ໜ້າຫຼັກ Muan Specialty ສຽງດົນຕີສ້າງແຮງບັນດານໃຈ Sophie de Quay ສົ່ງຄວາມຮູ້ສຶກແຫ່ງຄວາມຫວັງໃຫ້ທຸກຄົນໄດ້ຜ່ອນຄາຍ
Muan Specialty

ສຽງດົນຕີສ້າງແຮງບັນດານໃຈ Sophie de Quay ສົ່ງຄວາມຮູ້ສຶກແຫ່ງຄວາມຫວັງໃຫ້ທຸກຄົນໄດ້ຜ່ອນຄາຍ

ແບ່ງປັນ

ຄົ້ນພົບແຮງບັນດານໃຈຈາກສຽງດົນຕີ ແລະ ທຳນອງເພງທີ່ມີຄວາມໝາຍໃນແນວເພງ electro-pop ຫຼັງຈາກໄດ້ຟັງແລ້ວກໍພົບວ່າ: ການຟັງເພງເຫຼົ່ານີ້ໄດ້ສ້າງແຮງບັນດານໃຈຫຼາຍຢ່າງໃຫ້ກັບຜູ້ທີ່ກຳລັງຮຽນຮູ້ ແລະ ເຮັດວຽກ, ເຮັດໃຫ້ຜູ້ຄົນໄດ້ຜ່ອນຄາຍ, ມີໄອເດຍໃນການສ້າງສັນຜົນງານໃໝ່ໆອອກມາໄດ້ແຕກຕ່າງ ແລະ ຫຼາກຫຼາຍ.

ສິລະປິນຄູ່ຊາວສະວິດ Sophie de Quay ແລະ Simon Jaccard ໄດ້ນຳສຽງດົນຕີທີ່ເປັນເອກະລັກຂອງພວກເຂົາມາສະແດງທີ່ Blues Box ໃນນະຄອນຫຼວງວຽງຈັນ ໃນຄືນວັນທີ 8 ເມສາ 2025 ທີ່ຜ່ານມາ, ໂດຍການສະແດງທີ່ເຊື່ອມໂຍງວັດທະນະທຳຕ່າງໆເຂົ້າດ້ວຍກັນໃນງານ Francophonie ຫຼື ເທດສະການເດືອນແຫ່ງພາສາຝຣັ່ງ.

ການສະແດງ ທີ່ ປະເທດລາວ, ແມ່ນເປັນສະຖານທີ່ສຸດທ້າຍຂອງພວກເຂົາໃນການສະແດງໂປຣເຈັກ “Building Bridges Asia Tour” ແລະ ຍັງມີການສະແດງພິເສດຈາກສິລະປິນລາວທີ່ມີພອນສະຫວັນ ຊື່ວ່າ: Minaz, ລາວໄດ້ເຮັດໃຫ້ຜູ້ຊົມມີຄວາມມ່ວນຊື່ນດ້ວຍການສະແດງເປີດງານ ກ່ອນທີ່ຈະເຖິງຊ່ວງການສະແດງຫຼັກຂອງ Sophie de Quay.

Sophie de Quay ມີພະລັງສຽງທີ່ມີເອກະລັກໂດດເດັ່ນ ແລະ Simon Jaccard Simon ສິລະປິນຄູ່ຂອງລາວ, ກໍເປັນທັງນັກດົນຕີ ແລະ ໂປຣດິວເຊີ ເຊິ່ງມີສາຍາທີ່ຖືກເອີ້ນກັນວ່າ “Simon the Octopus” ເພາະຄວາມສາມາດໃນການຫຼີ້ນເຄື່ອງດົນຕີຂອງລາວນັ້ນມີຫຼາກຫຼາຍ, ຫຼິ້ນດົນຕີໄດ້ເຖິງ 17 ຊະນິດ.

ການທີ່ພວກເຂົາທັງສອງສະແດງໃນງານມື້ນັ້ນ ມັນໄດ້ສ້າງຄວາມປະທັບໃຈເຮັດໃຫ້ຄົນຟັງໄດ້ຜ່ອນຄາຍທັງເຕັ້ນ ແລະ ຮ້ອງເພງດື່ມດຳກັບສຽງດົນຕີບັນຍາກາດດີໆຮ່ວມກັນນຳພວກເຂົາ.

“ດົນຕີເປັນພາສາສາກົນທີ່ເຊື່ອມຕໍ່ຜູ້ຄົນຈາກຕ່າງແດນໃຫ້ເຂົ້າເຖິງກັນ,” Sophie ໄດ້ກ່າວໄວ້.

ການສ້າງແຮງບັນດານໃຈຈາກສຽງດົນຕີຂອງ Sophie de Quay ແລະ Simon Jaccard ມາຈາກຫຼາຍແຫຼ່ງທີ່ປະສົມປະສານກັນຢ່າງລົງຕົວ, ສະທ້ອນເຖິງປະສົບການຊີວິດ, ການເດີນທາງ, ແລະ ຄວາມມຸ່ງຫວັງທີ່ຈະເຊື່ອມໂຍງຜູ້ຄົນຜ່ານສຽງຂອງດົນຕີ. ນີ້ແມ່ນບາງປັດໃຈຫຼັກທີ່ເປັນແຮງບັນດານໃຈໃຫ້ກັບສຽງດົນຕີຂອງພວກເຂົາ.

See also  ບໍລິສັດໄຟຟ້າ ນໍ້າເທີນ 2 ເປີດໂຕໂລໂກ້ ສະຫຼອງ 15 ປີ ແຫ່ງຄວາມສຳເລັດຂອງພະລັງງານໄຟຟ້າໃນລາວ

Sophie ແລະ Simon ໄດ້ຮັບແຮງບັນດານໃຈຢ່າງຫຼວງຫຼາຍຈາກການເດີນທາງໄປຫຼາຍປະເທດໃນທົ່ວໂລກ ນຳເອົາປະສົບການຈາກວັດທະນະທຳທີ່ຫຼາກຫຼາຍເຂົ້າສູ່ເນື້ອເພງຂອງພວກເຂົາ, ການພົບກັບຜູ້ຄົນຈາກພື້ນຫຼັງທີ່ແຕກຕ່າງກັນໄດ້ສ້າງໄອເດຍໃໝ່ກ່ຽວກັບ “ການສ້າງຂົວເຊື່ອມຕໍ່ (Building Bridges)”.

ເນື້ອເພງຂອງພວກເຂົາມັກຈະສະທ້ອນເຖິງຄວາມຮູ້ສຶກແຫ່ງຄວາມຫວັງ ແລະ ການຮັບຮູ້ຄວາມງາມຂອງໂລກລວມທັງຄວາມຮັກ, ຄວາມຝັນ, ແລະ ການຕໍ່ສູ້ກັບຄວາມບໍ່ຍຸດຕິທຳ. ເພງ “Building Bridges” ເປັນສັນຍາລັກຂອງຄວາມມຸ່ງຫວັງທີ່ຈະເຊື່ອມຕໍ່ຜູ້ຄົນຈາກວັດທະນະທຳທີ່ແຕກຕ່າງກັນ ແລະ ໄດ້ນຳດົນຕີພື້ນບ້ານເຂົ້າມາປະສົມປະສານໃນບົດເພງໃນແຕ່ລະປະເທດທີ່ພວກເຂົາສະແດງ.

ຕິດຕາມຄວາມເຄື່ອນໄຫວຂອງ Sophie de Quay ໄດ້ທີ່:

Instagram: sophiedequay

Facebook: Sophie de Quay

Website: sophiedequay.com

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ໃກ້ຄຽງ
Muan Specialty

ການແຕ່ງດອງສຳຄັນແນວໃດ? ກ່ອນຈັດງານ ກະກຽມແນວໃດດີ ຈຶ່ງບໍ່ປວດຫົວ

ການແຕ່ງດອງ ເປັນເລື່ອງໃຫຍ່ສຳລັບຫຼາຍໆຄົນ ໂດຍສະເພາະໄວເຮັດວຽກຄືເຮົາທີ່ກຳລັງຈະພາໂຕເອງກ້າວໄປສູ່ອີກບົດໜຶ່ງຂອງຊີວິດ, ເພາະງານແຕ່ງດອງບໍ່ແມ່ນພຽງແຕ່ພິທີທີ່ເຮົາຈັດຂຶ້ນມາເພື່ອໃຫ້ຄົນມາຮ່ວມຍິນດີແລ້ວກິນເຂົ້າກັນເສີຍໆ ແຕ່ມັນເປັນໂມເມັ້ນທີ່ບອກວ່າ ເຮົາ ແລະ ອີກຄົນໜຶ່ງຈະເລືອກຍ່າງໄປນຳກັນແລ້ວເດີ. ສຳລັບຄົນຮຸ່ນໃໝ່, ງານແຕ່ງດອງອາດຈະບໍ່ຕ້ອງຍິ່ງໃຫຍ່ຄືກັບສະໄໝກ່ອນ ແຕ່ມັນຄືການສະເຫຼີມສະຫຼອງຄວາມຮັກໃນແບບຂອງເຮົາເອງ ບໍ່ວ່າຈະຮຽບງ່າຍ...

Muan Specialty

ຍ້ອນຫຍັງ ຮໍລິເດ ອິນ ແອນ ສະຫວີທສ໌ ວຽງຈັນ ຈຶ່ງໄດ້ຮັບເຄື່ອງໝາຍໂຮງແຮມລະດັບ 5 ດາວ?

ຖ້າເວົ້າເຖິງບ່ອນພັກທີ່ມີທັງຄວາມສະດວກສະບາຍ, ທັນສະໄໝ ແລະ ການບໍລິການລະດັບໂລກຢູ່ໃຈກາງນະຄອນຫຼວງວຽງຈັນ, ເຮົາຄິດວ່າ ຮໍລິເດ ອິນ ແອນ ສະຫວີທສ໌ ວຽງຈັນ ເປັນທາງເລືອກອັນດັບຕົ້ນໆ. ໂຮງແຮມນີ້ໄດ້ຮັບເຄື່ອງໝາຍ...

Muan Specialty

ບໍລິສັດໄຟຟ້າ ນໍ້າເທີນ 2 ເປີດໂຕໂລໂກ້ ສະຫຼອງ 15 ປີ ແຫ່ງຄວາມສຳເລັດຂອງພະລັງງານໄຟຟ້າໃນລາວ

ບໍລິສັດໄຟຟ້າ ນໍ້າເທີນ 2 ຈຳກັດ ກ້າວເຂົ້າສູ່ປີທີ 15 ຂອງການຜະລິດໄຟຟ້າຢ່າງເປັນທາງການ ດ້ວຍການເປີດໂຕໂລໂກ້ ສະເຫຼີມສະຫຼອງຄົບຮອບ 15 ປີໃນວັນທີ 15...

Muan Specialty

ນະວັດຕະກຳ FINTECH ຈະປ່ຽນໂສມໜ້າເສດຖະກິດດິຈິຕອນຂອງລາວໄດ້ແນວໃດ? ສະຫຼຸບໃຈຄວາມສຳຄັນຈາກງານ Lao Digital Forum ຄັ້ງທີ 6

ງານ Lao Digital Forum ຄັ້ງທີ6 ​ໄດ້​ສິ້ນ​ສຸດ​ລົງ​ຢ່າງ​ສຳ​ເລັດ​ຜົນ​ຢູ່​ນະຄອນຫຼວງ​ວຽງ​ຈັນ, ​ເປັນ​ຂີດ​ໝາຍ​ອັນ​ສຳຄັນ​ໃນ​ການ​ເດີນ​ທາງ​ຂອງ​ປະ​ເທດ​ກ້າວ​ໄປ​ສູ່​ພື້ນຖານ​ເສດຖະກິດ​ດີ​ຈີ​ຕອນ. ງານນີ້ຈັດຂຶ້ນໂດຍສະມາຄົມ ໄອຊີທີ ແລະ ດິຈິຕອລ ລາວ...