ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips ຮັບມືແນວໃດ ເມື່ອຄົນໃກ້ໂຕເປັນຊຶມເສົ້າ? ມີຫຍັງແດ່ທີ່ເຮົາຄວນເວົ້າ ແລະ ບໍ່ຄວນເວົ້າ
Muan RelationTips

ຮັບມືແນວໃດ ເມື່ອຄົນໃກ້ໂຕເປັນຊຶມເສົ້າ? ມີຫຍັງແດ່ທີ່ເຮົາຄວນເວົ້າ ແລະ ບໍ່ຄວນເວົ້າ

ແບ່ງປັນ
Getting your Trinity Audio player ready...

ພະຍາດຊຶມເສົ້າ ຍັງຄົງເປັນໜຶ່ງໃນຄວາມເຈັບປ່ວຍທີ່ເຮົາຕ້ອງໄດ້ທຳຄວາມເຂົ້າໃຈກັນອີກຫຼາຍ ທີ່ວ່າແບບນັ້ນກໍເພາະວ່າ ໃນຫຼາຍໆຄັ້ງ ເມື່ອເກີດເຫດສະຫຼົດໃຈຂອງຜູ້ມີອາການດັ່ງກ່າວ ເຮົາຍັງເຫັນວ່າ ມີຫຼາຍຄຳເວົ້າທີ່ຍັງເປັນການຕຳໜິເຂົາເຈົ້າ ຫຼື ບາງຄຳເວົ້າກໍບໍ່ເໝາະທີ່ຈະໃຊ້ກັບຜູ້ທີ່ເປັນພະຍາດນີ້.

ເພາະພະຍາດຊຶມເສົ້າເປັນຄວາມເຈັບປ່ວຍທັງທາງໃຈ ແລະ ກາຍ ພົບໄດ້ໃນຄົນທຸກເພດທຸກໄວ, ເຮົາກໍມີໂອກາດທີ່ຈະໄດ້ປະສົບພົບເຈິຜູ້ເປັນພະຍາດນີ້ໄດ້ຢູ່ອ້ອມໂຕເຮົາ ຫຼື ກະທັ້ງເຮົາເອງກໍອາດກາຍເປັນພະຍາດນີ້ໄດ້ເອງເຊັ່ນກັນ. ສະນັ້ນ ການຮຽນຮູ້ທີ່ວ່າສິ່ງໃດທີ່ເຮົາຄວນເວົ້າ ຫຼື ບໍ່ຄວນເວົ້າກັບເຂົາເຈົ້າ ກໍເປັນສິ່ງທີ່ຈຳເປັນທີ່ຮູ້ໄວ້ກໍບໍ່ເສຍຫາຍ ແຖມຍັງຊ່ວຍໃຫ້ຮູ້ວ່າຄຳເວົ້າ ຫຼື ປະໂຫຍກແບບໃດທີ່ສົ່ງຜົນດີຕໍ່ຈິດໃຈຂອງຄົນເປັນຊຶມເສົ້າແທ້ໆ.

ແລ້ວພະຍາດຊຶມເສົ້າແມ່ນຫຍັງ?

ພະຍາດຊຶມເສົ້າ ຫຼື Depression ເປັນພະຍາດທາງຈິດທີ່ພົບໄດ້ຫຼາຍທີ່ສຸດ ແລະ ພົບໃນຄົນເຈັບຫຼາກຫຼາຍຊ່ວງອາຍຸ ເປັນພາວະທີ່ຄົນເຈັບເກີດຄວາມຮູ້ສຶກເສົ້າຊຶມ, ໝົ່ນໝອງ, ບໍ່ມີຄວາມສຸກ, ຫງຸດຫງິດ ຫຼື ເບື່ອໜ່າຍເປັນເວລາຕໍ່ເນື່ອງຍາວນານ ຈົນອາລົມດ້ານລົບສົ່ງຜົນຕໍ່ການໃຊ້ຊີວິດປະຈຳວັນເຊັ່ນ: ເຮັດໃຫ້ນອນບໍ່ຫຼັບ, ເບື່ອອາຫານ, ບໍ່ຢາກເຮັດຫຍັງ, ບໍ່ມີສະມາທິ ຈົນເຖິງຂັ້ນສົ່ງຜົນເສຍຕໍ່ຮ່າງກາຍ ເຮັດໃຫ້ອ່ອນເພຍ, ໝົດແຮງ, ຈ່ອຍຜອມ, ນໍ້າໜັກຫຼຸດ ເປັນຕົ້ນ.

ສຳລັບສາເຫດທີ່ນຳໄປສູ່ພະຍາດຊຶມເສົ້າມີຢູ່ຫຼາຍຢ່າງ ເຊັ່ນ: ສານເຄມີ ຫຼື ສານສື່ປະສາດໃນສະໝອງບໍ່ສົມດຸນ ເຊັ່ນ ການຫຼັ່ງສານເຊໂຣໂທນິນໜ້ອຍກວ່າປົກກະຕິ ເຮັດໃຫ້ເກີດອາລົມເສົ້າຊຶມ, ວິຕົກກັງວົນ, ນອນບໍ່ຫຼັບ, ກິນບໍ່ໄດ້ ຫຼື ເກີດຈາກກຳມະພັນ ເນື່ອງຈາກຄວາມຜິດປົກກະຕິທາງລະບົບປະສາດສາມາດຖ່າຍທອດທາງກຳມະພັນໄດ້ ຫຼື ມີຄວາມເຄັ່ງຄຽດສະສົມ ຫຼື ເກີດເຫດການສະເທືອນອາລົມ ລວມເຖິງປັດໄຈອື່ນໆ.

ຫຼາຍຄັ້ງ ເມື່ອຜູ້ເປັນພະຍາດຊຶມເສົ້າຫາກບໍ່ໄດ້ຮັບການປິ່ນປົວຢ່າງຖືກຕ້ອງ, ໄດ້ຮັບຜົນກະທົບຈາກສັງຄົມທາງດ້ານຄຳເວົ້າຕ່າງໆ ອາດນຳໄປສູ່ພະຍາດຊຶມເສົ້າແບບຮຸນແຮງ ຈົນອາດນຳໄປສູ່ຂັ້ນຢາກທຳຮ້າຍໂຕເອງ ຫຼື ຂ້າໂຕຕາຍ.

ແລ້ວຖ້າຄົນອ້ອມໂຕເຮົາເປັນພະຍາດຊຶມເສົ້າເຮົາຄວນເຮັດແນວໃດ?

ບຸກຄົນທີ່ຕ້ອງເຂົ້າໃຈຄວາມຮູ້ສຶກຂອງຄົນເຈັບຫຼາຍທີ່ສຸດແມ່ນຄົນທີ່ໃກ້ຊິດທັງໝູ່ເພື່ອນ ແລະ ຄອບຄົວ ເພື່ອທີ່ຈະໄດ້ເບິ່ງແຍງ ແລະ ປະຕິບັດຕົວ–ບໍ່ສ້າງຄວາມຫົດຫູ່ໃຫ້ຄົນເຈັບ ໂດຍສະເພາະແມ່ນຄຳເວົ້າ. ເພາະບາງເທື່ອ ຄຳເວົ້າພຽງປະໂຫຍກດຽວ ກໍສາມາດເຮັດໃຫ້ຄົນເປັນຊຶມເສົ້າຄິດຈົບຊີວິດຂອງໂຕເອງໄດ້ໃນທັນທີ. ດັ່ງນັ້ນເຮົາຄວນເອົາໃຈໃສ່ເລື່ອງນີ້ໃຫ້ຫຼາຍໆ.

ອ່ານຕື່ມ:  ຂ້ອຍເບື່ອເຈົ້າແລ້ວ ເພາະຮັກມັນຈືດຈາງເກີນໄປ ບໍ່ຢາກໄດ້ຍິນຄຳນີ້ຄວນເຮັດແນວໃດ?

ປະໂຫຍກທີ່ຄວນເວົ້າກັບຄົນເປັນຊຶມເສົ້າ ມີຫຍັງແດ່?

ຄຳເວົ້າທີ່ຄວນເວົ້າ ກັບຄົນເປັນຊຶມເສົ້າຕ້ອງຊ່ວຍເສີມກຳລັງໃຈ ໂດຍບໍ່ສ້າງຄວາມກົດດັນໃຫ້ກັບຄົນເຈັບ. ຕ້ອງເຮັດໃຫ້ໝັ້ນໃຈວ່າ ຄົນເວົ້າພ້ອມທີ່ຈະຊ່ວຍເຫຼືອ ບໍ່ໄດ້ເຫັນວ່າຄົນເປັນພະຍາດນີ້ເປັນພາລະ ໂດຍຢໍ້າໃຫ້ຄົນເຈັບຮູ້ວ່າຕົວເອງມີຄຸນຄ່າສໍ່າໃດເຊັ່ນ:

  • ຮັກເດີ ເຈົ້າສຳຄັນກັບຂ້ອຍກັບໝູ່ທຸກຄົນຫຼາຍ ເຈົ້າຊິເປັນແນວໃດເຮົາກະຍັງຮັກເຈົ້າ
  • ຢາກກອດກັນບໍ່?
  • ສົນໃຈອອກໄປຍ່າງຫຼິ້ນນຳກັນບໍ່?
  • ມີຫຍັງໃຫ້ຊ່ວຍບໍ່ ຂ້ອຍມີເວລາໃຫ້ເຈົ້າໝົດມື້ເລີຍ
  • ເຈົ້າບໍ່ໄດ້ຢູ່ຕົວຄົນດຽວ ເຈົ້າຍັງມີຂ້ອຍຢູ່ຂ້າງໆຢູ່ສະເໝີ
  • ຂ້ອຍເວົ້າທຳຮ້າຍຈິດໃຈເຈົ້າບໍ່? ຂໍໂທດເດີ ຖ້າບໍ່ໂອເຄບອກໄດ້ເລີຍເດີ
  • ພະຍາຍາມໄດ້ດີຫຼາຍ ເກັ່ງຫຼາຍ ຂ້ອຍເຫັນວ່າເຈົ້າກຳລັງຕໍ່ສູ້ ແລະ ພະຍາຍາມມາຕະຫຼອດ
  • ຢ່າເວົ້າວ່າໂຕເອງບ້າເລີຍ ເຈົ້າພຽງແຕ່ເສົ້າ
  • ມື້ນີ້ໜ້າຕາແຈ່ມໃສ ມີເລື່ອງດີໆເກີດຂຶ້ນບໍ່ ເລົ່າສູ່ຟັງແດ່
  • ຕອນນີ້ຂ້ອຍອາດຈະຍັງບໍ່ເຂົ້າໃຈ ບໍ່ຮູ້ວ່າເຈົ້າເຈັບປວດສໍ່າໃດ ແຕ່ຂ້ອຍຢູ່ບ່ອນນີ້ເດີ ແລະຍິນດີທຳຄວາມເຂົ້າໃຈເດີ

ປະໂຫຍກທີ່ບໍ່ຄວນເວົ້າກັບຄົນເປັນຊຶມເສົ້າ ມີຫຍັງແດ່?

ຄຳເວົ້າບາງຄຳ ອາດຈະເຕັມໄປດ້ວຍເຈດຕະນາທີ່ດີ ຊວນໃຫ້ລຸກຂຶ້ນມາສູ້ ແຕ່ແຝງໄປດ້ວຍການສັ່ງສອນ, ກົດດັນ, ປຽບທຽບ, ຕັ້ງຄຳຖາມ, ປະຕິເສດສິ່ງທີ່ຄົນເຈັບເປັນ ຫຼື ສື່ວ່າຄົນເຈັບເປັນພາລະ ຈົນເຮັດໃຫ້ເຂົາເຈົ້າຮູ້ສຶກບໍ່ດີ, ເຄັ່ງຄຽດ ແລະ ສົງໄສໃນຕົວເອງຫຼາຍຂຶ້ນ. ສະນັ້ນ ຄວນຫຼີກເວັ້ນຄຳເວົ້າເຫຼົ່ານີ້:

  • ຢ່າຄິດແບບນັ້ນແມ ເປັນຫຍັງຄືບໍ່ເບິ່ງໂລກໃນແງ່ດີແດ່
  • ເຈົ້າເບິ່ງບໍ່ຄືຄົນເປັນຊຶມເສົ້າເລີຍ
  • ຂ້ອຍບໍ່ຮູ້ວ່າເຈົ້າຮູ້ສຶກແນວໃດ ຢ່າໄປຄິດຫຼາຍ ເລື່ອງເລັກນ້ອຍ ດຽວກະຜ່ານໄປ
  • ເປັນຫຍັງບໍ່ລອງອອກເຮືອນ ຫຼື ລອງອອກກຳລັງກາຍ ຈະໄດ້ຮູ້ສຶກດີ
  • ຊຶມເສົ້າແຕ່ດົນແລ້ວ ບໍ່ເຂົ້າໃຈເລີຍ ຄືບໍ່ເຊົາຈັກເທື່ອ
  • ຂ້ອຍບໍ່ມັກທີ່ເຈົ້າເຮັດໂຕແບບນີ້ເລີຍ ເປັນຫຍັງຕ້ອງເຮັດໃຫ້ເປັນເລື່ອງໃຫຍ່
  • ຮູ້ບໍ່ ຄົນອື່ນເປັນໜັກກວ່າເຈົ້າອີກ
  • ພະຍາຍາມອີກຈັກໜ້ອຍແມ ເທົ່ານີ້ເອງ ເຮັດບໍ່ໄດ້ບໍ?
  • ບໍ່ຕ້ອງຮ້ອງໄຫ້ ຮ້ອງເຮັດຫຍັງ ໄຫ້ໄປກະບໍ່ຊ່ວຍຫຍັງດອກ
  • ເປັນຫຍັງບໍ່ກິນເຂົ້າ ມີແຕ່ແນວແຊບໆ
  • ສູ້ໆ ຍິ້ມໆເອົາໄວ້
ອ່ານຕື່ມ:  ຊູນໂຕກັນແລ້ວມັນຟິນ? ຮູ້ຈັກອາການເສບຕິດການສຳຜັດຈາກຄົນຮັກ

ຄຳເວົ້າຂອງຄົນອ້ອມໂຕເປັນສ່ວນສຳຄັນທີ່ຊ່ວຍຄົນເປັນຊຶມເສົ້າໄດ້ ສະນັ້ນ ການທີ່ເຮົາຮູ້ວ່າອັນໃດຄວນເວົ້າ ຫຼື ບໍ່ຄວນເວົ້າກັບເຂົາເຈົ້າ ຈຶ່ງເປັນສິ່ງທີ່ຄວນຮູ້ໄວ້.

ຂຽນໂດຍ
Chanthasone Insixiangmai - Editor-in-Chief

ຄອນເທັນຄຣີເອເຕີທີ່ເລີ່ມຈາກການຂຽນເນື້ອຫາກ່ຽວກັບ Tech ກ່ອນຈະຫຍັບມາຂຽນກ່ຽວກັບເລື່ອງວົງການບັນເທີງ ແລ້ວສຸດທ້າຍຂຽນມັນໄປທຸກຢ່າງ ຈົນກາຍເປັນຜູ້ຄຸມຄຸນນະພາບຂອງເນື້ອຫາທັງໝົດໃນ Muan (ຖ້າມີບ່ອນໃດຜິດ ນັ້ນແມ່ນຄວາມຜິດຂ້ອຍທີ່ເບິ່ງບໍ່ທົ່ວ 55). ມັກເອົາເລື່ອງຕ່າງໆທີ່ພົບໃນຊີວິດປະຈຳວັນມາເລົ່າຕໍ່ເພື່ອໃຫ້ເຂົ້າກັບ ມ່ວນ, ກົງກັບຄວາມສົນໃຈຂອງຜູ້ອ່ານ ແລະ ເຂົ້າໃຈງ່າຍ. ມັກຖ່າຍຮູບ ແລະ Pop Culture.

ບົດຄວາມທີ່ກ່ຽວຂ້ອງ

ຮັກແນວໃດ? ຍິ່ງເຂົ້າໃກ້ຍິ່ງຖອຍຫ່າງ ສຳຫຼວດຄວາມສຳພັນວ່າເຮົາແມ່ນ Avoidant ຫຼືບໍ່?

ຮູບແບບຄວາມສຳພັນແບບ "Avoidant ຫຼື ການຫຼີກໜີອາລົມຄວາມໃກ້ຊິດ" ຈະມີອາການທີ່ຕິດຢູ່ເລີກພາຍໃນຈິດໃຈທີ່ຫຼາຍຄົນບໍ່ຮູ້, ບໍ່ແມ່ນວ່າບໍ່ຮັກ ແຕ່ສະແດງອອກບໍ່ເປັນ ແລະ ມີຢ້ານຄວາມໃກ້ຊິດທີ່ມັນເລີກເຊິ່ງຈົນຂາດມັນບໍ່ໄດ້ ເລີຍເຮັດໃຫ້ເກີດຄວາມຮູ້ສຶກບໍ່ປອດໄພໃນຄວາມສຳພັນ, ຢ້ານເສຍຄວາມເປັນໂຕເອງ, ຫວງພື້ນທີ່ສ່ວນໂຕ...

ສະຫຼຸບປີ-ສະຫຼຸບໃຈ ຊວນທົບທວນໂຕເອງ ເພື່ອ Reset ໃຈກຽມອອກເດີນທາງໃນປີຕໍ່ໄປ

ເດືອນທັນວາ ເປັນເວລາທີ່ດີໃນການຄິດທົບທວນຄວາມຮູ້ສຶກ, ການສະຫຼຸບ ແລະ ການຕັ້ງເປົ້າໝາຍໃໝ່ ທີ່ອີງຕາມທິດສະດີຂອງເວລາປ່ຽນຜ່ານແນວຄິດ December Theory.

ຮູ້ສຶກກຳລັງຈະຖືກບອກເລີກ? ຄົນຮັກມິດໃສ່ເຮັດຄືເຮົາບໍ່ມີໂຕຕົນ ພຶດຕິກຳຄົນມີຄູ່ທີ່ຈະທຳຮ້າຍຄວາມສຳພັນ

Stonewalling Relationship ມັນຈະສົ່ງຜົນກະທົບຕໍ່ຄົນຄູ່ຮັກ ຫຼື ເປັນການທຳຮ້າຍຄວາມສຳພັນແບບເຮື້ອຮັງ ເຮັດໃຫ້ອີກຝ່າຍຮູ້ສຶກໂດດດ່ຽວ-ນ້ອຍໃຈ, ຄວາມໄວ້ໃຈທີ່ມີຫຼຸດລົງ ຫຼື ເຮັດໃຫ້ເກີດມີຊ່ອງວ່າງ.

10/10 ວັນສໍາຄັນຂອງຄົນຄິດຫຼາຍ ຊວນດູແລສຸຂະພາບຈິດຕົນເອງເພື່ອພັດທະນາຄວາມສຳພັນ

ຄິດຫຼາຍ, ວິຕົກກັງວົນ ແລະ ໃສ່ໃຈຄວາມຮູ້ສຶກຄົນອື່ນຫຼາຍເກີນໄປ ທຸກຄົນເປັນແບບນັ້ນກັນບໍ່? ພ້ອມກັບມີຄວາມຮູ້ສຶກວ່າການໃຊ້ຊີວິດໃນແຕ່ລະມື້ມັນຄືເມື່ອຍແທ້? ຈົນເຮັດໃຫ້ຄວາມຮັກ, ຄວາມສຳພັນ ຫຼື ສິ່ງທີ່ຢູ່ອ້ອມຕົວເຮົາມັນສົ່ງຜົນກະທົບຕໍ່ຈິດໃຈຂອງເຮົາໂດຍບໍ່ຮູ້ຕົວ ແລະ ບໍ່ເປັນໄປຕາມໃຈຕ້ອງການ....

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.