ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips Manifest Energy ປ່ຽນຕົວເອງໃຫ້ດີຂຶ້ນໃນ 21 ມື້ ລອງໃຊ້ທິດສະດີກົດຂອງແຮງດຶງດູດສິ່ງດີໆເຂົ້າມາໃນຊີວິດ
Muan RelationTips

Manifest Energy ປ່ຽນຕົວເອງໃຫ້ດີຂຶ້ນໃນ 21 ມື້ ລອງໃຊ້ທິດສະດີກົດຂອງແຮງດຶງດູດສິ່ງດີໆເຂົ້າມາໃນຊີວິດ

ແບ່ງປັນ

ເຫຼືອເວລາອີກພຽງແຕ່ໜຶ່ງເດືອນກໍຈະກ້າວເຂົ້າສູ່ປີ 2025 ແລ້ວ, ມັນຄືໄວແທ້ທຸກຄົນວ່າບໍ? ໃຜທີ່ຮູ້ສຶກວ່າກຳລັງຢາກປ່ຽນແປງຕົວເອງໃຫ້ເປັນຄົນທີ່ດູດີຂຶ້ນຕ້ອງລອງເບິ່ງວິທີນີ້ເລີຍ Manifest Energy ຕົວເອງໃຫ້ດີຂຶ້ນພາຍໃນ 21 ມື້. ກ່ອນທີ່ຈະໄປອ່ານສິ່ງທີ່ມ່ວນໄດ້ນຳມາແຊຣ໌ບອກນັ້ນ. ມ່ວນຈະຂໍມາອະທິບາຍຕື່ມອີກໜ່ອຍໜຶ່ງກ່ອນເພາະຄິດວ່າຫຼາຍຄົນຄົງຈະສົງໄສວ່າ: ທິດສະດີການ Manifest Energy ແມ່ນຫຍັງ? ຮູ້ແລ້ວຈະເກີດປະໂຫຍດຫຍັງກັບຕົວເຮົາ?.

“ການ Manifest Energy ແມ່ນກົດຂອງການດຶງດູດໃນສິ່ງທີ່ເຮົາຕ້ອງການໃຫ້ເຂົ້າມາສູ່ຊີວິດຂອງເຮົາ ດ້ວຍການຕັ້ງເປົ້າໝາຍທາງດ້ານຄວາມຄິດ, ຄວາມຮູ້ສຶກ ແລະ ການພັດທະນາໃນດ້ານບວກ. ເພື່ອໃຫ້ສິ່ງທີ່ຕ້ອງການນັ້ນເປັນຈິງ”

ໃຜທີ່ຮູ້ຄຳຕອບແລ້ວ ແລະ ຕ້ອງການ Manifest ໃຫ້ຕົວເອງມາລອງເບິ່ງວິທີດີໆທີ່ແອັດນຳມາແຊຣ໌ນີ້ກັນເລີຍ.

  1. ຕັ້ງເປົ້າໝາຍທີ່ຊັດເຈນ.

ກຳນົດເປົ້າໝາຍທີ່ເຈາະຈົງເຊັ່ນ: ການພັດທະນາທັກສະ, ການຮັກສາສຸຂະພາບໃຫ້ດີຂຶ້ນ ຫຼື ການປ່ຽນແປງນິໄສທີ່ຮູ້ສຶກວ່າບໍ່ດີ. ແບ່ງເປົ້າໝາຍໃຫຍ່ໃຫ້ເປັນຂັ້ນຕອນຍ່ອຍໆເພື່ອສາມາດເຮັດໄດ້ໃນທຸກມື້.

2. ສ້າງນິໄສດ້ານບວກ ແລະ ຈັດການເວລາໃຫ້ດີ.

ເລືອກໜຶ່ງນິໄສທີ່ເຈົ້າຢາກສ້າງເຊັ່ນ: ການອອກກຳລັງກາຍ, ການອ່ານໜັງສື ແລະ ການຝຶກສະມາທິ. ໃຫ້ຝຶກຊ້ອມຊ້ຳໆທຸກມື້ ດ້ວຍ Routine ເວລາດຽວກັນເພື່ອສ້າງຄວາມລື້ງເຄີຍ.

ວາງແຜນແຕ່ລະມື້ໃນລາຍການສິ່ງທີ່ຕ້ອງເຮັດ (To-Do List) ຫຼື ວາງນັດໝາຍໄວ້ໃນປະຕິທິນເພື່ອຈັດລໍາດັບຄວາມສໍາຄັນ ແລະ ແບ່ງເວລາການພັກຜ່ອນເຊັ່ນ: ການພັດນາຕົນເອງ ແລະ ການເຮັດວຽກ.

3. ຊອກຫາຮຽນຮູ້ທັກສະໃໝ່ ແລະ ປັບປຸງການສື່ສານ.

ໃຊ້ເວລາໃນການຮຽນຮູ້ທັກສະຄວາມຮູ້ໃໝ່ເຊັ່ນ: ການເບິ່ງວິດີໂອໃຫ້ຄວາມຮູ້ ຫຼື ເຂົ້າຄອສ໌ອອນລາຍ ແລະ ຕັ້ງເປົ້າໝາຍເພື່ອຈະຮຽນຮູ້ສິ່ງໃໝ່ໃນທຸກມື້. ຝຶກການຟັງໃຫ້ດີຂຶ້ນ ແລະ ຕັ້ງໃຈຟັງຄົນຮອບຂ້າງເພື່ອພັດທະນາຄວາມສຳພັນ.

4. ຝຶກຝົນການຄິດບວກ, ຕິດຕາມຜົນ ແລະ ປະເມີນຕົວເອງ.

ຈົດບັນທຶກເລື່ອງລາວດີໆທີ່ເກີດຂຶ້ນໃນແຕ່ລະມື້ ຫຼື ສິ່ງທີ່ເຈົ້າຮູ້ສຶກຢາກຂອບໃຈ, ຝືກການເບິ່ງຫາຂໍ້ດີໃນທຸກໆສະຖານະການລວມເຖິງບັນຫາທີ່ພົບເຈິ. ໃນທຸກໆ 7 ມື້ ໃຫ້ທົບທວນ ແລະ ປະເມີນສິ່ງທີ່ເຈົ້າເຮັດໄດ້ດີ ຫຼື ສິ່ງທີ່ຕ້ອງປັບປຸງ ແລະ ຢ່າກົດດັນຕົວເອງ.

ອ່ານຕື່ມ:  ລົມກັນເກືອບຕາຍສຸດທ້າຍບໍ່ໄດ້ເປັນຫຍັງກັນ ຍ້ອນຫຍັງຈຶ່ງເປັນແບບນີ້?

5. ພາຕົວເອງອອກຈາກ Comfort Zone.

ທ້າທາຍຕົວເອງດ້ວຍສິ່ງໃໝ່ໆທີ່້ເຈົ້ານັ້ນຍັງບໍ່ໄດ້ລອງເຊັ່ນ: ການເວົ້າ Present ໃນບ່ອນຄົນຫຼາຍໆ, ການພົບເຈິກັບຄົນໃນສັງຄົມໃໝ່ໆ ແລະ ການເປັນອາສາສະໝັກຊ່ວຍເຫຼືອສັງຄົມ.

ການປ່ຽນແປງຊີວິດຕົວເອງໃນ 21 ວັນນັ້ນ, ເປັນເລື່ອງທີ່ຕ້ອງໄດ້ໃຊ້ຄວາມຕັ້ງໃຈ ແລະ ໃຫ້ເຮົາເປັນຜູ້ພັດທະນາທີ່ຂຶ້ນອີກເລື້ອຍໆໃນປີຕໍ່ໄປ. ຖ້າໃຜເຮັດແລ້ວເຫັນຜົນແນວໃດ? ມາເລົ່າສູ່ມ່ວນຟັງແດ່ເດີ

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ
Muan RelationTips

Doorway Effect: ຍ່າງຜ່ານປະຕູແລ້ວລືມເລື່ອງທີ່ຄິດ ຊວນເຂົ້າໃຈການຈັດລະບຽບຂອງສະໝອງ

ເຄີຍຍ່າງຜ່ານປະຕູແລ້ວລືມເລື່ອງທີ່ຈະເຮັດບໍ່? ທຳຄວາມເຂົ້າໃຈກັບ Doorway Effect ແລະ ວິທີທີ່ສະໝອງຈັດລະບຽບຄວາມຈຳໃນຊີວິດປະຈຳວັນ. ຊວນຮູ້ຈັກທິດສະດີ Doorway Effect ແລະ 3 ວິທີແກ້ໄຂງ່າຍໆ

Muan RelationTips

Trust Issues: ບັນຫາທີ່ເກີດຈາກຄວາມບໍ່ໄວ້ວາງໃຈເຮັດໃຫ້ຮັກເຈັບປວດ

ບັນຫາທາງຈິດໃຈທີ່ເຮັດໃຫ້ບໍ່ສາມາດໄວ້ວາງໃຈໃຜໄດ້ ມັກເກີດຈາກການຖືກທຳຮ້າຍທາງຈິດໃຈໃນອະດີດ ເຊິ່ງສົ່ງຜົນຕໍ່ຄວາມຄິດ, ອາລົມ ແລະ ພຶດຕິກຳໃນປັດຈຸບັນ.

Muan RelationTips

ເຈົ້າກຳລັງສູນເສຍຕົວຕົນ? ຖືກປິດບັງຄວາມເປັນຕົວເອງ ຊວນເອົາຊະນະພຶດຕິກຳ Overcoming Eclipsing

ເຈົ້າກຳລັງສູນເສຍຕົວຕົນ? ຖືກປິດບັງຄວາມເປັນຕົວເອງ ຊວນເອົາຊະນະພຶດຕິກຳ Overcoming Eclipsing

Muan RelationTips

ເພາະຮັກຈຶ່ງເຈັບປວດ? ເບິ່ງຄືດີແຕ່ເຈົ້າຮູ້ສຶກອຶດອັດ ເພາະຄວາມສຳພັນກຳລັງຖືກຄວບຄຸມ

ເພາະຮັກຈຶ່ງເຈັບປວດ? ເບິ່ງຄືດີແຕ່ເຈົ້າຮູ້ສຶກອຶດອັດ ເພາະຄວາມສຳພັນກຳລັງຖືກຄວບຄຸມ

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.