ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips ຢາກມີແຟນໃດ ແຕ່ມີຄົນແຊັດມາລົມພັດຄ້ານຕອບ ເຮັດແນວໃດຈຶ່ງຈະມີແຟນ?
Muan RelationTips

ຢາກມີແຟນໃດ ແຕ່ມີຄົນແຊັດມາລົມພັດຄ້ານຕອບ ເຮັດແນວໃດຈຶ່ງຈະມີແຟນ?

ແບ່ງປັນ
Getting your Trinity Audio player ready...

ຢາກມີແຟນ ແຕ່ກະຂີ້ຄ້ານຕອບແຊັດ ແລ້ວຕອນໃດຈະມີແຟນຈັກເທື່ອ?

ຫຼາຍຄົນເປັນບໍ່? ຈົ່ມຢູ່ຫັ້ນລະວ່າຢາກມີແຟນ ຢາກມີແຟນ ຢາກເຈິຄົນທີ່ແມ່ນແລ້ວ ແຕ່ພໍຮອດຕອນທີ່ຕ້ອງໄດ້ລົມກັບໃຜບາງຄົນ ແລ້ວຕ້ອງໄດ້ຈອບແຊັດ ຊໍ້າພັດຂີ້ຄ້ານຕອບຊ້ຳ. ແລ້ວຍ້ອນຫຍັງຈຶ່ງເປັນແບບນັ້ນລະ? ມາເບິ່ງກັນວ່າ ບັນຫານີ້ເກີດຂຶ້ນຈາກຫຍັງ ແລະ ຖ້າເຈົ້າຢາກມີຄວາມສຳພັນທີ່ຈິງຈັງ ຈະປັບຕົວແນວໃດດີ.

ໃນມຸມຂອງຜູ້ທີ່ຄ້ານຕອບແຊັດນັ້ນ, ການຕອບແຊັດບາງຄັ້ງເຮັດໃຫ້ພວກເຂົາຮູ້ສຶກວ່າເປັນຄືກັບພາລະກິດອັນຍິ່ງໃຫຍ່ ຄືກັບການເຮັດວຽກອັນໜຶ່ງ. ຍິ່ງແຊັດມາຫຼາຍ ຍິ່ງຮູ້ສຶກວ່າຕ້ອງໃຊ້ພະລັງງານສູງໃນການພິມຕອບ. ເຖິງວ່າໃນໃຈຢາກມີແຟນ ແຕ່ການທີ່ຕ້ອງໄດ້ຕອບກັບ ອາດຈະເຮັດໃຫ້ເມື່ອຍໄດ້ງ່າຍໆ ໂດຍສະເພາະໃນຍຸກທີ່ທຸກຢ່າງໄວໄປໝົດ ແລະ ເຮົາກໍພຽງແຕ່ຕ້ອງການພັກສະໝອງ.

ນອກຈາກນັ້ນ ກໍອາດເປັນຍ້ອນເຈົ້າໂຕຂີ້ຄ້ານແບບບໍ່ໄດ້ຕັ້ງໃຈ ກ່າວຄື ບາງເທື່ອມັນກໍເປັນສັນຍານບົ່ງບອກວ່າ ເຮົາອາດຈະຍັງບໍ່ພ້ອມທີ່ຈະເປີດໃຈໃຫ້ກັບໃຜໃນຕອນນັ້ນ. ເຈົ້າອາດຈະຢາກມີແຟນແຫຼະ ແຕ່ເລິກໆແລ້ວ ກໍຍັງບໍ່ຢາກສະຫຼະເວລາທີ່ຕ້ອງໃຊ້ກັບໂຕເອງໃຫ້ກັບຄົນອື່ນ.

ສຸດທ້າຍແມ່ນ ເຮົາຍັງຢ້ານການຜູກພັນ. ບາງຄົນຮູ້ສຶກວ່າ ການຕອບແຊັດເລື້ອຍໆນັ້ນ ມັນຈະເຮັດໃຫ້ເຮົາຕ້ອງພັດທະນາຄວາມສຳພັນໄປອີກຂັ້ນ ແລະ ນັ້ນອາດຈະເຮັດໃຫ້ຮູ້ສຶກກົດດັນໂດຍບໍ່ຮູ້ໂຕ ກໍເລີຍເລືອກບໍ່ຕອບດີກວ່າ.

ທາງອອກຂອງບາງຄົນຕໍ່ກັບບັນຫານີ້ກໍຄືຈະໜີບໍ່ພົ້ນການອອກໄປເຈິໜ້າກັນ ລົມກັນແບບໂຕຕໍ່ໂຕ ແຕ່ເນື່ອງຈາກປັດໄຈດ້ານເວລາ ແລະ ບາງຄັ້ງອາດລວມເຖິງໄລຍະຫ່າງ, ສຸດທ້າຍແລ້ວ ກໍກັບມາທີ່ການແຊັດກັນທາງອອນລາຍຄືເກົ່າ. ແລ້ວຈະເຮັດແນວໃດ ໃຫ້ໂຕເອງຕອບແຊັດໄດ້ດີຂຶ້ນ?

1. ກ້າວຂ້າມຄວາມກັງວົນ : ບາງເທື່ອເຮົາຢ້ານວ່າການຕອບແຊັດໄປແລ້ວເຮັດໃຫ້ອີກຝ່າຍເຂົ້າໃຈຜິດ ອາດຈະເຮັດໃຫ້ເຮົາຢ້ານການຕອບແຊັດ. ເຮົາອາດລອງຖອຍອອກມາໜຶ່ງກ້າວ ກັງວົນກັບຕົວເອງໜ້ອຍລົງ ກັງວົນກ່ຽວກັບຕົວອັກສອນໃຫ້ໜ້ອຍລົງ ຢ່າຟ້າວຄາດເດົາໃນສິ່ງທີ່ຍັງບໍ່ທັນເກີດຂຶ້ນ.

2. ເອົາໃຈເຂົາມາໃສ່ໃຈໂຕເອງ: ພະຍາຍາມທຳຄວາມເຂົ້າໃຈທຳມະຊາດໃນຕົວຕົນ ແລະ ອາລົມຂອງຄູ່ສົນທະນາຜ່ານໂຕອັກສອນ. ຖ້າເຮົາເປັນລາວໃນສະຖານະການແບບນີ້ ເຮົາຈະຕໍ່ບົດສົນທະນາແນວໃດ.

3. ຈັດສັນເວລາ: ຖ້າຢ້ານວ່າຈະພັດທະນາຄວາມສຳພັນບໍ່ໄດ້ ຍ້ອນນິໄສບໍ່ມັກຕອບແຊັດຂອງໂຕເອງ ກໍລອງວາງເວລາ ແລະ ເບິ່ງໃຫ້ເປັນ ສິ່ງທີ່ຕ້ອງເຮັດ ໃນແຕ່ລະມື້ ຄືກັບການອາບນໍ້າ, ກິນເຂົ້າ ແລະ ເຮັດໃນລະດັບທີ່ພໍເໝາະ ເພື່ອບໍ່ໃຫ້ຝືນໃຈຕົວເອງ ແຕ່ເປັນການຕົກລົງກັບອີກຝ່າຍວ່າຈະເຂົ້າມາຕອບແຊັດໃນຊ່ວງໃດຂອງມື້ແດ່.

ອ່ານຕື່ມ:  ບໍ່ມີເງິນໄປຫຼິ້ນ ຈະປະຕິເສດໝູ່ແນວໃດດີ?

4. ລົມກັບຄົນທີ່ແມ່ນ ແລະ ເຂົ້າໃຈ: ເຊື່ອເທາະວ່າ ຖ້າເຈົ້າເຈິຄົນທີ່ແມ່ນ ແລະ ຖືກໃຈແທ້ໆ ເຈົ້າຈະຍອມແຫກກົດຄວາມເປັນໂຕເອງອອກມາ, ກ້າປະເຊີນໜ້າ ແລະ ລອງເຮັດໃນສິ່ງທີ່ບໍ່ເຄີຍມັກໄດ້ຢ່າງບໍ່ຝືນໃຈ ເພື່ອລາວຄົນນັ້ນ ແລະ ຖ້າມື້ໜຶ່ງເຮົາເຈິກັບຄົນທີ່ຮູ້ທຳມະຊາດຂອງການສົນທະນາ, ມີອາລົມຕະຫຼົກແບບດຽວກັນ ນັ້ນອາດຈະເຮັດໃຫ້ບົດສົນທະນາລ່ຽນໄຫຼ ຈົນເຮົາຕອບແຊັດໄດ້ຫຼາຍຂຶ້ນຈາກເກົ່າຢ່າງແນ່ນອນ.

ສຸດທ້າຍແລ້ວ ໃດໆກໍຄືການຍອມເປີດໃຈ ແລະ ກ້າວຂ້າມຄວາມກັງວົນບາງຢ່າງ ເພື່ອຈະໄດ້ເຈິກັບບາງຢ່າງເຊັ່ນກັນ. ບໍ່ຕອບແຊັດ ແຕ່ໄດ້ໃຊ້ເວລາກັບໂຕເອງ ແລະ ສະບາຍໃຈ ຫຼື ຈະຕອບແຊັດ ແຕ່ໄດ້ສະຫຼະເວລາບາງສ່ວນເພື່ອຄວາມສຳພັນ. ຢາກໄດ້ແບບໃດກໍລອງເລືອກເອົາ.

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ຮັກແນວໃດ? ຍິ່ງເຂົ້າໃກ້ຍິ່ງຖອຍຫ່າງ ສຳຫຼວດຄວາມສຳພັນວ່າເຮົາແມ່ນ Avoidant ຫຼືບໍ່?

ຮູບແບບຄວາມສຳພັນແບບ "Avoidant ຫຼື ການຫຼີກໜີອາລົມຄວາມໃກ້ຊິດ" ຈະມີອາການທີ່ຕິດຢູ່ເລີກພາຍໃນຈິດໃຈທີ່ຫຼາຍຄົນບໍ່ຮູ້, ບໍ່ແມ່ນວ່າບໍ່ຮັກ ແຕ່ສະແດງອອກບໍ່ເປັນ ແລະ ມີຢ້ານຄວາມໃກ້ຊິດທີ່ມັນເລີກເຊິ່ງຈົນຂາດມັນບໍ່ໄດ້ ເລີຍເຮັດໃຫ້ເກີດຄວາມຮູ້ສຶກບໍ່ປອດໄພໃນຄວາມສຳພັນ, ຢ້ານເສຍຄວາມເປັນໂຕເອງ, ຫວງພື້ນທີ່ສ່ວນໂຕ...

ສະຫຼຸບປີ-ສະຫຼຸບໃຈ ຊວນທົບທວນໂຕເອງ ເພື່ອ Reset ໃຈກຽມອອກເດີນທາງໃນປີຕໍ່ໄປ

ເດືອນທັນວາ ເປັນເວລາທີ່ດີໃນການຄິດທົບທວນຄວາມຮູ້ສຶກ, ການສະຫຼຸບ ແລະ ການຕັ້ງເປົ້າໝາຍໃໝ່ ທີ່ອີງຕາມທິດສະດີຂອງເວລາປ່ຽນຜ່ານແນວຄິດ December Theory.

ຮູ້ສຶກກຳລັງຈະຖືກບອກເລີກ? ຄົນຮັກມິດໃສ່ເຮັດຄືເຮົາບໍ່ມີໂຕຕົນ ພຶດຕິກຳຄົນມີຄູ່ທີ່ຈະທຳຮ້າຍຄວາມສຳພັນ

Stonewalling Relationship ມັນຈະສົ່ງຜົນກະທົບຕໍ່ຄົນຄູ່ຮັກ ຫຼື ເປັນການທຳຮ້າຍຄວາມສຳພັນແບບເຮື້ອຮັງ ເຮັດໃຫ້ອີກຝ່າຍຮູ້ສຶກໂດດດ່ຽວ-ນ້ອຍໃຈ, ຄວາມໄວ້ໃຈທີ່ມີຫຼຸດລົງ ຫຼື ເຮັດໃຫ້ເກີດມີຊ່ອງວ່າງ.

ອົກຫັກທັງທີ່ບໍ່ເຄີຍເປັນແຟນ! 4 ບົດຮຽນຄວາມສຳພັນຈາກເພງ “ເສຍໃຈ (ໃຈເສຍໄປ)” ຂອງ Aluna ເຈິແບບນີ້ຈະເຮັດແນວໃດດີ?

ເພງ “ເສຍໃຈ” ຂອງ Aluna ບໍ່ໄດ້ເປັນພຽງແຕ່ເລື່ອງອົກຫັກ ແຕ່ເປັນການສະທ້ອນຄວາມເຈັບຈາກ Situationship ແລະ Ghosting ທີ່ບໍ່ມີຄຳຕອບ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.