ໃນບາງຄັ້ງທຸກຄົນອາດຈະເຄີຍພົບກັບປະສົບການເນັດໝົດ, ເວລາເດີນທາງສັນຍານອິນເຕີເນັດກໍບໍ່ສະຖຽນ ເຮັດໃຫ້ການທີ່ຕ້ອງຢູ່ໂດຍບໍ່ມີຫຍັງເຮັດເປັນເວລາດົນໆເກີດອາການເບື່ອ, ມື້ນີ້ແກັດຊິລ່າເລີຍນຳເກມທີ່ຫຼີ້ນໄດ້ເພີນໆຈົນເຮັດໃຫ້ລື່ມເລື່ອງເວລາໄປເລີຍ ແລະ ເກມທີ່ມາແນະນຳນີ້ກໍບໍ່ຕ້ອງໃຊ້ອິນຕີເນັດໃນການເຂົ້າຫຼີ້ນອີກດ້ວຍ.
ລວມໄວ້ໃຫ້ທັງ 6 ເກມແລ້ວ ແລະ ເກມທີ່ແກັດຊິລ່ານຳມາແຊຣ໌ແມ່ນໂຫຼດໄດ້ທັງ Google Pay ແລະ App Store ເດີ.
Alto’s Odyssey
ເປັນເກມທີ່ອອກແນວການແລ່ນໄປເລື່ອຍໆ ແລະ ເດີນທາງຂ້າມຜ່ານໄປແຕ່ລະດ້ານແບບຊິລໆທີ່ຊວນໃຫ້ຜ່ອນຄາຍ ເພາະໃນສາກຫຼັງແມ່ນມີເປັນຮູບພາບວິວທະເລ, ຕົວເມືອງ, ພູເຂົາ ແລະ ກຣາຟຟິກສີສັນສວຍງາມ.
Shadow Fight 2
ແມ່ນເກມຕໍ່ສູ້ສະໄຕສ໌ນິນຈາ ທີ່ມີພາບການເຄື່ອນໄຫວເວລາຕໍ່ສູ້ທີ່ສວຍງາມສະມູດ ແລະ ການຕໍ່ສູ້ທີ່ເຮັດໃຫ້ຮູ້ສຶກມ່ວນທ້າທາຍຄວາມສາມາດ.
Crossy Road
ເປັນເກມທີ່ຕ້ອງໄດ້ຍ່າງຂ້າມຖະໜົນຫົນທາງໃນເມືອງທີ່ແສນວຸ່ນວາຍ ແລະ ຕ້ອງໃຊ້ທັກສະໃນການຄວບຄຸມຫຼົບຫຼີກສິ່ງທີ່ມັກມາຂວາງການເດີນທາງຂອງຕົວລະຄອນໃຍເກມ.
Plants vs. Zombies 2
ເກມປ້ອງກັນຖານທັບສຸດຄລາສສິກ ແລະ ນຳໃຊ້ພືດພັນເພື່ອກຳຈັກຊຳບີ້ທີ່ຈະບຸກເຂົ້າມາທຳລາຍຖານທັບ.
Asphalt 8: Airborne
ເກມແຂ່ງລົດທີ່ຈະເຮັດໃຫ້ເວລາຫຼິ້ນຕ້ອງດຣິຟຕ໌ ແລະ ເລັ່ງຄວາມໄວຜ່ານສະໜາມແຂ່ງລົດໃນດ້ານຕ່າງໆ.
Campfire Cat Café
ເກມແນວຈຳລອງການບໍລິຫານຈັດການຄາເຟ່ໃນປ່າທີ່ໃຫ້ຄວາມຮູ້ສຶກວ່າບັນຍາກາດອົບອຸ່ນ, ສະຫງົບ ແລະ ຜ່ອນຄາຍສຸດໆ ແລະ ພະນັກງານໃນຄາເຟ່ກໍເປັນແມວຫຼາກຫຼາຍສາຍພັນທີ່ມາໃຫ້ບໍລິການລູກຄ້າ ເກມນີ້ມີຮູບແບບກຣາຟຟິກທີ່ໜ້າຮັກຫຼິ້ນເກມງ່າຍໂດຍບໍ່ຕ້ອງໃຊ້ສະໝອງຫຼາຍເພາະບໍ່ຊັບຊ້ອນ.
ໂດຍ: ທີມບັນນາທິການ Gadzila