ອໍຣ່າຈັບເກີນຕ້ານ! ພາໄປຊອກຄຳຕອບວ່າ ຫຼິງຫຼິງ ຄອງ ເພີ່ມຄວາມ Glow ໃຫ້ກັບໂຕເອງດ້ວຍໄອເທັມລັບໂຕໃດ

ແບ່ງປັນ

ອໍຣ່າຈັບເກີນຕ້ານ! ພາໄປຊອກຄຳຕອບວ່າ ຫຼິງຫຼິງ ຄອງ ເພີ່ມຄວາມ Glow ໃຫ້ກັບໂຕເອງດ້ວຍໄອເທັມລັບໂຕໃດ

11 March 2026 76

ນາທີນີ້ຖ້າເວົ້າເຖິງນາງເອກທີ່ຮັອດທີ່ສຸດ ແລະ ມີອໍຣ່າຈັບແບບສຸດໆ ຄົງຈະເປັນໃຜໄປບໍ່ໄດ້ນອກຈາກ ຫຼິງຫຼິງ ຄອງ (Ling Ling Kwong) ທີ່ບໍ່ວ່າຈະຕີງໂຕເຮັດຫຍັງ ກໍກາຍເປັນກະແສ ແລະ ຖືກຈັບຕາໄປໝົດ. ແຕ່ສິ່ງທີ່ເຮັດໃຫ້ແຟນໆທັງໃນໄທ ແລະ ລາວ ຕ້ອງຢຸດເບິ່ງ ກໍຄືຮູບພາບຫຼ້າສຸດທີ່ໂພສລົງໃນ IG ທີ່ລາວປາກົດໂຕໃນລຸກທີ່ເບິ່ງແພງ ແລະ Glow ຜິດຫູຜິດຕາ ພ້ອມກັບຖືຂວດສີເຫຼືອງທອງບາງຢ່າງ ທີ່ເຮັດໃຫ້ທຸກຄົນຕ້ອງຟ້າວຊູມເບິ່ງນຳກັນວ່າມັນແມ່ນຫຍັງກັນແທ້? ເປັນຫຍັງໄອເທັມນີ້ຈຶ່ງມາຢູ່ໃກ້ໂຕນາງເອກລະດັບ Global ຄົນນີ້ໄດ້ ໃນມື້ທີ່ລາວກຳລັງປະສົບຜົນສຳເລັດແບບກ້າວກະໂດດ.

ກ່ອນຈະໄປຮູ້ຄຳຕອບ ເຮົາມາທຳຄວາມຮູ້ຈັກກັບນາງເອກສາວຄົນນີ້ໃຫ້ຫຼາຍຂຶ້ນກັນກ່ອນ. ສິຣິລັກ ຄອງ (Sirilak Kwong) ຫຼື ທີ່ເຮົາຮູ້ຈັກກັນໃນຊື່ ຫຼິງຫຼິງ ຄອງ ແມ່ນນັກສະແດງສາວລູກຊອດໄທ-ຮົງກົງ ສັງກັດຊ່ອງ 3 ທີ່ກາຍເປັນບຸກຄົນຊົງອິດທິພົນແຫ່ງຍຸກ ໂດຍສະເພາະຫຼັງຈາກທີ່ລາວສ້າງປາກົດການໃນບົດບາດ “ຄຸນໝໍຟ້າລັດ” ຈາກຊີຣີສ໌ GL ທີ່ດັງໄປທົ່ວໂລກ ນັ້ນກໍຄື “ໃຈຊ່ອນຮັກ” (The Secret of Us) ຈົນເກີດກະແສ #LingOrm ທີ່ຕິດເທຣນອັນດັບ 1 ໃນຫຼາຍປະເທດ. 

ຄວາມສາມາດໃນການສະແດງທີ່ເຂົ້າເຖິງບົດບາດ ບວກກັບການວາງໂຕທີ່ໂດດເດັ່ນໃນວົງການແຟຊັນລະດັບໂລກ ເຮັດໃຫ້ ຫຼິງຫຼິງ ກາຍເປັນໄອຄອນຂອງຄົນລຸ້ນໃໝ່ທີ່ທັງເກັ່ງ ແລະ ໃສ່ໃຈໂຕເອງຢ່າງສົມບູນແບບ ຈົນແບຣນລະດັບຕຳນານ ສະກັອດ (Scotch) ຢູ່ຝັ່ງໄທ ຕ້ອງຟ້າວດຶງໂຕມາເປັນພຣີເຊັນເຕີຄົນໃໝ່ຫຼ້າສຸດ ເພື່ອເປັນຕົວແທນຂອງຄວາມພຣີມຽມ ແລະ ສຸຂະພາບທີ່ດີ. 

ພໍຮູບພາບທີ່ລາວຖືຂວດສີທອງຖືກປ່ອຍອອກມາ ຊາວເນັດກໍພາກັນຕັ້ງຄຳຖາມກັນເຕັມ Feed ວ່າ “ມັນແມ່ນຫຍັງນໍ້?” ເປັນຫຍັງດາລາລະດັບ ຫຼິງຫຼິງ ຈຶ່ງເລືອກໄອເທັມນີ້ມາເປັນໂຕຊ່ວຍ? ທີມງານ Muan ເຮົາກໍເລີຍໄປຊອກຄຳຕອບມາໃຫ້ແລ້ວ ໄອເທັມທີ່ວ່າກໍຄື “ສະກັອດ ຮັງນົກແທ້ ສີເຫຼືອງທອງ” ເຊິ່ງຄວາມພິເສດແມ່ນເປັນຮັງນົກແທ້ສີເຫຼືອງທອງຈາກຖ້ຳທຳມະຊາດ 100% ທີ່ຫາຍາກ ແລະ ລ້ຳຄ່າຫຼາຍ ມັນສະສົມແຮ່ທາດໄວ້ເຕັມໆ ຈົນໄດ້ສີເຫຼືອງທອງທີ່ບໍລິສຸດ. 

ສິ່ງທີ່ເຮັດໃຫ້ມັນກາຍເປັນ ໄອເທັມຄູ່ໃຈ ຂອງຄົນເຮັດວຽກໜັກຄືຫຼິງຫຼິງ ກໍຍ້ອນວ່າສະກັອດຮັງນົກແທ້ອຸດົມໄປດ້ວຍກົດອາມີໂນເຖິງ 18 ຊະນິດ ແລະ ມີ Sialic Acid ທີ່ຊ່ວຍເລື່ອງພູມຄຸ້ມກັນ ບໍ່ໃຫ້ເຈັບເປັນງ່າຍ ເຊິ່ງເປັນເຄັດລັບສຳຄັນທີ່ເຮັດໃຫ້ລາວເຮົາຍັງເບິ່ງ Healthy ແລະ Glow ຈາກພາຍໃນສູ່ພາຍນອກ ບໍ່ວ່າຄິວວຽກຈະແໜ້ນ 24/7 ປານໃດກໍຕາມ. 

ການທີ່ເຮົາເຫັນ ຫຼິງຫຼິງ ຄອງ ກ້າວຂຶ້ນມາເປັນພຣີເຊັນເຕີໃຫ້ກັບແບຣນທີ່ພຣີມຽມຂະໜາດນີ້ ບໍ່ແມ່ນເລື່ອງບັງເອີນ ແຕ່ມັນສະທ້ອນໃຫ້ເຫັນເຖິງວິທີຄິດຂອງລາວທີ່ໃຫ້ຄວາມສຳຄັນກັບ “ການເລືອກສິ່ງທີ່ດີທີ່ສຸດ” ໃຫ້ກັບໂຕເອງສະເໝີ. ເພາະລາວເຊື່ອວ່າການມີສຸຂະພາບທີ່ດີ ຄືຂອງຂວັນທີ່ລ້ຳຄ່າທີ່ສຸດໃນການພັດທະນາໂຕເອງ ແລະ ສ້າງຜົນງານປັງໆໃຫ້ແຟນຄລັບໄດ້ຕິດຕາມ. 

ທີມງານ Muan ກໍຕ້ອງຂໍສະແດງຄວາມຍິນດີກັບອີກໜຶ່ງບາດກ້າວທີ່ສຳຄັນຂອງລາວໃນຄັ້ງນີ້ ແລະ ເຊື່ອວ່າວິທີຄິດໃນການເບິ່ງແຍງໂຕເອງແບບຫຼິ ງຫຼິງ ຈະເປັນແຮງບັນດານໃຈໃຫ້ຫຼາຍໆຄົນຫັນມາໃສ່ໃຈໂຕເອງໃຫ້ Glow ແລະ ແຂງແຮງແບບນາງເອກຄົນເກັ່ງຄົນນີ້ເຊັ່ນກັນ. ບອກເລີຍວ່າ ຫຼິງຫຼິງ ຄອງ ທັງເກັ່ງ, ປັງ ແລະ ເລືອກສິ່ງທີ່ດີແທ້ໆ! 

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.