ຊວນຟິນເຄມີຄູ່ໃໝ່ຈາກຊີຣີສ໌ເກົາຫຼີ Perfect Crown ສັນຍາຮັກປອມໆຂອງອົງຊາຍ ແລະ ຄຸນໜູທາຍາດເສດຖີ

ແບ່ງປັນ

ຊວນຟິນເຄມີຄູ່ໃໝ່ຈາກຊີຣີສ໌ເກົາຫຼີ Perfect Crown ສັນຍາຮັກປອມໆຂອງອົງຊາຍ ແລະ ຄຸນໜູທາຍາດເສດຖີ

21 April 2026 9

Highlights

  • ການໂຄຈອນມາພົບກັນຄັ້ງທຳອິດຂອງນັກຮ້ອງສາວລະດັບ Icon ຢ່າງ IU ແລະ ພະເອກໜຸ່ມຍິ້ມລະມຸນ Byeon Woo-seok ທີ່ເຮັດໃຫ້ຊາວເນັດຍົກໃຫ້ເປັນຄູ່ທີ່ເຄມີເຂົ້າກັນແຮງຕັ້ງແຕ່ຕອນທຳອິດ.
  • ເລື່ອງລາວ Romantic Drama ໃນໂລກສົມມຸດຂອງເກົາຫຼີໃຕ້ຍຸກໃໝ່ທີ່ຍັງມີລະບອບກະສັດ ເລົ່າເຖິງການແຕ່ງງານປອມໆຍ້ອນເກມການເມືອງ ລະຫວ່າງອົງຊາຍ I-an ແລະ ຄຸນໜູຕະກູນມະຫາເສດຖີ Hui-ju.
  • ທ່າມກາງແຮງກົດດັນ ແລະ ການຍາດຊີງອຳນາດໃນລາດສະວົງ ຊີຣີສ໌ຈະພາເຮົາໄປຊອກຄຳຕອບວ່າ ຄວາມຮັກທີ່ເກີດຂຶ້ນທ່າມກາງຜົນປະໂຫຍດ ຈະສາມາດທຳລາຍກຳແພງຊົນຊັ້ນໄດ້ຫຼືບໍ່.


ຕ້ອງຂໍບອກວ່າຟິນແຮງ! ກັບເຄມີຂອງນັກສະແດງທັງສອງຈາກຊີຣີສ໌ເກົາຫຼີເລື່ອງ Perfect Crown ຄື IU ນັກຮ້ອງ ແລະ ນັກສະແດງຊື່ດັງທີ່ໄດ້ໂຄຈອນມາປະກົບຄູ່ກັບນາຍແບບ ແລະ ນັກສະແດງຊາຍ ຜູ້ທີ່ມີເອກະລັກທີ່ຮອຍຍິ້ມລະມຸນ Byeon Woo-seok.

ໃນຄອມເມັ້ນ (Comment) ຂອງຊາວເນັດສາຍຣີວິວຮູບເງົາ-ຊີຣີສ໌ ໃຜກໍບອກເປັນສຽງດຽວກັນວ່າມ່ວນ ແລະ ຫ້າມພາດເລີຍ. ມ່ວນຊວນເບິ່ງ ກໍຕ້ອງຮີບໄປຫາເບິ່ງທັນທີທັນໃດ ເພື່ອຈະນຳມາເລົ່າຕໍ່ໃຫ້ທຸກຄົນຟັງກັນເລີຍ.

Perfect Crown ແມ່ນຊີຣີສ໌ Romantic Drama ທີ່ຈະພາທຸກຄົນໄປສຳຜັດກັບໂລກສົມມຸດຂອງເກົາຫຼີໃຕ້ຍຸກໃໝ່ທີ່ຍັງມີລະບອບກະສັດ ໂດຍເລື່ອງລາວຈະເລົ່າໃນມຸມເສັ້ນທາງຄວາມຮັກຂອງອົງຊາຍ I-an (ພະເອກ) ແລະ Hui-ju ຄຸນໜູ ທາຍາດມະຫາເສດຖີ (ນາງເອກ).

ທ່າມກາງແຮງກົດດັນທາງດ້ານສັງຄົມ-ການເມືອງ ອົງຊາຍ I-an ໄດ້ເຂົ້າໄປພົວພັນກັບການຍາດຊີງອຳນາດພາຍໃນລາດສະວົງ ເຮັດໃຫ້ຈຳເປັນຕ້ອງໄດ້ເຮັດສັນຍາແຕ່ງງານປອມໆກັບHui-ju ເຊິ່ງຍ້ອນເກມການເມືອງທີ່ເກີດຂຶ້ນຈຶ່ງເຮັດໃຫ້ພວກເຂົາຮວມມືກັນ.

ອ່ານຕື່ມ:  ກ້າທີ່ຈະເປັນໂຕເອງ "ດອນ" ກັບບົດ "ນວນ" ໃນ ສຸກໃຈ the Series ຄັ້ງທຳອິດຂອງຊີຣີສ໌ລາວທີ່ນຳສະເໜີ Nonbinary

ໃນລະຫວ່າງນັ້ນພວກເຂົາໄດ້ຮູ້ຈັກກັນ ແລະ ກັນຫຼາຍຂຶ້ນຈົນເກີດເປັນຄວາມຮັກ ແຕ່ຄວາມຮັກທີ່ມີຈະສາມາດເອົາຊະນະກຳແພງທາງຊົນຊັ້ນໄດ້ບໍ່? ຫຼື ວ່າມຸງກຸດທີ່ສົມບູນແບບຈະຕ້ອງແລກມາດ້ວຍບາງສິ່ງທີ່ສູນເສຍໄປຕະຫຼອດການ.

ເລື່ອງ Perfect Crown ຈົບແລ້ວເດີ, ທຸກຄົນສາມາດໄປເບິ່ງທັງ 12 ໄດ້ທີ່ Disney+ ເລີຍ

ທີ່ມາen.wikipedia.org

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.