ເພາະນີ້ຄື ມຸງກຸດ Miss Universe ປະຫວັດສາດຄວາມງາມ ແລະ ສິລະປະແຫ່ງຈັກກະວານ

ແບ່ງປັນ

ເພາະນີ້ຄື ມຸງກຸດ Miss Universe ປະຫວັດສາດຄວາມງາມ ແລະ ສິລະປະແຫ່ງຈັກກະວານ

ໂດຍ: Tonmai Phoutthasack Tonmai Phoutthasack
18 February 2026 53

ເມື່ອຈົບສຽງປະກາດຊື່ເທິງເວທີ ‘ມຸງກຸດປະຈຳຕຳແໜ່ງ’ Miss Universe ສັນຍະລັກແຫ່ງອຳນາດທີ່ຄູ່ຄວນກັບຄວາມງາມລະດັບຈັກກະວານ ກໍຈະຖືກຄອບຄອງໂດຍຜູ້ຊະນະໃນແຕ່ລະປີ.

ຫຼາຍກວ່າການເປັນເຄື່ອງປະດັບ, ມຸງກຸດນີ້ຍັງເປັນສັນຍະລັກເຊິງອຳນາດ, ຄວາມສະຫງ່າງາມ ແລະ ການປ່ຽນແປງທາງວັດທະນະທຳທີ່ສະທ້ອນເຖິງຍຸກສະໄໝຕະຫຼອດໄລຍະເວລາ 7 ທົດສະວັດຂອງການປະກວດ ນັບຕັ້ງແຕ່ການກໍ່ຕັ້ງເວທີ Miss Universe ໃນປີ 1952.

ຫຼາຍໆຄົນອາດຍັງບໍ່ຮູ້ວ່າ ໃນປະຫວັດສາດກວ່າ 70 ປີຂອງເວທີນີ້, ມຸງກຸດໄດ້ມີການປ່ຽນແປງຮູບແບບມາແລ້ວເຖິງ 13 ຄັ້ງ ເຊິ່ງແຕ່ລະຄັ້ງ ບໍ່ໄດ້ເປັນພຽງການປ່ຽນຮູບລັກພາຍນອກ ແຕ່ຍັງເປັນການປ່ຽນແນວຄິດປັດຊະຍາ ແລະ ວາລະທີ່ອົງກອນຕ້ອງການສື່ສານສູ່ສາທາລະນະຊົນ.


The Pioneer Crowns – ຍຸກບຸກເບີກ: ຈາກເຄື່ອງຍົດຊັ້ນສູງ ສູ່ເອກະລັກທີ່ເຂົ້າເຖິງໄດ້

ໃນຊ່ວງ 10 ປີທຳອິດຂອງເວທີປະກວດ, ເປົ້າໝາຍສຳຄັນຂອງ Miss Universe ແມ່ນການສ້າງຄວາມສະຫງ່າງາມໃຫ້ກັບເວທີທີ່ຫາກໍເກີດຂຶ້ນໃໝ່ ໂດຍການໃຊ້ ‘ມຸງກຸດ’ ເປັນເຄື່ອງມືສະແດງເຖິງການປ່ຽນຜ່ານຈາກສັກສີຂອງສະຖາບັນກະສັດຊົນຊັ້ນສູງ ໄປສູ່ການສ້າງເອກະລັກຂອງເວທີປະກວດ.

1. The Romanov Imperial Nuptial Crown (1952).

ມຸງກຸດທຳອິດທີ່ໃຊ້ໃນການປະກວດໃນປີ 1952 ຄື ‘ມຸງກຸດແຕ່ງງານຂອງລາຊະວົງໂຣມານອຟ (The Romanov Imperial Nuptial Crown)’ ເຊິ່ງເປັນມຸງກຸດທີ່ມີບົດບາດສຳຄັນໃນໜ້າປະຫວັດສາດ ໂດຍມີການປະດັບເພັດຫຼາຍເຖິງ 1,535 ເມັດ ແລະ ມີນ້ຳໜັກເພັດລວມເຖິງ 300 ກະຣັດ.

ມຸງກຸດນີ້ອ້າງອີງເຖິງລາຊະວົງໂຣມານອຟຂອງຣັດເຊຍທີ່ຫຼົ້ມສະຫຼາຍ ເຊິ່ງສົມເດັດພະລາຊິນີ Alexandra Feodorovna ທີ່ເຄີຍຊົງໃຊ້ໃນພິທີອະພິເສກສົມລົດກັບພະເຈົ້າຊານິໂຄລັດທີ 2 ໃນປີ ຄ.ສ. 1894.

ການເລືອກໃຊ້ມຸງກຸດທີ່ມີຄວາມໝາຍທາງປະຫວັດສາດນີ້ ຖືເປັນກົນລະຍຸດອັນສະຫຼາດໃນການສ້າງຄວາມໜ້າເຊື່ອຖືໃຫ້ກັບເວທີປະກວດໃໝ່.

2. The Christiane Martell Crown (1953).

ໃນປີ 1953, ເວທີກໍໄດ້ປ່ຽນໄປໃຊ້ ‘ມຸງກຸດຄຣິດສະຕຽນ ມາແຕລ (The Christiane Martell Crown)’ ເຊິ່ງເປັນທີ່ຮູ້ຈັກກັນໃນຊື່ ‘The Metallic Bronze Crown’ ຍ້ອນເຮັດຂຶ້ນຈາກໂລຫະ ແລະ ບໍ່ມີການປະດັບດ້ວຍຄຣິສຕັລ ຫຼື ເຄື່ອງປະດັບອື່ນໆ. ດ້ວຍຮູບລັກທີ່ໂດດເດັ່ນຂອງແຜ່ນໂລຫະສີເງິນເຫຼື້ອມ, ຈຶ່ງກໍ່ໃຫ້ເກີດການປຽບທຽບໃນເຊີງວິພາກວິຈານວ່າ ຄ້າຍຄືກັບຊຸດຂອງ Wonder Woman.

ເຊິ່ງໄດ້ຖືກນຳໃຊ້ພຽງປີດຽວ ໂດຍຊື່ຂອງມຸງກຸດກໍມາຈາກຊື່ ‘Christiane Martel’ ຜູ້ຄອງມຸງກຸດທີ່ເປັນຜູ້ຊະນະການປະກວດ Miss Universe ທີ່ມາຈາກຝຣັ່ງພາຍໃນປີນັ້ນ.

ການປ່ຽນຈາກມົງກຸດເພັດຂອງລາຊະວົງທີ່ຫູຫລາ ມາສູ່ດີໄຊນ໌ທີ່ລຽບງ່າຍເຊີງໂຄງສ້າງນີ້, ສະທ້ອນໃຫ້ເຫັນເຖິງຄວາມພະຍາຍາມຂອງອົງກອນ ໃນການທົດລອງສ້າງເອກະລັກສະເພາະຕົວຂອງຕົນເອງໃນໄລຍະເລີ່ມຕົ້ນ.”

3. Star of the Universe Crown (1954–1960).

ໄລຍະເວລາ 7 ປີ ຕັ້ງແຕ່ປີ 1954 ເຖິງ 1960 ເວທີໄດ້ສ້າງມົງກຸດທີ່ມີເອກະລັກສະເພາະຕົວທີ່ເອີ້ນວ່າ ‘Star of the Universe Crown’.

ອ່ານຕື່ມ:  ບັອບບີ້ ຈາກ Content Creator ສາຍຄວາມຮູ້ສູ່ຜູ້ເຂົ້າປະກວດ Mister Universe Laos 2025

ມົງກຸດນີ້ຂຶ້ນໂຕເຮືອນຈາກຄຳ ແລະ ແພລັດຕິນຳ (Platinum), ປະດັບດ້ວຍໄຂ່ມຸກປະມານ 1,000 ເມັດ ລວມທັງຈີ້ໄຂ່ມຸກດຳຊົງຢົດນ້ຳຢູ່ເຄິ່ງກາງ. ຈຸດເດັ່ນທີ່ສຸດຄືຮູບດາວທີ່ຢູ່ດ້ານເທິງສຸດຂອງມຸງກຸດ ເຊິ່ງເປັນທີ່ມາຂອງຊື່ມຸງກຸດນີ້.

ມົງກຸດນີ້ມີນ້ຳໜັກຂ້ອນຂ້າງເບົາ ຕ່າງຈາກມົງກຸດກ່ອນໜ້ານີ້ທີ່ມີນ້ຳໜັກຫຼາຍເກີນໄປ ແລະ ບໍ່ສະດວກສະບາຍຕໍ່ຜູ້ສວມໃສ່. ໃນຊ່ວງການໃຊ້ງານມຸງກຸດນີ້, ກອງປະກວດໄດ້ກຳນົດກົດລະບຽບໃໝ່ວ່າ ຜູ້ຊະນະບໍ່ສາມາດຄອບຄອງມຸງກຸດໄດ້ຕະຫຼອດໄປ ຄືກັບສອງປີທຳອິດທີ່ຜ່ານມາ.

ໂດຍນາງງາມຄົນທຳອິດທີ່ໄດ້ຄອງມົງກຸດນີ້ແມ່ນ ‘Miriam Stevenson’ ຈາກສະຫະລັດອາເມຣິກາ.


4. The Lady Rhinestone Crown (1961–1962) .

ມຸງກຸດຖັດມາຖືກໃຊ້ໃນການປະກວດພຽງສອງປີ ແລະ ເປັນທີ່ຮູ້ຈັກກັນໃນຊື່ ‘The Lady Rhinestone Crown’ ຫຼື ມົງກຸດສະຫຼອງຄົບຮອບ 10 ປີ.

ໂຕເຮືອນເຮັດຈາກຄຳຂາວ ແລະ ປະດັບດ້ວຍ ‘ເພັດທຽມ (Rhinestones)’ ໂດຍມີດາວຫ້າແສກໂດດເດັ່ນຢູ່ດ້ານເທິງ. ຜູ້ຄອງມົງກຸດໃນປີ 1961 ໄດ້ແກ່ ‘Marlene Schmidt’ ຈາກເຢຍລະມັນ ແລະ ໃນປີຖັດມາ (1962) ແມ່ນ ‘Norma Nolan’ ຈາກອາເຈນຕິນາ.

ການປ່ຽນຜ່ານໃນທົດສະວັດທຳອິດນີ້ ສະທ້ອນໃຫ້ເຫັນເຖິງຄວາມພະຍາຍາມໃນການຫຼຸດພົ້ນຈາກການເພິ່ງພາເຄື່ອງປະດັບທາງປະຫວັດສາດ ແລະ ການກ້າວໄປສູ່ການສ້າງແບຣນທີ່ມີເອກະລັກຂອງຕົນເອງເຊິ່ງເປັນຈຸດເລີ່ມຕົ້ນທີ່ນຳໄປສູ່ຍຸກທີ່ໝັ້ນຄົງທີ່ສຸດຂອງມຸງກຸດນາງງາມຈັກກະວານ.


👑 The Chandelier Crown – 4 ທົດສະວັດແຫ່ງຄວາມງາມຄລາສສິກ

5. The Sarah Coventry Crown (1963–1973)

ສຳລັບການປະກວດນາງງາມຈັກກະວານ, ມຸງກຸດທີ່ສ້າງຄວາມໝັ້ນຄົງ ແລະ ເປັນສັນຍະລັກແຫ່ງຄວາມສະຫງ່າງາມລະດັບໂລກຄື ‘Sarah Coventry Crown’ ໃນຖານະມຸງກຸດທີ່ຖືກໃຊ້ງານຍາວນານທີ່ສຸດໃນປະຫວັດສາດຂອງການປະກວດ.

ມຸງກຸດນີ້ອອກແບບໂດຍ ‘Sarah Coventry’ ແບຣນຜູ້ຜະລິດເຄື່ອງປະດັບທີ່ມີຊື່ສຽງຈາກສະຫະລັດອາເມຣິກາ ແລະ ຖືກໃຊ້ງານຢ່າງຕໍ່ເນື່ອງເປັນເວລາເກືອບ 40 ປີ, ຖືເປັນເຄື່ອງບົ່ງບອກເຖິງຄວາມສຳເລັດທີ່ສຳຄັນໃນການສ້າງພາບລັກທີ່ໝັ້ນຄົງ ແລະ ເປັນທີ່ຈົດຈຳຂອງແບຣນນາງງາມຈັກກະວານໃນທົ່ວໂລກ.

ໃນຊ່ວງເວລານີ້, ອົງກອນສາມາດກຳນົດມາດຕະຖານຄວາມງາມ ແລະ ຄວາມສະຫງ່າງາມແບບຄລາສສິກໄດ້ ໂດຍບໍ່ຈຳເປັນຕ້ອງປ່ຽນແປງຕາມກະແສ.

ມຸງກຸດນີ້ມີການອອກແບບທີ່ຄລາສສິກ ແລະ ງົດງາມ, ໂດດເດັ່ນດ້ວຍລວດລາຍ ແລະ ສັນຍະລັກຂອງ ‘ຜູ້ຍິງຖືໄມ້ຄະທາ’ ຢູ່ບໍລິເວນເຄິ່ງກາງ, ປະກອບກັບຊຸ້ມໂຄ້ງ ແລະ ລວດລາຍທີ່ເປັນເອກະລັກ ຈົນໄດ້ສາຍາວ່າ ‘The Queen’s Crown’ ໃນຊ່ວງ 10 ປີທຳອິດຂອງການໃຊ້ງານ.


6. The Chandelier Crown (1974–2001)

ຕໍ່ມາມີການປ່ຽນແປງຜູ້ຜະລິດ ແຕ່ດີໄຊນ໌ຫຼັກກໍຍັງຄົງໄດ້ຮັບການຍົກຍ້ອງ ແລະ ຄົງຢູ່, ເຮັດໃຫ້ມົງກຸດນີ້ໄດ້ຮັບສາຍານາມໃໝ່ວ່າ ‘The Chandelier Crown’.

ການປ່ຽນແປງນີ້ມີທີ່ມາຈາກອົງກອນໄດ້ມີການປັບປຸງມົງກຸດ ເພື່ອໃຫ້ສາມາດປັບຂະໜາດໄດ້ ໃຫ້ເຂົ້າກັບຂະໜາດຂອງຫົວທີ່ແຕກຕ່າງກັນຂອງຜູ້ຊະນະແຕ່ລະຄົນ, ສະແດງໃຫ້ເຫັນເຖິງການປະສົມປະສານຄວາມສະຫງ່າງາມຂອງສັນຍະລັກອົງກອນ ເຂົ້າກັບຄວາມສະດວກສະບາຍໃນການໃຊ້ງານ ເຊິ່ງເປັນການແກ້ໄຂບັນຫາຂອງມົງກຸດຂະໜາດໃຫຍ່ທີ່ມັກພົບເຫັນໄດ້. 

ນາງງາມທີ່ໄດ້ສວມມົງກຸດນີ້ຄົນທຳອິດ ໄດ້ແກ່ ນາງງາມຈັກກະວານ ປີ 1963 ຢ່າງ ‘Iêda Maria Vargas’ ຈາກບຣາຊິລ 


👑 The Millennium Shift – ທິດທາງໃໝ່ຂອງສະຫັດສະວັດ

ຫຼັງຈາກໃຊ້ງານມຸງກຸດຄລາສສິກມາຢ່າງຍາວນານ, ອົງກອນມິສຢູນິເວີສໄດ້ເຂົ້າສູ່ຍຸກທີ່ຖືກຂັບເຄື່ອນດ້ວຍສະປອນເຊີຫຼາຍຂຶ້ນ.

ອ່ານຕື່ມ:  "ຄວາມພູມໃຈເລີ່ມຈາກໂຕເຮົາ" ມິດປະຊາ ບຸດສາວົງ TOP3 MR BEAR INTERNATIONAL 2025

7. The Mikimoto Crown (2002–2007, 2017–2018)

ເລີ່ມຈາກ ‘Mikimoto Crown’ ສ້າງສັນໂດຍ ‘Mikimoto’ ຜູ້ຜະລິດເຄື່ອງປະດັບໄຂ່ມຸກຊື່ດັງຈາກຍີ່ປຸ່ນ ແລະ ຖືກໃຊ້ງານຢ່າງຍາວນານ ຕັ້ງແຕ່ປີ 2002 ເຖິງ 2007.

ແຮງບັນດານໃຈຫຼັກຂອງການອອກແບບຄື ‘ນົກຟີນິກ’ (Phoenix) ເຊິ່ງເປັນສັນຍະລັກຂອງການເກີດໃໝ່, ຄວາມເຂັ້ມແຂງ ແລະ ຄວາມງາມອັນສູງສົ່ງ. ໂຕເຮືອນເຮັດຈາກຄຳຂາວ (White Gold), ປະດັບດ້ວຍເພັດ 500 ເມັດ ລວມເກືອບ 30 ກະຣັດ ແລະ ‘ໄຂ່ມຸກອາໂກຢາ’ (Akoya Pearl) ຄຸນນະພາບສູງຈຳນວນ 120 ເມັດ.

ໂດຍສາວງາມຄົນທຳອິດທີ່ໄດ້ຄອງມຸງກຸດນີ້ຄື ‘Oxana Fedorova’ ນາງງາມຈັກກະວານຊາວຣັດເຊຍ. ມຸງກຸດນີ້ໄດ້ຖືກນຳກັບມາໃຊ້ອີກຄັ້ງໃນປີ 2017 ແລະ 2018 ສວມໂດຍນາງງາມຂວັນໃຈຈັກກະວານຢ່າງ ‘Demi-Leigh Nel-Peters’ ຈາກອາຟຣິກາໃຕ້ ແລະ ‘Catriona Gray’ ຈາກຟິລິບປິນ


8. CAO Fine Jewelry Crown (2008)

ຕົວຢ່າງທີ່ຊັດເຈນຂອງການຕະຫຼາດທີ່ຖືກຂັບເຄື່ອນດ້ວຍສະປອນເຊີຢ່າງວ່ອງໄວກໍຄືມຸງກຸດ CAO Fine Jewelry Crown ສ້າງໂດຍບໍລິສັດ CAO Fine Jewelry ເຊິ່ງເປັນບໍລິສັດອັນຍະມະນີໃນປະເທດຫວຽດນາມ.

ມົງກຸດນີ້ຖືກໃຊ້ງານພຽງຄັ້ງດຽວ ແລະ ສວມໃສ່ໂດຍ ‘Dayana Mendoza’ ຈາກເວເນຊູເອລາໃນປີ 2008.

ໂຕເຮືອນເຮັດຈາກຄຳຂາວ ແລະ ທອງເຫຼືອງ, ປະດັບດ້ວຍເພັດ 30 ກະຣັດ ພ້ອມດ້ວຍເພັດສີບົວ. ການປ່ຽນມຸງກຸດໄປໃນລັກສະນະນີ້ ສະແດງໃຫ້ເຫັນວ່າມຸງກຸດໄດ້ປ່ຽນສະຖານະຈາກ ‘ສັນຍະລັກອັນຖາວອນ’ ໄປສູ່ ‘ເຄື່ອງມືທາງການຕະຫຼາດ’ ທີ່ຕ້ອງປັບປ່ຽນເພື່ອຮອງຮັບສັນຍາຜູ້ສະໜັບສະໜູນລາຍໃໝ່ໆ.

9. Peace Crown by Diamond Nexus Labs (2009–2013)

 ‘ມົງກຸດສັນຕິພາບ’ ສ້າງສັນໂດຍ Diamond Nexus Labs ຖືເປັນໝຸດໝາຍສຳຄັນໃນດ້ານວັດຕະນາກຳ ໂດຍມົງກຸດນີ້ຖືກໃຊ້ງານຕັ້ງແຕ່ປີ 2009 ເຖິງ 2013.

ມຸງກຸດນີ້ໂດດເດັ່ນດ້ວຍການໃຊ້ ‘ເພັດສັງເຄາະ’ ທີ່ເປັນມິດ ແລະ ບໍ່ທຳລາຍທຳມະຊາດເກືອບ 1,400 ເມັດ ເຊິ່ງສະທ້ອນເຖິງການປັບຕົວຂອງອົງກອນໃຫ້ເຂົ້າກັບ ‘ຄວາມຍືນຍົງ’.

ການອອກແບບຍັງປະສົມປະສານປະເດັນທາງສັງຄົມຢ່າງຊັດເຈນ ດ້ວຍການປະດັບທັບທິມສີແດງ ເພື່ອສື່ເຖິງການເປັນກະບອກສຽງໃນການປ້ອງກັນການຕິດເຊື້ອ HIV ອີກດ້ວຍເຊິ່ງສອດຄ່ອງກັບຊື່ຂອງມົງກຸດ. ໂດຍມີ ‘Stefanía Fernández’ ເປັນຄົນທຳອິດທີ່ໄດ້ສວມມົງກຸດນີ້.


10. The DIC Crown (2014–2016)

ໃນຊ່ວງປີ 2014 ເຖິງ 2016 ເວທີປະກວດໄດ້ເລືອກ ‘ມົງກຸດດີໄອຊີ (DIC Crown)’ ເຊິ່ງໄດ້ຮັບແຮງບັນດານໃຈຈາກຕຶກສູງໃນມະຫານະຄອນນິວຢອກ ບ່ອນທີ່ເປັນທີ່ຕັ້ງຂອງອົງກອນມິສຢູນິເວີສໃນຂະນະນັ້ນ. 

ອ່ານຕື່ມ:  ຈາກສາລະວັນສູ່ເວທີຈັກກະວານ ພາຮູ້ຈັກ "ແດງ" ລັດຕະນາ ໝັ້ນວິໄລ Miss Universe Laos 2025

ໂດຍມີລັກສະນະເປັນແທ່ງຫຼ່ຽມໄລ່ລະດັບ ປະດັບດ້ວຍໄພລິນສີຟ້າເຂັ້ມ, ໂທພາສ (Topaz) ສີຟ້າສົດໃສ ແລະ ຄຣິສຕັລໂບຮີເມຍ. ຜູ້ທີ່ໄດ້ສວມໃສ່ເປັນຄົນທຳອິດຄື ‘Paulina Vega’ ຈາກໂຄລອມເບຍ ແລະຍັງເປັນມຸງກຸດທີ່ກາຍເປັນທີ່ຈົດຈຳຫຼາຍທີ່ສຸດ ຍ້ອນເປັນມຸງກຸດທີ່ຢູ່ໃນເວທີ ໃນເຫດການປະກາດຜົນຜູ້ຊະນະຜິດພາດໃນປີ 2015 ນັ້ນກໍຄື ‘Pia Wurtzbach’ ຈາກຟິລິບປິນ.


👑 The Next Chapter – ພະລັງຂອງຜູ້ຍິງຍຸກໃໝ່

11. Mouawad Power of Unity (2019–2021)

ຫຼັງຈາກທີ່ມຸງກຸດມິກິໂມໂຕະຖືກນຳກັບມາໃຊ້ອີກຄັ້ງໃນຊ່ວງເວລາສັ້ນໆ, ເວທີມິສຢູນິເວີສໄດ້ປະກາດຄວາມຮ່ວມມືກັບ ‘Mouawad’ ແບຣນຈິວເວລຣີ (Jewelry) ລະດັບໂລກ.

ມົງກຸດທຳອິດຄື ‘Power of Unity’ ເຊິ່ງຖືກໃຊ້ຕັ້ງແຕ່ປີ 2019 ເຖິງ 2021. ປະກອບດ້ວຍເພັດສີຂາວ ແລະ ເພັດສີທອງ ເຊິ່ງຖືກຈັດວາງໃນຮູບແບບຂອງພັນພຶກສາ ແລະ ເຄືອໄມ້ທີ່ກ່ຽວພັນກັນ ສື່ເຖິງສາຍສຳພັນຂອງຊຸມຊົນແມ່ຍິງ ແລະ ເພັດສີເຫຼືອງທອງ (Golden Canary Diamond) ທີ່ປະດັບຢູ່ເຄິ່ງກາງ ນ້ຳໜັກ 62.83 ກະຣັດ ສື່ເຖິງຄວາມເຂັ້ມແຂງພາຍໃນຂອງຜູ້ຍິງ.

ໂດຍມົງກຸດນີ້ມີຖານການຜະລິດ ແລະ ສ້າງສັນໃນປະເທດໄທ. ນາງງາມຜູ້ຄອງມຸງກຸດຄົນທຳອິດໄດ້ແກ່ ‘Zozibini Tunzi’ ຈາກອາຟຣິກາໃຕ້.


12. Mouawad Force for Good (2022–2023)

ການປ່ຽນແປງຄັ້ງຫຼ້າສຸດ ແລະ ຄັ້ງສຳຄັນທີ່ສຸດໃນປະຫວັດສາດຂອງມຸງກຸດມິສຢູນິເວີສ ເກີດຂຶ້ນພ້ອມກັບການປ່ຽນເຈົ້າຂອງອົງກອນ ໃນເດືອນຕຸລາ 2022, ນຳມາເຊິ່ງການເປີດຕົວມຸງກຸດໃໝ່ຢ່າງ ‘Mouawad Force for Good Crown’ ເຊິ່ງຖືກໃຊ້ໃນການປະກວດຄັ້ງທີ 71 ເປັນຕົ້ນມາ.

ໂດດເດັ່ນດ້ວຍການໃຊ້ ແຊັບໄຟ (Sapphire) ສີຟ້າ ແລະ ເພັດສີຂາວ, ປະດັບດ້ວຍອັນຍະມະນີລວມ 993 ເມັດ. ເຊິ່ງສີຟ້າທີ່ເຂັ້ມເລິກນີ້ ເປັນສັນຍະລັກຂອງຄວາມດີງາມທີ່ແນ່ວແນ່ ແລະ ເປັນສັນຍະລັກຂອງຄວາມຫວັງໃນອະນາຄົດທີ່ສົດໃສ, ຜະສານກັບລາຍຄື້ນທີ່ສື່ເຖິງແຮງຜັກດັນໃນການສ້າງຄວາມປ່ຽນແປງເຊີງບວກທີ່ຍືນຍົງ.

13. Jewelmer Lumière de l’Infini (2024–ປັດຈຸບັນ)

ສຳລັບມຸງກຸດປັດຈຸບັນຂອງມິສຢູນິເວີສ ໄດ້ແກ່ ‘The Jewelmer Lumière de l’Infini (ເຈເວລເມີ ລູມິແຢເດີແລງຟິນີ)’ ເຊິ່ງໝາຍເຖິງ ແສງສະຫວ່າງອັນບໍ່ມີທີ່ສິ້ນສຸດ.

ຖືກເປີດຕົວໃນປີ 2024 ໂດຍ ‘Jewelmer’ ບໍລິສັດເຄື່ອງປະດັບຈາກຟິລິບປິນ ໃນຖານະຜູ້ຊ່ຽວຊານດ້ານ ‘ໄຂ່ມຸກສີທອງທະເລໃຕ້ (Golden South Sea Pearl)’ ເຊິ່ງຖືກນຳມາໃຊ້ໃນມຸງກຸດລວມທັງໝົດ 23 ເມັດ.

ໂຕເຮືອນເປັນຄຳປະດັບເພັດ, ໃຊ້ເສັ້ນສາຍຂອງກຽວຄື້ນ ແລະ ມະຫາສະໝຸດທີ່ບິດໂຄ້ງ ແລະ ພິ້ວໄຫວ, ລວມທັງສັນຍະລັກຂອງແສງຕາເວັນ ທີ່ສະທ້ອນເຖິງຄວາມເຊື່ອມໂຍງອັນເປັນນິລັນດອນຂອງຈັກກະວານ ແລະ ຊີວິດ. ພວກເຮົາໄດ້ເຫັນມຸງກຸດນີ້ຄັ້ງທຳອິດພ້ອມກັບ ‘Victoria Kjær Theilvig’ ຈາກເດນມາກ ລວມທັງນາງງາມຈັກກະວານຄົນຫຼ້າສຸດຢ່າງ ‘Fátima Bosch’ ຈາກເມັກຊິໂກນັ້ນເອງ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.