ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips ຕ້ອງມີເສັ້ນສາຍເທົ່ານັ້ນຫວາ ຈຶ່ງຈະໄດ້ເຂົ້າເຮັດວຽກ?
Muan RelationTips

ຕ້ອງມີເສັ້ນສາຍເທົ່ານັ້ນຫວາ ຈຶ່ງຈະໄດ້ເຂົ້າເຮັດວຽກ?

ແບ່ງປັນ

ຕ້ອງມີເສັ້ນສາຍເທົ່ານັ້ນບໍ ຈຶ່ງຈະມີວຽກເຮັດ? ເມື່ອຮຽນຈົບມາແລ້ວຫາວຽກຍາກ ນັ້ນໝາຍຄວາມວ່າ ເຮົາຈະຕ້ອງບໍ່ຮຽນ ແມ່ນບໍ?

ຫຼາຍຄົນທີ່ຮຽນຈົບໃໝ່ອາດຈະເຄີຍມີຄຳຖາມນີ້ເກີດຂຶ້ນມາໃນຫົວ ອາດຈະດ້ວຍປະສົບການຕົງ ຫຼື ອ່ານຈາກເລື່ອງລາວຄົນອ້ອມໂຕທີ່ກຳລັບປະເຊີນກັບໄລຍະເວລາແຫ່ງຄວາມຍາກລຳບາກໃນການຊອກຫາວຽກເຮັດຫຼັງຈາກທີ່ຮຽນຈົບ. ຍ້ອນຫຍັງເຮົາຈຶ່ງຄິດແບບນັ້ນ?

ກ່ອນອື່ນໝົດ ຂໍເວົ້າເລີຍວ່າ ເຮົາບໍ່ໄດ້ມາຕັດສິນວ່າຄົນທີ່ຄິດແບບນັ້ນແມ່ນຄິດຜິດ ຫຼື ສິ່ງທີ່ເຮົາຈະເວົ້າຕໍ່ໄປນີ້ແມ່ນສິ່ງທີ່ຖືກ 100%, ແຕ່ເຮົາພຽງແຕ່ຢາກແບ່ງປັນເລື່ອງລາວຈາກອີກດ້ານໜຶ່ງຂອງການເຮັດວຽກ ຈາກສິ່ງທີ່ເຮົາປະສົບພົບເຈິມາໃນໄລຍະເວລາຫຼາຍປີທີ່ນັ່ງຢູ່ຫຼັງຄອມພິວເຕີ ແລະ ຕິດຕໍ່ວຽກງານກັບຄົນໃນຫຼາກຫຼາຍຂົງເຂດ. ຢ່າງໜ້ອຍກໍອາດເປັນອີກໜຶ່ງແຮງໃຈໃຫ້ເຮົາໄດ້ມີແຮງຮຶດຂຶ້ນສູ້ ແລະ ກ້າວເດີນຕໍ່ໄປໄດ້.

ຕ້ອງມີເສັ້ນສາຍເທົ່ານັ້ນບໍ ຈຶ່ງຈະມີວຽກເຮັດ?

ໃນໂລກຍຸກປັດຈຸບັນທີ່ເກີດມີອາຊີບຕ່າງໆຂຶ້ນມາຮ້ອຍແປດພັນປະການ ຫຼາຍຄົນກໍຊອກວຽກເປັນຄັ້ງທຳອິດແລ້ວໄດ້ວຽກເລີຍ ຫຼາຍຄົນກໍມີປະສົບການທີ່ບໍ່ດີໃນການຊອກວຽກ. ແຕ່ການທີ່ເຮົາຈະເອົາຄຳວ່າ ມີເສັ້ນສາຍເທົ່ານັ້ນຈຶ່ງໄດ້ວຽກ ມາຕັດສິນວ່າທຸກບ່ອນທີ່ຮັບສະໝັກພະນັກງານໃໝ່ຕ້ອງໃຊ້ເສັ້ນສາຍເທົ່ານັ້ນ ກໍເບິ່ງຄືວ່າຈະບໍ່ຍຸຕິທຳກັບພວກເຂົາເຫຼົ່ານັ້ນປານໃດ.

ຫຼາຍໆບ່ອນຍັງຄົງຕ້ອງການພະນັກງານທີ່ມີຄວາມສາມາດ ແລະ ເງື່ອນໄຂກົງກັບໜ້າວຽກນັ້ນໆ ເຊິ່ງກ່ອນທີ່ຈະໄດ້ຄົນມາເຮັດວຽກນັ້ນກໍຕ້ອງໄດ້ຜ່ານຂັ້ນຕອນການຄັດເລືອກທີ່ເຂັ້ມຂຸ້ນ ຈົນໄດ້ຜູ້ທີ່ເໝາະສົມກັບຕຳແໜ່ງນັ້ນຫຼາຍທີ່ສຸດ. ສະນັ້ນແລ້ວ ເມື່ອເຮົາສະໝັກວຽກຢູ່ບ່ອນນີ້ບໍ່ໄດ້ ເຮົາກໍພຽງແຕ່ຍ້າຍໄປບ່ອນໃໝ່ ບ່ອນທີ່ເຂົາຕ້ອງການຄົນທີ່ມີຄວາມຮູ້ ແລະ ທັກສະກົງກັບເຮົາຫຼາຍທີ່ສຸດ ເຮົາເຊື່ອວ່າຕ້ອງມີຈັກບ່ອນແຫຼະ.

ຈາກການເບິ່ງບັນຫາທີ່ເກີດຂຶ້ນ ເຮົາເຫັນວ່າ ບັນຫາບໍ່ໄດ້ຢູ່ທີ່ໂຕຜູ້ຊອກວຽກເທົ່ານັ້ນທີ່ເຮັດໃຫ້ເຂົາຄິດແບບນັ້ນ, ເນື່ອງຈາກສັງຄົມອ້ອມຂ້າງກໍມີສ່ວນໃນການຫຼໍ່ຫຼອມໃຫ້ເຂົາເຈົ້າຄິດວ່າ ການຊອກວຽກເປັນເລື່ອງທີ່ຍາກ, ຕ້ອງມີເສັ້ນສາຍ, ຕ້ອງໃຊ້ເງິນຈ້າງເຂົ້າ ລວມທັງຄຳເວົ້າທີ່ວ່າ “ຮຽນໄປເຮັດຫຍັງ ຮຽນມາແລ້ວກໍບໍ່ໄດ້ເຮັດວຽກດີໆນຳເຂົາ” ຫຼື “ຮຽນຈົບຕີແລ້ວມາລ້ຽງໄກ່”.

ແຕ່ຖ້າຈະເອົາແທ້ໆ ເຮົາລອງເບິ່ງມຸມກັບກັນວ່າ ອາຊີບໃດກໍຕາມລ້ວນແລ້ວແຕ່ສາມາດສ້າງລາຍຮັບ ຫຼື ລ້ຽງຊີບເຮົາໄດ້ ຖ້າເຮົາລົງແຮງ ແລະ ຕັ້ງໃຈເຮັດມັນແທ້ໆ. ການທີ່ເຮົາຮຽນຈົບສິ່ງໃດສິ່ງໜຶ່ງມາແລ້ວຂີດເສັ້ນໃຫ້ໂຕເອງຢູ່ໃນຂອບຂອງສິ່ງນັ້ນ ຈົນບໍ່ສາມາດກ້າວໄປເຮັດສິ່ງອື່ນທີ່ເຮົາກໍສາມາດເຮັດໄດ້ ອາດເປັນອີ່ຫຍັງທີ່ໜ້າເສຍດາຍຢູ່ໃດ.

ສະນັ້ນ ສິ່ງນີ້ຄວນຢຸດລົງໄດ້ແລ້ວ ຄົນອ້ອມຂ້າງຄວນຢຸດທຳຮ້າຍເຂົາເຈົ້າດ້ວຍການປ້ອນຊຸດຄວາມຄິດທີ່ເຮັດໃຫ້ເຂົາຄິດວ່າຄວາມຮູ້ ແລະ ທັກສະ0 ຈາກການສຶກສານັ້ນບໍ່ພຽງພໍທີ່ຈະໃຊ້ໃນການຊອກຫາວຽກ ຫຼື ການເຮັດວຽກງານເຕັມໄປດ້ວຍເລື່ອງເໝັນຄາວທີ່ເຮັດໃຫ້ເຂົາເຈົ້າເບື່ອໜ່າຍ. ເຮົາປະຕິເສດບໍ່ໄດ້ວ່າ ການສຶກສາໃນລະດັບທີ່ສູງຂຶ້ນ ຖືວ່າເປັນອີກໜຶ່ງບົດທົດສອບ ເປັນເສັ້ນທາງການຮຽນຮູ້ທີ່ດີທີ່ຈະເຮັດໃຫ້ເຮົາຮູ້ໂຕຕົນ–ຄວາມມັກຂອງໂຕເອງ, ມີຄວາມຮູ້ພື້ນຖານໃນຫຼາຍໆເລື່ອງ ແລະ ກໍຍັງເປັນໄລຍະສຳຄັນຕອນໜຶ່ງໃນຊີວິດເຮົາເລີຍແຫຼະທີ່ເຮັດໃຫ້ເຮົາໄດ້ລອງເຮັດກິດຈະກຳຕ່າງໆ ແລະ ຮູ້ຈັກຜູ້ຄົນ.

ອ່ານຕື່ມ:  ໂສດມາຕັ້ງແຕ່ເກີດ ຂໍອະນຸຍາດເປີດໂຕແຟນ ມືໃໝ່ຮຽນມີແຟນ ເຮັດແນວໃດຈຶ່ງຈະ work?

ພວກເຮົາຂໍເປັນອີກໜຶ່ງກຳລັງໃຈໃຫ້ກັບຜູ້ທີ່ກຳລັງຊອກວຽກ ຈົ່ງຢ່າຍອມທໍ້ຖອຍ, ຊອກຫາຊ່ອງທາງໃໝ່ໆ ແລະ ກ້າວຕໍ່ໄປໃນເສັ້ນທາງແຫ່ງການເຮັດວຽກຢ່າງມີຄວາມສຸກເດີ.

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ
Muan RelationTips

Doorway Effect: ຍ່າງຜ່ານປະຕູແລ້ວລືມເລື່ອງທີ່ຄິດ ຊວນເຂົ້າໃຈການຈັດລະບຽບຂອງສະໝອງ

ເຄີຍຍ່າງຜ່ານປະຕູແລ້ວລືມເລື່ອງທີ່ຈະເຮັດບໍ່? ທຳຄວາມເຂົ້າໃຈກັບ Doorway Effect ແລະ ວິທີທີ່ສະໝອງຈັດລະບຽບຄວາມຈຳໃນຊີວິດປະຈຳວັນ. ຊວນຮູ້ຈັກທິດສະດີ Doorway Effect ແລະ 3 ວິທີແກ້ໄຂງ່າຍໆ

Muan RelationTips

Trust Issues: ບັນຫາທີ່ເກີດຈາກຄວາມບໍ່ໄວ້ວາງໃຈເຮັດໃຫ້ຮັກເຈັບປວດ

ບັນຫາທາງຈິດໃຈທີ່ເຮັດໃຫ້ບໍ່ສາມາດໄວ້ວາງໃຈໃຜໄດ້ ມັກເກີດຈາກການຖືກທຳຮ້າຍທາງຈິດໃຈໃນອະດີດ ເຊິ່ງສົ່ງຜົນຕໍ່ຄວາມຄິດ, ອາລົມ ແລະ ພຶດຕິກຳໃນປັດຈຸບັນ.

Muan RelationTips

ເຈົ້າກຳລັງສູນເສຍຕົວຕົນ? ຖືກປິດບັງຄວາມເປັນຕົວເອງ ຊວນເອົາຊະນະພຶດຕິກຳ Overcoming Eclipsing

ເຈົ້າກຳລັງສູນເສຍຕົວຕົນ? ຖືກປິດບັງຄວາມເປັນຕົວເອງ ຊວນເອົາຊະນະພຶດຕິກຳ Overcoming Eclipsing

Muan RelationTips

ເພາະຮັກຈຶ່ງເຈັບປວດ? ເບິ່ງຄືດີແຕ່ເຈົ້າຮູ້ສຶກອຶດອັດ ເພາະຄວາມສຳພັນກຳລັງຖືກຄວບຄຸມ

ເພາະຮັກຈຶ່ງເຈັບປວດ? ເບິ່ງຄືດີແຕ່ເຈົ້າຮູ້ສຶກອຶດອັດ ເພາະຄວາມສຳພັນກຳລັງຖືກຄວບຄຸມ

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.