ໜ້າຫຼັກ Muan.la - ສາລະບັນເທີງ Muan Listen - ມ່ວນຊວນຟັງ ຟັງເພງຮັກສຸດເສົ້າ “ເປັນດັ່ງມື້ວານ” ຈາກ Dr.Isolate ນັກຮ້ອງໜ້າໃໝ່ສຸດເລິກລັບ
Muan Listen - ມ່ວນຊວນຟັງ

ຟັງເພງຮັກສຸດເສົ້າ “ເປັນດັ່ງມື້ວານ” ຈາກ Dr.Isolate ນັກຮ້ອງໜ້າໃໝ່ສຸດເລິກລັບ

ເພງ ເປັນດັ່ງມື້ວານ ຈາກ Dr.Isolate ນັກຮ້ອງໜ້າໃໝ່ສຸດເລິກລັບ ປ່ອຍເພງຮັກສຸດເສົ້າທີ່ສູນເສຍໄປ ສຽງມີສະເໜ່ທີ່ມີເອກະລັກ ແລະ ກິ່ນອາຍເພງ Pop Indie.

ແບ່ງປັນ

ມາແລ້ວເພງເຕັມຂອງນັກຮ້ອງໜ້າໃໝ່ທີ່ມີຄວາມເລິກລັບກັບ Dr.Isolate ໃນເພງທຳອິດຂອງລາວທີ່ມີຊື່ວ່າ “ເປັນດັ່ງມື້ວານ” ເພງນີ້ໄດ້ເລົ່າເຖິງອາລົມຄວາມຮູ້ສຶກທີ່ທັງເສົ້າ ແລະ ການອ້ອນວອນເຖິງຄວາມຮັກທີ່ໄດ້ສິ້ນສຸດລົງໄປໃຫ້ກັບຄືນມາເປັນຄືເກົ່າ.

ດ້ວຍກິ່ນອາຍຂອງເພງທີ່ເປັນ Indie Pop ແລະ ເນື້ອໃນຂອງເພງທີ່ບໍ່ຊັບຊ້ອນ ຈຶ່ງເຮັດໃຫ້ເພງນີ້ຟັງງ່າຍ ບວກກັບບອກເລົ່າອາລົມຄວາມຮູ້ສຶກດ້ວຍພາສາທີ່ກົງໄປກົງມາ.

ສຳລັບເພງນີ້ ຖືວ່າເປັນເພງເປີດຂອງ Dr.Isolate ເຊິ່ງມາຈົນຮອດຕອນນີ້ເຮົາກໍຍັງບໍ່ທັນຮູ້ວ່ານັກຮ້ອງຄົນນີ້ແມ່ນໃຜ ໂດຍໃນໂຊຊຽວມີເດຍຂອງລາວ ໄດ້ມີການບອກໄວ້ວ່າ “ບໍ່ຈຳເປັນຕ້ອງຮູ້ດອກວ່າຂ້ອຍແມ່ນໃຜ ເສບຜົນງານເພງຂ້ອຍກໍພຽງພໍແລ້ວ.”

ໃນຕອນນີ້ເຖິງເຮົາຈະບໍ່ຮູ້ໜ້າຄ່າຕາ ຄືກັບກຳລັງເບິ່ງລາຍການນັກຮ້ອງຫຼັງກຳແພງ ແຕ່ສິລະປິນຄົນນີ້ມີຂອງ ເພາະລາວກຳລັງລັກເຮັດເພງໃໝ່ລໍໄວ້ອີກແລ້ວ ອີກໜຶ່ງເພງ ເຊິ່ງລາວໄດ້ບອກໄວ້ຜ່ານຂໍ້ຄວາມໃນ Facebook Stories ຂອງລາວວ່າ ຈະປ່ອຍພາຍໃນທ້າຍເດືອນຕຸລາ 2025 ນີ້.

ຟັງເພງ ເປັນດັ່ງເມື່ອວານ ໄດ້ແລ້ວມື້ໃນ YouTube ແລະ ສະຕຣີມມິງແພລດຟອມທັງ Apple Music ແລະ Spotify.

ອ່ານຕື່ມ:  ຖ້າຈະມາຫຼອກກໍອອກໄປເລີຍ ຟັງເພງ "ຄົນບໍ່ຄຸ້ນເຄີຍ" ຈາກ MiLD ft. Heo VKK
ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

Déymi ຫຼິ້ນກັບໃຈຄົນຟັງປ່ອຍເພງເສົ້າ ບອກມາເຮັດຫຍັງ Soft Lies ຕອກຢ້ຳຄວາມເຈັບຂອງຄົນທີ່ຖືກໃຫ້ຄວາມຫວັງ

"ແລ້ວເຈົ້າຈະບອກມາຫຍັງ ວ່າເຈົ້ານັ້ນກໍຮູ້ສຶກ..." ບົດເພງຂອງຄົນທີ່ຖືກຖິ້ມໄວ້ກັບຄຳຖາມ ຕອກຢ້ຳຄວາມເຈັບປວດຂອງຄົນທີ່ຖືກໃຫ້ຄວາມຫວັງ.

ການບໍ່ມີເຈົ້ານັ້ນແຫຼະບໍ່ປົກກະຕິ ຟັງ ຢູ່ພຸ້ນ (Over There) ຈາກ uknowhatimean ສົ່ງຕໍ່ຄວາມຄິດຮອດຜ່ານບົດເພງ

ມັນເປັນຄວາມຄຸ້ນເຄີຍ ແລະ ເປັນສິ່ງທີ່ເຮັດໃຫ້ຈື່ໄດ້ດີ ໃນທຸກສະຖານທີ່ທີ່ໄດ້ໄປກັບເຈົ້າ ພາບທີ່ເຫັນແມ່ນມີເຈົ້າຢູ່ທຸກບ່ອນ. ນີ້ແມ່ນຂໍ້ຄວາມຂອງຄວາມຮູ້ສຶກຄິດຮອດເຖິງຄົນທີ່ໄດ້ເລີກກັນໄປແລ້ວແມ່ນບໍ? ພໍ ມ່ວນ ໄດ້ຟັງຍິ່ງຮູ້ສຶກຄິດຮອດເລື່ອງທີ່ມັນເກີດຂຶ້ນໃນເພງນີ້ “ຢູ່ພຸ້ນ (over there)”...

ໃຜວ່າຮິບຮັອບ ແລະ ໝໍລຳບໍ່ເຂົ້າກັນ? MAO MUN ປ່ອຍຂອງໃນເພງ ໝໍລຳໃຫຍ່ ຈັດເຕັມຄວາມມັນແຣັບແບບລາວ

ໃຜວ່າຮິບຮັອບກັບໝໍລຳໄປນຳກັນບໍ່ໄດ້? ມາຟັງເພງນີ້ກ່ອນ! "ໝໍລຳໃຫຍ່" ຈາກ MAO MUN ບອກເລີຍວ່າໂຄດສຸດ! ຈັງຫວະແໜ້ນໆບວກກັບຄວາມເປັນໝໍລຳແບບລາວໆຄືກົມກ່ອມສຸດໆ. ຕອນນີ້ປ່ອຍແລ້ວເດີທັງເວີຊັນ Official ແລະ Live...

ຖ້າຟັງ ຮັກຕ້ອງໃຊ້ເວລາ ເພງເກົ່າເລົ່າໃໝ່ຈາກ Aluna Project

ກັບມາຕາມຄວາມຮຽກຮ້ອງສິລະປິນ Diva ຢ່າງ Aluna ກຽມປ່ອຍເພງຮິດໃນຕຳນານ "ຮັກຕ້ອງໃຊ້ເວລາ" ເວີຊັນ 2026 ເພື່ອພາແຟນໆຫວນຄືນບັນຍາກາດຄວາມຫຼັງຈາກປີ 2007

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.