ໃຜທີ່ເປັນແຟນຊີຣີສ໌ Game of Thrones ຄົງຈະຈື່ສາກທຳອິດຂອງຊີຣີສ໌ເລື່ອງນີ້ໄດ້ເປັນຢ່າງດີ ເຊິ່ງເປັນຕອນທີ່ Ned Stark ກັບລູກໆຂອງລາວຍ່າງເຂົ້າໄປໃນປ່າ ແລະ ພົບກັບລູກໝາປ່າຍັກຫຼາຍໂຕນອນຢູ່ຂ້າງທາງ. ລູກໝາປ່າເຫຼົ່ານັ້ນບໍ່ແມ່ນແຕ່ສັດປ່າທີ່ພວກເຂົາທີ່ບັງເອີນພົບເຫັນເທົ່ານັ້ນ ແຕ່ຜ່ານເລື່ອງລາວຕ່າງໆໃນຊີຣີສ໌, ພວກມັນໄດ້ກາຍເປັນສ່ວນໜຶ່ງທີ່ຜູກພັນກັບຄົນໃນຕະກຸນ Stark ຢ່າງເລິກເຊິ່ງ ຈົນຮູ້ສຶກຄືກັບວ່າພວກມັນເປັນຍາດພີ່ນ້ອງສາຍເລືອດດຽວກັນກັບພວກເຂົາ.
ໃນໂລກຂອງ Game of Thrones ໝາປ່າໂລກັນ ຫຼື Dire Wolves ບໍ່ແມ່ນແຕ່ສັດລ້ຽງທຳມະດາ, ພວກມັນເປັນສັນຍາລັກຂອງຕະກຸນ Stark ທີ່ເປັນຕະກຸນຫຼັກຂອງເລື່ອງ. ມັນສະທ້ອນເຖິງຄວາມແຂງແກ່ນ, ຄວາມຈົງຮັກພັກດີ, ຄວາມງຽບຂຶມ ແຕ່ກໍດຸຮ້າຍ ແລະ ຂະນະດຽວກັນກໍອ່ອນໂຍນຕໍ່ເຈົ້າຂອງຢູ່ສະເໝີ.
ຖ້າຈະເວົ້າເຖິງໂຕທີ່ເປັນທີ່ຈົດຈຳທີ່ສຸດ ກໍຄົງຕ້ອງເປັນ Ghost ໝາປ່າຂົນສີຂາວຂອງ Jon Snow ທີ່ຢູ່ຄຽງຂ້າງເຈົ້າຂອງຕັ້ງແຕ່ຕອນທຳອິດຈົນຮອດຕອນສຸດທ້າຍຂອງຊີຣີສ໌

ໃນຕອນຕົ້ນນັ້ນເອງ ສະມາຊິກແຕ່ລະຄົນຂອງຕະກຸນ Stark ກໍໄດ້ຮັບລູກໝາປ່າຍັກຄົນລະໂຕ ທີ່ຄ່ອຍໆປູທາງໃຫ້ເຫັນຄວາມສຳພັນພິເສດລະຫວ່າງພວກເຂົາກັບສັດຂອງຕົນເອງ.
ບາງໂຕຍັງມີຄວາມເຊື່ອມໂຍງເໜືອທຳມະຊາດ ສາມາດເຊື່ອມຈິດກັບເຈົ້າຂອງໄດ້ ໂດຍສະເພາະ Bran ແລະ Jon ທີ່ມີພະລັງພິເສດໃນການຄວບຄຸມສັດ. ມັນຄືສັນຍານທີ່ບອກວ່າເວດມົນອັນເກົ່າແກ່ຂອງໂລກ Westeros ຍັງບໍ່ທັນຫາຍໄປຈາກເລື່ອງນີ້.
ແຕ່ສິ່ງທີ່ໜ້າຕື່ນເຕັ້ນກວ່ານັ້ນກໍຄື Dire Wolves ບໍ່ແມ່ນພຽງແຕ່ສິ່ງທີ່ມີຢູ່ໃນນິຍາຍ. ໃນໂລກຈິງຂອງເຮົາ ພວກມັນກໍເຄີຍມີຊີວິດຢູ່ມາກ່ອນ ກ່ອນທີ່ຈະສູນພັນໄປປະມານ 12,500 ປີທີ່ແລ້ວ. ໃນຕອນນີ້ ດ້ວຍຄວາມກ້າວໜ້າຂອງເຕັກໂນໂລຊີຊີວະວິທະຍາ, ມະນຸດໄດ້ຟື້ນຄືນຊີບພວກມັນຂຶ້ນມາອີກຄັ້ງ.
ບໍລິສັດ Colossal Biosciences ໄດ້ເຮັດໃຫ້ສິ່ງນີ້ກາຍເປັນຈິງ ດ້ວຍການນຳ DNA ບູຮານຈາກຊາກຟອດຊິວມາຖອດລະຫັດ ທັງແຂ້ວທີ່ມີອາຍຸ 13,000 ປີ ແລະ ກະໂຫຼກຫົວອາຍຸ 72,000 ປີ.
ພວກເຂົາເລີ່ມຈາກການໃຊ້ DNA ຂອງໝາປ່າສີເທົາທີ່ຍັງມີຊີວິດຢູ່ ປະສົມກັບເຕັກໂນໂລຊີ CRISPR ເພື່ອດັດແປງຢີນໃນຫຼາຍກວ່າ 20 ຕຳແໜ່ງ ໂດຍອີງຈາກຂໍ້ມູນຂອງ Dire Wolves ໃນອະດີດ. ຫຼັງຈາກນັ້ນ ກໍນຳພັນທຸກຳທີ່ດັດແປງແລ້ວໄປຝາກໃສ່ເຊວໄຂ່ຂອງໝາບ້ານ ແລະ ໃຫ້ໝາບ້ານເຮັດໜ້າທີ່ເປັນແມ່ອູ້ມບຸນ ຈົນກວ່າຈະຄົບກຳນົດ 62 ມື້ ແລະ ໄດ້ລູກໝາປ່າທີ່ດັດແປງພັນທຸກຳອອກມາ.



ຜົນຂອງຄວາມພະຍາຍາມນີ້ກໍຄືການກຳເນີດຂອງ Dire Wolves ໃໝ່. ມີສອງໂຕເປັນເພດຜູ້ທີ່ເກີດຂຶ້ນໃນປາຍປີ 2024 ແລະ ອີກໜຶ່ງໂຕເປັນເພດແມ່ທີ່ມາໃນເດືອນມັງກອນ 2025. Dire Wolves ທີ່ເກີດມາໃໝ່ນີ້ມີຂະໜາດໂຕໃຫຍ່ກວ່າໝາປ່າສີເທົາ ມີຫົວກວ້າງກວ່າເລັກນ້ອຍ ພ້ອມຂົນທີ່ໜາ ແລະ ຄາງກະໄຕທີ່ແຂງແຮງ. ເມື່ອພວກມັນໃຫຍ່ເຕັມທີ່ ກໍຄາດວ່າຈະມີຮູບຮ່າງໃກ້ຄຽງກັບ Dire Wolves ໃນສະໄໝກ່ອນ ແລະ ໃຫຍ່ກວ່າໝາປ່າສີເທົາທີ່ເປັນຍາດສະໜິດທີ່ໃກ້ຊິດທີ່ສຸດໃນປັດຈຸບັນ.
ບໍ່ແມ່ນພຽງ Direwolves ເທົ່ານັ້ນ ທີ່ Colossal Biosciences ສົນໃຈ, ພວກເຂົາເຄີຍປະກາດໂຄງການທີ່ຄ້າຍກັນນີ້ມາກ່ອນແລ້ວ ໂດຍພະຍາຍາມຟື້ນຄືນຊີບສັດທີ່ສູນພັນຊະນິດອື່ນໆ ເຊັ່ນ: ແມມມອດຂົນຍາວ ຫຼື ນົກໂດໂດ ທີ່ສູນພັນໄປຈາກໂລກນີ້ມາດົນແລ້ວ.
ນີ້ເປັນເລື່ອງທີ່ບອກໃຫ້ເຮົາຮູ້ວ່າ ວິທະຍາສາດສາມາດພາເອົາສິ່ງທີ່ເຄີຍຢູ່ໃນນິຍາຍ ກັບມາສູ່ໂລກແຫ່ງຄວາມຈິງໄດ້ແທ້ໆ.