ເປີດເບື້ອງຫຼັງ “JATAVA” ໂດຍດີຊາຍເນີໜຸ່ມໄຟແຮງ “ວິນລ້ຽມ ຈັນທະວີ”

ແບ່ງປັນ

ເປີດເບື້ອງຫຼັງ “JATAVA” ໂດຍດີຊາຍເນີໜຸ່ມໄຟແຮງ “ວິນລ້ຽມ ຈັນທະວີ”

ໂດຍ: Tonmai Phoutthasack Tonmai Phoutthasack
26 March 2026 5

ຫຼັງຈາກຈົບງານ Z Fashion Shows Celebrity Night 2026 ທີ່ໂຮງແຮມ Amari Vientiane ທີ່ຜ່ານມາເຊິ່ງເປັນງານມັດລວມເອົາທັງຫ້ອງເສື້ອຊື່ດັງ, ດີຊາຍເນີ້ຕົວທັອບ ແລະ ນາງແບບນາຍແບບແຖວໜ້າຂອງລາວມາປ່ອຍຂອງເທິງຣັນເວດຽວກັນແບບຈັດເຕັມສຸດໆ!

ແຕ່ບອກເລີຍວ່າມີໜຶ່ງຫ້ອງເສື້ອທີ່ເຮັດໃຫ້ ມ່ວນ ຖືກຕົກເຂົ້າເຕັມໆ ແລະຍັງຕາຕຶງມາຮອດມື້ນີ້, ນັ້ນກໍຄືຫ້ອງເສື້ອ JATAVA ຄືຊຸດຂອງເພິ່ນເຫັນປຸບແລ້ວມັນໂດດເດັ່ນເຕະຕາແຮງ! ມູດແອນໂທນຄືທັນສະໄໝ, ດີເທວການຕັດຫຍິບຄືມີເອກະລັກແບບບໍ່ຊ້ຳໃຜ. ເວົ້າງ່າຍໆຄື “ສວຍ, ຫຼູ, ແພງ ແລະ ເບິ່ງມີສະຕໍຣີ” ໃນທຸກໆຊຸດທີ່ຍ່າງອອກມາເລີຍ.

ດ້ວຍຄວາມທີ່ຢາກຮູ້ແຮງ ມ່ວນກໍເລີຍໄປສວມວິນຍານນັກສືບ ໄປຕາມຫາວ່າໃຜກັນທີ່ເປັນເຈົ້າຂອງ? ໃຜເປັນດີຊາຍເນີ້ທີ່ຢູ່ເບື້ອງຫຼັງຄວາມປັງລະດັບນີ້? ແລະ ໃນທີ່ສຸດມ່ວນກໍໄປສືບມາຈົນຮູ້ແລ້ວຈ້າວ່າເພິ່ນແມ່ນໃຜ ແລະ ມີທີ່ມາທີ່ໄປແນວໃດ!

ຕໍ່ໄປຄືບົດສຳພາດພິເສດທີ່ຫາໃສບໍ່ໄດ້ ມາຫາຄຳຕອບວ່າກວ່າຈະມາເປັນຊຸດຫຼູຫລາ ເບິ່ງແພງເທິງຣັນເວໃຫ້ເຮົາໄດ້ເບິ່ງກັນ ໃຜເປັນຄົນຢູ່ເບື້ອງຫຼັງ? ມື້ນີ້ມ່ວນຈະເລົ່າໃຫ້ຟັງ!

ໃຜຈະເຊື່ອວ່າ… ຈຸດເລີ່ມຕົ້ນຂອງດີຊາຍເນີລະດັບປະເທດ ຈະມາຈາກເດັກນ້ອຍທີ່ມັກແຕ້ມຮູບຜູ້ຍິງໃນຫ້ອງຮຽນຈົນຖືກອາຈານຮ້າຍ! ວິນລ້ຽມ ຈັນທະວີ (William Chanthavy) Founder ແລະ Designer ຫຼັກຂອງແບຣນ JATAVA

ຕ້ອງຂໍເລົ່າຍ້ອນກັບໄປ ຕອນສະໄໝຮຽນມາຫາວິທະຍາໄລ ເພາະວ່າຕອນນັ້ນຄຳວ່າ Designer ຫລື ນັກອອກແບບເສື້ອຜ້າ ມັນເປັນຫຍັງທີ່ໄກໂຕເຮົາຫລາຍ, ເນື່ອງຈາກບ້ານເຮົາບໍ່ມີສາຍຮຽນກ່ຽວກັບສາຂານີ້ເລີຍ ມີກໍແຕ່ສາຍຕັດຫຍິບໂດຍສະເພາະເລີຍ, ດ້ວຍຄວາມທີ່ໂຕເອງມັກແຕ້ມຮູບໂດຍສະເພາະແມ່ນຮູບຜູ້ຍິງມັກຈົນເຖິງຂັ້ນວ່າ ແຕ້ມທຸກເມື່ອທີ່ມີໂອກາດ, ນັ່ງລົມນຳໝູ່ ຫລື ໃນຫ້ອງຮຽນ, ຈົນບາງເທື່ອຖືກອາຈານຮ້າຍໃນຫ້ອງ ແລະ ຫມູ່ມັກມາທ້ວງຕະຫລອດ ວ່າ “ມັກແຕ້ມຮູບຜູ້ຍິງປານນີ້ ຄືບໍ່ເປັນ Designer?” ກໍເລີຍເປັນຈຸດເລີ່ມຕົ້ນທີ່ເຮັດໃຫ້ຮູ້ຈັກ ແລະ ຢາກສຶກສາກ່ຽວກັບເລື່ອງອອກແບບ ແລະ ເລື່ອງການຫຍິບເປັນຈິງເປັນຈັງ.

ຈົນມາຮອດປີ 2016 ຕອນນັ້ນແມ່ນຮຽນເຊື່ອມຕໍ່ປະລິນຍາຕີ ບໍລິຫານທຸລະກິດ ຈຶ່ງມາເຫັນວ່າ ມີໂຄງການ ສົ່ງເສີມນັກອອກແບບຫນຸ່ມນ້ອຍຂອງລາວ ຫລື Lao young designer project ທີ່ໃຫ້ໂອກາດຄົນທີ່ມັກ ໃນສາຍອອກແບບເສື້ອຜ້າ ສົ່ງຜົນງານການອອກແບບ ເພື່ອແຂ່ງເອົາທຶນ ໄປຮຽນອອກແບບຢູ່ paris ປະເທດຝລັ່ງ ແລະ ປະເທດຕ່າງໆ, ແຕ່ໃນປີນັ້ນແມ່ນ ສົ່ງບໍ່ທັນ ເພາະຮູ້ວ່າມີງານນີ້ແມ່ນຫລັງຈາກທີ່ເຂົາເຈົ້າປິດຮັບຜົນງານແລ້ວ.

ຫລັງຈາກນັ້ນເປົ້າຫມາຍແມ່ນປີ 2017 ເຮົາຈະສົ່ງຜົນງານ, ກໍໄດ້ໄປຊອກຂໍ້ມູນວ່າຜ່ານມາ ເຂົາເຈົ້າແຂ່ງແບບໃດ ອອກແບບປະມານໃດ ເພາະແຕ່ລະປີ ຫົວຂໍ້ການແຂ່ງຂັນແມ່ນບໍ່ຄືກັນ. ຈື່ໄດ້ວ່າ ປີ2017 ຫົວຂໍ້ທີ່ແຂ່ງແມ່ນ ” ບຸນໄຫລເຮືອໄຟ ” ແລ້ວປີນັ້ນແມ່ນປີສຸດທ້າຍທີ່ເຮົາສາມາດສົ່ງຜົນງານໄດ້ ເນື່ອງຈາກເງື່ອນໄຂດ້ານອາຍຸ, ພໍເພິ່ນເປີດຮັບສະໝັກເຮົາກໍຕັ້ງໃຈເຮັດເຕັມທີ່ ອອກແບບຈັດເຕັມ ແລະ ສົ່ງຜົນງານໄປເຕັມໄປດ້ວຍຄວາມຫວັງວ່າຈະຊະນະ ແຕ່ສຸດທ້າຍກໍຜິດຫວັງບໍ່ໄດ້ລາງວັນທີ 1 ແຕ່ບໍ່ເປັນຫຍັງຕອນນັ້ນເຮົາເອງກໍໄດ້ທຶນໄປຮຽນ ຢູ່ບາງກອກ ປະເທດໄທ ເປັນຄອສ ໄລຍະສັ້ນ 2 ເດືອນ ແລະ ເປັນກ້າວທຳອິດທີ່ເຮັດໃຫ້ເຂົ້າໃຈ ຄຳວ່າ designer ແລະ ເລີ່ມມີໄອເດຍທີ່ຈະສ້າງແບຣນຂອງໂຕເອງ.

ອ່ານຕື່ມ:  ຈາກຜູ້ຟັງສູ່ຜູ້ຫຼິ້ນ ລົມນຳ Kino ມືເບສຜູ້ທີ່ເຊື່ອວ່າດົນຕີຄືເສັ້ນທາງທີ່ຊີວິດເລືອກ

ຫລັງຈາກນັ້ນ ພໍຮູ້ວ່າໂຕເອງມັກດ້ານນີ້ ກໍເລີຍກັບໄປຮຽນຕື່ມນຳອາຈານອີກປີຫນຶ່ງຈຶ່ງໄດ້ກັບມາສ້າງແບຣນຂອງໂຕເອງ ຊື່ວ່າ  “JATAVA” ເຊິ່ງຕອນນັ້ນເຮັດແບບອອນໄລນ໌ເຮັດໄປເຮັດມາ ເຮົາຮູ້ສຶກວ່າ ເຮົາຂາດຫຍັງຫລາຍໆຢ່າງ  ແລະ ຖືກຊ່ວງ ໂຄວິດບວກກັບໂຕເອງຢາກໄດ້ປະສົບການແນ່, ປະມານປີ 2020  ໄດ້ເຂົ້າໄປເປັນຜູ້ຊ່ວຍ designer  ໃຫ້ກັບ ແບຣນ tyna inspiration of silk , ແບຣນ ສາວລາວ ແລະເປັນdesigner ໃຫ້ແບຣນ Ministry of silk  ໃນເວລາຕໍ່ມາ”.

JATAVA (ຈັດຕະວາ) ນິຍາມຂອງຜູ້ຍິງທີ່ “ເທ້ ແລະ ອ່ອນຫວານ” ໃສ່ແລ້ວເບິ່ງລວຍ!

ຊື່ນີ້ມີຄວາມໝາຍ JATAVA ໃນພາສາລາວກໍຄື “ຈັດຕະວາ” ສື່ເຖິງຜູ້ຍິງທີ່ມີຄວາມເທ້ ແຕ່ແຝງຄວາມອ່ອນຫວານ, ມີພະລັງບວກ, ໝັ້ນໃຈ ແລະ ກ້າອອກຈາກກອບເດີມໆ. ເປົ້າໝາຍຂອງແບຣນແມ່ນຢາກໃຫ້ຜູ້ຍິງລາວໃສ່ແລ້ວໝັ້ນໃຈ ພູມໃຈໃນສິນຄ້າລາວ. ທີ່ສຳຄັນວິນລ້ຽມກະຊິບມາວ່າ ”ຫົວໃຈຫລັກແມ່ນຕ້ອງການເຫັນຜູ້ຍິງທີ່ສວມໃສ່ຊຸດທີ່ຕົວເອງອອກແບບແລ້ວງາມທີ່ສຸດ.

ຫົວໃຈຫຼັກຂອງເຮົາແມ່ນຢາກໃຫ້ຜູ້ຍິງທີ່ໃສ່ JATAVA ຮູ້ສຶກວ່າເຂົາເປັນຜູ້ຍິງທີ່ມີ Style ຊັດເຈນ, ໝັ້ນໃຈ ແລະ ທີ່ສຳຄັນໃສ່ແລ້ວຮູ້ສຶກລວຍ!

ກວ່າຈະມາເປັນຊຸດເທິງຣັນເວ… ມັນບໍ່ໄດ້ງ່າຍເລີຍ! ມ່ວນຂໍບອກເລີຍວ່າ ວຽກດີຊາຍບໍ່ແມ່ນແຕ່ແຕ້ມແລ້ວຈົບ! ວິນລ້ຽມເລົ່າວ່າ “ໃນປັດຈຸບັນ ການໃຫ້ຄຸນຄ່າຂອງໄອເດຍ ຫຼື ຄຸນຄ່າຂອງຄວາມຄິດຂອງຄົນຢູ່ບ້ານເຮົາຮູ້ສຶກວ່າຍັງມີຫນ້ອຍ  ບາງຄົນຮູ້ແຕ່ພາບເບື້ອງຫນ້າ ຈຶ່ງຕີລາຄາວ່າມັນງ່າຍ ເຊິ່ງຢາກຈະບອກວ່າບໍ່ແມ່ນເບື້ອງຫລັງກ່ອນຈະໄດ້ຫນຶ່ງ collection ເຮົາໄດ້ຜ່ານຂັ້ນຕອນທີ່ຊັບຊ້ອນ ແລະ ຫຼາກຫຼາຍ” 

ວິນລ້ຽມຍັງໄດ້ເລົ່າເຖິງຂັ້ນຕອນການເຮັດວຽກຂອງລາວໃນການອອກແບບຈົນໄປເຖິງການຕັດຫຍິບໜຶ່ງໆຊຸດທີ່ສະແດງໃຫ້ເຫັນເຖິງຄວາມໃສ່ໃຈໃນລາຍລະອຽດ ແລະ ຄວາມຕັ້ງໃຈ ເຊິ່ງລາວກໍໄດ້ເລົ່າວ່າ

ຂັ້ນຕອນການອອກແບບ ແມ່ນເລີ່ມຈາກຫາ Inspiration > ເຮັດ Mood Board ກຳນົດອາລົມສີ > ແຕ້ມແບບ > ເລືອກຜ້າ.

ອ່ານຕື່ມ:  ລະ Ophelia ແມ່ນໃຜ? ເປີດທີ່ມາຂອງຊື່ບຸກຄົນຈາກເພງທຳອິດ ໃນອາລະບຳໃໝ່ຂອງ ເທເລີ ສະວິຟ

ໃນສ່ວນຂອງການຜະລິດ ແມ່ນເລີ່ມຂຶ້ນແພັດເທິ້ນ > ຫຍິບຊຸດຕົວຢ່າງ (ເພື່ອປັບແກ້ຈົນກວ່າຈະເປະ) > ກ່ອນຈະຕັດຫຍິບຊຸດແທ້. 

ເຊິ່ງຢາກຈະບອກວ່າ ແຕ່ລະຂັ້ນຕອນບໍ່ງ່າຍເລີຍ ວິນລ້ຽມເລີຍຢາກໃຫ້ທຸກຄົນ ຫລື ລູກຄ້າເຫັນຄຸນຄ່າໃນຈຸດນີ້ ເພາະແຕ່ລະຢ່າງແມ່ນໄດ້ໃຊ້ທັງເວລາ, ຄວາມຮູ້, ໄອເດຍ, ປະສົບການ ຫລື ສິ່ງໃດທີ່ບໍ່ຮູ້ກໍຕ້ອງໄດ້ລອງຜິດລອງຖືກ ເພື່ອໃຫ້ຜົນງານ ອອກມາດີ ແລະ ສວຍງາມທີ່ສຸດເພື່ອໃຫ້ທຸກຄົນໄດ້ເຫັນ.

ມ່ວນໄດ້ຖາມເຖິງຜົນງານທີ່ຜ່ານມາ ວິນລ້ຽມກໍຕອບກັບມາຢາກວ່າມີຫລາຍເຕີບ ເພາະເລີ່ມເຮັດມາແຕ່ 2017 ເປັນຕົ້ນມາ, ແຕ່ທີ່ພູມໃຈທີ່ສຸດ ວິນລ້ຽມຍົກໃຫ້ ຄໍເລັກຊັ່ນຊົນເຜົ່າລາວ ທີ່ໄດ້ໄປສະແດງຢູ່ປາຣີ ປະເທດຝຣັ່ງ ໃນປີ 2023 ເພາະເປັນການເອົາຜ້າລາວໄປອວດໂສມຢູ່ເອີຣົບເປັນຄັ້ງທຳອິດ! ແລະ ຈື່ໄດ້ຂຶ້ນໃຈທີ່ສຸດ ຕອນນັ້ນຫນ້າຈະແມ່ນ ຄໍເລັກຊັ່ນທຳອິດ ທີ່ເຮົາເຮັດ ແລະ ເອົາມາໂຊຜົນງານ ຫລັງຈາກກັບມາຈາກ ຮຽນໃຫມ່ໆ ຫລັງຈາກຈົບໂຊປຸບແລ້ວລູກຄ້າຜູ້ໝຶ່ງ ເພິ່ນໄດ້ແລ່ນມາຊອກຫາເຮົາຫລັງເວທີ, ເພິ່ນບອກວ່າ ຢ້ານບໍ່ທັນຄົນອື່ນ ເພິ່ນສຶ່ມໃສ່ຫູວ່າ ມັກຜົນງານເຮົາຫລາຍ ມື້ນັ້ນເພິ່ນຊື້ສອງຊຸດ ແລ້ວເອົາໄປໃສ່ຢູ່ ປະເທດອີຢິບ ໂພສຮູບລະແທັກມາໃຫ້ເຮົາເບິ່ງນຳ ຍ້ອນກັບຄິດກັບໄປຕອນນັ້ນກໍຍັງເປັນຄວາມຮູ້ສຶກດີໆທີ່ເຮົາບໍ່ເຄີຍລືມ.

ແນ່ນອນວ່າໃນຖານະທີ່ວິນລ້ຽມເປັນອີກໜຶ່ງບຸກຄົນທີ່ຄລຸກຄລີ ແລະ ຂັບເຄື່ອນວົງການແຟຊັ່ນບ້ານເຮົາ, ມ່ວນ ກໍບໍ່ພາດທີ່ຈະແອບຖາມເຖິງມຸມມອງທີ່ມີຕໍ່ວົງການແຟຊັ່ນລາວໃນປັດຈຸບັນ, ເຊິ່ງວິນລ້ຽມກໍໄດ້ເປີດໃຈລົມກັບພວກເຮົາແບບກົງໄປກົງມາເລີຍວ່າ: “ຕ້ອງຍອມຮັບວ່າຍັງມີຂໍ້ຈຳກັດຫຼາຍໆຢ່າງ” ບໍ່ວ່າຈະເປັນເລື່ອງສະຖານທີ່ສຶກສາສະເພາະທາງດ້ານການອອກແບບທີ່ຍັງບໍ່ທັນມີຮອງຮັບພຽງພໍ, ເລື່ອງການເຂົ້າເຖິງວັດຖຸດິບ, ຄວາມນິຍົມໃນການສະໜັບສະໜູນສິນຄ້າແບຣນລາວ, ລວມໄປເຖິງການຊຸກຍູ້ຈາກພາກລັດ ແລະ ສະພາບເສດຖະກິດໃນປັດຈຸບັນ ທີ່ລ້ວນແລ້ວແຕ່ເປັນປັດໄຈທີ່ເຮັດໃຫ້ຄົນເຮັດວຽກສາຍແຟຊັ່ນເຕີບໂຕໄດ້ຍາກພໍສົມຄວນ.

ແຕ່ດຽວກ່ອນ! ມັນກໍບໍ່ໄດ້ມືດມົນສະເໝີໄປເດີ້ທຸກຄົນ ເພາະວິນລ້ຽມກໍໄດ້ບອກຕື່ມວ່າ ຜ່ານມາກໍຍັງມີຜູ້ໃຫຍ່ໃນວົງການຫຼາຍໆທ່ານ ທີ່ພະຍາຍາມຍູ້ດັນ ແລະ ສົ່ງເສີມວົງການແຟຊັ່ນບ້ານເຮົາໃຫ້ກ້າວໄປສູ່ເວທີສາກົນມາໂດຍຕະຫຼອດ ເຊັ່ນ: ໂຄງການ Lao Fashion Week ທີ່ເປັນອີກໜຶ່ງແຮງສຳຄັນໃນການພານັກອອກແບບລາວໄປສະແດງຜົນງານອວດສາຍຕາຊາວໂລກຢູ່ຕ່າງປະເທດ ແລະ ແນ່ນອນວ່າແບຣນ JATAVA ກໍເປັນໜຶ່ງໃນຄວາມພູມໃຈນັ້ນຄືກັນ! 

ອ່ານຕື່ມ:  ແນ່ມ ສາວປັອບສະຕາ ຢາກໃຊ້ສຳນຽງທ້ອງຖິ່ນທີ່ເປັນເອກະລັກປະສົມກັບດົນຕີສະໄໝໃໝ່ສ້າງສີສັນແປກໃໝ່ໃຫ້ເພງບ້ານເຮົາ

ຖາມເຖິງກ້າວຕໍ່ໄປຂອງແບຣນ, ວິນລ້ຽມບອກມ່ວນວ່າ ເປົ້າໝາຍຫຼັກຄືຢາກປັ້ນໃຫ້ JATAVA ເປັນ “ແບຣນຜູ້ນຳເທຣນ” ສຳລັບຊຸດອອກງານໃນລາວໄປເລີຍ! ເອົາແບບວ່າພໍແຕ່ເຫັນປຸບກໍຕ້ອງຮ້ອງອໍ້ ແລ້ວຮູ້ໂລດວ່າ “ນີ້ຄືຊຸດຈາກແບຣນ JATAVA ແນ່ນອນ”.

ນອກຈາກນີ້, ຍັງໄດ້ຝາກຂໍ້ຄິດດີໆ ໃຫ້ນ້ອງໆ ຫຼື ໃຜທີ່ກຳລັງສົນໃຈຢາກກ້າວເຂົ້າມາໃນວົງການແຟຊັ່ນນຳ. ເພິ່ນເລົ່າໃຫ້ຟັງວ່າ ຜ່ານມາເຫັນຫຼາຍຄົນມີຄວາມມັກ, ມີຄວາມກ້າ ແລະ ເກັ່ງຫຼາຍ! ແຕ່ພໍມາເຮັດວຽກຕົວຈິງພັດມາສະດຸດລົ້ມກາງທາງ. ຍ້ອນຫຍັງຮູ້ບໍ່? ຍ້ອນ “ຂາດປະສົບການ” ນັ້ນເອງ. ບາງຄົນອາດຈະຮູ້ຂໍ້ມູນແຄ່ຜິວເຜີນ ພໍມາລົງສະໜາມຈິງແລ້ວຕ້ອງມາຮັບມືກັບລູກຄ້າ, ເຈິຄວາມກົດດັນໜັກໆ ຫຼື ໄດ້ຮັບຟີດແບັກທີ່ບໍ່ດີ ກໍພາໃຫ້ຖອດໃຈແລ້ວລົ້ມເລີກໄປເລີຍກໍມີ.

ຕອນນີ້ອາດຈະຍັງບໍ່ໄດ້ຢູ່ໃນຈຸດທີ່ຈະໄປສອນ ຫຼື ແນະນຳໃຜໄດ້, ແຕ່ຂໍແຊຣ໌ໃນມຸມທີ່ເຄີຍເຈິມາກ່ອນວ່າ ຄຳວ່າ “ປະສົບການ” ນີ້ແຫຼະຄືກຸນແຈສຳຄັນທີ່ສຸດ! ມັນຈະເປັນໂຕບອກເຮົາເອງວ່າເຮົາຍັງຂາດຫຍັງ ແລະ ຄວນຕື່ມຫຍັງລົງໄປໃນຈຸດນັ້ນ. ພໍເຮົາມີປະສົບການແລ້ວ ເຮົາຈະສາມາດຮັບມື ແລະ ປັບຕົວໄດ້ກັບທຸກສະຖານະການ ແລ້ວເຮົາຈະຮູ້ສຶກ “ມ່ວນ” ໄປກັບການເຮັດສິ່ງນີ້. ທີ່ສຳຄັນຄື: “ຢ່າຢຸດພັດທະນາໂຕເອງເດັດຂາດ!” ສ່ວນໃຜທີ່ເຮັດວຽກແລ້ວຮູ້ສຶກໝົດໄຟ ຫຼື ເມື່ອຍ, ເພິ່ນແນະນຳງ່າຍໆເລີຍວ່າ: “ພັກຜ່ອນກ່ອນ!” ອອກໄປຫາແຮງບັນດານໃຈໃໝ່ໆ ເຮັດໃຫ້ຕົວເອງຮູ້ສຶກມ່ວນກ່ອນ ແລ້ວດຽວໄອເດຍດີໆມັນຈະແລ່ນເຂົ້າມາເອງ.

ປັກໝຸດຖ້າໄວ້ເລີຍ! ໜ້າຮ້ານໃໝ່ກຳລັງຈະເປີດແລ້ວ ສຳລັບໃຜທີ່ອ່ານມາຮອດນີ້ແລ້ວຢາກໄດ້ຊຸດງາມໆ ບໍ່ວ່າຈະເປັນຊຸດອອກງານ, ຊຸດເຈົ້າສາວ ຫຼື ຢາກສັ່ງຜະລິດ Uniform… ກຽມຕົວໄວ້ເລີຍ ເພາະ JATAVA ກຳລັງຈະມີໜ້າຮ້ານຢ່າງເປັນທາງການ ຢູ່ບ້ານຫ້ວຍຫົງ, ນະຄອນຫຼວງວຽງຈັນ ເຮົານີ້ເອງ!

ສົນໃຈຕິດຕໍ່: +856 20 52825715

FB: william JATAVA

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.