CLOZER ຈະກັບມາອີກຄັ້ງກັບ “CRUSH ME” ຊິງເກິນໃໝ່ທີ່ຈະເຮັດໃຫ້ຫົວໃຈເຈົ້າເຕັ້ນແຮງກວ່າເກົ່າ

ຖ້າໃຜທີ່ໄດ້ມີໂອກາດໄປຮ່ວມມ່ວນໃນງານ L.I.T Pop Music Festival ເມື່ອວັນທີ 21 ມີນາ 2026 ທີ່ຜ່ານມາ ຄົງຈະຍັງຈື່ຄວາມຮູ້ສຶກຕື່ນເຕັ້ນນັ້ນໄດ້ດີ. ເພາະເທິງເວທີມື້ນັ້ນ 5 ໜຸ່ມບອຍແບນຂອງລາວ ນັ້ນກໍຄື CLOZER ໄດ້ສ້າງບາດແຜທາງໃຈ (ແບບດີໆ) ໃຫ້ກັບແຟນເພງ ດ້ວຍການນຳເອົາເພງໃໝ່ຫຼ້າສຸດທີ່ມີຊື່ວ່າ “CRUSH ME” ມາສະແດງສົດແບບ Exclusive ໃຫ້ເບິ່ງເປັນເທື່ອທຳອິດ. ເວົ້າໄດ້ວ່າເປັນຂອງຂວັນສຸດພິເສດສຳລັບຄົນທີ່ໄປຮ່ວມງານ ທີ່ໄດ້ຟັງເພງນີ້ກ່ອນຄົນອື່ນ.
ເພງ “CRUSH ME” ຖືເປັນຊິງເກິນທຳອິດຂອງປີ 2026 ສຳລັບວົງ CLOZER ເຊິ່ງເປັນໄປຕາມແຜນການທີ່ຄ້າຍ Miracle Music ໄດ້ເຄີຍເຜີຍອອກມາຕັ້ງແຕ່ທ້າຍປີ 2025 ວ່າ ປີນີ້ຈະເປັນປີທີ່ພວກເຂົາກັບມາແບບຈັດໜັກຈັດເຕັມ.
ນອກຈາກຄວາມຕື່ນເຕັ້ນຂອງຊິງເກິນນີ້ແລ້ວ ທາງຄ້າຍຍັງມີແຜນຈະປ່ອຍອີກ 2 ເພງທີ່ມີກິ່ນອາຍແຕກຕ່າງກັນອອກໄປຄື “ຄົນແພ້” ແລະ “Sound of Laos” ເຊິ່ງແຟນໆ ສາມາດລໍຖ້າຕິດຕາມໄດ້ຕະຫຼອດປີນີ້.
ເຖິງແມ່ນວ່າໃນຕອນນີ້ ຈະຍັງບໍ່ທັນມີການປະກາດມື້ປ່ອຍເພງ “CRUSH ME” ໃນຮູບແບບ Digital Streaming ອອກມາຢ່າງເປັນທາງການ, ແຕ່ມີກະແສຂ່າວລືອອກມາວ່າ ພວກເຮົາຈະໄດ້ຟັງກັນແບບເຕັມໆ ໃນໄວໆ ນີ້ແນ່ນອນ ກ່ອນທີ່ພົບກັບພວກເຂົາອີກຄັ້ງໃນງານ L.I.T Pop Music Festival EP2 ທີ່ຈະຈັດຂຶ້ນໃນທ້າຍເດືອນມິຖຸນາ 2026 ທີ່ຈະມາເຖິງນີ້.
ຫາກເວົ້າເຖິງຄວາມສຳເລັດຂອງ CLOZER ພວກເຂົາບໍ່ໄດ້ມາເພາະໂຊກຊ່ວຍ. ເພາະກວ່າຈະກ້າວມາເປັນ Boy Band ເບີໜຶ່ງທີ່ສ້າງແຮງກະເພື່ອມໃຫ້ວົງການ L-POP ໄດ້ຂະໜາດນີ້ ທັງ 5 ສະມາຊິກ ເຊັ່ນ: ຫວັງ, ອາຫຼົງ, ເມກ, ແທນ ແລະ ຕົ້ນ ຕ້ອງຜ່ານການເກັບຕົວຝຶກຊ້ອມຢ່າງໜັກໜ່ວງເຖິງ 2 ປີເຕັມ ນັບຕັ້ງແຕ່ປີ 2023. ຄວາມຕັ້ງໃຈນັ້ນສົ່ງຜົນໃຫ້ຜົນງານເປີດຕົວ “Fighter” ໄດ້ຮັບການຕອບຮັບຢ່າງຖະຫຼົ່ມທະລາຍທັງໃນລາວ ແລະ ໄທ ຈົນກ້າວໄປສູ່ການເປັນພຣີເຊັນເຕີໃຫ້ກັບແບຣນລະດັບໂລກນັ້ນກໍຄື Pepsi Laos ອີກດ້ວຍ.

ໃນປີ 2026 ນີ້ ຈຶ່ງເປັນປີທີ່ໜ້າຈັບຕາທີ່ສຸດສຳລັບ CLOZER ແລະ ຄ້າຍ Miracle Music ເພາະຫຼັງຈາກທີ່ປະສົບຜົນສຳເລັດໃນການ Debut ວົງ Girl Group “MVIIZ” ໃນປີທີ່ຜ່ານມາ, ພວກເຂົາກຳລັງຈະພິສູດໃຫ້ເຫັນວ່າ ມາດຕະຖານດົນຕີ Pop ຂອງລາວ ສາມາດກ້າວໄປໄດ້ໄກ ແລະ ມີຄຸນນະພາບບໍ່ແພ້ຊາດໃດໃນພາກພື້ນເລີຍ.