ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips ເຮັດໜ້ອຍແຕ່ໄດ້ຫຼາຍ ແບບນີ້ແຫຼະເຂົາຈະຕົກຫຼຸມຮັກເຮົາ ລອງໃຊ້ວິທີ Micro-mance ເບິ່ງແມະ
Muan RelationTips

ເຮັດໜ້ອຍແຕ່ໄດ້ຫຼາຍ ແບບນີ້ແຫຼະເຂົາຈະຕົກຫຼຸມຮັກເຮົາ ລອງໃຊ້ວິທີ Micro-mance ເບິ່ງແມະ

ແບ່ງປັນ
Getting your Trinity Audio player ready...

ເຄີຍສົງໄສບໍ່ວ່າ ບາງຄັ້ງຄົນເຮົາກໍຕົກຫຼຸມຮັກກັນໄດ້ຈາກເລື່ອງເລັກນ້ອຍໆທີ່ເບິ່ງຄືບໍ່ຫຍັງຫຼາຍ. ບໍ່ຕ້ອງເຖິງຂັ້ນໃຫ້ດອກໄມ້ຊໍ່ໃຫຍ່ ຫຼື ພາໄປດິນເນີພາຍໃຕ້ແສງທຽນທີ່ແສນໂຣແມນຕິກ, ພຽງແຕ່ການກະທຳເັລກໆນ້ອຍໆທີ່ເອີ້ນວ່າ “Micro-mance” ກໍສາມາດຈຸດປະກາຍຄວາມຮູ້ສຶກດີໆໃນໃຈຂອງເຮົາໄດ້ແລ້ວ.

Micro-mance ຄືຊ່ວງເວລາເລັກນ້ອຍທີ່ສະແດງເຖິງຄວາມໃສ່ໃຈ, ຄວາມໜ້າຮັກ ແລະ ຄວາມຈິງໃຈ ບໍ່ວ່າຈະເປັນການສົ່ງຂໍ້ຄວາມຫ່ວງໃຍຕອນເຊົ້າ, ການຈື່ໄດ້ວ່າເຂົາມັກກິນຫຍັງ ຫຼື ແມ່ນແຕ່ຮອຍຍິ້ມທີ່ສົ່ງໃຫ້ກັນໃນຈັງຫວະທີ່ເຂົາຜູ້ນັ້ນຕ້ອງການກຳລັງໃຈ. ມັນອາດຈະເບິ່ງຄືເປັນເລື່ອງທຳມະດາ ແຕ່ຖ້າເຮັດຖືກຈັງຫວະ ຮັບຮອງວ່າເຂົາຕ້ອງແອບຍິ້ມໃນໃຈຢ່າງແນ່ນອນ.

ແຕ່ດຽວກ່ອນ! ການເຮັດ Micro-mance ນີ້ ຖ້າພາດໄປໜ້ອຍດຽວກໍອາດຈະກາຍເປັນດາບສອງຄົມໄດ້ຄືກັນ. ຖ້າເຮົາໃສ່ໃຈຫຼາຍເກີນໄປ ຫຼື ເຮັດເລື້ອຍໆຈົນເບິ່ງບໍ່ເປັນທຳມະຊາດ ກໍອາດຈະເຮັດໃຫ້ເຂົາຮູ້ສຶກອຶດອັດ ແທນທີ່ຈະຮູ້ສຶກດີ. ກາຍເປັນວ່າເຂົາຈະເບິ່ງວ່າເຮົາພະຍາຍາມເກີນເຫດ. ຫຼື ບາງເທື່ອຖ້າເຮົາເລືອກການກະທຳທີ່ບໍ່ເຂົ້າກັບແບບຂອງເຂົາ ເຊັ່ນ: ເຂົາເປັນຄົນມັກຄວາມເປັນສ່ວນຕົວ ແຕ່ເຮົາຊໍ້າພັດໄປໂພສສິ່ງທີ່ຫວານຊື່ນລົງໂຊຊຽວໃຫ້ຄົນອື່ນເຫັນ, ເຂົາກໍອາດຈະຮູ້ສຶກກົດດັນແທນທີ່ຈະດີໃຈຊໍ້າ. ພ້ອມນັ້ນ, ບາງຄັ້ງ ຖ້າເຮົາຄາດຫວັງວ່າການເຮັດ Micro-mance ຈະຕ້ອງໄດ້ຜົນຕອບຮັບທັນທີ ເຊັ່ນ: ເຂົາຕ້ອງຂອບໃຈ ຫຼື ຕ້ອງຮູ້ສຶກດີກັບມາ, ພໍເຂົາບໍ່ສະແດງອອກຕາມທີ່ເຮົາຄິດ ເຮົາກໍອາດຈະຮູ້ສຶກເສຍໃຈເອງໄປເລີຍ.

ແລ້ວເຮົາຈະເຮັດ Micro-mance ແນວໃດໃຫ້ເຂົາຕົກຫຼຸມຮັກເຮົາແບບບໍ່ຕ້ອງພະຍາຍາມຫຼາຍ? ມາເບິ່ງທຣິກກັນເປັນຂໍ້ໆເລີຍ ອ່ານງ່າຍ ໃຊ້ໄດ້ແທ້!

  • ສັງເກດເຂົາກ່ອນ: ເບິ່ງວ່າເຂົາເປັນຄົນແບບໃດ. ມັກຫຍັງ ຫຼື ບໍ່ມັກຫຍັງ ເຊັ່ນ: ຖ້າເຂົາມັກກາເຟ ລອງຊື້ກາເຟທີ່ເຂົາມັກມາໃຫ້ຕອນເຊົ້າ ແລ້ວເວົ້າເບົາໆວ່າ “ເຫັນແລ້ວນຶກເຖິງເຈົ້າ”. ເທົ່ານີ້ກໍຫວານແລ້ວ ບໍ່ຕ້ອງຫຼາຍໄປກວ່ານີ້.
  • ຢ່າເລື້ອຍຈົນເກີນໄປ: ເກັບໄວ້ເປັນຊ່ວງເວລາພິເສດ ເຮັດພຽງແຕ່ 2-3 ຄັ້ງຕໍ່ອາທິດກໍພໍ. ຖ້າເຮັດທຸກມື້ເຂົາຈະຊິນ ແລ້ວຄວາມພິເສດກໍຈະຫາຍໄປ.
  • ເລືອກຈັງຫວະໃຫ້ດີ: ເຊັ່ນ ຖ້າເຂົາເບິ່ງເມື່ອຍໆຈາກວຽກ ລອງຍື່ນນ້ຳເຢັນໃຫ້ພ້ອມຮອຍຍິ້ມ ຮັບຮອງວ່າເຂົາຈະຮູ້ສຶກດີແບບບໍ່ທັນກຽມໃຈ.
  • ຢ່າຄາດຫວັງຜົນ: ເຮັດດ້ວຍໃຈຈິງ ບໍ່ຕ້ອງລໍຖ້າໃຫ້ເຂົາຕອບກັບທັນທີ ເພາະບາງທີເຂົາອາດຈະແອບດີໃຈແບບງຽບໆໂດຍທີ່ເຮົາບໍ່ຮູ້.
  • ປັບໃຫ້ເຂົ້າກັບແບບຂອງເຂົາ: ຖ້າເຂົາເປັນຄົນຂີ້ອາຍ ອາດຈະພຽງສົ່ງຂໍ້ຄວາມສັ້ນໆ ແທນທີ່ຈະເຮັດຫຍັງໂດດເດັ່ນເກີນໄປ.
ອ່ານຕື່ມ:  ກັບມາແມ! ຍ້ອນຫຍັງເຮົາຈຶ່ງຮຽກຮ້ອງໃຫ້ແຟນເກົ່າກັບມາ?

ຕົວຢ່າງ Micro-mance ທີ່ລອງເຮັດໄດ້ເລີຍ

ຖ້າຍັງຄິດບໍ່ອອກວ່າ Micro-mance ມີຫຍັງແດ່ ລອງເບິ່ງຕົວຢ່າງເຫຼົ່ານີ້ດູ ຮັບຮອງວ່າ ໜ້າຮັກຈົນລາວຕ້ອງໃຈສັ່ນ!

  1. ສົ່ງຂໍ້ຄວາມສັ້ນໆຕອນເຊົ້າ: ເຊັ່ນ “ມື້ນີ້ອາກາດເຢັນ ໃສ່ເສື້ອໜາໆແດ່ເດີ”.
  2. ຈື່ສິ່ງທີ່ເຂົາມັກ: ເຊັ່ນ ຊື້ຂອງເຂົ້າໜົມທີ່ລາວເຄີຍບອກວ່າແຊບມາໃຫ້ແບບບໍ່ບອກກ່ອນ.
  3. ໃຫ້ກຳລັງໃຈແບບນຽນໆ: ເຊັ່ນ ຕອນລາວເຮັດວຽກໜັກ ລອງແຕະບ່າເບົາໆ ແລ້ວບອກວ່າ “ເກັ່ງຫຼາຍເລີຍເຈົ້ານະ”
  4. ຊ່ວຍເຫຼືອເລັກໆນ້ອຍໆ: ເຊັ່ນ ເກັບເຄື່ອງທີ່ລາວເຮັດຕົກໂດຍບໍ່ຕ້ອງເວົ້າຫຍັງ.
  5. ສົ່ງສາຍຕາ ຫຼື ຮອຍຍິ້ມ: ເຊັ່ນ ຕອນລາວເວົ້າຫຍັງຕະຫຼົກ ລອງສົ່ງຍິ້ມໃຫ້ແບບຮູ້ກັນສອງຄົນ.

ລອງເອົາໄປໃຊ້ເບິ່ງເດີ ການກະທຳເລັກນ້ອຍແບບ Micro-mance ຖ້າເຮັດຖືກຈັງຫວະ ຖືກວິທີ ຮັບຮອງວ່າເຂົາຈະຕ້ອງໃຈສັ່ນໃຫ້ເຮົາແນ່ນອນ! ໄດ້ຜົນ ຫຼື ບໍ່ໄດ້ຜົນແນວໃດກໍລອງມາບອກກັນແດ່.

ຂຽນໂດຍ
Chanthasone Insixiangmai - Editor-in-Chief

ຄອນເທັນຄຣີເອເຕີທີ່ເລີ່ມຈາກການຂຽນເນື້ອຫາກ່ຽວກັບ Tech ກ່ອນຈະຫຍັບມາຂຽນກ່ຽວກັບເລື່ອງວົງການບັນເທີງ ແລ້ວສຸດທ້າຍຂຽນມັນໄປທຸກຢ່າງ ຈົນກາຍເປັນຜູ້ຄຸມຄຸນນະພາບຂອງເນື້ອຫາທັງໝົດໃນ Muan (ຖ້າມີບ່ອນໃດຜິດ ນັ້ນແມ່ນຄວາມຜິດຂ້ອຍທີ່ເບິ່ງບໍ່ທົ່ວ 55). ມັກເອົາເລື່ອງຕ່າງໆທີ່ພົບໃນຊີວິດປະຈຳວັນມາເລົ່າຕໍ່ເພື່ອໃຫ້ເຂົ້າກັບ ມ່ວນ, ກົງກັບຄວາມສົນໃຈຂອງຜູ້ອ່ານ ແລະ ເຂົ້າໃຈງ່າຍ. ມັກຖ່າຍຮູບ ແລະ Pop Culture.

ບົດຄວາມທີ່ກ່ຽວຂ້ອງ

ຮັກແນວໃດ? ຍິ່ງເຂົ້າໃກ້ຍິ່ງຖອຍຫ່າງ ສຳຫຼວດຄວາມສຳພັນວ່າເຮົາແມ່ນ Avoidant ຫຼືບໍ່?

ຮູບແບບຄວາມສຳພັນແບບ "Avoidant ຫຼື ການຫຼີກໜີອາລົມຄວາມໃກ້ຊິດ" ຈະມີອາການທີ່ຕິດຢູ່ເລີກພາຍໃນຈິດໃຈທີ່ຫຼາຍຄົນບໍ່ຮູ້, ບໍ່ແມ່ນວ່າບໍ່ຮັກ ແຕ່ສະແດງອອກບໍ່ເປັນ ແລະ ມີຢ້ານຄວາມໃກ້ຊິດທີ່ມັນເລີກເຊິ່ງຈົນຂາດມັນບໍ່ໄດ້ ເລີຍເຮັດໃຫ້ເກີດຄວາມຮູ້ສຶກບໍ່ປອດໄພໃນຄວາມສຳພັນ, ຢ້ານເສຍຄວາມເປັນໂຕເອງ, ຫວງພື້ນທີ່ສ່ວນໂຕ...

ສະຫຼຸບປີ-ສະຫຼຸບໃຈ ຊວນທົບທວນໂຕເອງ ເພື່ອ Reset ໃຈກຽມອອກເດີນທາງໃນປີຕໍ່ໄປ

ເດືອນທັນວາ ເປັນເວລາທີ່ດີໃນການຄິດທົບທວນຄວາມຮູ້ສຶກ, ການສະຫຼຸບ ແລະ ການຕັ້ງເປົ້າໝາຍໃໝ່ ທີ່ອີງຕາມທິດສະດີຂອງເວລາປ່ຽນຜ່ານແນວຄິດ December Theory.

ຮູ້ສຶກກຳລັງຈະຖືກບອກເລີກ? ຄົນຮັກມິດໃສ່ເຮັດຄືເຮົາບໍ່ມີໂຕຕົນ ພຶດຕິກຳຄົນມີຄູ່ທີ່ຈະທຳຮ້າຍຄວາມສຳພັນ

Stonewalling Relationship ມັນຈະສົ່ງຜົນກະທົບຕໍ່ຄົນຄູ່ຮັກ ຫຼື ເປັນການທຳຮ້າຍຄວາມສຳພັນແບບເຮື້ອຮັງ ເຮັດໃຫ້ອີກຝ່າຍຮູ້ສຶກໂດດດ່ຽວ-ນ້ອຍໃຈ, ຄວາມໄວ້ໃຈທີ່ມີຫຼຸດລົງ ຫຼື ເຮັດໃຫ້ເກີດມີຊ່ອງວ່າງ.

ອົກຫັກທັງທີ່ບໍ່ເຄີຍເປັນແຟນ! 4 ບົດຮຽນຄວາມສຳພັນຈາກເພງ “ເສຍໃຈ (ໃຈເສຍໄປ)” ຂອງ Aluna ເຈິແບບນີ້ຈະເຮັດແນວໃດດີ?

ເພງ “ເສຍໃຈ” ຂອງ Aluna ບໍ່ໄດ້ເປັນພຽງແຕ່ເລື່ອງອົກຫັກ ແຕ່ເປັນການສະທ້ອນຄວາມເຈັບຈາກ Situationship ແລະ Ghosting ທີ່ບໍ່ມີຄຳຕອບ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.