສຶກສາເວທີແວດລ້ອມວ່າເຮັດກ່ຽວກັບຫຍັງ, ກອງປະກວດຕ້ອງການຢາກໄດ້ຫຍັງແດ່, ມິດປະຊາ ຈຶ່ງຕ້ອງໄປກຽມຊຸດ ແລະ ອຸປະກອນຕ່າງໆ ແລະ ຍັງມີທີມງາຍ Back Up ທີ່ດີ, ທີມງານໄດ້ໄປຫາຜູ້ສະໜັບສະໜຸນໃຫ້ທັງຊຸດ-ທັງສູດ, ໂປຣດັກຊັນການຖ່າຍພາບ, ພາບລວມຕ່າງໆ ແລະ ເຮັດການໂປຣໂມດຕ່າງໆເພື່ອເອີ້ນກະແສໃຫ້ທຸກຄົນໄດ້ຮູ້, ຖືວ່າເປັນການວາງແຜນງານໄດ້ດີໆ ຈຶ່ງເຮັດໃຫ້ຄົນໃນປະເທດລາວທີ່ຍັງບໍ່ຮູ້ຈັກເວທີກໍໄດ້ຮູ້ກັນຫຼາຍຂຶ້ນ, ເພາະບາງຄົນກໍຄິດວ່າຫາກໍຈັດເປັນປີທຳອິດ ເຊິ່ງແທ້ຈິງເວທີນີ້ໄດ້ປະກວດມາຫຼາຍປີແລ້ວ ແລະ ປະເທດລາວກໍໄດ້ເຂົ້າຮ່ວມປະກວດເປັນປີທີສອງ.
ການທີ່ລົງປະກວດໃນຄັ້ງນີ້ ມິດປະຊາ ກໍຢາກໃຫ້ຄົນລາວໄດ້ຮູ້ວ່າ
“ຢູ່ທຸກໆປະເທດມີຊຸມຊົນໝີ (Mister Bear Community) ແບບນີ້, ບໍ່ສະເພາະພຽງແຕ່ຊຸມຊົນໝີເທົ່ານັ້ນ, ຖ້າເຈົ້າມີຫົວໃຈດຽວກັນ ຫຼື ມີເປົ້າໝາຍດຽວກັນ ເຈົ້າກໍສາມາດເປັນຄົນໃນຊຸມຊົນນັ້ນ ແລະ ເຮັດມັນອອກມາໄດ້ດີຄືກັນ”
ມິດປະຊາ ລາວກໍເປັນໜຶ່ງໃນຊຸມຊົນຄົນຫຸ່ນໝີ ໄດ້ເຂົ້າໄປຢູ່ໃນຊຸມຊົນນີ້ໄດ້ລວມຕົວກັນ ແລະ ພະຍາຍາມສ້າງຄວາມເຊື່ອມໂຍງໃຫ້ໄດ້ທົ່ວໂລກບໍ່ວ່າຈະເປັນທັງລາວ, ໄທ ແລະ ແຕ່ລະປະເທດທີ່ເຂົ້າມາ. “ເຈົ້າເປັນໝີ ຂ້ອຍເປັນໝີ ກໍລົມກັນເຂົ້າໃຈ,” ມິດປະຊາກ່າວ.
ຊຸດປະຈຳຊາດ: ບ່າວຜູ້ໄທເມືອງວັງ
ຂອບໃຈຮູບພາບຈາກ: Mr Bear International Laos
ທຸກຄົນສາມາດລົງປະກວດ ແລະ ກຽມພ້ອມສຳລັບເວທີ Mister Bear International
ມິດປະຊາເລົ່າດ້ວຍຄວາມຕື່ນເຕັ້ນວ່າ ໃນປີນີ້ເວທີ Mister Bear ໄດ້ເລີ່ມເປີດກວ້າງແລ້ວ ເພາະເວທີນີ້ບໍ່ໄດ້ຈຳກັດເອົາແຕ່ຄົນທີ່ມີຮູບຮ່າງທີ່ເປັນຫຸ່ນໝີພຽງເທົ່ານັ້ນ, ໝີແຕ່ລະໂຊນແຕ່ລະປະເທດຈະມີຄວາມແຕກຕ່າງກັນຄື ໝີໂຊນອາຊີກໍຈະຕຸ້ຍໆຂາວໆ ອາດຈະມີໜວດໜ້ອຍໜຶ່ງ ຫຼື ບໍ່ມີເລີຍ, ໝີທາງເອີຣົບ ຫຼື ຢູໂຣບກໍຈະມີກ້າມແດ່ໜ້ອຍໜຶ່ງແຕ່ວ່າຈະເນັ້ນຂົນ.
“ສະແດງວ່າຄວາມເປັນໝີຂອງແຕ່ລະສະຖານທີ່ນັ້ນກໍແຕກຕ່າງກັນ. ສະນັ້ນ, ເຮົາກໍຢຶດຖືເອົາວ່າ ເຈົ້າບໍ່ໄດ້ມີຮູບຮ່າງທີ່ຈະໝີຂະໜາດນັ້ນກໍອາດຈະແມ່ນໝີນ້ອຍ, ໝີໃຫຍ່ຕ່າງໆ. ຖ້າເຈົ້າມີຫົວໃຈເປັນໝີ ແລະ ມັກໃນຊຸມຊົນຄົນຫຸ່ນໝີ, ເຂົ້າມາຈອຍ ແລະ ລົງປະກວດໄດ້ເລີຍ,” ມິດປະຊາກ່າວ.
ໝັ້ນໃຈໃນຕົວເອງ ແລະ ຮັກໃນສິ່ງທີ່ຕົວເອງເປັນ
ຫຼາຍໆຄົນກໍມັກຈະຄິດໃຫ້ເປັນເລື່ອງໃຫຍ່, ເຮັດໃຫ້ມັນຄືເປັນເລື່ອງຫຍຸ້ງຍາກກັບລາວ ແລະ ມັກເວົ້າວ່າຕຸ້ຍແບບນີ້ໃຜຈະມາມັກ, ຕຸ້ຍແບບນີ້ເຮັດຫຍັງກໍຄືຈະຍາກລຳບາກ. ມິດປະຊາໄດ້ເລົ່າກ່ຽວກັບສິ່ງທີ່ເກີດຂຶ້ນ ແລະ ລາວຮັບມືກັບມັນແນວໃດ.
ລາວບອກວ່າ ຕົນເອງບໍ່ເຄີຍຄິດຍາກກັບສິ່ງທີ່ລາວເປັນເລີຍ ໂດຍໃຫ້ເຫດຜົນວ່າ ຄົນເຮົາຈະງາມ ຫຼື ພູມໃຈທີ່ສຸດກໍຕໍ່ເມື່ອຢູ່ຖືກບ່ອນ.
ບາງຄົນອາດຈະມີຮູບຮ່າງທີ່ຫຼາຍໆຄົນບອກວ່າອັນນີ້ມັນບໍ່ງາມ, ບໍ່ສົມສ່ວນ ຫຼື ຈ່ອຍເກີນໄປ ຈົນຮູ້ສຶກວ່າບໍ່ພູມໃຈໃນຕົວເອງແລ້ວ. ຄວາມພູມໃຈມັນກໍຕ້ອງເລີ່ມຕົ້ນທີ່ຕົນເອງຖ້າເຮົາເອງບໍ່ພູມໃຈແລ້ວ, ບໍ່ເຄົາລົບຕົວເຈົ້າເອງຄົນອື່ນກໍຈະບໍ່ເຄົາລົບເຈົ້າ, ເຈົ້າຈະມີຄວາມສຸຸກໄດ້ຖ້າເຈົ້າໝັ້ນໃນຕົວເອງ ຄວາມສຸກເກີດຈາກຕົວເຈົ້າເອງ.
“ຖ້າໃຜຄິດວ່າຢາກປັ້ນຫຸ່ນເຮັດຕາມ Beauty Standard ດ້ວຍຄວາມມັກສ່ວນຕົວກໍຕາມສະດວກຄວາມສະບາຍໃຈ, ແຕ່ໃຜມີຮູບຮ່າງແບບນີ້ແລ້ວ ແລະ ຮູ້ສຶກພູມໃຈກັບມັນແລ້ວກໍເປັນສິ່ງທີ່ງ່າຍກັບຕົວເອງໃຫ້ຮັກສາສຸຂະພາບ. ສ່ວນພາຍນອກ, ໃນສະໄໝນີ້ບໍ່ເປັນບັນຫາແລ້ວ,” ລາວເລົ່າ.
ຂອບໃຈຮູບພາບຈາກ: Mr Bear International Laos
ແຜນການຫຼັງຈາກໄດ້ຮັບຕຳແໜ່ງແລ້ວ
ສິ່ງທີ່ ມິດປະຊາ ຈະເຮັດທຳອິດກ່ອນໝູ່ເລີຍຄື ການກັບມາລຸຍວຽກຢູ່ລາວກ່ອນ ເພາະລາວພັກໄປດົນເພື່ອການປະກວດໃນຄັ້ງນີ້ ເຊິ່ງແຜນການກໍຍັງເປັນສິ່ງທີ່ລາວມາຕະຫຼອດນັ້ນກໍຄື ການສ້າງສຽງຫົວ ແລະ ສ້າງຮອຍຍິ້ມໃຫ້ກັບທຸກຄົນ. ແຕ່ວ່າຮອບນີ້ລາວກໍໄດ້ມາພ້ອມກັບຕຳແໜ່ງ ມັນໄດ້ສ້າງຄວາມເຊື່ອໝັ້ນ ແລະ ຄວາມໜ້າເຊື່ອຖືໃຫ້ກັບແຟນຄລັບຫຼາຍໆຄົນໄດ້ຫຼາຍຂຶ້ນວ່າ ສັກກະຍະພາບຂອງລາວບໍ່ໄດ້ມີພຽງແຕ່ເທົ່ານີ້.
ອີກສິ່ງໜຶ່ງທີ່ ມິດປະຊາເຮັດມາໂດຍຕະຫຼອດກໍຄືການເຮັດວຽກຊ່ວຍເຫຼືອສັງຄົມ ຫຼື ການພັດທະນາຊຸມຊົນຕ່າງໆ, ລາວຖືວ່າເປັນເງື່ອນໄຂທີ່ຄິດວ່າຕ້ອງເຮັດ ແລະ ຊ່ວຍເຫຼືອ. ພໍມາໃນຮອບນີ້ລາວກໍຈະໄດ້ນຳຕຳແໜ່ງໜ້າທີ່ຂອງ 2nd Runner Up ຈາກ MR BEAR INTERNATIONAL 2025 ໄປຊ່ວຍເຫຼືອໃນການເຈລະຈາເປັນກະບອກສຽງ ໂດຍການມີຈຸດຢືນທີ່ຊັດເຈນເຮັດໃຫ້ຜູ້ໃຫຍ່ໄດ້ແນມເຫັນ, ເພື່ອໃຫ້ການຊ່ວຍເຫຼືອນັ້ນງ່າຍຂຶ້ນ.