|
Getting your Trinity Audio player ready...
|
ສຳລັບແຟນໜັງຜີຂອງລາວເຮົາແລ້ວ, ໜັງຜີຈາກປະເທດໄທຖືວ່າເປັນສິ່ງທີ່ບໍ່ຄວນພາດ ເພາະມີຄວາມສະຫຍອງ ແລະ ຄວາມເຊື່ອມຕໍ່ທີ່ເຮົາສາມາດສຳຜັດໄດ້ງ່າຍ ເພາະມີເລື່ອງລາວທີ່ໃກ້ຄຽງກັນ. ໜັງຜີໄທຍອດນິຍົມທີ່ສຸດໃນຕອນນີ້ກໍຄົງໜີບໍ່ພົ້ນເລື່ອງ “ຖີ່ຫຍົດ”. ຫຼັງຈາກທີ່ພາກ 1 ໄດ້ສ້າງປາກົດການສຽງເອີ້ນສຸດຫຼອນ ແລະ ພາກ 2 ເຮັດໃຫ້ເຮົາໄດ້ເຫັນການຕໍ່ສູ້ສຸດມັນ, ມາຮອດຕອນນີ້ ເລື່ອງລາວຂອງ “ຖີ່ຫຍົດ” ກໍໄດ້ດຳເນີນມາຮອດພາກສາມ ເຊິ່ງເປັນພາກຈົບແລ້ວ.
ໃນຕົວຢ່າງໜັງ, ມີສອງຄຳສັບທີ່ຖືກກ່າວເຖິງ ເຊິ່ງເຮັດໃຫ້ຫຼາຍຄົນສົງໄສວ່າ “ມັນແມ່ນຫຍັງ ແລະມັນຢູ່ໃສກັນແທ້?”. ບໍ່ຕ້ອງເປັນຫ່ວງ, ເພາະ Muan ໄດ້ໄປສືບຄົ້ນຂໍ້ມູນແບບເຈາະເລິກ ແລະ ມາສະຫຼຸບໃຫ້ທຸກຄົນໄດ້ຮູ້ກ່ອນໄປເບິ່ງໜັງເຕັມພ້ອມກັນໃນເດືອນຕຸລາ 2025 ນີ້.
“ຕ້າໂຢ່ວ” (ต้าโหย่ว) ຊື່ຂອງຜີຮ້າຍໃໝ່ໃນພາກນີ້
ໃນຕົວຢ່າງທີສອງຂອງ ຖີ່ຫຍົດ 3, ມີການກ່າວເຖິງຜີຮ້າຍໃນຊື່ “ຕ້າໂຢ່ວ”. ໃນຕອນຕົ້ນຂອງຕົວຢ່າງໄດ້ກ່າວວ່າ “ເມື່ອ 80 ປີກ່ອນ ໝູ່ບ້ານຂອງເຮົາໄດ້ຖືກຜີຮ້າຍອອກອາລະວາດ ພວກເຮົາເອີ້ນມັນວ່າ ຕ້າໂຢ່ວ”.
ຄຳນີ້ອາດຈະຟັງຄ້າຍຄືພາສາຈີນ, ແຕ່ຈາກການສືບຄົ້ນຂໍ້ມູນພົບວ່າ “ຕ້າໂຢ່ວ” (ต้าโหย่ว) ແມ່ນພາສາຂອງຊົນເຜົ່າກະລ່ຽງ ເຊິ່ງແປວ່າ “ຜີປອບ” ນັ້ນເອງ. ເລື່ອງນີ້ກົງກັບເນື້ອເລື່ອງຫຼັກຂອງໜັງເລື່ອງນີ້ ທີ່ເລົ່າເຖິງຜີຊຸດດຳທີ່ຕິດຕາມຮຸກຮານຄອບຄົວຂອງ ຍັກ, ເຊິ່ງກໍຄືຜີປອບທີ່ເຂົ້າສິງຮ່າງຄົນ. ຄວາມເຊື່ອເລື່ອງຜີປອບມີຢູ່ທົ່ວໄປໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ລວມທັງລາວ, ໄທ, ກຳປູເຈຍ, ແລະມຽນມາ ພຽງແຕ່ຊື່ເອີ້ນຈະແຕກຕ່າງກັນໄປ.

ຜູ້ໃຊ້ເຟສບຸກຊື່ Sorarat Jirabovornwisut ໄດ້ອະທິບາຍໄວ້ວ່າ ບົດກະວີຂອງສຸນທອນພູ່ ນັກກະວີເອກຊາວໄທໄດ້ມີການກ່າວເຖິງຜີປອບໃນພື້ນທີ່ຈັງຫວັດການຈະນະບຸຣີໄວ້ ແລະ ຂໍ້ຄວາມດັ່ງກ່າວໄດ້ສະທ້ອນໃຫ້ເຫັນວ່າ ຜີປອບເປັນສ່ວນໜຶ່ງຄວາມຄວາມເຊື່ອຊາວກະລ່ຽງໃນການຈະນະບຸຣີ ແລະ ຖືກຈົດຈຳໃນຖານະສິ່ງເໜືອທຳມະຊາດທີ່ມີພະລັງອຳນາດທຳຮ້າຍມະນຸດ.
ເຊັ່ນດຽວກັບຜີປອບໃນຄວາມເຊື່ອລາວ ຫຼື ໄທ, ຕ້າໂຢ່ວ ເປັນຜີຮ້າຍທີ່ເຂົ້າສິງຮ່າງມະນຸດເພື່ອກິນອະໄວຍະວະພາຍໃນຕັບໄຕໄສ້ພຸງ.
ການປາກົດຕົວຂອງ ຕ້າໂຢ່ວ ບໍ່ພຽງແຕ່ເຮັດໃຫ້ຄົນເຈັບປວດ ຫຼືຮ່າງກາຍຊຸດໂຊມເທົ່ານັ້ນ, ແຕ່ຍັງສາມາດຮ້າຍແຮງເຖິງຂັ້ນເສຍຊີວິດໄດ້ ເພາະມັນຈະເຂົ້າໄປກິນອະໄວຍະວະພາຍໃນຂອງຄົນ. ເນື້ອເລື່ອງໃນພາກ 3 ຈະເກີດຂຶ້ນໃນເຂດຊາຍແດນຈັງຫວັດການຈະນະບຸຣີຂອງໄທ ເຊິ່ງເປັນພື້ນທີ່ທີ່ມີຊາວກະລ່ຽງອາໄສຢູ່ມາຢ່າງຍາວນານ, ເຮັດໃຫ້ເລື່ອງມີຄວາມເຊື່ອມໂຍງກັບທ້ອງຖິ່ນຢ່າງເລິກເຊິ່ງ.
“ບ່ອງສະໂໜດບຽງ” (บ่องสะโหนดเบียง): ປ່າອາຖັນທີ່ມີຢູ່ຈິງ
ອີກຄຳສັບໜຶ່ງທີ່ເຮັດໃຫ້ຄົນຫຼອນ ແມ່ນຊື່ສະຖານທີ່ທີ່ປາກົດໃນຕົວຢ່າງໜັງນັ້ນກໍຄື “ບ່ອງສະໂໜດບຽງ”. ໃນຕົວຢ່າງບອກວ່າທີ່ນີ້ຄືປ່າແຫ່ງຄວາມຕາຍ, ເຕັມໄປດ້ວຍຜີປ່າທີ່ອັນຕະລາຍ. ແລ້ວມັນຢູ່ໃສກັນແທ້?

ຈາກການຄົ້ນຄວ້າຂໍ້ມູນພົບວ່າ “ບ່ອງສະໂໜດບຽງ” ກໍເປັນພາສາກະລ່ຽງເຊັ່ນກັນ ເຊິ່ງແປວ່າ “ພື້ນທີ່ຊຸມນຸມຜີ”. ມັນເປັນນ້ຳຕົກທີ່ຕັ້ງຢູ່ໃນອຳເພີສັງຂລະບຸຣີ, ຈັງຫວັດກາຈະນະບຸຣີ ຂອງປະເທດໄທ.
ພື້ນທີ່ນີ້ມີປະຫວັດສຸດສະຫຍອງ: ເຄີຍເປັນທີ່ຕັ້ງຂອງໝູ່ບ້ານຊື່ “ໂລະທຶງ” ເຊິ່ງເຄີຍມີເຫດການທີ່ຄົນໝົດໝູ່ບ້ານເສຍຊີວິດຈາກສານຕະກົ່ວທີ່ເຈືອປົນໃນນ້ຳ, ເຮັດໃຫ້ໝູ່ບ້ານກາຍເປັນບ້ານຮ້າງ. ນອກຈາກນັ້ນ, ໃນອະດີດຍັງເຄີຍເປັນຄ້າຍທະຫານເຖື່ອນ ແລະມີຄົນຕາຍໃນແມ່ນ້ຳ, ເຊິ່ງຄົນທ້ອງຖິ່ນເຊື່ອວ່າໃຜທີ່ເຂົ້າໄປໃນພື້ນທີ່ນີ້ກໍຈະໄດ້ພົບກັບເຫດການລີ້ລັບ.
ເລື່ອງນີ້ຍັງຖືກຢືນຢັນຈາກບົດເລົ່າເລື່ອງຜີໃນເວັບໄຊຕ່າງໆຂອງໄທ ເພື່ອຕອບວ່າ ແລ້ວພື້ນທີ່ນີ້ມີແທ້ບໍ່? ເຮົາໄດ້ໄປເຈິກັບບົດຄວາມໃນເວັບໄຊພັນທິບຂອງໄທ ເຊິ່ງຜູ້ໃຊ້ຊື່ สมาชิกหมายเลข 1978736 ໄດ້ຂຽນເລົ່າໄວ້ຕັ້ງແຕ່ປີ 2015 ໃນຫົວຂໍ້ ເລື່ອງຜີໆ ຕາມພາສາຄົນທ່ຽວປ່າ ເຊິ່ງມີການກ່າວເຖິງການຍ່າງປ່າທ່ຽວນໍ້າຕົກໃນອຳເພີສັງຂລະ ບຸຣີ ຈັງຫວັດການຈະນະບຸຣີ ແລະ ໄປເຈິເຫດການຂົນຫົວລຸກ ຈົນທ້າຍທີ່ສຸດກໍຮູ້ວ່າບ່ອນທີ່ພາກັນໄປນັ້ນ ຄົນໃນພື້ນທີ່ເອີ້ນວ່າ ບ່ອງສະໂໜດບຽງ ເຊິ່ງກົງກັບຊື່ສະຖານທີ່ໃນເລື່ອງລາວຂອງ ຖີ່ຫຍົດ 3 ພໍດີ.
ຈາກເລື່ອງເລົ່ານີ້ ກໍພໍຈະເວົ້າໄດ້ວ່າ ສະຖານທີ່ດັ່ງກ່າວມີຢູ່ແທ້ ແລະ ເລື່ອງລາວໃນໜັງກໍຈັບເອົາມາເປັນ settings ໃນການເລົ່າເລື່ອງ. ນີ້ກໍຍິ່ງສ້າງບັນຍາກາດທີ່ເປັນຕາຢ້ານຈາກການທີ່ມັນເປັນສະຖານທີ່ທີ່ມີແທ້ໃນຕົວຈິງ.

ເລື່ອງລາວ “ຖີ່ຫຍົດ 3” ຈະເປັນແນວໃດຕໍ່ໄປ?
ໃນ ຖີ່ຫຍົດ 3, ເລື່ອງຈະເລົ່າເຖິງ “ຢີ່”, ນ້ອງສາວຄົນສຸດທ້ອງຂອງຄອບຄົວທີ່ຖືກພວກຜີຈັບຕົວໄປ. ຍັກ ແລະ ຈ່າປະພັນ, ພ້ອມດ້ວຍ ຍົດ ກັບ ຍອດ, ຕ້ອງອອກເດີນທາງຕາມຫານ້ອງສາວທີ່ ບ່ອງສະໂໜດບຽງ, ປ່າອາຖັນທີ່ຂຶ້ນຊື່ເລື່ອງຜີປ່າອັນຕະລາຍ. ເມື່ອເຂົ້າໄປແລ້ວ, ຍາກທີ່ຈະລອດກັບມາ.
ເລື່ອງລາວໃນພາກນີ້ຈະເປັນບົດສະຫຼຸບສຸດທ້າຍຂອງການຕໍ່ສູ້. ເຖິງເຮົາຍັງບໍ່ຮູ້ວ່າເລື່ອງລາວທັງໝົດຈະກ່ຽວຂ້ອງກັບຜີຊຸດດຳທີ່ເຮົາຄຸ້ນເຄີຍບໍ່, ແຕ່ຈາກຕົວຢ່າງກໍພໍຈະເດົາໄດ້ວ່າພວກມັນໜ້າຈະກັບມາແນ່ນອນ.
ຖີ່ຫຍົດ 3 ເຂົ້າໂຮງໃນວັນທີ 1 ຕຸລາ 2025 ນີ້. ຖ້າໃຜຢາກຮູ້ເລື່ອງເຕັມໆ ກໍຢ່າລືມໄປເບິ່ງກັນເດີ້!