ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips ເປັນຕິ່ງລະຜິດໃຜ? ເຫດໃດຈຶ່ງບອກໄຮ້ສາລະ? ຮັບມືແນວໃດເມື່ອຖືກວິຈານໃນດ້ານລົບ
Muan RelationTips

ເປັນຕິ່ງລະຜິດໃຜ? ເຫດໃດຈຶ່ງບອກໄຮ້ສາລະ? ຮັບມືແນວໃດເມື່ອຖືກວິຈານໃນດ້ານລົບ

ແບ່ງປັນ
Getting your Trinity Audio player ready...

ການເປັນແຟນຄລັບ ຫຼື “ຕິ່ງ” ສິລະປິນທີ່ເຮົາມັກ ເປັນຫຼາຍກວ່າການຕິດຕາມຜົນງານ ຫຼາຍຄັ້ງມັນສ້າງແຮງບັນດານໃຈ, ເປັນທີ່ເພິ່ງພາທາງໃຈ ແລະ ເປັນສ່ວນໜຶ່ງຂອງການໃຊ້ຊີວິດຢ່າງມີຄວາມສຸກ. ຫຼາຍຄັ້ງທີ່ເຮົາໄດ້ຍິນຄຳເວົ້າຈາກຄົນອ້ອມໂຕ ເຊັ່ນ: “ເປັນຫຍັງຈຶ່ງຕ້ອງຕິດຕາມຂະໜາດນັ້ນ?” ຫຼື “ມັນໄຮ້ສາລະໂພດຕິເບາະ?” ເຊິ່ງຄຳເວົ້າເຫຼົ່ານີ້ ອາດເຮັດໃຫ້ເຮົາຮູ້ສຶກບໍ່ໝັ້ນໃຈ ແລະ ເລີ່ມຕັ້ງຄຳຖາມກັບສິ່ງທີ່ເຮົາຮັກ.

ແນວໃດກໍຕາມ ການເປັນແຟນຄລັບເປັນເລື່ອງຄວາມສຸກສ່ວນຕົວ. ການມີຄວາມສຸກຖືເປັນເລື່ອງທີ່ໄຮ້ສາລະຂະໜາດນັ້ນບໍ່?

ຊີວິດນັ້ນສັ້ນເກີນກວ່າທີ່ຈະບໍ່ເຮັດໃນສິ່ງທີ່ເຮົາຮັກ

ເຮົາບໍ່ຮູ້ວ່າຊີວິດເຮົາໃນມື້ອື່ນຈະເປັນແນວໃດ ແລ້ວເປັນຫຍັງເຮົາຈຶ່ງຕ້ອງປິດກັ້ນບໍ່ໃຫ້ໂຕເອງໄດ້ເຮັດໃນສິ່ງທີ່ຫົວໃຈຕ້ອງການ? ເພາະການໄດ້ເຮັດສິ່ງທີ່ເຮົາຮັກນັ້ນ ມີປະໂຫຍດຫຼາຍຢ່າງ ເຊັ່ນ: ເຮັດໃຫ້ຮູ້ສຶກເຕີມເຕັມ, ເຮັດສິ່ງທີ່ມັກສ້າງແຮງກະຕຸ້ນໃຫ້ເຮົາໄດ້, ມີປະໂຫຍດຕໍ່ສຸຂະພາບທາງຈິດ ແລະ ອາລົມ ລວມເຖິງໃນແງ່ການເຮັດວຽກ ຍັງຊ່ວຍໃຫ້ເຮົາເຮັດວຽກໄດ້ມີປະສິດທິຜົນ ໄປຈົນເຖິງ ສ້າງແຮງບັນດານໃຈໃຫ້ກັບຄົນອື່ນ ແລະ ຜົນຂອງການສຶກສາກໍພົບອີກວ່າ ຜູ້ທີ່ມີຄວາມສຸກໃນສິ່ງທີ່ເຮັດຢູ່ນັ້ນ ມີທ່າອ່ຽງທີ່ຈະມີລາຍຮັບສູງກວ່າຜູ້ທີ່ບໍ່ມີຄວາມສຸກໃນສິ່ງທີ່ເຮັດ.

ຜິດບໍ່ທີ່ຂ້ອຍຈະເປັນ “ຕິ່ງ”?

ຢ່າປ່ອຍໃຫ້ຄຳວ່າ “ຕິ່ງ” ກາຍເປັນຄຳດ້ານລົບທີ່ສົ່ງຜົນກະທົບຕໍ່ກັບເຮົາ ຕາບໃດທີ່ມັນເຮັດໃຫ້ເຮົາໄດ້ໃຊ້ຊີວິດຢ່າງມີຄວາມສຸກ ນັ້ນກໍໂອເຄແລ້ວ. ການເປັນຕິ່ງບໍ່ໄດ້ເຮັດໃຫ້ເຮົາອ່ອນແອ ແຕ່ມັນເຮັດໃຫ້ເຮົາເຫັນຄຸນຄ່າໃນຄວາມຝັນຂອງຕົວສິລະປິນ ຜູ້ທີ່ສ້າງແຮງບັນດານໃຈໃຫ້ກັບເຮົາໄດ້.

ຫຼາຍຄົນອາດຈະຍັງບໍ່ຮູ້ວ່າ ການເປັນຕິ່ງ ນອກຈາກຈະສ້າງຄວາມສຸກ ແລະ ຮອຍຍິ້ມໃຫ້ກັບເຮົາແລ້ວ ຍັງເຮັດໃຫ້ເຮົາຮູ້ສຶກໄດ້ເປັນສ່ວນໜຶ່ງຂອງສັງຄົມນ້ອຍໆຂອງແຟນຄລັບ ບໍ່ຕ່າງຫຍັງກັບຄົນທີ່ມັກເຮັດກິດຈະກຳໃດໜຶ່ງເຊັ່ນ ອ່ານປຶ້ມ ຫຼື ປູກຕົ້ນໄມ້. ການໄດ້ມີສັງຄົມທີ່ສົນໃຈໃນສິ່ງດຽວກັນ ເຮັດໃຫ້ເຮົາຮູ້ວ່າ ເຮົາຍັງມີໝູ່ທີ່ມັກໃນເລື່ອງດຽວກັນ ແລະ ໄດ້ຮັບການສະໜັບສະໜຸນຈາກຄົນອື່ນໆ.

ຈະຈັດການແນວໃດ ຖ້າມີຄົນບອກວ່າສິ່ງທີ່ເຮົາເຮັດຢູ່ນັ້ນ ໄຮ້ສາລະ?

1. ຮູ້ສຶກພາກພູມໃຈໃນຄວາມສຸກຂອງໂຕເອງ:

ການເປັນແຟນຄລັບຂອງສິລະປິນ ຄືການເຊື່ອມຕໍ່ກັບສິ່ງທີ່ເຮັດໃຫ້ເຮົາມີຄວາມສຸດ. ຢ່າລືມວ່າ ແຕ່ລະຄົນມີວິທີການສ້າງຄວາມສຸກໃນແບບຂອງຕົວເອງ ແລະ ການທີ່ເຮົາເລືອກທີ່ຈະຮັກ ແລະ ສະໜັບສະໜຸນສິລະປິນ ກໍເປັນວິທີການຂອງເຮົາເອງ ບໍ່ວ່າຄົນອື່ນຈະເບິ່ງວ່າໄຮ້ສາລະສໍ່າໃດ ສິ່ງທີ່ສຳຄັນແມ່ນ ມັນເຮັດໃຫ້ເຮົາມີຄວາມສຸກ, ເປັນແຮງບັນດານໃຈ ແລະ ເຕີມເຕັມຊີວິດໄດ້ຈິງ.

ອ່ານຕື່ມ:  Toxic Relationship ຄວນຫຼີກລ້ຽງກ່ອນຈະຊ້າເກີນໄປ

2. ຕອບກັບດ້ວຍຄວາມເຂົ້າໃຈ:

ລອງຕອບກັບດ້ວຍຄວາມເຂົ້າໃຈ ແລະ ທັດສະນະທີ່ດີ ເຊັ່ນ: “ມັນອາດຈະເບິ່ງເປັນເລື່ອງໄຮ້ສາລະສຳລັບເຈົ້າ ແຕ່ສຳລັບຂ້ອຍມັນຄືຄວາມສຸກທີ່ຂ້ອຍເລືອກເອງ ແລະ ມັນກໍເຮັດໃຫ້ຂ້ອຍຍິ້ມໄດ້”. ຄຳຕອບແບບນີ້ ສະແດງໃຫ້ເຫັນເຖິງຄວາມສຸກທີ່ເຮົາໄດ້ຮັບ ແລະ ອາດເຮັດໃຫ້ຄົນອື່ນເຂົ້າໃຈມຸມມອງຂອງເຮົາຫຼາຍຂຶ້ນ.

3. ໃຫ້ຄວາມສຳຄັນກັບຄົນທີ່ເຂົ້າໃຈເຮົາ:

ຢ່າລືມວ່າຍັງມີຄົນອື່ນໆທີ່ມັກໃນສິ່ງດຽວກັນກັບເຮົາ ແລະ ຮູ້ສຶກຄືກັນກັບເຮົາ. ຄົນທີ່ຮັກ ແລະ ຕິດຕາມສິລະປິນຮ່ວມກັນ ຄືຄົນທີ່ເຂົ້າໃຈ ແລະ ພ້ອມສະໜັບສະໜຸນສະເໝີ ລອງເຂົ້າຮ່ວມກຸ່ມ ຫຼື ລົມກັບຄົນເຫຼົ່ານີ້ ເພື່ອແລກປ່ຽນກັນ ຈະຊ່ວຍໃຫ້ຮູ້ສຶກວ່າ ບໍ່ໄດ້ຍ່າງເທິງເສັ້ນທາງນີ້ຄົນດຽວ.

4. ຈື່ໄວ້ວ່າ ຄວາມສຸກບາງຄັ້ງກໍບໍ່ໄດ້ຕ້ອງການເຫດຜົນສະເໝີໄປ:

ບາງເທື່ອເຮົາກໍບໍ່ຈຳເປັນຕ້ອງມານັ່ງອະທິບາຍໃຫ້ໃຜຟັງຢ່າງເລິກເຊິ່ງ ສິ່ງທີ່ສຳຄັນທີ່ສຸດແມ່ນ ເຮົາຮູ້ສຶກດີ ແລະ ມີຄວາມສຸກແທ້ໆ ໂດຍທີ່ມັນກໍບໍ່ໄດ້ບຽດບຽນໃຜ ແລະ ສ້າງຄວາມລຳບາກແກ່ຕົນເອງ ກໍຖືວ່າພຽງພໍແລ້ວ

5. ໃຊ້ແຮງບັນດານໃຈຈາກສິລະປິນໃຫ້ເປັນພະລັງ:

ລອງໃຊ້ພະລັງບວກທີ່ໄດ້ຮັບຈາກສິລະປິນມາປັບໃຊ້ກັບໂຕເອງ ບໍ່ວ່າຈະເປັນການຕັ້ງໃຈເຮັດວຽກ, ຕັ້ງໃຈຮຽນ, ຄວາມອົດທົນ ຫຼື ຄວາມກ້າທີ່ຈະເຮັດຕາມຄວາມຝັນ ປ່ຽນພະລັງເຫຼົ່ານີ້ເປັນແຮງບັນດານໃຈໃນການສ້າງສັນສິ່ງດີໆ ເພື່ອໃຫ້ຄົນອື່ນເຫັນວ່າ ມັນບໍ່ແມ່ນເລື່ອງທີ່ໄຮ້ສາລະ.

ບໍ່ວ່າຄົນອື່ນຈະເວົ້າແນວໃດ ໂຕເຮົາເອງຮູ້ດີທີ່ສຸດວ່າ ການສະໜັບສະໜຸນສິລະປິນດ້ວຍໃຈຈິງ ເປັນຄວາມສຸກທີ່ເຮົາເລືອກເອງ, ການຍອມຮັບຄວາມຮູ້ສຶກຂອງໂຕເອງ ແລະ ການເຂົ້າໃຈໃນຄວາມມັກຂອງໂຕເອງ ເປັນສິ່ງທີ່ສຳຄັນທີ່ສຸດ ????

“ບໍ່ມີຫຍັງທີ່ໄຮ້ສາລະ ຕາບໃດທີ່ມັນເຮັດໃຫ້ຫົວໃຈເຮົາມີຄວາມສຸກ”

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Chanthasone Insixiangmai - Editor-in-Chief

ຄອນເທັນຄຣີເອເຕີທີ່ເລີ່ມຈາກການຂຽນເນື້ອຫາກ່ຽວກັບ Tech ກ່ອນຈະຫຍັບມາຂຽນກ່ຽວກັບເລື່ອງວົງການບັນເທີງ ແລ້ວສຸດທ້າຍຂຽນມັນໄປທຸກຢ່າງ ຈົນກາຍເປັນຜູ້ຄຸມຄຸນນະພາບຂອງເນື້ອຫາທັງໝົດໃນ Muan (ຖ້າມີບ່ອນໃດຜິດ ນັ້ນແມ່ນຄວາມຜິດຂ້ອຍທີ່ເບິ່ງບໍ່ທົ່ວ 55). ມັກເອົາເລື່ອງຕ່າງໆທີ່ພົບໃນຊີວິດປະຈຳວັນມາເລົ່າຕໍ່ເພື່ອໃຫ້ເຂົ້າກັບ ມ່ວນ, ກົງກັບຄວາມສົນໃຈຂອງຜູ້ອ່ານ ແລະ ເຂົ້າໃຈງ່າຍ. ມັກຖ່າຍຮູບ ແລະ Pop Culture.

ບົດຄວາມທີ່ກ່ຽວຂ້ອງ

ຮັກແນວໃດ? ຍິ່ງເຂົ້າໃກ້ຍິ່ງຖອຍຫ່າງ ສຳຫຼວດຄວາມສຳພັນວ່າເຮົາແມ່ນ Avoidant ຫຼືບໍ່?

ຮູບແບບຄວາມສຳພັນແບບ "Avoidant ຫຼື ການຫຼີກໜີອາລົມຄວາມໃກ້ຊິດ" ຈະມີອາການທີ່ຕິດຢູ່ເລີກພາຍໃນຈິດໃຈທີ່ຫຼາຍຄົນບໍ່ຮູ້, ບໍ່ແມ່ນວ່າບໍ່ຮັກ ແຕ່ສະແດງອອກບໍ່ເປັນ ແລະ ມີຢ້ານຄວາມໃກ້ຊິດທີ່ມັນເລີກເຊິ່ງຈົນຂາດມັນບໍ່ໄດ້ ເລີຍເຮັດໃຫ້ເກີດຄວາມຮູ້ສຶກບໍ່ປອດໄພໃນຄວາມສຳພັນ, ຢ້ານເສຍຄວາມເປັນໂຕເອງ, ຫວງພື້ນທີ່ສ່ວນໂຕ...

ສະຫຼຸບປີ-ສະຫຼຸບໃຈ ຊວນທົບທວນໂຕເອງ ເພື່ອ Reset ໃຈກຽມອອກເດີນທາງໃນປີຕໍ່ໄປ

ເດືອນທັນວາ ເປັນເວລາທີ່ດີໃນການຄິດທົບທວນຄວາມຮູ້ສຶກ, ການສະຫຼຸບ ແລະ ການຕັ້ງເປົ້າໝາຍໃໝ່ ທີ່ອີງຕາມທິດສະດີຂອງເວລາປ່ຽນຜ່ານແນວຄິດ December Theory.

ຮູ້ສຶກກຳລັງຈະຖືກບອກເລີກ? ຄົນຮັກມິດໃສ່ເຮັດຄືເຮົາບໍ່ມີໂຕຕົນ ພຶດຕິກຳຄົນມີຄູ່ທີ່ຈະທຳຮ້າຍຄວາມສຳພັນ

Stonewalling Relationship ມັນຈະສົ່ງຜົນກະທົບຕໍ່ຄົນຄູ່ຮັກ ຫຼື ເປັນການທຳຮ້າຍຄວາມສຳພັນແບບເຮື້ອຮັງ ເຮັດໃຫ້ອີກຝ່າຍຮູ້ສຶກໂດດດ່ຽວ-ນ້ອຍໃຈ, ຄວາມໄວ້ໃຈທີ່ມີຫຼຸດລົງ ຫຼື ເຮັດໃຫ້ເກີດມີຊ່ອງວ່າງ.

10/10 ວັນສໍາຄັນຂອງຄົນຄິດຫຼາຍ ຊວນດູແລສຸຂະພາບຈິດຕົນເອງເພື່ອພັດທະນາຄວາມສຳພັນ

ຄິດຫຼາຍ, ວິຕົກກັງວົນ ແລະ ໃສ່ໃຈຄວາມຮູ້ສຶກຄົນອື່ນຫຼາຍເກີນໄປ ທຸກຄົນເປັນແບບນັ້ນກັນບໍ່? ພ້ອມກັບມີຄວາມຮູ້ສຶກວ່າການໃຊ້ຊີວິດໃນແຕ່ລະມື້ມັນຄືເມື່ອຍແທ້? ຈົນເຮັດໃຫ້ຄວາມຮັກ, ຄວາມສຳພັນ ຫຼື ສິ່ງທີ່ຢູ່ອ້ອມຕົວເຮົາມັນສົ່ງຜົນກະທົບຕໍ່ຈິດໃຈຂອງເຮົາໂດຍບໍ່ຮູ້ຕົວ ແລະ ບໍ່ເປັນໄປຕາມໃຈຕ້ອງການ....

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.