ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips ມີແຟນເກົ່າຫຼາຍຄົນໃຜວ່າບໍ່ດີ ຜ່ານຄວາມສຳພັນມາຫຼາຍມີຂໍ້ດີໃດ
Muan RelationTips

ມີແຟນເກົ່າຫຼາຍຄົນໃຜວ່າບໍ່ດີ ຜ່ານຄວາມສຳພັນມາຫຼາຍມີຂໍ້ດີໃດ

ແບ່ງປັນ
Getting your Trinity Audio player ready...

ຮູ້ບໍ່ວ່າການມີແຟນເກົ່າຫຼາຍຄົນມີຜົນດີໃດ? ຫຼາຍຄົນອາດຈະມີຄວາມຄິດແບບລົບໆຕໍ່ຄົນທີ່ມີແຟນເກົ່າຫຼາຍໆ, ບາງຄົນກໍອາດຈະຄິດວ່າຄົນເຫຼົ່ານີ້ເປັນຈໍາພວກທີ່ເລືອກຄົນຮັກໃຫມ່ໄດ້ງ່າຍດາຍ ແຕ່ໃນຄວາມເປັນຈິງແລ້ວມັນບໍ່ແມ່ນເລີຍ.

ການທີ່ເຮົາຜ່ານຄວາມສໍາພັນມາຫຼາຍຮູບແບບນັ້ນ ເຮັດໃຫ້ເຮົາມີປະສົບການຫຼາຍໃນດ້ານຄວາມຮັກ ແລະ ນີ້ກໍແມ່ນ 5 ຂໍ້ດີຂອງຄົນມີແຟນເກົ່າ:

1. ເຮັດໃຫ້ເຮົາເຂົ້າໃຈຄົນອື່ນຫຼາຍຂຶ້ນ

ຄົນຜ່ານມາແລ້ວຜ່ານໄປໃນຊີວິດ ມັກຈະຖິ້ມບົດຮຽນອັນລໍ້າຄ່າໄວ້ໃຫ້ເຮົາສະເໝີ, ມະນຸດທຸກ ມີຈຸດທີ່ແຕກຕ່າງກັນຫຼາຍເຊິ່ງເຮັດໃຫ້ເຮົາໄດ້ຮຽນຮູ້ເພື່ອທີ່ຈະກຽມພ້ອມ ແລະ ເຂົ້າໃຈຄົນທີ່ຈະເຂົ້າມາໃນຄັ້ງຕໍ່ໄປ.

2. ບໍ່ຫຼົງເຊື່ອຄາລົມຄົມຄາຍງ່າຍໆ

ກໍເພາະເຈິມາຫຼາຍແລ້ວ ຄົນເຮົາລ້ວນແຕ່ເຈັບແລ້ວຈື່, ບອກເລີຍວ່າຖ້າໃຜສິມາຕົວະກໍບໍ່ຫຼົງເຊື່ອງ່າຍໆດອກ ປະສົບການມັນສອນໃຫ້ເຮົາເບິ່ງຄົນທີ່ການກະທໍາ ບໍ່ແມ່ນຄໍາເວົ້າ.

3. ໄດ້ຮູ້ຈັກໃຫມ່ໆສະເໝີ

ການມີແຟນເກົ່າຫຼາຍໆຄົນທີ່ມີພື້ນເພແຕກຕ່າງກັນ ສາມາດເຮັດໃຫ້ເຮົາຮູ້ຈັກຫຼາຍໆຢ່າງ, ເວົ້າໄດ້ເລີຍວ່າມັນເຮັດໃຫ້ເຮົາ ເປັນເຮົາໃນທຸກມື້ນີ້.

4. ເຂົ້າສັງຄົມໄດ້ງ່າຍຂຶ້ນ

ເຖິງວ່າຈະເຄີຍເປັນຄົນທີ່ເກັບໂຕ ແລະ ບໍ່ສຸງສິງກັບໃຜເລີຍ ກໍພັດທະນາມາເປັນຄົນທີ່ຢູ່ໃນວົງສັງຄົມຕ່າງໆໄດ້, ເພາະຄວາມລຶ້ງເຄີຍກັບການເວົ້າກັບຄົນນັ້ນຄົນນີ້ ເຮັດໃຫ້ເຮົາສາມາດເຮັດຄວາມຮູ້ຈັກກັບຄົນໃຫມ່ໆເພື່ອເປີດໂອກາດໄດ້ງ່າຍປານປອກກ້ວຍ.

5. ຄວາມສໍາພັນຄັ້ງໃຫມ່ຍາວນານຂຶ້ນ

ຍ້ອນເຮົາໄດ້ຮຽນຮູ້ສິ່ງຕ່າງໆຈາກແຟນເກົ່າຂອງເຮົາ ເຮົາກໍຈະລະວັງສິ່ງທີ່ເຄີຍເຮັດຜິດພາດໄວ້ໃນອະດີດເພື່ອບໍ່ໃຫ້ມັນເກີດຂຶ້ນອີກ, ເຈົ້າຈະມີບົດຮຽນທີ່ສອນໃຫ້ຮູ້ວ່າ ສິ່ງໃດທີ່ຄວນເຮັດ ແລະ ສິ່ງໃດທີ່ບໍ່ຄວນເຮັດ.

ນັ້ນກໍຄືຜົນດີຂອງການຜ່ານຄວາມສໍາພັນທີ່ໂຣແມນຕິກກັບຫຼາຍຄົນ, ຫວັງວ່າບົດຮຽນຫຼາຍໆຢ່າງທີ່ໄດ້ຮັບຈາກແຟນເກົ່າຂອງເຮົາເອງ ຈະເຮັດໃຫ້ທຸກຄົນເປັນຜູ້ໃຫຍ່ຂຶ້ນ ແລະ ບໍ່ກັບມາເຮັດຜິດພາດອີກຄັ້ງໃນຄວາມສໍາພັນໃຫມ່.

ໂດຍ: ທີມບັນນາທິການ Muan

ອ່ານຕື່ມ:  ບໍ່ມັກເຂົາ ແຕ່ກໍຢາກຮູ້ ສ່ອງປານປ້າຂ້າງບ້ານ ເຮົາຄວນຈະເຮັດແນວໃດດີ?
ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ຮັກແນວໃດ? ຍິ່ງເຂົ້າໃກ້ຍິ່ງຖອຍຫ່າງ ສຳຫຼວດຄວາມສຳພັນວ່າເຮົາແມ່ນ Avoidant ຫຼືບໍ່?

ຮູບແບບຄວາມສຳພັນແບບ "Avoidant ຫຼື ການຫຼີກໜີອາລົມຄວາມໃກ້ຊິດ" ຈະມີອາການທີ່ຕິດຢູ່ເລີກພາຍໃນຈິດໃຈທີ່ຫຼາຍຄົນບໍ່ຮູ້, ບໍ່ແມ່ນວ່າບໍ່ຮັກ ແຕ່ສະແດງອອກບໍ່ເປັນ ແລະ ມີຢ້ານຄວາມໃກ້ຊິດທີ່ມັນເລີກເຊິ່ງຈົນຂາດມັນບໍ່ໄດ້ ເລີຍເຮັດໃຫ້ເກີດຄວາມຮູ້ສຶກບໍ່ປອດໄພໃນຄວາມສຳພັນ, ຢ້ານເສຍຄວາມເປັນໂຕເອງ, ຫວງພື້ນທີ່ສ່ວນໂຕ...

ສະຫຼຸບປີ-ສະຫຼຸບໃຈ ຊວນທົບທວນໂຕເອງ ເພື່ອ Reset ໃຈກຽມອອກເດີນທາງໃນປີຕໍ່ໄປ

ເດືອນທັນວາ ເປັນເວລາທີ່ດີໃນການຄິດທົບທວນຄວາມຮູ້ສຶກ, ການສະຫຼຸບ ແລະ ການຕັ້ງເປົ້າໝາຍໃໝ່ ທີ່ອີງຕາມທິດສະດີຂອງເວລາປ່ຽນຜ່ານແນວຄິດ December Theory.

ຮູ້ສຶກກຳລັງຈະຖືກບອກເລີກ? ຄົນຮັກມິດໃສ່ເຮັດຄືເຮົາບໍ່ມີໂຕຕົນ ພຶດຕິກຳຄົນມີຄູ່ທີ່ຈະທຳຮ້າຍຄວາມສຳພັນ

Stonewalling Relationship ມັນຈະສົ່ງຜົນກະທົບຕໍ່ຄົນຄູ່ຮັກ ຫຼື ເປັນການທຳຮ້າຍຄວາມສຳພັນແບບເຮື້ອຮັງ ເຮັດໃຫ້ອີກຝ່າຍຮູ້ສຶກໂດດດ່ຽວ-ນ້ອຍໃຈ, ຄວາມໄວ້ໃຈທີ່ມີຫຼຸດລົງ ຫຼື ເຮັດໃຫ້ເກີດມີຊ່ອງວ່າງ.

ອົກຫັກທັງທີ່ບໍ່ເຄີຍເປັນແຟນ! 4 ບົດຮຽນຄວາມສຳພັນຈາກເພງ “ເສຍໃຈ (ໃຈເສຍໄປ)” ຂອງ Aluna ເຈິແບບນີ້ຈະເຮັດແນວໃດດີ?

ເພງ “ເສຍໃຈ” ຂອງ Aluna ບໍ່ໄດ້ເປັນພຽງແຕ່ເລື່ອງອົກຫັກ ແຕ່ເປັນການສະທ້ອນຄວາມເຈັບຈາກ Situationship ແລະ Ghosting ທີ່ບໍ່ມີຄຳຕອບ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.