ຕອນທີ 3: ບໍ່ເປັນຫຍັງທີ່ຈະຂໍຄວາມຊ່ວຍເຫຼືອ It’s Okay to Ask for Help ໃນ ສຸກໃຈ It’s Okay the series ເຊິ່ງຕອນນີ້ໄດ້ເວົ້າເຖິງເລື່ອງລາວຂອງ ປ້າຈັນ ຍິງສູງອາຍຸປະມານ 50 ປີ, ມີອາຊີບຫຍິບເຄື່ອງຢູ່ບ້ານທີ່ມີອາການແປກໆ, ມັກລົມຄົນດຽວຈົນເຮັດໃຫ້ ຈີ່ກັບໂນ້ເກີດອາການງົງ ແລະ ເກີດຄວາມຮູ້ສຶກຢ້ານເພາະຄິດວ່າປ້ານັ້ນລົມກັບສິ່ງລີ້ລັບຢູ່.
ພໍເລີ່ມຕົ້ນເລື່ອງ ຕອນທີ 3 ມາ. ຈີ່ ແລະ ໂນ້, ກໍພົບກັບປ້າຈັນທີ່ກຳລັງເກີດອຸບັດຕິເຫດຂີ່ລົດລົ້ມຢູ່ຂ້າງທາງ ເພາະມີລົດມາດາດເອົາທັງສອງເລີຍໄດ້ນຳປ້າຈັນໄປໂຮງໝໍເພື່ອຮັກສາອາການບາດເຈັບ. ແຕ່ປ້າຈັນກໍຍັງມີອາການດື້ບໍ່ຢາກໄປໂຮງໝໍ ແລະ ຕ້ອງການຈະກັບບ້ານຢ່າງດຽວເລີຍ.
ຕໍ່ມາ ຈີ່ ແລະ ໂນ້ ໄດ້ພາປ້າຈັນໄປໂຮງໝໍສຳເລັດ, ຈີ່ ໄດ້ບອກປ້າຈັນໃຫ້ຕິດຕໍ່ຫາລູກຫຼານ ຫຼື ໃຫ້ຈີ່ຕິດຕໍ່ໃຫ້ແທນ, ເພາະຢ້ານທາງບ້ານປ້າເປັນຫວ່ງເພາະນີ້ກໍ່ຄ່ຳແລ້ວ, ແຕ່ປ້າກໍມີອາການແປກໆເວົ້າແຕ່ປະໂຫຍກເກົ່າຊ້ຳໆ ແລະ ມັກນັ່ງນິ່ງໆລອຍໆ. ພໍລົມກັນໄປໜ້ອຍໜຶ່ງປ້າກໍບອກວ່າດຽວລູກຊາຍປ້າຈະມາຮັບ, ຈີ່ກັບໂນ້ເລີຍຂໍຕົວກັບບ້ານເລີຍແຕ່ກໍຍັງຄົງເປັນຫ່ວງປ້າຈັນຢູ່.
ປ້າຈັນມາຮອດບ້ານກໍໄດ້ນັ່ງກິນເຂົ້າກັບລູກຊາຍ ແລະ ໄດ້ເລົ່າເລື່ອງການເກດອຸບັດຕິເຫດໃຫ້ລູກຟັງ, ພໍນັ່ງກິນເຂົ້າໄປເລື່ອຍໆປ້າຈັນຮູ້ສຶກເກີດມີອາການສຽງດັງຢູ່ໃນຫົວຈົນອາດເຮັດໃຫ້ນອນບໍ່ຫຼັບ.

ເບິ່ງຕອນທີ 3: ບໍ່ເປັນຫຍັງທີ່ຈະຂໍຄວາມຊ່ວຍເຫຼືອ It’s Okay to Ask for Help
ເວລາຜ່ານໄປໄລຍະໜຶ່ງໂນ້ບໍ່ສາມາດໂທຫາປ້າຈັນໄດ້ ກໍເກີດເປັນຫ່ວງກໍເລີຍໄດ້ໄປຫາປ້າຢູ່ເຮືອນ, ຈີ່ໄດ້ພົບວ່າຜົວ ແລະ ລູກຊາຍໄດ້ເສຍຊີວິດເພາະມີກອບຮູບ ຂາວ-ດຳ ຕັ້ງຢູ່ໃນຫ້ອງປ້າ. ສະແດງວ່າປ້າຈັນນັ້ນໄດ້ອາໄສຢູ່ຄົນດຽວ “ທີ່ປ້າວ່າຢູ່ກັບລູກຊາຍນັ້ນອາດຈະເປັນຜີກໍໄດ້” ຈີ່ກັບໂນ້ຄິດແບບນັ້ນຈົນສະແດງອາການຢ້ານກົວອອກມາ.
ທັງສອງຍັງເປັນຫ່ວງ, ຈຶ່ງກັບມາສືບຫາຄວາມຈິງເລື່ອງປ້າ ແລະ ລູກຊາຍ. ຈົນໃນທີ່ສຸດກໍຮູ້ເລື່ອງລາວຂອງປ້າທັງໝົດຈາກລູກໄພ້ຂອງປ້າ, ວ່າລູກຊາຍປ້າເກີດອຸບັດຕິເຫດ, ປ້າເກີດອາການຕົກໃຈແຮງຈົນເກີດອາການ “PTSD (Post-traumatic stress disorder)” ແລະ ທຳໃຈຍອມຮັບບໍ່ໄດ້ຈົມຢູ່ກັບອະດີດທີ່ບໍ່ສາມາດປ່ຽນໄດ້. ຈີ່ ແລະ ໂນ້ ພາກັນເຫັນໃຈປ້າທັງສອງໄດ້ຫາທາງຊ່ວຍເຫຼືອປ້າທຸກຢ່າງຈົນໄດ້ກັບໄປຢູ່ກັບລູກໄພ້ປ້າຢູ່ຕ່າງແຂວງ.
ປະເດັນນີ້ກໍໄດ້ມາຫຼິ້ນກັບຄວາມຮູ້ສຶກຂອງແອັດອີກແລ້ວ, ເພາະທັງຮູ້ສຶກອີ່ຕົນ ແລະ ເຫັນໃຈປ້າແຮງກັບເລື່ອງຂອງຜູ້ຍິງຄົນໜຶ່ງທີ່ຕ້ອງມາສູນເສຍຄົນທີ່ຮັກຊ້ຳໆ, ເລື່ອງນີ້ແຝງເຖິງຄວາມຄິດຂອງຜູ້ສູງອາຍຸທີ່ໄດ້ພົບຄວາມຍາກລຳບາກ ແລະ ເປັນຄົນທີ່ມັກຕໍ່ສູ້ຢູ່ຄົນ. ເມືອບໍ່ມີຄົນໃນຄອບຄົວແລ້ວກໍເລີຍບໍ່ຢາກເປັນພາລະໃຜເລີຍດື້ຍອມຢູ່ຄົນດຽວ.

ສະຫຼຸບອາການຂອງປ້າຈັນ, ແມ່ນມີຄວາມຊົງຈໍາກ່ຽວກັບເຫດການທີ່ເຄີຍເກີດຂຶ້ນ, ຮູ້ສຶກວ່າມີອາການທາງຮ່າງກາຍຄືກັບວ່າມີສຽງດັງໃນຫົວຕະຫຼອດ, ຮູ້ສຶກໂດດດ່ຽວ. ເຊິ່ງອາການນີ້ແມ່ນເປັນສ່ວນໜຶ່ງຂອງສະພາວະອາການທາງຈິດ “PTSD (post-traumatic stress disorder)” ໂດຍເກີດຈາກຜູ້ທີ່ເຄີຍປະສົບກັບເຫດການທີ່ສະເທືອນໃຈແບບຮຸນແຮງທັງດ້ານຈິດໃຈ, ຕົກໃນສະພາວະຈິດໃຈອ່ອນແອ ແລະ ມີຄວາມຕຶງຄຽດ. ຖ້າຫາກວ່າຄົນໃກ້ຕົວມີອາການນີ້ແມ່ນຄວນພາໄປພົບແພດເພື່ອທຳການຮັກສາ, ເພາະຖ້າບໍ່ຮັກສາດົນໄປອາດມີອາການແຊກຊ້ອນເຊັ່ນ: ”ໂລກສຶມເສົ້າ”.
ບໍ່ວ່າຈະເປັນໃຜໃນໂລກນີ້ກໍຄວນໄດ້ຮັບການດູແລເອົາໃຈໃສ່ທັງນັ້ນ ແລະ ຖ້າເຮົາຕົກຢູ່ໃນສະຖານະການລຳບາກຈົນຫາທາງອອກບໍ່ໄດ້ກໍມີຄົນພ້ອມທີ່ຈະເຂົ້າມາຊ່ວຍເຫຼືອເຮົາເຊັນກັນ. ການຂໍຄວາມຊ່ວຍເຫຼືອແມ່ນບໍ່ຜິດຖ້າມັນບໍ່ເຮັດໃຫ້ເຂົາລຳບາກໃຈ.
ໂດຍ: ທີມບັນນາທິການ Muan