Muan Scoop

ບົດຄວາມກ່ຽວກັບວົງການບັນເທີງ, ຜູ້ຄົນ, ສັງຄົມຄົນເຮັດວຽກສາຍບັນເທີງ ແລະ ຄຣີເອທີບ.

26 ບົດຄວາມ

ຮູ້ຈັກ imase ສິລະປິນ J-Pop ທີ່ເລີ່ມແຕ່ງເພງຈາກສູນ ເຈົ້າຂອງເພງຕິດຫູ Night Dancer

ຈຸດເລີ່ມຕົ້ນສາຍດົນຕີຈາກການທີ່ບໍ່ມີປະສົບການຂອງ imase (ອິມາເສະ) ນັກຮ້ອງ-ນັກແຕ່ງເພງຊາວຍີ່ປຸ່ນທີ່ເຮັດໃຫ້ເພງຂອງລາວກາຍເປັນກະແສໃນ TikTok ແລະ ກວດລາງວັນທີ່ກາລັນຕີຄວາມສາມາດດ້ວຍເພງ Night Dancer ແນວ J-POP ທີ່ມີກິ່ນອາຍ City Pop.

Tian Xuning: ນັກສະແດງໜຸ່ມຫຼ່ໍດາວດວງໃໝ່ຂອງວົງການບັນເທີງຈີນ

Tian Xuning ນັກສະແດງໜຸ່ມຈາກປະເທດຈີນ ກຳລັງກາຍເປັນຊື່ທີ່ຖືກເວົ້າເຖິງຫຼາຍທີ່ສຸດໃນສື່ສັງຄົມອອນລາຍໃນຂະນະນີ້. ດ້ວຍບົດບາດການສະແດງທີ່ພິກຈາກໜຸ່ມໃສມາເປັນໜຸ່ມສຸດແບດໃນຊີຣີສ໌ BL ເລື່ອງ "Revenged Love" ດ້ວຍພອນສະຫວັນດ້ານການສະແດງຂອງລາວທີ່ໄດ້ສ້າງຄວາມປະທັບໃຈໃນການສະແດງໃຫ້ກັບຜູ້ເບິ່ງທົ່ວໂລກ.

ຮູ້ຈັກ ພໍ່ຄູ ຂວັນໃຈສາວວາຍ: ເລື່ອງລາວຂອງ ເກັ່ງ – ຫະຣິດ ບົວຍ້ອຍ ກັບບົດບາດທີ່ເຮັດໃຫ້ຊີຣີສ໌ວາຍບໍ່ຄືເກົ່າ

ພໍ່ຄູພະຣັນ ບົດບາດທີ່ເຮັດໃຫ້ ເກັ່ງ ຫະຣິດ ກາຍເປັນຂວັນໃຈສາວວາຍ ໃນຊີຣີສ໌ໄທສະໄຕລ໌ສະຫຍອງຂວັນ.

ກະແສ Pop Culture ໃນນະຄອນຫຼວງວຽງຈັນ ຊ່ວຍສ້າງສັນແຮງບັນດານໃຈໃໝ່ໆສູ່ຄົນເມືອງ

Pop Culture ຄືສິ່ງທີ່ຜູ້ຄົນຈຳນວນຫຼາຍມັກ ແລະ ເຮັດຕາມກັນ ໃນຊ່ວງເວລາໃດໜຶ່ງ. ມັນໄດ້ກາຍເປັນສ່ວນໜຶ່ງຂອງຊີວິດປະຈຳວັນ ແລະ ສະທ້ອນຄວາມຮູ້ສຶກ, ຄວາມຄິດ ແລະ ຕົວຕົນຂອງຄົນໃນສັງຄົມ. Pop Culture ກຳລັງເຮັດໃຫ້ນະຄອນຫຼວງວຽງຈັນມີຊີວິດຊີວາ.

ເປີດຕົວ “VOC” Sub-Unit ຫຼ້າສຸດຈາກ PROXIE ພ້ອມສັ່ນສະເທືອນວົງການ T-POP ກຽມລຸຍເສັ້ນທາງອິນເຕີ

Victor, Onglee ແລະ Chokun ຈາກ PROXIE ເປີດຕົວ Sub-Unit ໃໝ່ “VOC” ໄດ້ຮ່ວມງານກັບ THEBLACKLABEL ຄ້າຍເພງ ແລະ ເປັນ Creative agency ລະດັບໂລກຈາກເກົາຫຼີໃຕ້ໃນການຮ່ວມປັ້ນ VOC Sub-Unit ຫຼ້າສຸດຈາກ PROXIE.

Dire Wolves: ຈາກ Game of Thrones ສູ່ການຟື້ນຄືນຊີບໃນໂລກແຫ່ງຄວາມຈິງ

ໃຜທີ່ເປັນແຟນຊີຣີສ໌ Game of Thrones  ຄົງຈະຈື່ສາກທຳອິດຂອງຊີຣີສ໌ເລື່ອງນີ້ໄດ້ເປັນຢ່າງດີ ເຊິ່ງເປັນຕອນທີ່ Ned Stark ກັບລູກໆຂອງລາວຍ່າງເຂົ້າໄປໃນປ່າ ແລະ ພົບກັບລູກໝາປ່າຍັກຫຼາຍໂຕນອນຢູ່ຂ້າງທາງ. ລູກໝາປ່າເຫຼົ່ານັ້ນບໍ່ແມ່ນແຕ່ສັດປ່າທີ່ພວກເຂົາທີ່ບັງເອີນພົບເຫັນເທົ່ານັ້ນ ແຕ່ຜ່ານເລື່ອງລາວຕ່າງໆໃນຊີຣີສ໌, ພວກມັນໄດ້ກາຍເປັນສ່ວນໜຶ່ງທີ່ຜູກພັນກັບຄົນໃນຕະກຸນ Stark ຢ່າງເລິກເຊິ່ງ ຈົນຮູ້ສຶກຄືກັບວ່າພວກມັນເປັນຍາດພີ່ນ້ອງສາຍເລືອດດຽວກັນກັບພວກເຂົາ. ໃນໂລກຂອງ Game of Thrones ໝາປ່າໂລກັນ ຫຼື...

ເພງຮິດຂ້າມເວລາທີ່ບໍ່ເຄີຍເກົ່າ

ຍ້ອນກັບໄປເກືອບ 20 ປີກ່ອນ, ເຊື່ອເລີຍວ່າໜຶ່ງໃນເພງທີ່ຢູ່ໃນຄວາມຊົງຈຳຂອງຜູ້ຄົນ ບໍ່ວ່າຈະເປັນຄູູ່ຮັກທີ່ໃຊ້ເພງນີ້ໃນວັນພິເສດ ຫຼື ຄົນທີ່ເຄີຍມີຊ່ວງເວລາດີໆໃນຍຸກນັ້ນຄົງໜີບໍ່ພົ້ນເພງ “ຫວານ” ຂອງວົງ CELLS ແນ່ນອນ ເຊິ່ງເປັນຕຳນານບົດເພງທີ່ສ້າງປະກົດການໃນວົງການເພງລາວມາແລ້ວ. ເຖິງແມ່ນວ່າການເວລາຈະຜ່ານມາເປັນສິບໆປີ, ເພງນີ້ກໍຍັງໄດ້ຮັບຄວາມນິຍົມ ແລະ ຖືກນຳມາຫຼິ້ນໃນງານຕ່າງໆຢ່າງຕໍ່ເນື່ອງ. ນີ້ອາດເປັນຍ້ອນຫຼາຍປັດໄຈທີ່ເຮັດໃຫ້ເພງນີ້ຍັງຄົງສົດໃໝ່ ແລະ ຢູ່ໃນໃຈຂອງຜູ້ຟັງຢ່າງເຮົາຢູ່ສະເໝີ ດ້ວຍເນື້ອເພງທີ່ຟັງງ່າຍເຂົ້າເຖິງກຸ່ມຜູ້ຟັງທຸກຍຸກເປັນອາລົມພື້ນຖານທີ່ຄົນທຸກຍຸກທຸກສະໄໝສາມາດເຂົ້າໃຈໄດ້ ແລະ ທຳນອງທີ່ເໝາະກັບບັນຍາກາດ. ເຖິງແມ່ນວ່າເພງຈະປ່ອຍອອກມາດົນແລ້ວ...

ພາຮູ້ຈັກ ‘ເກັ່ງ ຫະຣິດ’ ໜຸ່ມໄທຜູ້ແຈ້ງເກີດຈາກຮູບເງົາສຸດເດືອດ ວິມານໜາມ

ເກັ່ງ – ຫະຣິດ ບົວຍ້ອຍ ນາຍແບບ-ນັກສະແດງໜຸ່ມໜ້າໃໝ່ຂອງໄທ ທີ່ໜ້າຈັບຕາ ແຈ້ງເກີດຈາກຜົນງານຮູບເງົາຈາກຄ້າຍ GDH ເລື່ອງ ວິມານໜາມ ກັບບົດບາດສຸດເຂັ້ມຂຸ້ນໃນບົດຂອງ ຈິ່ງນະ ຈົນກາຍມາເປັນທີ່ເວົ້າເຖິງໃນໂລກອອນລາຍ. ນັກສະແດງຄົນນີ້ແມ່ນໃຜ, Muan ຈະພາທຸກຄົນໄປຮູ້ຈັກພ້ອມກັນ. ເກັ່ງ ຈົບການສຶກສາສາຂາວິຊາການສຶກສາ ຂະແໜງວິຊາພາສາໄທ ຈາກວິທະຍາໄລການສຶກສາ ມະຫາວິທະຍາໄລພະເຍົາ. ລາວເລີ່ມເປັນທີ່ຮູ້ຈັກຈາກຄລິບທີ່ເປັນກະແສໃນຂະນະທີ່ກຳລັງເຮັດໜ້າທີ່ເປັນຄູຝຶກສອນ ຈົນເຮັດໃຫ້ມີຜູ້ຕິດຕາມເປັນຈຳນວນຫຼາຍ....

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.