ໜ້າຫຼັກ The Crown Exclusive “ເມລີ້” ນາງແບບຈາກລາວ ຜູ້ພ້ອມທີ່ຈະພາໂຕເອງໄປສູ່ອີກລະດັບໃນ The Face Thailand Season 6
The Crown ExclusiveUncategorized

“ເມລີ້” ນາງແບບຈາກລາວ ຜູ້ພ້ອມທີ່ຈະພາໂຕເອງໄປສູ່ອີກລະດັບໃນ The Face Thailand Season 6

ເມລີ້ ນາງແບບຈາກລາວ ຜູ້ທີ່ເປັນໜຶ່ງໃນ 500 ຄົນ ກ້າວເຂົ້າສູ່ The Face Thailand Season 6 ດ້ວຍຄວາມຝັນທີ່ຍິ່ງໃຫຍ່ ແລະ ຄວາມສາມາດຮອບດ້ານ.

ແບ່ງປັນ
Getting your Trinity Audio player ready...

ໃນຂະນະທີ່ເພຈຫຼັກຂອງລາຍການ The Face Thailand ປະກາດລາຍຊື່ຜູ້ຜ່ານເຂົ້າຮອບ 500 ຄົນສຸດທ້າຍ ໃນຮອບອອບລາຍອໍດິຊັນ , ມີສາວນ້ອຍຄົນໜຶ່ງຈາກລາວທີ່ພ້ອມຈະສ້າງປະຫວັດສາດໃໝ່ໜ້າໃໝ່ໃຫ້ກັບໂຕເອງ.

ເມລີ້ – ຄຳມະນີ ໄຊຍະມຸງຄຸນ, ສາວລາວໄວ 18 ປີ ຜູ້ມີຄວາມຝັນອັນຍິ່ງໃຫຍ່ທີ່ຈະກ້າວຂຶ້ນເປັນນາງແບບມືອາຊີບໃນວົງການສາກົນ.

ລາວບໍ່ພຽງແຕ່ເດີນທາງມາດ້ວຍຄວາມງາມທາງຮ່າງກາຍ, ແຕ່ຍັງມາພ້ອມກັບຄວາມສາມາດຮອບດ້ານ—ຈາກການເດີນແບບ, ການສະແດງ ໄປຈົນຮອດການຮ້ອງເພງ.

ຕອນນີ້, ລາວໄດ້ກ້າວໄປອີກບາດໜຶ່ງດ້ວຍການຜ່ານການອໍດິຊັນຮອບອອນລາຍ ແລະ ກາຍເປັນໜຶ່ງໃນ 500 ຄົນທີ່ໄດ້ເຂົ້າຮອບອໍດິຊັນອອບລາຍໃນລາຍການ The Face Thailand Season 6.

ນີ້ຄືເວທີທີ່ອາດເປັນຈຸດເລີ່ມຕົ້ນຂອງຄວາມສຳເລັດທີ່ໃຫຍ່ກວ່າຂອງລາວ.

ຄວາມຝັນທີ່ຖືກຂັບເຄື່ອນດ້ວຍຄວາມພະຍາຍາມ

ເມລີ້ບໍ່ເຄີຍເຊື່ອວ່າຕົນເອງມີ “ພອນສະຫວັນ” ຕັ້ງແຕ່ເກີດ. ສຳລັບລາວ, ທຸກບາດກ້າວແມ່ນຜົນມາຈາກການຝຶກຝົນ ແລະ ຄວາມມຸ່ງໝັ້ນຂອງຕົນເອງ.

“ຂ້ອຍຕ້ອງພະຍາຍາມໃຫ້ຫຼາຍກວ່າຄົນອື່ນ,” ລາວເວົ້າກັບທີມງານມ່ວນເມື່ອປີກ່ອນ (2024) ດ້ວຍຮອຍຍິ້ມທີ່ເຕັມໄປດ້ວຍຄວາມມຸ່ງໝັ້ນ.

ໃນເວລາວ່າງ, ລາວມັກຝຶກຊ້ອມການເດີນແບບ, ດື່ມດ່ຳກັບດົນຕີ, ຊົມຮູບເງົາ, ຫຼື ຈົມຢູ່ກັບປຶ້ມຈິດຕະວິທະຍາທີ່ຊ່ວຍໃຫ້ລາວເຂົ້າໃຈມະນຸດ ແລະ ປັບຕົວເຂົ້າກັບທຸກສະຖານະການ. ທັກສະເຫຼົ່ານີ້ບໍ່ພຽງແຕ່ເຮັດໃຫ້ລາວເປັນນາງແບບທີ່ໂດດເດັ່ນ, ແຕ່ຍັງເປັນນັກສະແດງທີ່ມີຄວາມສາມາດ.

ປະສົບການທີ່ສ້າງຊື່ສຽງ

ເມລີ້ບໍ່ແມ່ນໜ້າໃໝ່ໃນວົງການບັນເທີງລາວ. ລາວເຄີຍສ່ອງແສງມາແລ້ວໃນງານ WOW Fashion Show, ເດີນສະແດງຄວາມງາມຂອງວັດທະນະທຳລາວໃນເທສະການອາຫານລາວ ແລະ ຍັງໄດ້ສະແດງຄວາມສາມາດດ້ານການສະແດງໃນຊີຣີສ໌ລາວ ຕ່າງເສັ້ນທາງ, ບ່ອນທີ່ນັກສະແດງໄວຮຸ່ນໃໝ່ມາລວມຕົວກັນ. ຫຼ້າສຸດກໍເປັນໜຶ່ງໃນຜູ້ເຂົ້າແຂ່ງຂັນ FACE of LAOS 2024 ທີ່ຄົ້ນຫາສຸດຍອດນາຍແບບ-ນາງແບບຂອງລາວ ເພື່ອໄປແຂ່ງຂັນຕໍ່ຢູ່ເກົາຫຼີໃຕ້. ທຸກປະສົບການເຫຼົ່ານີ້ຄືບາດກ້າວທີ່ພາໃຫ້ລາວກ້າວໄປສູ່ເວທີໃຫຍ່ກວ່າເກົ່າ.

ນາງແບບໃນມຸມມອງຂອງເມລີ້

ສຳລັບເມລີ້, ຄຳວ່າ “ນາງແບບ” ບໍ່ແມ່ນພຽງແຕ່ຄົນທີ່ສວຍງາມ ຫຼື ຍ່າງເທິງຣັນເວຢ່າງສະຫງ່າງາມ. ລາວປຽບທຽບ ນາງແບບ ເໝືອນ “ໄມ້ແຂວນເສື້ອ” ທີ່ເຂົ້າໄດ້ກັບທຸກຊຸດ, ດຶງດູດທຸກສາຍຕາ ແລະ ເຮັດໃຫ້ສິນຄ້າ ຫຼື ເສື້ອຜ້າມີຊີວິດຊີວາ.

ອ່ານຕື່ມ:  ພາຮູ້ຈັກ ຄິງຄ໋ອງ ລັດທະກອນ ຈາກໜຸ່ມລັດຖະກອນສຸດຫຼໍ່ສູ່ສູ່ເສັ້ນທາງນາຍແບບ

“ໂລກຍັງຕ້ອງການນາງແບບຢູ່ສະເໝີ, ເພາະພວກເຮົາສາມາດເຮັດໃຫ້ສິນຄ້າເບິ່ງໜ້າສົນໃຈ ແລະ ຮູ້ສຶກຢາກໃສ່,” ລາວກ່າວຢ່າງໝັ້ນໃຈ.

ແຮງບັນດານໃຈຈາກແພນເຄັກ

ແຮງບັນດານໃຈຂອງເມລີ້ມາຈາກນາງແບບໄທຊື່ດັງ ແພນເຄັກ – ເຂມະນິດ ຈາມິກອນ, ຜູ້ທີ່ມີຄວາມໂດດເດັ່ນໃນວົງການນາງແບບ ແລະ ມີຄວາມເຂົ້າໃຈເລິກຊຶ້ງໃນການເດີນແບບ ລວມທັງເປັນດາລາຊື່ດັງ.

“ຂ້ອຍມັກຄວາມເປັນມືອາຊີບຂອງແພນເຄັກ. ລາວຄືແຮງຊຸກຍູ້ໃຫ້ຂ້ອຍຢາກເປັນນາງແບບທີ່ດີເລີດແບບລາວ,” ເມລີ້ເວົ້າດ້ວຍສາຍຕາທີ່ເຕັມໄປດ້ວຍຄວາມມຸ່ງຫວັງ.

ກ້າວຕໍ່ໄປສູ່ The Face Thailand Season 6

ການທີ່ເມລີ້ຜ່ານການອໍດິຊັນອອນລາຍ ແລະ ກາຍເປັນໜຶ່ງໃນ 500 ຄົນທີ່ໄດ້ເຂົ້າຮອບອໍດິຊັນອອບລາຍຂອງ The Face Thailand Season 6 ບໍ່ແມ່ນເລື່ອງບັງເອີນ. ມັນເປັນຜົນມາຈາກການພັດທະນາຕົນເອງຢ່າງບໍ່ຢຸດຢັ້ງ, ຄວາມຕັ້ງໃຈ ແລະ ຄວາມພະຍາຍາມທີ່ຈະເປັນນາງແບບທີ່ “ບໍ່ມີຂໍ້ຜິດພາດ.” ລາວພ້ອມທີ່ຈະປັບຕົວເຂົ້າກັບທຸກສະຖານະການ ແລະ ສະແດງໃຫ້ເຫັນວ່າສາວລາວຄົນນີ້ມີທ່າແຮງທີ່ຈະເຮັດໄດ້ຫຼາຍກວ່າຂີດຈຳກັດຂອງຕົນເອງ.

ສິ່ງທີ່ຈະເກີດຂຶ້ນຕໍ່ໄປ

ດ້ວຍຄວາມສາມາດ ແລະ ຄວາມມຸ່ງມາດປາດຖະໜາຂອງເມລີ້, ພວກເຮົາຕ່າງກໍລໍຖ້າເບິ່ງວ່າລາວຈະສ້າງຄວາມປະທັບໃຈແນວໃດແດ່ໃນເວທີ The Face Thailand Season 6. ບໍ່ວ່າຜົນແມ່ນຈະອອກມາເປັນແນວໃດ, ສິ່ງໜຶ່ງທີ່ແນ່ນອນແມ່ນ ເມລີ້ – ຄຳມະນີ ໄຊຍະມຸງຄຸນ ຄືຊື່ທີ່ຈະຖືກຈາລຶກໄວ້ໃນວົງການນາງແບບຂອງລາວ. ມາຮ່ວມກັນເປັນກຳລັງໃຈໃຫ້ສາວລາວຄົນນີ້ສ່ອງແສງຢູ່ເທິງເສັ້ນທາງທີ່ລາວໄຝ່ຝັນນຳກັນເດີ້!

ຕິດຕາມຄວາມຄືບໜ້າຂອງເມລີ້ໄດ້ທີ່ muan.space ແລະ ຊ່ອງທາງໂຊຊຽວມີເດຍຂອງລາວ!

Facebook: Mary Xymk 

ຂຽນໂດຍ
Chanthasone Insixiangmai - Editor-in-Chief

ຄອນເທັນຄຣີເອເຕີທີ່ເລີ່ມຈາກການຂຽນເນື້ອຫາກ່ຽວກັບ Tech ກ່ອນຈະຫຍັບມາຂຽນກ່ຽວກັບເລື່ອງວົງການບັນເທີງ ແລ້ວສຸດທ້າຍຂຽນມັນໄປທຸກຢ່າງ ຈົນກາຍເປັນຜູ້ຄຸມຄຸນນະພາບຂອງເນື້ອຫາທັງໝົດໃນ Muan (ຖ້າມີບ່ອນໃດຜິດ ນັ້ນແມ່ນຄວາມຜິດຂ້ອຍທີ່ເບິ່ງບໍ່ທົ່ວ 55). ມັກເອົາເລື່ອງຕ່າງໆທີ່ພົບໃນຊີວິດປະຈຳວັນມາເລົ່າຕໍ່ເພື່ອໃຫ້ເຂົ້າກັບ ມ່ວນ, ກົງກັບຄວາມສົນໃຈຂອງຜູ້ອ່ານ ແລະ ເຂົ້າໃຈງ່າຍ. ມັກຖ່າຍຮູບ ແລະ Pop Culture.

ບົດຄວາມທີ່ກ່ຽວຂ້ອງ

ຖ້າຮູ້ສຶກຢ່າລີລາຫຼາຍດຽວເຂົາບໍ່ຖ້າ ເພງຂອງຄົນຂີ້ອາຍ Oh why ບໍ່ຕ້ອງລີລາ ຈາກ Imel

Oh why (ບໍ່ຕ້ອງລີລາ) ແມ່ນເພງທີ່ສອງຂອງ Imel ແລະ ຍັງເປັນເພງທີ່ມີເລື່ອງລາວທີ່ເຊື່ອມໂຍງມາຈາກເພງ Trust issues (ຄອຍຖາມ) ທີ່ເປັນເພງທຳອິດຂອງລາວ. ເພື່ອບອກຄວາມຮູ້ສຶກເຖິງຄົນໆໜຶ່ງທີ່ເຮົາເອງເບິ່ງອອກວ່າກຳລັງມີຄວາມຮູ້ສຶກໃຫ້ກັນ.

Meet Dias Paragon: The Journey to Finding His Way in Laos

From the wide-open steppes of Kazakhstan to the vibrant streets of Vientiane,...

URBOYTJ ດຶງ SARAN ຮ່ວມ Feat. ສົ່ງເພງ “ຍິ່ງຮູ້ຍິ່ງໂງ່ (dumbass)” ພາແຟນໆກ້າວຂ້າມຄວາມເຈັບປວດຂອງການເຕີບໃຫຍ່

URBOYTJ ກັບ SARAN ປ່ອຍເພງ “ຍິ່ງຮູ້ຍິ່ງໂງ່” ທີ່ສະທ້ອນຄວາມເຈັບປວດ ແລະ ຄວາມຈິງຂອງການເຕີບໃຫຍ່ ຜ່ານ Flow ແບບ Old...

ຄ້າຍໆວ່າຈະຮັກ ແຕ່ອາດຈະຍັງນະ! ຟັງເພງ “ເສຍໃຈ” ຈາກ ອາລູນ້າ

ອາລູນ້າ ປ່ອຍ “ເສຍໃຈ” ເພງ Funky Pop ກິ່ນອາຍ '80 ສະທ້ອນຄວາມຮູ້ສຶກຂອງຄົນທີ່ເກືອບຈະຖືກຮັກ ແຕ່ສຸດທ້າຍໄດ້ພຽງຄວາມວ່າງເປົ່າ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.