Highlights
- ຫຼ້າສຸດ, ເອີວິນ ATLAS ລັກກັບມາທ່ຽວລາວຮອບສອງແບບສ່ວນໂຕ ຫຼັງຈາກທີ່ຫາກໍມາຫຼິ້ນຄອນເສີດຢູ່ລາວຊ່ວງ ເດືອນ ມີນາ 2026.
- ຮອບນີ້ ເອີວິນ ເລືອກໄປຊິລຢູ່ຫຼວງພະບາງ ສ່ອງພາບໃນ IG ສ່ວນໂຕຄືເປັນຕາສະບາຍໃຈແຮງ, ລົງທັງຮູບ ແລະ ຄລິບຕອນລ່ອງເຮືອເບິ່ງວິວງາມໆຢູ່ແມ່ນ້ຳອູ່.
- ຫວັງວ່າການມາພັກຜ່ອນແບບງຽບໆຮອບນີ້ม ຄວາມງາມຂອງທຳມະຊາດບ້ານເຮົາຈະຊ່ວຍໃຫ້ ເອີວິນ ໄດ້ພັກຜ່ອນໃຫ້ເຕັມທີ່.
ທຸກຄົນ! ສົງໄສ ເອີວິນ (Erwin) ATLAS ຈະຕິດໃຈປະເທດລາວແລ້ວ ເພາະລັກມາທ່ຽວແບບສ່ວນໂຕກັບຄອບຄົວ ແລະ ການກັບມາລາວເທື່ອນີ້ ເອີວິນ ກໍຂຶ້ນເໜືອໄປພັກຜ່ອນຊິລໆຢູ່ຫຼວງພະບາງ.
ເອີວິນ (Erwin) ATLAS ແມ່ນສິລະປິນຈາກສັງກັດ XOXO Entertainment (ຄ້າຍທີ່ ແຮ່ນນາ 4EVE ສັງກັດຢູ່) ເຄີຍມາສະແດງຄອນເສີດຢູ່ລາວໃນຊ່ວງ ເດືອນ ມີນາ ທີ່ຜ່ານມາ ເຊິ່ງ ເອີວິນ ເອງກໍໄດ້ໄປທ່ຽວປະຕູໄຊໄປຮອບໜຶ່ງລະເດີ ແລະ ກໍໄດ້ຖ່າຍ Mini Vlog ມາໃຫ້ພວກເຮົາເບິ່ງນຳ.
ຫຼືວ່າ ເອີວິນ ຈະຕິດໃຈບ້ານເຮົາແທ້ໆລະ, ເພາະລາວໄດ້ລັກກັບມາທ່ຽວຮອບສອງແບບງຽບໆ ແລະ ຮອບນີ້ ເອີວິນ ກໍໄດ້ເລືອກໄປພັກຜ່ອນຢູ່ ຫຼວງພະບາງ ເມືອງທີ່ຂຶ້ນຊື່ວ່າເປັນມໍລະດົກໂລກ ແລະ ມີທຳມະຊາດທີ່ງາມ.
ມ່ວນອັບເດດ ກໍໄປສ່ອງເບິ່ງໃນ IG ສ່ວນໂຕຂອງ ເອີວິນ ມາຄືພັກຜ່ອນແບບເປັນຕາສະບາຍໃຈແຮງ. ເພາະລາວລົງທັງຮູບ ແລະ ວິດີໂອຕອນລ່ອງເຮືອເບິ່ງວິວທຳມະຊາດງາມໆຢູ່ແມ່ນ້ຳອູ່. ເຫັນແລ້ວຄືຟີລດີສຸດໆ ຫວັງວ່າຄວາມງາມຂອງທຳມະຊາດບ້ານເຮົາຈະຊ່ວຍໃຫ້ ເອີວິນ ໄດ້ພັກຜ່ອນແບບເຕັມທີ່ເດີ.
ພາບຕອນມາ ວຽງຈັນ, ປະເທດລາວ ຄັ້ງທຳອິດ.