Lao Creative/Artist People Story, Interviewing, Autograph. ເຂົ້າໃຈ ເຂົ້າເຖິງ ຜ່ານເລື່ອງລາວຊີວິດຂອງຜູ້ຄົນ ຈາກຫຼາກຫຼາຍທີ່ມາ. ບົດສຳພາດ, ການສຳພາດ.
Ka-G ນັກເຕັ້ນ BBOY ຜູ້ຄວ້າລາງວັນອັນດັບທີ 3 ຈາກງານແຂ່ງເຕັ້ນ BBOY ປະເພດດ່ຽວໃນລະດັບສາກົນ. ກັບເບື້ອງຫຼັງຄວາມສຳເລັດ ແລະ ອີກດ້ານໜຶ່ງທີ່ຫຼາຍຄົນບໍ່ຮູ້. ເພັດນິລັນ ແກ້ວວົງສີ (Ka-g Andaman Crew) ອາຍຸ 27 ປີ ເຄີຍສຶກສາຢູ່ທີ່ ສະຖາບັນວິຈິດສິນແຫ່ງຊາດ, ນິໄສຈະເປັນຄົນງຽບໆ, ເວົ້າໜ້ອຍແຕ່ເນັ້ນລົງມືເຮັດໂຕຈິງ....
“ສີລາ ວັນນະສຸກ (Seela Vannasok)” ສາວນ້ອງຈາກເມືອງວັງວຽງ, ຜູ້ເຄີຍຝາກຜົນງານໄວ້ທີ່ລາຍການ The Wow Laos ແລະ ຍັງເປັນຜູ້ເຂົ້າແຂ່ງຂັນທີ່ມີອາຍຸນ້ອຍທີ່ສຸດ. ປັດຈຸບັນສີລາ ອາຍຸ 19 ປີ, ຮຽນຈົບມັດທະຍົມປາຍວັງວຽງ ແລະ ກ້າວເຂົ້າສູ່ຮົ້ວມະຫາວິທະຍາໄລກຸງເທບ (ມ.ກຸງເທບ) ເປັນທີ່ຮຽບຮ້ອຍແລ້ວ. ຕອນນີ້ສີລາແມ່ນຮຽນຢູ່ປະເທດໄທ ທີ່ ມ.ກຸງເທບ...
ມື້ນີ້ມ່ວນຢາກພາມາທຳຄວາມຮູ້ຈັກກັບ “ໂອດ” ໜຸ່ມຫຼໍ່ສົດໃສທີ່ມາພ້ອມກັບຄວາມສາມາດ ແລະ ປະສົບການທີ່ຫຼາກຫຼາຍ, ຜູ້ທີ່ມີຄວາມຝັນທີ່ຢາກຈະເປັນສິນລະປິນກັບປະສົບການໄປອໍດິຊັ່ນຢູ່ປະເທດໄທ. ສະບາຍດີ ຂ້າພະເຈົ້າ ທ. ຊາຍສະຫວັນ ເພັດທະວົງ ຫຼື ເອິ້ນສັ້ນໆວ່າ ໂອດ (OAT Xaiysavanh) ກະໄດ້ ຕອນນີ້ອາຍຸ 20 ຈະເຂົ້າ 21 ແລ້ວ, ກຳລັງສຶກສາຢູ່ຄະນະສະຖາປັດຕະຍະກຳສາດ...
ຫຼາຍໆຄົນຄົງຄຸ້ນເຄຍ ແລະ ຕ້ອງເຄີຍໄດ້ຟັງເພງຂອງນັກຮ້ອງສາວຄົນນີ້ “ນັດດາວ ທອນບັນດິດ”(Nutdao Thonebundit), ປັດຈຸບັນອາຍຸ 22 ປີ, ແຕ່ທຸກຄົນຮູ້ບໍ່ວ່າລາວບໍ່ໄດ້ພຽງແຕ່ຮ້ອງເພງ, ແຕ່ຍັງມີອາຊີບເປັນແມ່ຄ້ານຳອີກ, ຖືວ່າເປັນຄົນທີ່ບໍ່ເຄີຍຢຸດພັກ ແລະ ເຮັດຫຍັງຫຼາຍຢ່າງອີຫຼີ່. ອີກບົດບາດໜຶ່ງທີ່ບໍ່ເວົ້າເຖິງເລີຍແມ່ນບໍ່ໄດ້, ເພາະເປັນປະເດັນຫຼັກທີ່ມ່ວນຈະເລົ່າໃຫ້ຟັງສຳລັບມື້ນີ້ກໍຄື ການເປັນໜຶ່ງໃນນັກສະແດງ ສຸກໃຈ It’s Okay the series ຂອງນັດດາວ, ເຊິ່ງມັນໄດ້ມີຄວາມທ້າທາຍຫຼາຍເພາະໄດ້ຮັບບົດເປັນຄົນທີ່ມີສະພາວະອາການຂອງ ”Panic...
ມ່ວນໄດ້ພາສາວງາມລູກຊອດລາວ-ອັງກິດ ເຈົ້າຂອງຜົນງານເພງດ່ຽວ ”CLWM – ຮັກໄດ້ບໍ່” ເຊິ່ງຢາກບອກວ່າສາວນ້ອຍຄົນນີ້ພະລັງສຽງການຮ້ອງບໍ່ທຳມະດາເລີຍ ແລະ ຫຼ້າສຸດວິດີໂອການຮ້ອງໂຄເວີເພງຫວຽດຂອງລາວກໍກາຍເປັນໄວຣັສໂດ່ງດັງຢູ່ທີ່ຫວຽດນາມ. ມື້ນີ້ມ່ວນເລີຍພາມາລົມກັບລາວ ແລະ ບອກເລົ່າກ່ຽວກັບຜົນງານໃໝ່ໆເລື່ອງແຮງບັນດານໃຈຕ່າງໆ, ເພື່ອໃຫ້ໄດ້ມາທຳຄວາມຮູ້ຈັກກັນໃຫ້ຫຼາຍຂຶ້ນ ແລະ ທຸກຄົນຈະຕ້ອງຫຼົງຮັກກັນແນ່ນອນ. ລາວແມ່ນນັກຮ້ອງສາວສຽງຫວານ ແລະ ພະລັງສຽງມີເອກະລັກ ເຈນນີ ເບວລາ ແກ້ວມໍລະກົດ (Jenny Bella Keowmorlakot...
ກ້າທີ່ຈະເປັນໂຕເອງ ແລະ ທີ່ບໍ່ໄດ້ສ້າງຜົນກະທົບດ້ານລົບຕໍ່ຄົນອື່ນ “ດອນ” ກັບບົດ “ນວນ” ໃນ ສຸກໃຈ It’s Okay the seriesຄັ້ງທຳອິດຂອງຊີຣີສ໌ລາວທີ່ນຳສະເໜີຄວາມຫຼາກຫຼາຍທາງເພດໃນປະເດັນຄວາມເປັນ Nonbinary. ເມື່ອອາທິດກ່ອນ ພວກເຮົາໄດ້ພາທຸກຄົນໄປເບິ່ງ ສຸກໃຈ It’s Okay the Series ຕອນທີ 1 “ບໍ່ເປັນຫຍັງທີ່ຈະເປັນຕົວເອງ”...
ຜົນງານເພງຫຼ້າສຸດຂອງ ຕີ໋ ອຸດາໄລ ທີ່ຫາກໍປ່ອຍອອກມາເມື່ອບໍ່ດົນມານີ້, ນອກຈາກເພງເອງທີ່ເປັນລາຍເຊັນຂອງສິລະປິນຊື່ດັງຜູ້ນີ້ ກໍຍັງມີນັກສະແດງໄວລຸ້ນທີ່ເປັນທີ່ຮູ້ຈັກຈາກການເປັນກະແສໃນຕິກຕັອກ ນັ້ນກໍຄື ຈິມມີ້. ນ້ອງໃໝ່ຄົນນີ້ອາຍຸພຽງ 15 ປີເທົ່ານັ້ນ ແຕ່ດ້ວຍຄວາມມີສະເໜ່ ແລະ ໜ້າຮັກ ຈຶ່ງເຮັດໃຫ້ລາວໄດ້ມີໂອກາດເຂົ້າສູ່ໂລກຂອງການສະແດງ. ທີມມ່ວນ ກໍບໍ່ລໍຊ້າໄປຊອກໄປຄົ້ນໄປຕາມຫາວ່ານ້ອງແມ່ນໃຜ ເພື່ອໃຫ້ທຸກຄົນໄດ້ຮູ້ຈັກນ້ອງໃຫ້ຫຼາຍຂຶ້ນ. ຈິມມີ້ ເປັນທີ່ຮູ້ຈັກຈາກການທີ່ລາວໄປຕັດຜົມ ແລ້ວທາງຮ້ານຕັດຜົມໄດ້ໂພສວິດີໂອລົງໃນຕິກຕັອກ ແລະ ອີກໜຶ່ງວິດີໂອແມ່ນເປັນວິດີໂອທີ່ລາວໄດ້ເສີບອາຫານໃຫ້ກັບແຂກຢູ່ທີ່ຮ້ານແຫ່ງໜຶ່ງໃນເຂດສີຫອມ....
ໃຜທີ່ໄດ້ເບິ່ງເອັມວີເພງ Trust Issues ຂອງ Imel ແລ້ວນັ້ນກໍຕ້ອງຮູ້ສຶກສົງໄສ ແລະ ຢາກຮູ້ວ່າພະເອກເອັມວີວ່າລາວແມ່ນໃຜ? ຄືມາຫຼໍ່ໜ້າຮັກ ແລະ ຍິ້ມຫວານແທ້. ມື້ນີ້ມ່ວນກໍບໍ່ລໍຊ້າຮີບໄປຊອກຫາ ແລະ ນຳລາວມາໃຫ້ທຸກຄົນໄດ້ທຳຄວາມຮູ້ຈັກກັນເລີຍ. ສຸກສະຫວັນ ວິບູນສັກ ມີຊື່ຫຼີ້ນວ່າ ໂຈບີ້ ປັດຈຸບັນອາຍຸ 23 ປີ. ບຸກຄະລິກພາຍນອກຂອງລາວເປັນຄົນບໍ່ຄ່ອຍປາກງຽບຂຶມ, ແຕ່ຖ້າໃຜທີ່ໄດ້ມີໂອກາດຮູ້ຈັກລາວຫຼາຍຂຶ້ນກໍຈະເປັນຄົນກວນໆ...