ຖ້າເຮົາມີຄົນຮັກທີ່ຄົບກັນມາຫຼາຍປີ ຈະມີຄວາມຄາດຫວັງຢາກໃຫ້ຄວາມສຳພັນເປັນໄປໃນທິດທາງໃດແດ່ ທຸກຄົນເຄີຍລອງຄິດເຖິງອະນາຄົດທີ່ມີຮ່ວມກັນບໍ່? ວ່າຈະຮັກກັນໄປເລື່ອຍໆ ຫຼື ຕ້ອງມີພັນທະຫຍັງຈັກຢ່າງມາຜູກກັນໄວ້ດີກວ່າ ແຕ່ຖ້າຮັກກັນຫຼາຍ ແລ້ວບໍ່ມີອະນາຄົດເດ ຊີວິດຂອງສອງຄົນຈະເປັນແນວໃດ ເພາະວ່າຄວາມຮັກ ແລະ ການເລືອກໃຊ້ຊີວິດ ຫຼື ຄວາມຄິດບໍ່ໄດ້ກົງກັນເລີຍ.
ຫຼາຍຄົນນິຍາມວ່າ ຄວາມຮັກເປັນສິ່ງທີ່ສວຍງາມ ແລະ ເປັນພື້ນທີ່ປອດໄພເຮັດໃຫ້ສະບາຍໃຈ ຄືກັບບ້ານທີ່ອົບອຸ່ນຫຼັງໜຶ່ງ, ແຕ່ບາງຄົນກໍໃຫ້ນິຍາມວ່າ ຄວາມຮັກຄືອາກາດ ສາມາດປ່ຽນແປງໄດ້ຕາມລະດູການ ບາງເທື່ອກໍມີໄພທຳມະຊາດເກີດຂຶ້ນໄດ້ທຸກເມື່ອ ເຊິ່ງເລື່ອງຄວາມຮັກຄວາມສຳພັນມັນກໍເປັນເລື່ອງທີ່ຊັບຊ້ອນຫຼາຍ ບໍ່ສາມາດເວົ້າໄດ້ວ່າອັນໃດດີກວ່າ ຫຼື ບໍ່ດີເລີຍ ມັນກໍແລ້ວແຕ່ແວດລ້ອມຂອງແຕ່ລະຄູ່.
ຖ້າຫາກວ່າເຮົາກຳລັງຕົກຢູ່ໃນສະຖານະການທີ່ ຄວາມຮັກມັນດີທຸກຢ່າງ ແຕ່ເບິ່ງບໍ່ເຫັນອະນາຄົດ ເພາະຄວາມຄິດບໍ່ກົງກັນ ສະແດງວ່າອາດຈະເດີນທາງໄປດ້ວຍກັນບໍ່ໄດ້ ແລ້ວຈະເຮັດແນວໃດ? ມັນອາດຈະເກີດຄວາມຮູ້ສຶກທີ່ສັບສົນ ແລະ ເຈັບປວດໃນຄວາມສໍາພັນ ເພາະມັນໝາຍຄວາມວ່າ ຄວາມຮັກທີ່ມີຢູ່ແມ່ນບໍ່ເຫັນເປົ້າໝາຍ ແລະ ເສັ້ນທາງຊີວິດອັນດຽວກັນເລີຍ.
ຫຼາກຫຼາຍຄວາມສຳພັນກໍມີຄວາມຊັບຊ້ອນທີ່ຍາກຈະເຂົ້າໃຈ ແຕ່ກໍໄດ້ມີທິດສະດີໜຶ່ງທີ່ຖືກສ້າງເພື່ອໃຊ້ໄວ້ກຳນົດຂອບເຂດຂອງຄວາມຮັກ ເຊິ່ງນິຍາມວ່າ ຄວາມຮັກແບບຮູບສາມຫຼ່ຽມ (Triangular Theory of Love) ສ້າງຂຶ້ນໂດຍ Robert Sternberg (1986) ໄດ້ໃຫ້ນິຍາມເລື່ອງຄວາມຮັກບໍ່ມີພຽງແຕ່ “ອາລົມຄວາມຮູ້ສຶກ” ເທົ່ານັ້ນ ໂດຍຍັງໄດ້ແບ່ງອອກເປັນ 3 ອົງປະກອບຫຼັກເຊັ່ນ:
- ຄວາມຫຼົງໃຫຼ (Passion): ຄວາມຮູ້ສຶກທີ່ຮ້ອນແຮງ ແລະ ດຶງດູດໃຈ.
- ຄວາມສະໜິດສະໜົມ (Intimacy): ຄວາມຜູກພັນທາງອາລົມ, ຄວາມໄວ້ໃຈ ແລະ ຄວາມເຂົ້າໃຈ.
- ພັນທະສັນຍາ(Commitment): ການຕັດສິນໃຈທີ່ຈະຮັກສາຄວາມສຳພັນໄວ້ ແລະ ການວາງແຜນອະນາຄົດຮ່ວມກັນ.
ເມື່ອຄົນຮັກຂອງເຮົາຂາດອົງປະກອບສຳຄັນຄື Commitment ຄວາມຮັກຈະກາຍເປັນພຽງຄວາມຜູກພັນທາງອາລົມທີ່ສ້າງຄວາມທຸກໃຈໃນໄລຍະຍາວ ເພາະມັນບໍ່ໄດ້ນຳໄປສູ່ເສັ້ນທາງອະນາຄົດຂອງການສ້າງຊີວິດຮ່ວມກັນ.
ສິ່ງທີ່ຕ້ອງຕັດສິນໃຈ ແລະ ພິຈາລະນາ
- ສື່ສານກັນແບບກົງໄປກົງມາ: ລົມກັບຄົນຮັກດ້ວຍເຫດຜົນ ແລະ ຄວາມເຂົ້າໃຈກ່ຽວກັບ “ພາບອະນາຄົດ” ທີ່ແຕ່ລະຄົນເຫັນ. ຖ້າຫາກວ່າບໍ່ສາມາດລົມກັນເຂົ້າໃຈໄດ້ ການດຶງເວລາອາດເຮັດໃຫ້ທັງສອງຝ່າຍເສຍເວລາ ແລະ ເຈັບປວດຫຼາຍຂຶ້ນ.
- ການຮັກສາຄວາມສຸກ: ຖາມຕົນເອງວ່າ “ຄວາມສຸກໃນປັດຈຸບັນ” ຄຸ້ມຄ່າກັບ “ຄວາມທຸກ ແລະ ຄວາມບໍ່ແນ່ນອນໃນອະນາຄົດ” ຫຼື ບໍ່? ບາງເທື່ອການປ່ອຍມືຈາກຄວາມຮັກທີ່ສວຍງາມແຕ່ບໍ່ມີທາງໃຫ້ໄປຕໍ່ ຄືການໃຫ້ໂອກາດຕົນເອງ ແລະ ຄົນຮັກໄດ້ຄົ້ນພົບຄວາມສຸກທີ່ຍືນຍົງກວ່າ.
- ຄວາມຮັກຕ້ອງບໍ່ທຳລາຍຕົນເອງ: ການຝືນຢູ່ໃນຄວາມສຳພັນທີ່ບໍ່ມີອະນາຄົດ, ບໍ່ວ່າຈະຮັກກັນຫຼາຍປານໃດກໍຕາມ ອາດນຳໄປສູ່ຄວາມເຈັບປວດທາງໃຈ ແລະ ທຳລາຍສັກກະຍະພາບໃນການເຕີບໃຫຍ່ຂອງທັງສອງຝ່າຍໄດ້.
ການຕັດສິນໃຈເພື່ອຈະຢຸດຕິຄວາມສຳພັນທັງໆທີ່ຍັງຮັກ ແລະ ຜູກພັນກັນຫຼາຍ ຫຼື ການທີ່ຕົກໃນສະຖານະການນີ້ເປັນເລື່ອງທີ່ຍາກທີ່ສຸດໃນການຕັດສິນໃຈ, ແຕ່ການ ຍອມຮັບຄວາມຈິງ ຄືຂັ້ນຕອນທຳອິດສູ່ການດູແລຮັກສາໃຈ ເຖິງວ່າຈະເຈັບປວດ ແຕ່ການເລືອກທາງເດີນທີ່ຊັດເຈນຄື ຄວາມຮັກທີ່ເຮົາມອບໃຫ້ຕົນເອງ ແລະ ຄົນຮັກ.