ເພາະລູກຄ້າບໍ່ແມ່ນພະເຈົ້າ ນີ້ແຫຼະຄືສິ່ງທີ່ Hermès ກ້າ “ປະຕິເສດ” ລູກຄ້າ?

ແບ່ງປັນ

ເພາະລູກຄ້າບໍ່ແມ່ນພະເຈົ້າ ນີ້ແຫຼະຄືສິ່ງທີ່ Hermès ກ້າ “ປະຕິເສດ” ລູກຄ້າ?

ໂດຍ: Tonmai Phoutthasack Tonmai Phoutthasack
20 March 2026 2

“ເງິນ” ສາມາດຊື້ໄດ້ທຸກຢ່າງໃນໂລກນີ້ບໍ່? ຖ້າຄຳຕອບຂອງເຈົ້າຄື “ແມ່ນ” ແປວ່າເຈົ້າອາດຈະຍັງບໍ່ເຄີຍຍ່າງເຂົ້າໄປໃນຊັອບຂອງ Hermès.

ລອງຈິນຕະນາການເບິ່ງ ເຈົ້າເປັນເສດຖີໃໝ່ ຖືເງິນຫຼັກລ້ານຍ່າງເຂົ້າໄປໃນຮ້ານດ້ວຍຄວາມໝັ້ນໃຈ, ຊີ້ໄປທີ່ຮູບກະເປົາ Birkin ຫຼື Kelly ແລ້ວບອກພະນັກງານວ່າ “ເອົາໜ່ວຍນີ້ເລີຍ, ຮູດບັດໄດ້ເລີຍ.”

ແຕ່ສິ່ງທີ່ພະນັກງານຈະຕອບກັບມາ ພ້ອມດ້ວຍຮອຍຍິ້ມທີ່ສຸພາບທີ່ສຸດຄື “ຂໍໂທດນຳເດີ້ເຈົ້າ, ສິນຄ້າບໍ່ມີໃນສະຕັອກເລີຍເຈົ້າ.”

ເກີດຫຍັງຂຶ້ນ? ເປັນຫຍັງແບຣນລະດັບໂລກເຖິງກ້າປະຕິເສດເງິນກ້ອນທີ່ມາກອງຢູ່ຕໍ່ໜ້າ?

ກ່ອນຈະຮູ້ເຫດຜົນ, ມາເຮັດຄວາມຮູ້ຈັກກັບຕົ້ນກຳເນີດຂອງແບຣນກ່ອນ

Hermès ເປັນແບຣນຫູຫຼາລະດັບຕຳນານທີ່ມີຕົ້ນກຳເນີດໃນປີ 1837 ກຸງປາຣີ ໂດຍເລີ່ມຕົ້ນຈາກການເປັນຜູ້ຜະລິດອານມ້າ ແລະ ອຸປະກອນສຳລັບຊົນຊັ້ນສູງ. ຫົວໃຈສຳຄັນຂອງຄວາມສຳເລັດຄື “ວຽກຝີມື (Craftsmanship)” ແລະ “ການປັບຕົວ (Adaptation)”. ທ່າມກາງວິກິດການປ່ຽນແປງຈາກຍຸກລົດມ້າມາເປັນຍຸກລົດຍົນ, ແບຣນສາມາດຍົກລະດັບຕົວເອງຈາກການຜະລິດອຸປະກອນມ້າ ໄປສູ່ການເປັນແບຣນສິນຄ້າໄລຟ໌ສະໄຕລ໌ ແລະ ແຟຊັ່ນຊັ້ນສູງໄດ້ຢ່າງສົມບູນແບບ ຜ່ານການນຳສະເໜີນວັດຕະກຳ ແລະ ຜະລິດຕະພັນທີ່ເປັນເອກະລັກ ເຊັ່ນ: ແພພັນຄໍໄໝ ແລະ ກະເປົາລຸ້ນຕຳນານຢ່າງ Kelly ແລະ Birkin ເຊິ່ງກາຍເປັນສັນຍາລັກຂອງສະຖານະພາບ ແລະ ຄວາມສະຫງ່າງາມມາຈົນເຖິງປັດຈຸບັນ.

ຢາກໄດ້ຂອງດີ ຕ້ອງຫຼິ້ນຕາມ “ກະຕິກາ”

ຖ້າເຈົ້າຢາກໄດ້ກະເປົາລະດັບໄອຄອນນິກຢ່າງ Kelly ແລະ Birkin ຂອງ Hermès ເຈົ້າຕ້ອງຫຼິ້ນຕາມກະຕິກາຂອງພວກເຂົາ ເຊິ່ງເປັນກະຕິກາທີ່ສ້າງຄວາມຫງຸດຫງິດ ແລະ ດຣາມ່າມາແລ້ວທົ່ວໂລກ:

  1. ກະເປົາບໍ່ມີໄວ້ໂຊ: ເຈົ້າຈະບໍ່ມີວັນເຫັນ Birkin ວາງຂາຍຢູ່ໜ້າຮ້ານໃຫ້ໃຜຍ່າງມາຢິບໄດ້ງ່າຍໆ.
  2. ຕ້ອງມີປະຫວັດການຊື້ (Pre-spend): ເຈົ້າຕ້ອງພິສູດຄວາມຮັກທີ່ມີຕໍ່ແບຣນ ດ້ວຍການຊື້ເຄື່ອງຍ່ອຍອື່ນໆກ່ອນ ເຊັ່ນ: ແພພັນຄໍ, ຈານຊາມ ຫຼື ເກີບ ຊ້ຳແລ້ວຊ້ຳອີກ.
  3. ຕ້ອງຈີບພະນັກງານ (SA): ການສ້າງສາຍສຳພັນກັບພະນັກງານຂາຍສຳຄັນກວ່າວົງເງິນໃນບັດເຄຣດິດ ເພາະພວກເຂົາຄື “ຜູ້ກຳຊະຕາ” ວ່າຈະສະເໜີຊື່ເຈົ້າໃຫ້ໄດ້ຮັບກະເປົາຫຼືບໍ່.
ອ່ານຕື່ມ:  10 ໄອເທັມໄວລຸ້ນ Gen Z ທີ່ຕ້ອງມີຕິດໂຕ

ດຣາມ່າຈຶ່ງບັງເກີດ! ລູກຄ້າຫຼາຍຄົນໂວຍວາຍວ່າ ນີ້ຄືການແບ່ງຊົນຊັ້ນ, ເປັນການຫຼິ້ນໂຕ, ບັງຄັບຊື້ພ່ວງ ແລະ ບໍ່ແຟຣ໌. ເປັນຫຍັງຄົນມີເງິນເຖິງບໍ່ມີສິດຊື້ຂອງທີ່ຕົວເອງຢາກໄດ້?

ດຣາມ່າບໍ່ແມ່ນຂໍ້ຜິດພາດ ແຕ່ມັນຄື “ຄວາມຕັ້ງໃຈ”

ຄວາມຈິງກໍຄື ຄວາມຫຍຸ້ງຍາກ, ກົດເກນທີ່ວຸ່ນວາຍ ແລະ ດຣາມ່າທັງໝົດທີ່ເກີດຂຶ້ນ ບໍ່ແມ່ນ “ຄວາມຜິດພາດ” ຂອງລະບົບການຂາຍ ແຕ່ມັນຄື “ຟີເຈີ (Feature)” ທີ່ Hermès ຕັ້ງໃຈສ້າງຂຶ້ນມາ!

  • ຮັກສາຄວາມ “ຫາຍາກ” (Scarcity): ຖ້າໃຜໆກໍຍ່າງເຂົ້າໄປຊື້ Birkin ໄດ້, ຄວາມຂັງຂອງມັນຈະຫາຍໄປທັນທີ ມັນຈະກາຍເປັນພຽງກະເປົາໜັງລາຄາແພງທົ່ວໄປ. ແຕ່ການທີ່ມັນໄດ້ມາຍາກ, ເຮັດໃຫ້ກະເປົາໃບນີ້ກາຍເປັນ “ສະຖານະ” ເປັນການປະກາດວ່າເຈົ້າບໍ່ໄດ້ມີແຕ່ເງິນ ແຕ່ເຈົ້າມີບາລະມີພໍທີ່ຈະໄດ້ຮັບການຍອມຮັບ.
  • ຂາຍ “ສິດພິເສດໃນການເປັນຜູ້ຖືກເລືອກ”: Hermès ຍອມຕັດຄົນ 99% ຖິ້ມ ເພື່ອໃຫ້ຄົນ 1% ຮູ້ສຶກວ່າຕົວເອງຄື “ຜູ້ຖືກເລືອກ”. ມັນຄືການສ້າງລອຍັລຕີ້ (Loyalty) ທີ່ເລິກເຊິ່ງທີ່ສຸດ. ແບຣນບໍ່ໄດ້ຂາຍເຄື່ອງໜັງ ແຕ່ຂາຍ “ຄວາມຮູ້ສຶກຂອງການໄດ້ເປັນຄົນພິເສດທີ່ແທ້ຈິງ”.

ຍິ່ງກີດກັນ = ຍິ່ງກະຕຸ້ນຄວາມຢາກ

ໃນໂລກທີ່ທຸກຢ່າງເຂົ້າເຖິງງ່າຍ, ສິ່ງທີ່ມີຄ່າທີ່ສຸດຄືສິ່ງທີ່ຕ້ານທານຄວາມງ່າຍດາຍນັ້ນ. ເມື່ອເຈົ້າໄດ້ Birkin ມາຄອບຄອງ ມັນບໍ່ໄດ້ຕະໂກນບອກຄົນອື່ນແຕ່ “ຂ້ອຍລວຍ” ແຕ່ມັນກຳລັງບອກວ່າ “ຂ້ອຍຄືຄົນທີ່ Hermès ຍອມຮັບ”.

ແທນທີ່ຈະງໍ້ຂາຍຂອງໃຫ້ລູກຄ້າ, Hermès ພິກເກມໃຫ້ລູກຄ້າຕ້ອງພະຍາຍາມພິສູດຕົວເອງ ເພື່ອໃຫ້ແບຣນ “ເລືອກ” ພວກເຂົາ ຫຼື ທີ່ເຮົາເອີ້ນວ່າ ການປ່ຽນລູກຄ້າໃຫ້ເປັນຜູ້ຕາມລ່າ.

ໃນໂລກທີ່ທຸກແບຣນແຂ່ງກັນຍິງແອດ ແລະ ຫຼຸດລາຄາ, Hermès ກັບເລືອກທີ່ຈະຖອຍຫຼັງອອກມາ ສ້າງກຳແພງທີ່ສູງລິບ ແລະ ປະຕິເສດຄົນນັບບໍ່ຖ້ວນ. ພວກເຂົາຍອມເສຍລູກຄ້າທົ່ວໄປ ເພື່ອຕອກຢ້ຳຄວາມສຳພັນຂັ້ນສຸດກັບ “ຄົນທີ່ແມ່ນ” ເທົ່ານັ້ນ.

ອ່ານຕື່ມ:  Runway vs Catwalk ຕ່າງກັນແນວໃດ ອະທິບາຍງ່າຍໆ ສາຍແຟຊັ່ນຄວນຮູ້!

ແລະ ຕາບໃດທີ່ຍັງມີຄົນຈົ່ມວ່າຊື້ຍາກຊື້ຊາ… ຕາບນັ້ນແບຣນ Hermès ກໍຈະຍິ່ງຊົງພະລັງຫຼາຍຂຶ້ນເທົ່ານັ້ນ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.