ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips ແຟນເກົ່າໄປຄົບກັບໝູ່ເຮົາ ຕ້ອງເຮັດແນວໃດ? ຮູ້ຮັບມືຄວາມອຶດອັດໃຈກັບສະຖານະການທີ່ຊັບຊ້ອນ
Muan RelationTips

ແຟນເກົ່າໄປຄົບກັບໝູ່ເຮົາ ຕ້ອງເຮັດແນວໃດ? ຮູ້ຮັບມືຄວາມອຶດອັດໃຈກັບສະຖານະການທີ່ຊັບຊ້ອນ

ເຮັດແນວໃດດີ ເມື່ອແຟນເກົ່າໄປຄົບກັບໝູ່ເຮົາ ຊວນຈັດການກັບຄວາມຮູ້ສຶກທີ່ຊັບຊ້ອນ ແລະ ວິທີຈັດການຄວາມສຳພັນໃນສະຖານະການທີ່ອ່ອນໄຫວ ເພື່ອຮຽນຮູ້ການຮັບມືກັບຄວາມຮູ້ສຶກ ແລະ ການຮັກສາມິດຕະພາບ.

ແບ່ງປັນ
Getting your Trinity Audio player ready...

ເມື່ອໝູ່ບອກວ່າຈະນຳແຟນໃໝ່ມາໃຫ້ຮູ້ຈັກ ມັນກໍເປັນເລື່ອງທີ່ໃຜໆກໍຕ້ອງຮູ້ສຶກຍິນດີແນ່ນອນແມ່ນບໍ? ແຕ່ພໍໄດ້ເຫັນໜ້າແຟນໝູ່ເທົ່ານັ້ນແຫຼະ ຈາກຄວາມຍິນດີກໍກາຍເປັນຄວາມຮູ້ສຶກອຶດອັດໃຈເຂົ້າມາແທນ ເພາະແຟນໃໝ່ໝູ່ໜ້າຄຸ້ນໆຄືແຟນເກົ່າເຮົາເລີຍ (ກໍແຟນເກົ່າແທ້ໆນັ້ນແຫຼະ). ເລື່ອງແບບນີ້ມັນກໍຈະອອກໄປຄືໃນລະຄອນທີ່ເຮົາເບິ່ງແດ່ເນາະທຸກຄົນ ແຕ່ບໍ່ແມ່ນວ່າໃນຊີວິດຈິງຈະບໍ່ມີເຫດການແບບນີ້ເລີຍເດີ ແລະ ເຮົາກໍມັກຈະໄດ້ຍິນເລື່ອງແບບນີ້ເກີດຂຶ້ນກັບຄົນຢູ່ອ້ອມຂ້າງເຮົາສະເໝີ.

ເລື່ອງລາວທຸກຢ່າງທີ່ເກີດຂຶ້ນລ້ວນແລ້ວແຕ່ມີທີ່ມາທີ່ໄປ ຖ້າຫາກທຸກຄົນເຄີຍພົບເຫດການແບບນີ້ດ້ວຍຕົນເອງ ຫຼື ໄດ້ຍິນເລື່ອງຄວາມສຳພັນລະຫວ່າງ ເຮົາ-ໝູ່-ແຟນເກົ່າ ແມ່ນຕ້ອງພະຍາຍາມຫຼີກລ້ຽງໄວ້ເລີຍ ເພາະຖ້າເຮົາໄດ້ຕົກຢູ່ໃນສະຖານະການນັ້ນແລ້ວມັນຈະວຸ່ນວາຍກັນແບບສຸດໆ.

ແຕ່ຖ້າຫຼີກລ້ຽງບໍ່ໄດ້ ກໍຕ້ອງໄດ້ປະເຊີນໜ້າກັບເຫດການທີ່ເກີດຂຶ້ນ ເຖິງວ່າເລື່ອງລາວຂອງເຮົາ ແລະ ແຟນເກົ່າຈະຈົບກັນໄປດົນແລ້ວກໍຕາມ, ລອງທຳຄວາມເຂົ້າໃຈກ່ອນວ່າເລື່ອງຄວາມຮັກມັນຫ້າມກັນບໍ່ໄດ້ຢູ່ແລ້ວ ມັນເປັນເລື່ອງທີ່ອະທິບາຍໄດ້ຍາກຫຼາຍ ແຕ່ເລື່ອງຄວາມສຳພັນແບບນີ້ກໍເປັນເລື່ອງທີ່ອ່ອນໄຫວຫຼາຍໃນສັງຄົມ, ອາດຈະເກີດມີສຽງຊຸບຊິບນິນທາຂຶ້ນມາ ແລະ ສົ່ງຜົນກະທົບໃນດ້ານທີ່ບໍ່ດີຈົນເຮັດໃຫ້ເຮົາກັບໝູ່ຜິດໃຈກັນໄດ້.

ໃຜທີ່ກຳລັງກັງວົນເລື່ອງນີ້ ເພາະບໍ່ຢາກມີບັນຫາກັບໝູ່ ແລະ ຍັງຕ້ອງການຮັກສາຄວາມສຳພັນທີ່ດີໄວ້, ພວກເຮົາມາຫາທາງອອກກັນດີກວ່າຈະມີວິທີໃດແດ່ໃນການຈັດການກັບຄວາມຮູ້ສຶກທີ່ຊັບຊ້ອນ ໃນສະຖານະການທີ່ອ່ອນໄຫວ ເພື່ອຮຽນຮູ້ການຮັບມືກັບຄວາມຮູ້ສຶກ ແລະ ການຮັກສາມິດຕະພາບຄວາມສຳພັນບໍ່ໃຫ້ເຮົາກັບໝູ່ເກີດຄວາມບາດໝາງກັນໄດ້ໃນອະນາຄົດຈາກເຫດການນີ້.

ວິທີຮັບມືກັບສະຖານະການ ເມື່ອແຟນເກົ່າເຮົາໄປຄົບກັບໝູ່

1. ຈັດການຄວາມຮູ້ສຶກຂອງຕົນເອງກ່ອນ

ເມື່ອຮູ້ຂ່າວອາດຈະຮູ້ສຶກຕົກໃຈ ຫຼື ອຶດອັດໃຈ ແຕ່ສິ່ງສຳຄັນທີ່ສຸດແມ່ນໃຫ້ເວລາຕົນເອງໄດ້ຮັບມືກັບຄວາມຮູ້ສຶກເຫຼົ່ານັ້ນກ່ອນ, ຢ່າຟ້າວຕັດສິນໃຈ ຫຼື ເວົ້າສິ່ງໃດອອກໄປໃນຂະນະທີ່ເຮົາຍັງສັບສົນ.

2. ລົມກັບໝູ່ຢ່າງເປີດໃຈ

ລົມກັບໝູ່ຂອງເຮົາຢ່າງກົງໄປກົງມາດ້ວຍເຫດຜົນ, ບອກຄວາມຮູ້ສຶກຂອງເຮົາດ້ວຍຄວາມຈິງໃຈ ແລະ ຕັ້ງໃຈຟັງເຫດຜົນຂອງລາວ.

3. ສ້າງຂອບເຂດ (Boundary) ທີ່ຊັດເຈນ

ເພື່ອຫຼີກລ້ຽງຄວາມອຶດອັດໃຈຄວນສ້າງຂອບເຂດທີ່ຊັດເຈນ, ຫຼີກລ້ຽງການເຂົ້າໄປແຊກແຊງຄວາມສຳພັນ, ຢ່າເວົ້າເຖິງເລື່ອງໃນອະດີດ, ບໍ່ຕ້ອງຮູ້ທຸກເລື່ອງຂອງພວກເຂົາ ແລະ ບໍ່ຕ້ອງພະຍາຍາມຢູ່ຮ່ວມກັນຕະຫຼອດເວລາ.

4. ຢ່າເວົ້າຮ້າຍ ຫຼື ນິນທາ

ການເວົ້າເລື່ອງບໍ່ດີກ່ຽວກັບແຟນເກົ່າໃຫ້ໝູ່ຟັງ ເພາະຈະເຮັດໃຫ້ເຮົາເບິ່ງບໍ່ດີ ແລະ ເຮັດໃຫ້ເກີດບັນຫາຮ້າຍແຮງຂຶ້ນ, ໃຫ້ລະວັງວ່າການກະທຳທີ່ເຮົາຈະສະແດງອອກໄປ ຖ້າເຮົາຕ້ອງການຮັກສາມິດຕະພາບໃຫ້ຍອມຮັບ ແລະ ເຄົາລົບການຕັດສິນໃຈຂອງໝູ່.

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ຮັກແນວໃດ? ຍິ່ງເຂົ້າໃກ້ຍິ່ງຖອຍຫ່າງ ສຳຫຼວດຄວາມສຳພັນວ່າເຮົາແມ່ນ Avoidant ຫຼືບໍ່?

ຮູບແບບຄວາມສຳພັນແບບ "Avoidant ຫຼື ການຫຼີກໜີອາລົມຄວາມໃກ້ຊິດ" ຈະມີອາການທີ່ຕິດຢູ່ເລີກພາຍໃນຈິດໃຈທີ່ຫຼາຍຄົນບໍ່ຮູ້, ບໍ່ແມ່ນວ່າບໍ່ຮັກ ແຕ່ສະແດງອອກບໍ່ເປັນ ແລະ ມີຢ້ານຄວາມໃກ້ຊິດທີ່ມັນເລີກເຊິ່ງຈົນຂາດມັນບໍ່ໄດ້ ເລີຍເຮັດໃຫ້ເກີດຄວາມຮູ້ສຶກບໍ່ປອດໄພໃນຄວາມສຳພັນ, ຢ້ານເສຍຄວາມເປັນໂຕເອງ, ຫວງພື້ນທີ່ສ່ວນໂຕ...

ສະຫຼຸບປີ-ສະຫຼຸບໃຈ ຊວນທົບທວນໂຕເອງ ເພື່ອ Reset ໃຈກຽມອອກເດີນທາງໃນປີຕໍ່ໄປ

ເດືອນທັນວາ ເປັນເວລາທີ່ດີໃນການຄິດທົບທວນຄວາມຮູ້ສຶກ, ການສະຫຼຸບ ແລະ ການຕັ້ງເປົ້າໝາຍໃໝ່ ທີ່ອີງຕາມທິດສະດີຂອງເວລາປ່ຽນຜ່ານແນວຄິດ December Theory.

ຮູ້ສຶກກຳລັງຈະຖືກບອກເລີກ? ຄົນຮັກມິດໃສ່ເຮັດຄືເຮົາບໍ່ມີໂຕຕົນ ພຶດຕິກຳຄົນມີຄູ່ທີ່ຈະທຳຮ້າຍຄວາມສຳພັນ

Stonewalling Relationship ມັນຈະສົ່ງຜົນກະທົບຕໍ່ຄົນຄູ່ຮັກ ຫຼື ເປັນການທຳຮ້າຍຄວາມສຳພັນແບບເຮື້ອຮັງ ເຮັດໃຫ້ອີກຝ່າຍຮູ້ສຶກໂດດດ່ຽວ-ນ້ອຍໃຈ, ຄວາມໄວ້ໃຈທີ່ມີຫຼຸດລົງ ຫຼື ເຮັດໃຫ້ເກີດມີຊ່ອງວ່າງ.

ອົກຫັກທັງທີ່ບໍ່ເຄີຍເປັນແຟນ! 4 ບົດຮຽນຄວາມສຳພັນຈາກເພງ “ເສຍໃຈ (ໃຈເສຍໄປ)” ຂອງ Aluna ເຈິແບບນີ້ຈະເຮັດແນວໃດດີ?

ເພງ “ເສຍໃຈ” ຂອງ Aluna ບໍ່ໄດ້ເປັນພຽງແຕ່ເລື່ອງອົກຫັກ ແຕ່ເປັນການສະທ້ອນຄວາມເຈັບຈາກ Situationship ແລະ Ghosting ທີ່ບໍ່ມີຄຳຕອບ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.