Creative marketing and business tips from Laos! Muan Specialty provides expert insights, working tips, and technology trends to help you succeed in the creative industry. ຄຳແນະນຳດ້ານການຕະຫຼາດສ້າງສັນ ແລະ ການເຮັດວຽກຈາກທີມ ມ່ວນ! Muan Specialty ໃຫ້ຄວາມຮູ້ຈາກຜູ້ຊ່ຽວຊານ, ເຄັດລັບການເຮັດວຽກ ແລະ ທ່າອ່ຽງດ້ານເຕັກໂນໂລຢີ ເພື່ອຊ່ວຍໃຫ້ທ່ານປະສົບຜົນສໍາເລັດໃນວົງການຢ່າງສ້າງສັນ.
AI ກຳລັງປ່ຽນແປງສະພາບບ່ອນເຮັດວຽກ, ຊ່ວຍຜູ້ຄົນຄິດໄດ້ໄວຂຶ້ນ, ວິເຄາະໄດ້ຊັດເຈນ, ປ້ອງກັນບໍ່ໃຫ້ຜູ້ບໍລິຫານຕົກຂະບວນ, ແລະ ສະໜັບສະໜູນໃຫ້ພະນັກງານປົດລັອກສັກກະຍະພາບຂອງຕົນເອງ. ມັນເປັນພະລັງທີ່ບໍ່ຄວນຖືກເບິ່ງຂ້າມ. ໃນທຸລະກິດ, ການນຳໃຊ້ AI ດ້ວຍການວາງກົນລະຍຸດຢ່າງແຜນຈະເປັນການຄົ້ນພົບທີ່ກ້າວໜ້າໃນປີ 2025. AI is reshaping workplaces, enabling people to think faster, analyze...
ຄວາມຮູ້ສຶກວ່າມີຄ່າບໍ່ຄວນຂຶ້ນຢູ່ກັບການຮັບຮອງຈາກຜູ້ອື່ນ. ຄົ້ນພົບ 5 ວິທີທີ່ຊ່ວຍເສີມສ້າງຄວາມເຊື່ອໃນຕົນເອງ ແລະ ຄວາມຮູ້ສຶກວ່າມີຄ່າໃນແບບຂອງຕົນເອງ. ເຂົ້າໃຈຈຸດແຂງຂອງໂຕເອງ, ຊື່ນຊົມຄວາມສຳເລັດນ້ອຍໆ, ແລະ ເອົາຕົວເອງອອກຈາກການປຽບທຽບ. Feeling valued shouldn't depend on others' approval. Discover five powerful ways to cultivate...
ຄົ້ນພົບແຮງບັນດານໃຈຈາກສຽງດົນຕີ ແລະ ທຳນອງເພງທີ່ມີຄວາມໝາຍໃນແນວເພງ electro-pop ຫຼັງຈາກໄດ້ຟັງແລ້ວກໍພົບວ່າ: ການຟັງເພງເຫຼົ່ານີ້ໄດ້ສ້າງແຮງບັນດານໃຈຫຼາຍຢ່າງໃຫ້ກັບຜູ້ທີ່ກຳລັງຮຽນຮູ້ ແລະ ເຮັດວຽກ, ເຮັດໃຫ້ຜູ້ຄົນໄດ້ຜ່ອນຄາຍ, ມີໄອເດຍໃນການສ້າງສັນຜົນງານໃໝ່ໆອອກມາໄດ້ແຕກຕ່າງ ແລະ ຫຼາກຫຼາຍ. ສິລະປິນຄູ່ຊາວສະວິດ Sophie de Quay ແລະ Simon Jaccard ໄດ້ນຳສຽງດົນຕີທີ່ເປັນເອກະລັກຂອງພວກເຂົາມາສະແດງທີ່ Blues Box ໃນນະຄອນຫຼວງວຽງຈັນ...
ໄດ້ມາຟັງຫົວຂໍ້ “ຈະພັດທະນາຄົນແນວໃດໃນມື້ທີ່ໂລກໄຮ້ທິດທາງ” ໂດຍ ສະຣາວຸດ ເຮ້ງສະຫວັດ ຫຼື ທີ່ຫຼາຍໆຄົນຮູ້ຈັກໃນນາມ “ນິ້ວກົມ” ຈາກງານ People Performance Conference 2025 ເຮັດໃຫ້ເຫັນພາບຫຼາຍຂຶ້ນວ່າ ໂລກເຮົາມັນໄປໄວຫຼາຍ, ໄວເກີນກວ່າທີ່ເຮົາຈະຕາມທັນ ຈົນເຮົາຕ້ອງກັບມາຖາມໂຕເອງວ່າ ເຮົາໃນຖານະມະນຸດໂຕນ້ອຍໆຄົນໜຶ່ງ ຕ້ອງສູ້ເພື່ອພັດທະນາໂຕເອງ ແລະ ເຮັດສິ່ງຕ່າງໆໄປເຮັດຫຍັງ? ເຊິ່ງຫົວຂໍ້ນີ້ ລາວເຮັດໃຫ້ເຮົາໄດ້ຢຸດຄິດຕາມ...
ການແຕ່ງດອງ ເປັນເລື່ອງໃຫຍ່ສຳລັບຫຼາຍໆຄົນ ໂດຍສະເພາະໄວເຮັດວຽກຄືເຮົາທີ່ກຳລັງຈະພາໂຕເອງກ້າວໄປສູ່ອີກບົດໜຶ່ງຂອງຊີວິດ, ເພາະງານແຕ່ງດອງບໍ່ແມ່ນພຽງແຕ່ພິທີທີ່ເຮົາຈັດຂຶ້ນມາເພື່ອໃຫ້ຄົນມາຮ່ວມຍິນດີແລ້ວກິນເຂົ້າກັນເສີຍໆ ແຕ່ມັນເປັນໂມເມັ້ນທີ່ບອກວ່າ ເຮົາ ແລະ ອີກຄົນໜຶ່ງຈະເລືອກຍ່າງໄປນຳກັນແລ້ວເດີ. ສຳລັບຄົນຮຸ່ນໃໝ່, ງານແຕ່ງດອງອາດຈະບໍ່ຕ້ອງຍິ່ງໃຫຍ່ຄືກັບສະໄໝກ່ອນ ແຕ່ມັນຄືການສະເຫຼີມສະຫຼອງຄວາມຮັກໃນແບບຂອງເຮົາເອງ ບໍ່ວ່າຈະຮຽບງ່າຍ ຫຼື ຈັດເຕັມ ມັນເປັນມື້ທີ່ເຮົາບອກກັບໂຕເອງ ກັບຄູ່ຊີວິດ ແລະ ກັບຄົນອ້ອມຂ້າງວ່າ ຄວາມສຳພັນນີ້ມັນພິເສດອີ່ຫຼີ. ນອກຈາກນີ້ ງານແຕ່ງດອງຍັງເປັນຄືກັບຈຸດເລີ່ມຕົ້ນຂອງການສ້າງຄອບຄົວ (ຫຼື ຢ່າງໜ້ອຍກໍຄືການໃຊ້ຊີວິດຄູ່ຢ່າງຈິງຈັງ)...
ໃນແຕ່ລະມື້ແຕ່ລະ day ໃນໂຊຊຽວມີເດຍ, ເຮົາເຫັນດຣາມ່າໃໝ່ໆຜຸດຂຶ້ນມາບໍ່ຢຸດ. ສິ່ງທີ່ຕາມມາແມ່ນ ແບຣນ ແລະ ທຸລະກິດຕ່າງໆກໍພະຍາຍາມໂດດລົງໄປ “ເກາະກະແສ” ເພື່ອສ້າງການມີສ່ວນຮ່ວມ (engagement) ກັບຜູ້ຕິດຕາມຂອງໂຕເອງ. ແຕ່ຖ້າບໍ່ລະວັງ ຫຼື ຄິດບໍ່ຖີ່ຖ້ວນ, ສິ່ງທີ່ຫວັງວ່າຈະເປັນຄວາມປະສົບຜົນສຳເລັດ (ປັງປຸລິເຢ) ກໍອາດກາຍເປັນຄວາມລົ້ມເຫຼວທີ່ທຳຮ້າຍພາບລັກຂອງແບຣນໄປເລີຍ (ພັງພິນາດ). ເປັນຫຍັງແບຣນຕ້ອງລະວັງການເກາະກະແສ? ໃນບໍ່ເທົ່າໃດປີມານີ້, ແບຣນຕ່າງໆຫັນມາສ້າງຄອນເທັນໃນໂຊຊຽວມີເດຍເພື່ອດຶງດູດຄວາມສົນໃຈຈາກຜູ້ຕິດຕາມຫຼາຍຂຶ້ນ. ບາງແບຣນກໍນຳສະເໜີສິນຄ້າ...
ຖ້າເວົ້າເຖິງບ່ອນພັກທີ່ມີທັງຄວາມສະດວກສະບາຍ, ທັນສະໄໝ ແລະ ການບໍລິການລະດັບໂລກຢູ່ໃຈກາງນະຄອນຫຼວງວຽງຈັນ, ເຮົາຄິດວ່າ ຮໍລິເດ ອິນ ແອນ ສະຫວີທສ໌ ວຽງຈັນ ເປັນທາງເລືອກອັນດັບຕົ້ນໆ. ໂຮງແຮມນີ້ໄດ້ຮັບເຄື່ອງໝາຍ 5 ດາວ ເມື່ອບໍ່ດົນມານີ້, ຍ້ອນຄວາມດີເລີດດ້ານການບໍລິການ ແລະ ຄຸນນະພາບມາດຕະຖານສາກົນ. ແລ້ວຍ້ອນຫຍັງພວກເຂົາຈຶ່ງໄດ້ຮັບເຄື່ອງໝາຍໂຮງແຮມລະດັບ 5 ດາວ? ເຮົາຈະພາໄປຮູ້ພ້ອມກັນ ການເລີ່ມຕົ້ນທີ່ແຂງແຮງ...
ມີງານວິໄຈກ່ຽວກັບການຕະຫຼາດພົບວ່າ ບັນຊີທີ່ມີຜູ້ຕິດຕາມຫຼາຍເກີນໄປ ມັກຈະມີອັດຕາການມີສ່ວນຮ່ວມ ຫຼື Engagement Rate ຕ່ຳລົງ. ຖ້າໃຜເຮັດວຽກການຕະຫຼາດຢູ່ໃນລາວມາຕັ້ງແຕ່ແຖວໆ ປີ 2010-2015 ຄົງຈະຍັງຈື່ກັນໄດ້ວ່າ ຈຳນວນຜູ້ຕິດຕາມ (Followers ຫຼືວ່າຄົນມາກົດໄລຄ໌ເພຈ) ທີ່ເປັນໜຶ່ງໃນມາດວັດຜົນລັບຂອງການເຮັດການຕະຫຼາດດິຈິຕອລນັ້ນ ຄັ້ງໜຶ່ງເຄີຍເປັນໂຕເລກທີ່ສຳຄັນທີ່ສຸດ ເພື່ອຊີ້ວັດຄວາມສຳເລັດໃນການສ້າງແບຣນດ໌ ຫຼື ທຸລະກິດ, ແຕ່ຕອນນີ້ ແນວຄິດນີ້ມັນໃຊ້ບໍ່ໄດ້ແລ້ວ. ອັດຕາການມີສ່ວນຮ່ວມທີ່ຕ່ຳລົງ ສວນທາງການໂຕເລກຜູ້ຕິດຕາມ...