ໜ້າຫຼັກ Muan.la - ສາລະບັນເທີງ Muan Suan Pai (Explore) - ມ່ວນຊວນໄປ ຊວນໄປຍ່າງຫຼິ້ນ-ຊັອບປິ້ງ ທີ່ງານຕະຫຼາດນັດ Laos-Korea Agro Fair 2025
Muan Suan Pai (Explore) - ມ່ວນຊວນໄປ

ຊວນໄປຍ່າງຫຼິ້ນ-ຊັອບປິ້ງ ທີ່ງານຕະຫຼາດນັດ Laos-Korea Agro Fair 2025

ແບ່ງປັນ

ອາທິດນີ້ໄປຍ່າງຫຼິ້ນ, ກິນ ແລະ ເຮັດກິດຈະກຳຕ່າງໆກັນທີ່ງານຕະຫຼາດນັດກະສິກຳທີ່ Laos-Korea Agro Fair 2025.

ງານດີໆແບບນີ້ພາດບໍ່ໄດ້ເດັດຂາດ, ມ່ວນຊວນໄປມື້ນີ້ຈະພາທຸກຄົນໄປສຳຜັດບັນຍາກາດຄວາມມ່ວນຊື່ນ ແລະ ສີສັນຂອງງານ Laos-Korea Agro Fair 2025, ໃນວັນທີ 6-7 ມິຖຸນາ 2025 ທີ່ ໄອເຕັກ (ຕຶກເກົ່າ) ເຊິ່ງງານນີ້ຈັດຂຶ້ນເພື່ອສະເຫຼີມສະຫຼອງສາຍພົວພັນການທູດລາວ-ເກົາຫຼີຄົບຮອບ 30 ປີ.

ພາຍໃນງານຍັງມີການວາງສະແດງສິນຄ້າ ແລະ ຂາຍສິນຄ້າກະສິກຳຄຸນນະພາບທັງຈາກລາວ ແລະ ເກົາຫຼີ, ພິເສດມີອາຫານແຊບໆ ແລະ ກິດຈະກຳສຸດພິເສດກັບການໂຊເຮັດອາຫານຈາກ 3 ຜູ້ຊະນະຈາກຜູ້ຊະນະໂຄງການ “ການແຂ່ງຂັນສ້າງສັນເມນູຟິວຊັ່ນລາວ-ເກົາຫຼີ 2025”.

ໃນງານຍັງມີຫຼາກຫຼາຍກິດຈະກຳໃຫ້ທຸກຄົນໄດ້ຮ່ວມເຊັ່ນ: ການສະແດງໂຊເທຄວັນໂດ, ມີມຸມຖ່າຍຮູບງາມໆ, ການແຕ້ມຮູບລະບາຍສີ, ການສະແດງສິລະປະຟ້ອນລາວ, ສວນສັດຈຳລອງໜ້າຮັກໆ ແລະ ການສະແດງຮ້ອງເພງຈາກສິນລະປິນຄ້າຍ SurfTape ພ້ອມດ້ວຍສະມາຊິກໃນຄ້າຍຢ່າງ Imel, Gomen, Deymi, ແລະ Noneh.

ອ່ານຕື່ມ:  ໂຕ້ຄື້ນລູກໃໝ່: Surftape ຄ້າຍເພງສຸດແນວ ໂດຍ just", XXXVIIV & gomen. ຈະປ່ຽນໂສມໜ້າເພງລາວແນວໃດ?
ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ
Muan Listen - ມ່ວນຊວນຟັງ

ຖ້າຄືນນີ້ບໍ່ມີບ່ອນຫຼົບໃຈໃຫ້ From now on ເປັນບ່ອນນັ້ນ ຈາກ Noneh ຜົນງານທຳອິດກັບຄ້າຍ Surftape

ເປີດ single ເດບິ້ວກັບຄ້າຍ Surftape ແບບບໍ່ທຳມະດາເລີຍ ເມື່ອ Noneh ສິລະປິນນ້ອງໃໝ່ໄຟແຮງປ່ອຍຜົນງານທຳອິດ “From now on” ເພງທີ່ປະສົມກິ່ນອາຍ...

The Interview

ໂຕ້ຄື້ນລູກໃໝ່: Surftape ຄ້າຍເພງສຸດແນວ ໂດຍ just”, XXXVIIV & gomen. ຈະປ່ຽນໂສມໜ້າເພງລາວແນວໃດ?

ໂຕ້ຄື້ນລູກໃໝ່: Surftape ຄ້າຍເພງສຸດແນວ ໂດຍ just", XXXVIIV & gomen. ກຳລັງຈະປ່ຽນໂສມໜ້າຂອງເພງລາວແນວໃດ?

The Interview

Déymi ກັບຜົນງານທຳອິດສິລະປິນທີ່ຈະພາເຮົາຫຼົງໃຫຼໄປກັບ Lost in the Ocean

Déymi ກັບຜົນງານທຳອິດສິລະປິນທີ່ຈະພາເຮົາຫຼົງໃຫຼໄປກັບ Lost in the Ocean

Muan Suan Pai (Explore) - ມ່ວນຊວນໄປ

ຖ້ຽວບິນວຽງຈັນ-ຫຼວງນໍ້າທາ ເປີດບິນຄືນແລ້ວ ພ້ອມໂປຣໂມຊັນປີ້ຍົນລາຄາພິເສດ

ເມື່ອປີກ່ອນ ຖ້ຽວບິນວຽງຈັນ–ຫຼວງນໍ້າທາໄດ້ມີການຍົກເລີກ ເຮັດໃຫ້ຫຼາຍຄົນຕ້ອງໄດ້ປັບແຜນການເດີນທາງໃໝ່ເມື່ອຕ້ອງເດີນທາງໃນເສັ້ນທາງນີ້. ແນວໃດກໍຕາມ ຕອນນີ້ມີຂ່າວດີຈາກທາງການບິນລາວ ເຊິ່ງພວກເຂົາໄດ້ປະກາດເປີດຄືນຖ້ຽວບິນນີ້ອີກຄັ້ງ. ນີ້ບໍ່ແມ່ນພຽງແຕ່ ການນຳເອົາຕົວເລືອກການເດີນທາງທີ່ດີກັບຄືນມາ ແຕ່ຍັງມາພ້ອມກັບຂໍ້ສະເໜີສຸດພິເສດທີ່ຖືກໃຈນັກເດີນທາງທຸກຄົນ ລວມທັງມ່ວນຊວນໄປເອງ.​ ​ມ່ວນຊວນໄປ ໃນຖານະທີ່ເປັນຜູ້ໜຶ່ງທີ່ມັກການເດີນທາງ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.