ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips ຢາກມີແຟນ ແຕ່ຢາກຢູ່ຄົນດຽວ ແຖມບໍ່ມັກອອກຈາກເຮືອນ ແລ້ວເຮັດແນວໃດຈຶ່ງຈະເຊົາໂສດ?
Muan RelationTips

ຢາກມີແຟນ ແຕ່ຢາກຢູ່ຄົນດຽວ ແຖມບໍ່ມັກອອກຈາກເຮືອນ ແລ້ວເຮັດແນວໃດຈຶ່ງຈະເຊົາໂສດ?

ໂສດຈົນເມື່ອຍລະເດີ! ຢາກມີແຟນ ແຕ່ຢາກຢູ່ຄົນດຽວ ແຖມບໍ່ມັກອອກຈາກເຮືອນ ແລ້ວເຮັດແນວໃດຈຶ່ງຈະເຊົາໂສດ? ນີ້ເປັນບັນຫາລະດັບຊາດສຳລັບຊາວເຮົາ ແລ່ວຈະເຮັດແນວໃດຈຶ່ງຈະມີແຟນຈັກເທື່ອ? ນີ້ແມ່ນວິທີແກ້ໄຂສຳລັບຄົນທີ່ມັກຢູ່ຕິດຢ້າວຕິດເຮືຶອນ.

ແບ່ງປັນ
Getting your Trinity Audio player ready...

ເຂົ້າໃຈຟິວນີ້ເລີຍ ອາການແບບ: “ຢາກໄດ້ຄົນທີ່ຢູ່ຂ້າງກັນ ແຕ່ກໍຢາກມີພື້ນທີ່ໃຫ້ກັບໂຕເອງ ແລະ ຄ້ານເຂົ້າສັງຄົມ” ແມ່ນບໍ່? ເປັນຄົນທີ່ພໍຄິດຮອດການແຕ່ງໂຕ, ການອອກໄປບ່ອນທີ່ມີຄົນຫຼາຍໆ… ພະລັງງານໃນໂຕກໍຫຼຸດລົງເຫຼືອ 10% ທັນທີ. ຄວາມຄິດຢາກມີແຟນກໍເຫຼືອພຽງແຕ່ “ຂໍຢູ່ເບິ່ງ Netflix ຄົນດຽວຢູ່ເຮືອນດີກວ່າ”.

ເຮົາຮູ້ສຶກວ່າ Introvert ແບບເຮົາບໍ່ໄດ້ຫາຍາກດອກ, ແຕ່ບ່ອນທີ່ຈະເຈິກັນຫັ້ນ ມັນຍາກ! ເພາະທຸກຄົນກໍຢູ່ເຮືອນໃຜລາວໝົດ.

ນີ້ເປັນບັນຫາລະດັບຊາດສຳລັບຊາວເຮົາ ແລ້ວຈະເຮັດແນວໃດຈຶ່ງຈະມີແຟນຈັກເທື່ອ? ນີ້ແມ່ນວິທີແກ້ໄຂສຳລັບຄົນທີ່ມັກຢູ່ຕິດຢ້າວຕິດເຮືອນ.

1. ບັນຫາ: ຈະໄປພົບກັນຢູ່ໃສ?

ເຮົາບໍ່ໄດ້ໄປບ່ອນຄົນຫຼາຍ, ບໍ່ໄດ້ໄປງານສັງສັນ… ແລ້ວຄົນທີ່ຖືກຕາຕ້ອງໃຈ ເຂົາເຈົ້າຈະມາຫຼົງທາງຢູ່ໜ້າປະຕູເຮືອນເຮົາໄດ້ແນວໃດ?

ວິທີຍອດນິຍົມແມ່ນ ໃຊ້ແອັບໃຫ້ເປັນປະໂຫຍດ: ເທັກໂນໂລຢີຄືໝູ່ທີ່ດີທີ່ສຸດຂອງຄົນມັກຢູ່ເຮືອນ. ລອງຂຽນໃນ Profile ວ່າ: “Introvert. ມັກຢູ່ເຮືອນ. ຂໍຄົນທີ່ເຫັນດີນຳວ່າ: Date ທີ່ດີທີ່ສຸດຄືການສັ່ງ Delivery ມາເບິ່ງໜັງຢູ່ໂຊຟາ.” (ການສື່ສານຢ່າງຊື່ສັດຕັ້ງແຕ່ເລີ່ມຕົ້ນ, ເປັນໄປຕາມຫຼັກການທີ່ວ່າ: ຢ່າປອມຕົວ ເປັນຄົນ Extrovert ເພື່ອໃຫ້ໄດ້ຄູ່ເຂົ້າມາ).

ອີກວິທີໜຶ່ງແມ່ນ ຫາບ່ອນພົບປະແບບ “Low-Key”: ລອງໄປຮຽນອີ່ຫຍັງທີ່ເປັນສິ່ງທີ່ເຮົາມັກ ຫຼື ບ່ອນທີ່ມີກິດຈະກຳທີ່ບໍ່ຕ້ອງລົມກັນຫຼາຍເຊັ່ນ: ຫ້ອງສະໝຸດ, ຄາເຟ່ທີ່ງຽບໆ, ຫ້ອງຮຽນເຮັດເຄື່ອງປັ້ນດິນເຜົາ ຫຼື ຫ້ອງຮຽນແຕ້ມຮູບ. ເຮົາຈະພົບຄົນທີ່ມີຄວາມສົນໃຈຄືກັນ ແລະ ບໍ່ຕ້ອງໃຊ້ພະລັງງານທາງສັງຄົມຫຼາຍ.

2. ບັນຫາ: ເວລາໄປ Date ແລ້ວໝົດພະລັງ

ພໍໄດ້ອອກໄປເທື່ອໜຶ່ງ ແລ້ວຕອນເຊົ້າມື້ຕໍ່ມາຮູ້ສຶກວ່າ: “ໂອ້ຍ… ພະລັງຊີວິດເຫຼືອພຽງ 5%. ຂໍນອນຈັກ 3 ມື້ໄດ້ບໍ່?”

ວິທີແກ້ ທຳອິດແມ່ນ ລອງວາງແຜນແບບມີກຳນົດເວລາ: ຄືກັບທີ່ຜູ້ຊ່ຽວຊານແນະນຳ, ໃຫ້ເລືອກ Date ແບບສັ້ນໆ ກ່ອນ, ເຊັ່ນ: ນັດກິນກາເຟພຽງແຕ່ 1 ຊົ່ວໂມງ. ໃຫ້ຮູ້ວ່າຈະຕ້ອງກັບຕອນໃດ. ອັນນີ້ຊ່ວຍໃຫ້ເຮົາຮູ້ສຶກວ່າ ຄວບຄຸມສະຖານະການໄດ້ ແລະ ບໍ່ຕ້ອງຝືນຢູ່ຕໍ່ຈົນໝົດແຮງ.

ອ່ານຕື່ມ:  ຢ່າເອົາແຕ່ໂທດຕົວເອງ ເຈົ້າກຳລັງບໍ່ຮັກຕົວເອງຢູ່ແມ່ນບໍ? ສັງເກດພຶດຕິກຳເຈົ້າເລີຍ

ຕໍ່ມາແມ່ນ ເນັ້ນການສົນທະນາທີ່ເລິກເຊິ່ງ: Introvert ບໍ່ມັກ Small Talk (ການລົມເລື່ອງທົ່ວໄປ). ໃຫ້ກຽມຄຳຖາມທີ່ໜ້າສົນໃຈໄວ້ລ່ວງໜ້າ ເພື່ອເລີ່ມຕົ້ນການລົມກັນໃນເລື່ອງທີ່ມີຄວາມໝາຍ. ມັນຈະເຮັດໃຫ້ Date ມີຄວາມໜ້າຈົດຈຳ ແລະ ບໍ່ຮູ້ສຶກວ່າມັນເສຍເວລາສາກແບັດ.

3. ບັນຫາ: ຢ້ານວ່າຄວາມຕ້ອງການ “ຢູ່ຄົນດຽວ” ຈະທຳລາຍຄວາມສຳພັນ

“ຖ້າຂ້ອຍມີແຟນແລ້ວ, ລາວຕ້ອງໄຫ້ແທ້ໆ ຖ້າຂ້ອຍຂໍເວລາສ່ວນຕົວ!”

ວິທີແກ້ໄຂ ທຳອິດເລີຍຄື ຄວາມຊື່ສັດຄືທາງອອກ: ຕ້ອງເລືອກຄົນທີ່ “ຍອມຮັບ” ໃນຕົວຂອງເຮົາໄດ້. ຜູ້ຊ່ຽວຊານບອກວ່າ: ໃຫ້ບອກຄວາມຕ້ອງການເລື່ອງພື້ນທີ່ສ່ວນຕົວຂອງເຮົາ ຢ່າງກົງໄປກົງມາ (ເຊັ່ນ: “ຂ້ອຍຕ້ອງການເວລາ 2 ຊົ່ວໂມງ ຫຼັງເລີກວຽກທຸກມື້ ເພື່ອປັບອາລົມ.”). ຖ້າລາວເຂົ້າໃຈ, ນັ້ນຄືສັນຍານທີ່ດີ. ຖ້າລາວເກັບເອົາໄປຄິດວ່າເປັນຄວາມຜິດຂອງລາວ… ອາດຈະຕ້ອງໄດ້ຄິດໃໝ່.

ຕໍ່ມາແມ່ນ ລອງຊອກຫາ “ໝູ່ທີ່ດີທີ່ສຸດ” ກ່ອນ “ຄູ່ຮັກ”: ໃຫ້ໂຟກັສໃສ່ການສ້າງ ມິດຕະພາບ ທີ່ເລິກເຊິ່ງກັບຄົນນັ້ນກ່ອນ. ເມື່ອເຮົາເປັນໝູ່ທີ່ເຂົ້າໃຈກັນແທ້ໆ, ການທີ່ຕ້ອງໄດ້ຢູ່ຄົນດຽວ ຫຼື ບໍ່ມັກອອກໄປໃສ ກໍຈະບໍ່ເປັນບັນຫາອີກຕໍ່ໄປ.

ສະຫຼຸບແບບປອບໃຈກໍຄື: ຢ່າຄິດວ່າການເປັນຄົນມັນຢູ່ເຮືອນເປັນອຸປະສັກ ແຕ່ມັນຄື “ຄວາມພິເສດ” ທີ່ເຮົາຕ້ອງໃຊ້ວິທີການນັດພົບທີ່ສະຫຼາດຂຶ້ນ ຂໍພຽງແຕ່ເຮົາກ້າເປີດເຜີຍຕົວຕົນທີ່ແທ້ຈິງຂອງເຮົາອອກໄປ. ລອງເບິ່ງແມະ ໄດ້ຜົນແນວໃດແລ້ວມາເລົ່າສູ່ຟັງແດ່.

ຂຽນໂດຍ
Chanthasone Insixiangmai - Editor-in-Chief

ຄອນເທັນຄຣີເອເຕີທີ່ເລີ່ມຈາກການຂຽນເນື້ອຫາກ່ຽວກັບ Tech ກ່ອນຈະຫຍັບມາຂຽນກ່ຽວກັບເລື່ອງວົງການບັນເທີງ ແລ້ວສຸດທ້າຍຂຽນມັນໄປທຸກຢ່າງ ຈົນກາຍເປັນຜູ້ຄຸມຄຸນນະພາບຂອງເນື້ອຫາທັງໝົດໃນ Muan (ຖ້າມີບ່ອນໃດຜິດ ນັ້ນແມ່ນຄວາມຜິດຂ້ອຍທີ່ເບິ່ງບໍ່ທົ່ວ 55). ມັກເອົາເລື່ອງຕ່າງໆທີ່ພົບໃນຊີວິດປະຈຳວັນມາເລົ່າຕໍ່ເພື່ອໃຫ້ເຂົ້າກັບ ມ່ວນ, ກົງກັບຄວາມສົນໃຈຂອງຜູ້ອ່ານ ແລະ ເຂົ້າໃຈງ່າຍ. ມັກຖ່າຍຮູບ ແລະ Pop Culture.

ບົດຄວາມທີ່ກ່ຽວຂ້ອງ

ຮັກແນວໃດ? ຍິ່ງເຂົ້າໃກ້ຍິ່ງຖອຍຫ່າງ ສຳຫຼວດຄວາມສຳພັນວ່າເຮົາແມ່ນ Avoidant ຫຼືບໍ່?

ຮູບແບບຄວາມສຳພັນແບບ "Avoidant ຫຼື ການຫຼີກໜີອາລົມຄວາມໃກ້ຊິດ" ຈະມີອາການທີ່ຕິດຢູ່ເລີກພາຍໃນຈິດໃຈທີ່ຫຼາຍຄົນບໍ່ຮູ້, ບໍ່ແມ່ນວ່າບໍ່ຮັກ ແຕ່ສະແດງອອກບໍ່ເປັນ ແລະ ມີຢ້ານຄວາມໃກ້ຊິດທີ່ມັນເລີກເຊິ່ງຈົນຂາດມັນບໍ່ໄດ້ ເລີຍເຮັດໃຫ້ເກີດຄວາມຮູ້ສຶກບໍ່ປອດໄພໃນຄວາມສຳພັນ, ຢ້ານເສຍຄວາມເປັນໂຕເອງ, ຫວງພື້ນທີ່ສ່ວນໂຕ...

ສະຫຼຸບປີ-ສະຫຼຸບໃຈ ຊວນທົບທວນໂຕເອງ ເພື່ອ Reset ໃຈກຽມອອກເດີນທາງໃນປີຕໍ່ໄປ

ເດືອນທັນວາ ເປັນເວລາທີ່ດີໃນການຄິດທົບທວນຄວາມຮູ້ສຶກ, ການສະຫຼຸບ ແລະ ການຕັ້ງເປົ້າໝາຍໃໝ່ ທີ່ອີງຕາມທິດສະດີຂອງເວລາປ່ຽນຜ່ານແນວຄິດ December Theory.

ຮູ້ສຶກກຳລັງຈະຖືກບອກເລີກ? ຄົນຮັກມິດໃສ່ເຮັດຄືເຮົາບໍ່ມີໂຕຕົນ ພຶດຕິກຳຄົນມີຄູ່ທີ່ຈະທຳຮ້າຍຄວາມສຳພັນ

Stonewalling Relationship ມັນຈະສົ່ງຜົນກະທົບຕໍ່ຄົນຄູ່ຮັກ ຫຼື ເປັນການທຳຮ້າຍຄວາມສຳພັນແບບເຮື້ອຮັງ ເຮັດໃຫ້ອີກຝ່າຍຮູ້ສຶກໂດດດ່ຽວ-ນ້ອຍໃຈ, ຄວາມໄວ້ໃຈທີ່ມີຫຼຸດລົງ ຫຼື ເຮັດໃຫ້ເກີດມີຊ່ອງວ່າງ.

ອົກຫັກທັງທີ່ບໍ່ເຄີຍເປັນແຟນ! 4 ບົດຮຽນຄວາມສຳພັນຈາກເພງ “ເສຍໃຈ (ໃຈເສຍໄປ)” ຂອງ Aluna ເຈິແບບນີ້ຈະເຮັດແນວໃດດີ?

ເພງ “ເສຍໃຈ” ຂອງ Aluna ບໍ່ໄດ້ເປັນພຽງແຕ່ເລື່ອງອົກຫັກ ແຕ່ເປັນການສະທ້ອນຄວາມເຈັບຈາກ Situationship ແລະ Ghosting ທີ່ບໍ່ມີຄຳຕອບ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.