ໜ້າຫຼັກ Muan Specialty 3 ວິທີໃຊ້ ​AI ແນວໃດໃຫ້ເກັ່ງ ຖ້າບໍ່ໄດ້ເກັ່ງຄອມ ຫຼື ເກັ່ງໄອທີ
Muan SpecialtyWorking Tips

3 ວິທີໃຊ້ ​AI ແນວໃດໃຫ້ເກັ່ງ ຖ້າບໍ່ໄດ້ເກັ່ງຄອມ ຫຼື ເກັ່ງໄອທີ

ຮຽນຮູ້ວິທີໃຊ້ AI ໃນການຊ່ວຍເຮັດວຽກ ໃຫ້ໄດ້ຜົນລັບທີ່ໄດ້ດັ່ງໃຈ
ຮຽນຮູ້ວິທີໃຊ້ AI ໃນການຊ່ວຍເຮັດວຽກ ໃຫ້ໄດ້ຜົນລັບທີ່ໄດ້ດັ່ງໃຈ
ແບ່ງປັນ

ຮຽນຮູ້ວິທີໃຊ້ AI ໃນການຊ່ວຍເຮັດວຽກ ໃຫ້ໄດ້ຜົນລັບທີ່ໄດ້ດັ່ງໃຈ.

ສົງໄສບໍ່ວ່າ “ສິ່ງສຳຄັນ” ໃດ? ທີ່ມັກເຮັດໃຫ້ຄົນໃຊ້ AI ແບບຜິດວິທີ

ຫຼາຍຄົນອາດຈະຄິດໃນໃຈວ່າ “ຂ້ອຍຕ້ອງເກັ່ງໄອທີບໍ່ ຈຶ່ງຈະໃຊ້ເອໄອໄດ້ເກັ່ງ…”

ຊູ່ມື້ນີ້ເຮົາຮູ້ກັນຢູ່ແລ້ວວ່າ AI ບໍ່ແມ່ນເລື່ອງໄກໂຕເລີຍ ມັນເຂົ້າມາມີບົດບາດກັບການເຮັດວຽກຂອງຍຸກນີ້ໃນທຸກວົງການ ທຸກປະເພດຂອງອຸດສາຫະກຳກໍວ່າໄດ້.

ມ່ວນສະເປຊຽວຕີ້ ຈຶ່ງຢາກຊວນໃຜທີ່ຍັງບໍ່ທັນໄດ້ມາລອງເປີດໃຈ ມາຮຽນໃຊ້ AI ແບບງ່າຍ ໆ ພຽງ 3 ຂັ້ນຕອນແບບເລີ່ມຕົ້ນ ບໍ່ຕ້ອງເກັ່ງໄອທີເລີຍເພື່ອໃຫ້ເຮົາເຂົ້າໃຈ “ຮຽນຮູ້ວິທີໃຊ້ AI ໃນການຊ່ວຍເຮັດວຽກ ໃຫ້ໄດ້ຜົນລັບທີ່ໄດ້ດັ່ງໃຈ”:

ຮູບຈາກ www.knock-ai.com

1. ມອບວຽກທີ່ຊໍ້າຊ້ອນ ໜ້າເບື່ອໃຫ້ນ້ອງ AI ຊ່ວຍເຮັດວຽກ ແບບບໍ່ຈົ່ມຈັກຄຳ

ສົມມຸດວ່າເຈົ້າມີ “ນ້ອງເຝິກງານໜ້າໃໝ່ທີ່ສະຫຼາດສຸດ ໆ ແຕ່ເຮົາຕ້ອງສັ່ງວຽກມັນໃຫ້ເປັນ” ລອງເອົາວຽກປະຈໍາທີ່ຕ້ອງເຮັດທຸກມື້ເຊັ່ນ:​

  • ຮ່າງເອກະສານ
  • ຮ່າງອີເມວຕອບລູກຄ້າ
  • ສະຫຼຸບລາຍງານປະຈຳວັນ
  • ຈັດຮູບແບບຂໍ້ຄວາມ
  • ຄິດໄອເດຍໂຄສະນາຈຳນວນຫຼາຍ
  • ວິເຄາະຂໍ້ມູນຈຳນວນຫຼາຍ

ມາໂຍນໃຫ້ AI ເຮັດໜ້າວຽກນີ້ຊ່ວຍແທນ ດ້ວຍການບອກຮູບແບບວິທີທີ່ເຮົາເຄີຍເຮັດມາກ່ອນ, ລາຍລະອຽດທຸລະກິດ, ຮູບແບບສິນຄ້າເອກະລັກຂອງໂຕເອງ (ໃຫ້ບອກຄືກັບບອກຄົນ ໆ ໜຶ່ງ).

2. ສ້າງຄວາມຄຸ້ນເຄີຍແບບລົມກັບຄົນ ໃຫ້ໄດ້ຜົນລັບທີ່ໄດ້ດັ່ງໃຈ

ຈຸດນີ້ຫຼາຍຄົນພາດ ເພາະໄປໃຊ້ແບບກູເກິລ.

ເຊົາເບິ່ງວ່າມັນເປັນຄືກັບ ກູເກີລ ໄວ້ຊອກຫາຂໍ້ມູນ, ແຕ່ໃຫ້ເບິ່ງວ່າມັນຄື ຜູ້ຊ່ວຍສ່ວນຕົວ.

ຕົວຢ່າງເຕັກນິກ:

"ຈົ່ງສວມບົດເປັນຜູ້ຊ່ຽວຊານດ້ານກົນລະຍຸດທຸລະກິດໃນອາຊຽນ ຊ່ວຍຂ້ອຍວິເຄາະຈຸດແຂງ ຈຸດອ່ອນ ໂອກາດ ແລະ ຄວາມສ່ຽງ ແບບກົງໄປກົງມາ ບໍ່ຕ້ອງເວົ້າເອົາໃຈ ຂໍການວິເຄາະວິຈານຢ່າງກົງໄປກົງມາ ແລ້ວເອົາມານຳສະເໜີໃນຮູບແບບທີ່ເປັນລະບົບທີ່ເຂົ້າໃຈງ່າຍ ກ່ຽວກັບໄອເດຍໂຄສະນາສິນຄ້າໃນບໍລິສັດຂອງຂ້ອຍດັ່ງຕໍ່ໄປນີ້..."

ແລ້ວເຮົາກໍເອົາຂໍ້ມູນສິນຄ້າ ຫຼື ທຸລະກິດເຮົາໃຫ້ນ້ອງ AI ໄປສຶກສາວິເຄາະກັບມາລາຍງານໃຫ້ເຮົາເປັນຮູບແບບການນຳສະເໜີທີ່ເຮົາຕ້ອງການ ແລະ ໃຊ້ໄດ້ທັນທີ.

ອ່ານຕື່ມ:  ເຕືອນແລ້ວເດີ! ໃຊ້ AI ຫຼາຍເກີນໄປ ລະວັງ "ສະໝອງຝໍ່" ແຖມຂີ້ລືມ ຜົນວິໄຈຈາກ MIT

ແຕ່ຖ້າໄປໃຊ້ນ້ອງ AI ໄປຫາຂໍ້ມູນມາໃຫ້ຊື່ ໆ ຫຼື ໄປຖາມຄຳຖາມຫ້ວນ ໆ ແບບ ຂໍກຳໄລເດືອນໜ້າ 300% ເຮັດໃຫ້ແດ່ແບບນີ້ ບໍ່ເອົາເດີ 🤣

ສໍາລັບຄົນທີ່ຍັງບໍ່ເຄີຍສົນທະນາກັບ AI ອາດຈະຟັງເບິ່ງຄືຮູ້ສຶກແປກ ໆ ຄືລົມກັບຄົນ, ແຕ່ເຮົາຢາກບອກວ່າ ນັ້ນຄືວິທີໃຊ້ AI ທີ່ຖືກຕ້ອງທີ່ສຸດ.

3. ໃຊ້ AI ໃນການຊ່ວຍເຮັດວຽກ ສິ່ງທີ່ສຳຄັນທີ່ສຸດກໍຄື ການກວດກາຈາກເຮົາເອງທີ່ເປັນມະນຸດ.

ສ່ວນນີ້ແຫຼະທີ່ຫຼາຍຄົນເບິ່ງຂ້າມທີ່ສຸດ, ເພາະຄິດວ່າມັນເຮັດມາໃຫ້ສະດວກແລ້ວ “ເອົາຕາມມັນເຮັດມາໃຫ້ນິລະ” ທັ້ງທີ່ຍັງບໍ່ທັນໄດ້ກວດ.

ຜົນທີ່ໄດ້ກໍຄື ຜົນງານທີ່ ຂາດການກວດສອບ,​ ຂາດວິຈາລະນະຍານ,​ ບໍ່ມີຄວາມເຫັນອົກເຫັນໃຈ, ບໍ່ເຂົ້າໃຈບໍລິບົດສັງຄົມທ້ອງຖິ່ນທີ່ແຕກຕ່າງກັນ, ເຊິ່ງມັນຕ້ອງມາປະສົບການໂຕຈິງຂອງຄົນທີ່ເຮັດວຽກ.

ສິ່ງເຫຼົ່ານີ້ ຕ້ອງອາໄສມະນຸດທີ່ມີຄວາມເຂົ້າໃຈ ມາປິດທ້າຍສະເໝີ. ການເບິ່ງວ່າ AI ເຮັດແທນໄດ້ໝົດ ຖືວ່າສ່ຽງເຮັດໃຫ້ສິ່ງທີ່ເຮົາເຮັດອອກໄປນັ້ນມັນຂາດຈິດວິນຍານ ແລະ ຂາດຄວາມຮູ້ສຶກນຶກຄິດ.

ຄືບົດຄວາມນີ້ ແອັດໃຫ້ AI ແນະນຳການຈັດຫົວຂໍ້ ແຕ່ເນື້ອໃນແມ່ນຂຽນເອງເດີ້ 😄 ຮູບປະກອບນ້ອງເປັດ ແມ່ນໃຊ້ Nano Banana Pro ຊ່ວຍກ່ອນ ແລ້ວເອົາມາອອກແບບໃສ່ພາສາລາວອີກເທື່ອໜຶ່ງ.

ຮຽນຮູ້ວິທີໃຊ້ AI ໃນການຊ່ວຍເຮັດວຽກ ໃຫ້ໄດ້ຜົນລັບທີ່ໄດ້ດັ່ງໃຈ
ຮູບປະກອບນ້ອງເປັດ ແມ່ນໃຊ້ Nano Banana Pro ຊ່ວຍກ່ອນ ແລ້ວເອົາມາອອກແບບໃສ່ພາສາລາວອີກເທື່ອໜຶ່ງ

________

ໂລກຍຸກໃໝ່ມາໄວກວ່າທີ່ຄິດ ເພື່ອໃຫ້ເຮົາຢູ່ລອດ ແລະ ເຕີບໂຕໄປກັບເສດຖະກິດທີ່ທ້າທາຍ, ເລີ່ມໃຊ້ຕອນນີ້ບໍ່ຫຼ້າບໍ່ສວາຍແນ່ນອນ.

ລອງອ່ານບົດຄວາມທີ່ຢາກແນະນຳຕື່ມ:

ອ່ານເກມທຸລະກິດ ຮັບມືແນວໃດກັບໂລກ ຫຼັງຍຸກໂລກາພິວັດ ໃນມື້ທີ່ໂລກເລີ່ມໂຫດຂຶ້ນກວ່າເກົ່າ
AI ສຸດຍອດທ່າແຮງຊ່ວຍວຽກ ຈາກບົດລາຍງານຂອງ McKinsey 

ໃຜທີ່ລອງໃຊ້ໃນການເຮັດວຽກໄປແລ້ວ ມີອັນໃດຢາກສອບຖາມແລກປ່ຽນຕື່ມ ເຂົ້າໄປຄອມເມັ້ນກັນໃນເພຈເຟສບຸກ Muan Specialty ໄດ້ເດີ້!

ອ່ານຕື່ມ:  ChatGPT ອັບເດດເພີ່ມຄວາມສາມາດການອ່ານຂໍ້ມູນໃນ Google Drive ແລະ OneDrive

ມ່ວນຂໍຂາຍເຄື່ອງ

ທີ 13 ເດືອນ 2 ປີ 2026 ນີ້ເຮົາເຊີນ CEO ຂອງ AEIOU Solution ຈາກປະເທດໄທ 🇹🇭 ບໍ່ຕ້ອງເສຍເງິນແພງໄປຮຽນຮອດກຸງເທບ ເຮົາພາມາສອນຮອດນະຄອນຫຼວງວຽງຈັນ 🇱🇦 ມາເຮັດ workshop ໃຊ້ AI ໃນການສ້າງລາຍໄດ້ເພີ່ມສຳລັບສາຍການຕະຫຼາດ ແລະ ສາຍທຸລະກິດ.

  • ເວີກຊັອບນີ້ 80% ແມ່ນຈັບມືສອນໃຊ້ໂຕຈິງກັບຂໍ້ມູນຈິງ ບໍ່ແມ່ນຟັງແຕ່ທິດສະດີ ຫຼື ເຮັດແນວຍາກ. ແຕ່ສາມາດຜະລິດງານ ຈົບຄລາສໄດ້ວຽກພ້ອມໃຊ້ໂຕຈິງເລີຍ.
  • ແຈກທາງລັດ ສຳລັບສູດການສັ່ງ AI ສຳເລັດຮູບເອົາໄປໃຊ້ໄດ້ທັນທີ ບໍ່ຕ້ອງຮຽນຂຽນເອງໃໝ່ໝົດ, ໄດ້ວິທີການທີ່ແນ່ນອນ ແລະ ໄວ. ຈາກວຽກ 1 ມື້ ເຫຼືອບໍ່ຮອດ 1 ຊົ່ວໂມງ.
  • ສອນໃຫ້ຮູ້ຈັກເຄື່ອງມືທີ່ຕອບໂຈດ ອັບເດດເທຣນ AI ປີ 2026 ກ່ອນໃຜ, ສອນໃຊ້ Google Nano Banana ແລະ Meta AI ເຮັດຮູບໂຄສະນາເພື່ອຊ່ວຍວຽກກຣາຟຟິກ (ຟຣີ ແລະ ອອກມາງາມ), ສອນສ້າງ Custom AI Agent ທີ່ມີຄວາມຮູ້ໃນສິນຄ້າຂອງລູກຄ້າໂດຍສະເພາະ ຊ່ວຍຕອບຄຳຖາມ ແລະ ຊ່ວຍວຽກຂາຍແອັດມິນ.

ສອນໂດຍ ຄຸນອົ້ນ ປຣິນ ຈຳເຣີນພານິດ CEO ຂອງ AEIOU Solution ຈາກປະເທດໄທ 🇹🇭

💡ຮຽນຈົບແລ້ວຈະໄດ້ຫຍັງແດ່:

  • ໄດ້ຮູ້ທັນເຄື່ອງມື AI ແລະ ເຂົ້າໃຈວິທີໃຊ້ AI ຢ່າງຖືກວິທີ ໃຫ້ວຽກໄວຂຶ້ນ x10 ເທົ່າ ຈະໄດ້ມີເວລາໄປໂຟກັສເລື່ອງການຕັດສິນໃຈໃນທຸລະກິດ.
  • ໄດ້ວິທີສັ່ງງານ AI ໃຫ້ເປັນລະບົບໃນສະຖານະການວຽກຈິງ, ຊ່ວຍຫຼຸດຕົ້ນທຶນ, ຫຼຸດເວລາທີ່ຊ້ຳຊ້ອນ, ຫຼຸດວຽກທີ່ບໍ່ມີປະສິທິພາບ.
  • ໄດ້ໃຊ້ AI ໃນການຊ່ວຍວິເຄາະ, ເຮັດບົດຄົ້ນຄວ້າ ໃນສາຍວຽກທີ່ເຮົາຕ້ອງການ ເພື່ອສ້າງກົນລະຍຸດການຕະຫຼາດໃຫ້ກັບທຸລະກິດ, ເພີ່ມຍອດຂາຍໃຫ້ເຕີບໂຕແບບກ້າວກະໂດດ.
  • ໄດ້ຮູ້ຈັກໃຊ້ເຕັກນິກຂອງ AI ເພື່ອເພີ່ມປະສິທິພາບໃນວຽກຝັ່ງດຳເນີນງານ ຫຼື ວຽກສາຍ operation ເຊັ່ນ ຝ່າຍການຕະຫຼາດ ແລະ ຝ່າຍຂາຍ, ເພີ່ມປະສິທິພາບ ໄດ້ປະສິທິຜົນທີ່ຫຼາຍຂຶ້ນ.
ອ່ານຕື່ມ:  5 ວີທີຮູ້ສຶກມີຄຸນຄ່າ ໂດຍບໍ່ຕ້ອງໃຫ້ໃຜມາບອກ

ໄດ້ຮູ້ຈັກການສ້າງ AI ໃຫ້ເປັນຜູ້ຊ່ວຍການບໍລິຫານວຽກສ່ວນຕົວຂອງໂຕເອງ (Agentic AI) ທີ່ຈະມາຊ່ວຍວຽກໃຫ້ເຈົ້າໄວຂຶ້ນ ແລະ ເກັ່ງຂຶ້ນເປັນເທົ່າໂຕ. ເພື່ອດຳເນີນໜ້າວຽກປະຈຳວັນໃຫ້ຄ່ອງຕົວ, ຊ່ວຍໃຫ້ຂໍ້ມູນໃນການຕັດສິນໃຈ ໂດຍອີງຈາກຂໍ້ມູນຂອງທຸລະກິດຈິງຂອງເຈົ້າຂອງ.

ສະຖານທີ່ຮຽນ: ໂຮງແຮມ Doubletree by Hilton ນະຄອນຫຼວງວຽງຈັນ (ຕໍ່ໜ້ານ້ຳພຸ)

ວັນທີ: 13/02/2026, ເລີ່ມເວລາ 9:00 – 17:00 ພ້ອມ ອາຫານທ່ຽງ ແລະ ອາຫານຫວ່າງຄົບຈົບ.

✅ບ່ອນນັ່ງມີຈຳນວນຈຳກັດພຽງແຕ່ 💯 ຄົນເທົ່ານັ້ນ. ສົນໃຈຈອງນຳເຮົາ ກົດຮູບລຸ່ມນີ້ເລີຍ

ຮຽນຮູ້ວິທີໃຊ້ AI ໃນການຊ່ວຍເຮັດວຽກ ໃຫ້ໄດ້ຜົນລັບທີ່ໄດ້ດັ່ງໃຈ

ຂຽນໂດຍ
Johnny Sayasane - CEO of Muan (Laos), Co-Founder & Chief Creative Officier of Bizgital/Muan/LOCA

[Art, Creative, Game, Tech & Science] CEO of Muan (Laos), Co-Founder of Bizgital/Muan/LOCA 宇宙人1.1 ???????????????? ????????????????

ບົດຄວາມທີ່ກ່ຽວຂ້ອງ

NotebookLM: ແອັບ AI ສະຫຼຸບບັນທຶກ ແລະ ສ້າງ Podcast ສຽງເວົ້າຄືມະນຸດ

ພົບກັບຈຸດເດັ່ນທີ່ບໍ່ຄວນພາດ NotebookLM ແອັບ AI ຈາກ Google ຊ່ວຍສະຫຼຸບບັນທຶກ ແລະ ສ້າງເັປັນ Podcast ໃຫ້ສຽງເວົ້າຄືມະນຸດ ການໃຊ້ງານເໝາະກັບນັກຮຽນ,...

Grok ເປີດໂຕ Chat Bot “Ani ສາວນ້ອຍ AI” ທີ່ມີບຸກຄະລິກແບບແອນິເມຊັນ

Grok ເປີດຕົວ Ani ສາວນ້ອຍ AI ທີ່ມີບຸກຄະລິກແບບແອນິເມຊັນ ສະໄຕລ໌ Gothic ແລະ Fantasy ສ້າງປະສົບການໃໝ່ໃນການລົມກັບ AI...

3 ຂັ້ນຕອນ: ກຽມໂຕແນວໃດ ກ່ອນໄປສຳພາດວຽກ

ເຈົ້າເຄີຍຮູ້ສຶກແບບນີ້ບໍ່? ຜູ້ຂຽນຍັງຈື່ໄດ້ສະໄໝຮຽນຈົບໃໝ່ໆ ບັນຍາກາດຕອນຍ່າງເຂົ້າໄປໃນຫ້ອງສຳພາດວຽກດ້ວຍຄວາມຕື່ນເຕັ້ນ ແລະ ໝັ້ນໃຈ ແຕ່ພໍເຈິຄຳຖາມທຳອິດທີ່ອາດຈະບໍ່ໄດ້ຄິດມາກ່ອນເທົ່ານັ້ນແຫຼະ, ຄວາມໝັ້ນໃຈທີ່ເຄີຍມີ ກໍກັບໄປບ້ານເກົ່າຈົນໝົດ. ຖ້າເຈົ້າຢາກກຽມພ້ອມໃຫ້ຄົບເຄື່ອງ, ລອງກຽມ 3 ຂັ້ນຕອນສຳຄັນນີ້...

“ຫົວໜ້າມັກສັ່ງແຕ່ວຽກດ່ວນ” ຂຸດສາເຫດທີ່ເຮັດໃຫ້ຫຼາຍຄົນ “ຄິດແຜນໄລຍະຍາວ” ຍາກ

ສາເຫດເລິກໆ ທີ່ຫົວໜ້າມັກສັ່ງມື້ນີ້ ຂໍມື້ແລງ ເຊື່ອວ່າຫຼາຍຄົນທີ່ໄດ້ເຂົ້າສູ່ວົງໂຄຈອນຂອງການເຮັດວຽກ ເຄີຍປະສົບບັນຫານີ້ ທັງໃນມູມຂອງພະນັກງານທີ່ໄດ້ຮັບແຕ່ວຽກດ່ວນທຸກມື້ ຫຼື ຈະເປັນໃນມູມຂອງເຈົ້າຂອງທຸລະກິດທີ່ລູກຄ້າຂໍສັ່ງວຽກແບບຈານດ່ວນປະຈຳ. ບັນຫາເຫຼົ່ານີ້ບາງເທື່ອບໍ່ແມ່ນຍ້ອນວ່າ “ຈັດການບໍລິຫານເວລາບໍ່ດີ”, ແຕ່ມັນອາດມາຈາກ ບັນຫາຂອງລະບົບຄວາມຄິດ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.