ທຸກຄົນເຄີຍຮູ້ສຶກບໍ່ວ່າ… ຢາກນອນຫຼັບຝັນໄປຕະຫຼອດໂດຍບໍ່ຕ້ອງຕື່ນມາອີກ ເພາະຄວາມຈິງມັນເຈັບປວດເກີນກວ່າຈະຮັບໄຫວ.
ຖ້າເຄີຍມີຄວາມຮູ້ສຶກແບບນີ້, ເພງ Dream (ຝັນ) ຂອງ UKNOWHATIMEAN ຄືເພງທີ່ຂຽນຂຶ້ນມາເພື່ອທຸກຄົນທີ່ຍັງຕິດຢູ່ໃນວັງວົນຄວາມຮັກ.
ພໍໄດ້ຟັງເພງນີ້ຕ້ອງບອກວ່າ ເອີ… ມັນຄືເຮັດໃຫ້ຄິດຮອດຫຼາຍ ແຕ່ກໍຍັງແຝງຄວາມເສົ້າແບບສຸດໆນຳອີກ ຖືວ່າເປັນເພງທີ່ເປັນໂຕແທນຂອງຄົນທີ່ຍັງຕິດຢູ່ໃນບາດແຜເກົ່າ, ຄົນທີ່ຈົມຢູ່ກັບຄວາມເສຍໃຈຈາກການສູນເສຍຄົນຮັກໄປແບບບໍ່ມີວັນກັບຄືນ.
ສິ່ງທີ່ເຮັດໃຫ້ເພງນີ້ມັນຊຶ້ງກິນໃຈກໍຄືການທີ່ UKNOWHATIMEAN ເລືອກໃຊ້ຄວາມຝັນ ເປັນບ່ອນປອດໄພບ່ອນດຽວທີ່ລາວຈະໄດ້ຢູ່ກັບຄົນທີ່ລາວຮັກອີກຄັ້ງ.
ພໍ ມ່ວນຊວນຟັງ ລອງຕັ້ງໃຈຟັງເພງດີໆ ທຸກຄົນຈະສຳຜັດໄດ້ເຖິງຄວາມອາໄລອາວອນ ແລະ ຄວາມອຶດອັດໃນໃຈ ທີ່ຢາກຈະກັກຂັງໂຕເອງໄວ້ໃນໂລກຈິນຕະນາການນັ້ນຕະຫຼອດໄປ.
ມັນເປັນຄວາມຮູ້ສຶກທີ່ຢາກໃຫ້ຝັນນັ້ນເປັນຄວາມຈິງ ແລະ ຢາກໃຫ້ຄວາມຈິງເປັນພຽງແຕ່ຄວາມຝັນ. ແລ້ວມັນເປັນເພາະວ່າຫຍັງລະ? ຍ້ອນນາທີທີ່ຕື່ນຂຶ້ນມາ ແລ້ວຕ້ອງມາເຈີກັບຫ້ອງທີ່ວ່າງເປົ່າ, ຄວາມອ້າງວ້າງ, ແລະ ຄວາມຈິງທີ່ວ່າ ບໍ່ມີເຂົາອີກແລ້ວ ມັນເປັນເລື່ອງທີ່ຍາກເກີນໄປທີ່ຈະຍອມຮັບໄດ້ ມັນທໍລະມານຈົນແທບຫາຍໃຈບໍ່ອອກ.
ຫຼາຍຄົນມັກບອກວ່າເວລາຈະຊ່ວຍແກ້ໄຂໄດ້ທຸກຢ່າງ ແຕ່ເພງນີ້ໄດ້ບອກເຮົາວ່າ ມັນບໍ່ແມ່ນກັບທຸກຄົນ. ຕໍ່ໃຫ້ວັນເວລາຈະປ່ຽນຜ່ານໄປດົນປານໃດ ແຕ່ທຸກເທື່ອທີ່ຢູ່ຄົນດຽວ, ຄວາມຊົງຈຳເກົ່າໆ ແລະ ຄວາມຄິດຮອດ ມັນກໍຍັງຍ້ອນກັບມາແລ່ນຕຳໃສ່ຄວາມຮູ້ສຶກ, ມາທຳຮ້າຍຈິດໃຈເຮົາໃຫ້ພັງທະລາຍລົງຄືເກົ່າ.
ຖືວ່າເປັນເພງທີ່ເຮັດໃຫ້ເຫັນພາບໂຕເອງໄດ້ຫຼາຍຂຶ້ນ ສຳລັບຄົນທີ່ກຳລັງພະຍາຍາມ Move on ອອກມາແລ້ວ ແຕ່ກໍຍັງຍ່າງອອກມາຈາກຈຸດນັ້ນບໍ່ໄດ້ຈັກເທື່ອ. ເພາະທຸກຖ້ອຍຄຳໃນເນື້ອຮ້ອງມັນເຕັມໄປດ້ວຍຄວາມໂຫຍຫາ, ຄວາມສິ້ນຫວັງ, ແລະ ຄວາມໂດດດ່ຽວໃນໃຈ.
ຖ້າເຈົ້າກຳລັງຄິດຮອດໃຜບາງຄົນ ທີ່ບໍ່ສາມາດກັບມາເຈິກັນໄດ້ອີກແລ້ວ… ລອງປິດໄຟ, ໃສ່ຫູຟັງ, ແລ້ວປ່ອຍໃຫ້ເພງນີ້ດຶງອາລົມຂອງເຈົ້າຫຼັບຝັນໄປນຳກັນເດີ. ຮັບຮອງວ່າເຈົ້າຈະເຂົ້າໃຈຄວາມຮູ້ສຶກຢາກຝັນຕະຫຼອດໄປ ແບບອິນສຸດໆແນ່ນອນ.