ເປີດໂຕເບຍລາວເລມອນ ເຄື່ອງດື່ມສະໄຕລ໌ເມດີເຕີເຣນຽນ ທີ່ຈະປ່ຽນໜ້າຮ້ອນນີ້ໃຫ້ສົດຊື່ນກວ່າເກົ່າ

ແບ່ງປັນ

ເປີດໂຕເບຍລາວເລມອນ ເຄື່ອງດື່ມສະໄຕລ໌ເມດີເຕີເຣນຽນ ທີ່ຈະປ່ຽນໜ້າຮ້ອນນີ້ໃຫ້ສົດຊື່ນກວ່າເກົ່າ

23 March 2026 10

ຖ້າເວົ້າເຖິງໜ້າຮ້ອນໃນແຖບທະເລເມດີເຕີເຣນຽນ (Mediterranean) ເຊັ່ນ: ອິຕາລີ ຫຼື ສະເປນ, ສິ່ງທີ່ຂາດບໍ່ໄດ້ເລີຍແມ່ນວັດທະນະທຳການດື່ມທີ່ເອີ້ນວ່າ “Radler” ເຊິ່ງໃນຕອນນີ້, ກິ່ນອາຍຄວາມສົດຊື່ນລະດັບສາກົນນັ້ນໄດ້ເດີນທາງມາຮອດລາວແລ້ວຜ່ານ ເບຍລາວເລມອນ.

ການດື່ມແບບ Radler ເປັນການນຳເອົາຄວາມນຸ່ມນວນມາປະສົມກັບຄວາມສົ້ມອົມຫວານຂອງໝາກໄມ້ຕະກູນໄຊຕຣັສ ເຊັ່ນ: ເລມອນ ຫຼື ໝາກນາວ. ຫົວໃຈສຳຄັນຂອງສະໄຕລ໌ນີ້ບໍ່ແມ່ນການດື່ມໃຫ້ເມົາ, ແຕ່ແມ່ນການດື່ມເພື່ອມ່ວນຊື່ນກັບບັນຍາກາດ ແລະ ເພີ່ມຄວາມສົດຊື່ນມີຊີວິດຊີວາ ທ່າມກາງແສງແດດທີ່ຮ້ອນແຮງ.

ຄວາມໂດດເດັ່ນຂອງວັດທະນະທຳນີ້ຄືຄວາມຊິວແບບບໍ່ຕ້ອງພະຍາຍາມ. ຄົນແຖບນັ້ນມັກຈະເລືອກເຄື່ອງດື່ມທີ່ມີສ່ວນປະສົມຂອງນ້ຳໝາກໄມ້ແທ້ ເພື່ອໃຫ້ໄດ້ຄວາມສົດຊື່ນສູງສຸດ. ດັ່ງນັ້ນ, ການມາຂອງ ເບຍລາວເລມອນ ຈຶ່ງເປັນການຕອບໂຈດໄລຟ໌ສະໄຕລ໌ຂອງຄົນຮຸ່ນໃໝ່ທີ່ກຳລັງຊອກຫານິຍາມໃໝ່ຂອງຄວາມເຢັນສົດຊື່ນ ທີ່ດຶງເອົາເອກະລັກ ແລະ ຄວາມລົງຕົວນັ້ນມາປັບໃຫ້ເຂົ້າກັບອາກາດບ້ານເຮົາໄດ້ຢ່າງພໍດີ.

ເມື່ອວັນເສົາທີ 21 ມີນາ 2026 ທີ່ຜ່ານມາ, ສູນການຄ້າພາກຊັນ, ນະຄອນຫຼວງວຽງຈັນ ກໍມີບັນຍາກາດທີ່ເປັນສີເຫຼືອງສົດໃສ ເພື່ອຕ້ອນຮັບການເປີດໂຕຢ່າງເປັນທາງການ. ງານນີ້ເຕັມໄປດ້ວຍເຫຼົ່າອິນຟລູເອນເຊີ-ຄົນດັງຫຼາຍຄົນທີ່ມາຮ່ວມສ້າງສີສັນ, ນຳໂດຍໜຸ່ມ ແມັກ – ພູວະເນດ ເພັງສະຫວັນ ທີ່ປາກົດໂຕພ້ອມກັບລົດເວສປ້າສີເຫຼືອງ ແລະ ໝາກເລມອນຍັກ. ພາບເຫຼ່ານີ້ບໍ່ໄດ້ບົ່ງບອກພຽງແຕ່ຄວາມມ່ວນຊື່ນ, ແຕ່ມັນຄືການຢືນຢັນວ່າ ນີ້ຄືເຄື່ອງດື່ມທີ່ຕອບໂຈດວິຖີຊີວິດຂອງຄົນຮຸ່ນໃໝ່ທີ່ຮັກຄວາມທັນສະໄໝ ແລະ ມັກຊອກຫາປະສົບການໃໝ່ໆ ໃຫ້ກັບຊີວິດ.

ຈຸດທີ່ເຮັດໃຫ້ ເບຍລາວເລມອນ ກາຍເປັນທັງກະແສ ແລະ ເປັນທີ່ເວົ້າເຖິງຄື ການໃຊ້ສູດລັບຄວາມລົງຕົວແບບ 60/40. ນັ້ນກໍຄືການປະສົມປະສານລະຫວ່າງລົດຊາດທີ່ເຮົາຄຸ້ນເຄີຍ 60% ເຂົ້າກັບນ້ຳເລມອນ ແລະ ໝາກນາວແທ້ 40% ທີ່ສົ່ງຕົງມາຈາກປະເທດອິຕາລີ ເຊິ່ງເປັນດິນແດນທີ່ຂຶ້ນຊື່ເລື່ອງເລມອນທີ່ດີທີ່ສຸດໃນໂລກ. ຜົນລັບທີ່ໄດ້ກໍຄືລົດຊາດທີ່ເບົານຸ່ມ, ມີກິ່ນຫອມອ່ອນໆ ຂອງໝາກໄມ້ ແລະ ດື່ມງ່າຍກວ່າທີ່ເຄີຍ ເໝາະຫຼາຍສຳລັບຜູ້ທີ່ຢາກໄດ້ຄວາມລົດຊາດທີ່ລົງຕົວ ຄືກັບໄດ້ນັ່ງຮັບລົມຢູ່ແຄມທະເລຢູໂຣບ.

ອ່ານຕື່ມ:  ການແຕ່ງດອງສຳຄັນແນວໃດ? ກ່ອນຈັດງານ ກະກຽມແນວໃດດີ ຈຶ່ງບໍ່ປວດຫົວ

ສຳລັບໃຜທີ່ເຮັດວຽກໜັກມາໝົດອາທິດ ຫຼື ຢາກຫາຫຍັງດື່ມແບບຊິວໆ ໃນງານປາຕີ້ກັບໝູ່ເພື່ອນ, ເບຍລາວເລມອນ ຄືຄຳຕອບທີ່ເໝາະທີ່ສຸດໃນໄລຍະຍາມຮ້ອນນີ້. ດ້ວຍດີຊາຍກະປ໋ອງທີ່ເບິ່ງທັນສະໄໝ ແລະ ລົດຊາດທີ່ເຂົ້າເຖິງງ່າຍ, ມັນໄດ້ຍົກລະດັບການພັກຜ່ອນຂອງເຮົາໃຫ້ເບິ່ງດີມີສະໄຕລ໌ຂຶ້ນກວ່າເກົ່າ.

ບໍ່ວ່າເຈົ້າຈະມີແຜນໄປທ່ຽວ, ຈັດບາບີຄິວຢູ່ຫຼັງບ້ານ ຫຼື ຢາກນັ່ງເບິ່ງຕາເວັນຕົກດິນງາມໆ, ລອງໃຫ້ ເບຍລາວເລມອນ ເປັນເພື່ອນສະໜິດທີ່ຄອຍເຕີມເຕັມຄວາມສົດຊື່ນໃຫ້. ເພາະບາງຄັ້ງ ຄວາມສຸກກໍບໍ່ຈຳເປັນຕ້ອງຫຍຸ້ງຍາກ, ພຽງແຕ່ມີລົດຊາດທີ່ລົງຕົວ ແລະ ບັນຍາກາດດີໆ ກໍພຽງພໍແລ້ວ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.