ໜ້າຫຼັກ Muan.la - ສາລະບັນເທີງ Update Bboy KA-G ນັກເຕັ້ນຈາກລາວ ແທັກທີມອາຊຽນ ຄວ້າແຊ້ມ CLOUDJAM ຢູ່ຈີນ
Update

Bboy KA-G ນັກເຕັ້ນຈາກລາວ ແທັກທີມອາຊຽນ ຄວ້າແຊ້ມ CLOUDJAM ຢູ່ຈີນ

BBoy KA-G ແລະ ເພື່ອນຮ່ວມທີມຂອງລາວ
ແບ່ງປັນ
Getting your Trinity Audio player ready...

ວົງການ Breaking Dance ເດືອດອີກຄັ້ງ ເມື່ອ ເພັດນິລັນ ແກ້ວວົງສີ ຫຼື ທີ່ຮູ້ຈັກກັນໃນນາມ Bboy KA-G ນັກເຕັ້ນໜຸ່ມພຽງໜຶ່ງດຽວຈາກ ສປປ ລາວ ໄດ້ສ້າງປະຫວັດສາດບົດໃໝ່ ດ້ວຍການຮ່ວມທີມນັກເຕັ້ນຈາກຊາດອາຊຽນຄວ້າແຊ້ມໃຫຍ່ ຈາກງານແຂ່ງຂັນ CloudJam China ຫຼື Se-Asia International Breaking Championship China ທີ່ຈັດຂຶ້ນຢູ່ເມືອງຄຸນໝິງ ປະເທດຈີນ ໃນວັນທີ 9 ສິງຫາ 2025 ທີ່ຜ່ານມາ.

ເພັດນິລັນ ໄດ້ເປີດເຜີຍວ່າ ຕົນເອງໄດ້ເຂົ້າຮ່ວມການແຂ່ງຂັນໃນນາມທີມລວມດາວນັກເຕັ້ນຕົວແທນຈາກທົ່ວອາຊຽນ ປະກອບມີສະມາຊິກທີ່ມີຄວາມສາມາດຈາກ 4 ປະເທດ ປະກອບມີ ເພັດນິລັນ ເປັນຕົວແທນຈາກ ສປປ ລາວ, ນອກນັ້ນກໍມີນັກເຕັ້ນອີກ 2 ຄົນຈາກປະເທດໄທ, 2 ຄົນຈາກປະເທດຫວຽດນາມ ແລະ 3 ຄົນຈາກປະເທດມາເລເຊຍ. ການຮ່ວມມືຄັ້ງນີ້ສະແດງໃຫ້ເຫັນເຖິງພະລັງ ແລະ ຄວາມເປັນໜຶ່ງດຽວຂອງຊາວ Breaking ແຫ່ງອາຊຽນໄດ້ຢ່າງຊັດເຈນ.

ຄວາມພະຍາຍາມທີ່ເປັນຈິງ: ໄຕ່ລະດັບໄປສູ່ແຊ້ມ!

ການໄດ້ແຊ້ມໃນຄັ້ງນີ້ບໍ່ແມ່ນເລື່ອງບັງເອີນ ເພາະ Bboy KA-G ໄດ້ບອກຜ່ານເຟສບຸກສ່ວນຕົວວ່າ ນີ້ເປັນຄັ້ງທີ 3 ແລ້ວທີ່ລາວໄດ້ເຂົ້າຮ່ວມການແຂ່ງຂັນໃນລາຍການນີ້ ແລະ ຄວາມພະຍາຍາມໃນເທື່ອນີ້ກໍໄດ້ເປັນຜົນໃນທີ່ສຸດ

“ໃນປີທຳອິດ ລາວແຂ່ງແພ້ໃນຮອບຮອງຊະນະເລີດ. ສ່ວນໃນປີທີສອງ ສາມາດຄວ້າລາງວັນທີສອງມາໄດ້. ໃນທີ່ສຸດໃນປີນີ້ ເຮົາກໍເຮັດໄດ້ ເຮົາເປັນອັນດັບໜຶ່ງ!”, ເພັດນິລັນ ກ່າວຜ່ານໂພສໃນເຟສບຸກສ່ວນຕົວຫຼັງຈາກທີ່ໄດ້ຮັບແຊ້ມ.

ໄຊຊະນະໃນຄັ້ງນີ້ ເພັດນິລັນ ແລະ ທີມຈາກອາຊຽນ ໄດ້ແຊ້ມມາຄອງກໍຄື UNIQUE UNITED BREAKING CREW (ທີມ).

ອ່ານຕື່ມ:  "ຄວາມພູມໃຈເລີ່ມຈາກໂຕເຮົາ" ມິດປະຊາ ບຸດສາວົງ TOP3 MR BEAR INTERNATIONAL 2025

Bboy KA-G: ຈາກການຖືກບັງຄັບເຕັ້ນ ສູ່ ເສັ້ນທາງ BBOY ທີ່ຍາວໄກ

ເພັດນິລັນ ແກ້ວວົງສີ ຫຼື KA-G (Andaman Crew) ອາຍຸ 27 ປີ ເປັນຄົນທີ່ງຽບໆ, ເວົ້າໜ້ອຍ ແຕ່ເນັ້ນການລົງມືເຮັດໂຕຈິງ. ນອກຈາກຈະເປັນນັກເຕັ້ນ BBOY ແລ້ວ ລາວຍັງເປັນ Tattoo Artist ທີ່ເຮັດຄຽງຄູ່ກັນໄປ. ລາວໄດ້ເລີ່ມຮູ້ຈັກການເຕັ້ນ BBOY ຕັ້ງແຕ່ປີ 2009 ແລະ ເລີ່ມຮຽນເຕັ້ນຕັ້ງແຕ່ປີ 2010 ຕອນອາຍຸພຽງ 13 ປີເທົ່ານັ້ນ ເຊິ່ງສາເຫດທີ່ເລີ່ມຕົ້ນກໍແມ່ນຍ້ອນວ່າ ອ້າຍຂອງລາວບໍ່ມີຄົນເຕັ້ນນຳ ຈຶ່ງຖືກບັງຄັບໃຫ້ເຕັ້ນເປັນໝູ່.

ແຮງບັນດານໃຈທີ່ເຮັດໃຫ້ລາວກ້າວມາເຖິງຈຸດນີ້ ແມ່ນຍ້ອນຄວາມຝັນຢາກໄປແຂ່ງຂັນຢູ່ຕ່າງປະເທດ ແລະ ເມື່ອໄດ້ເຫັນຮຸ່ນອ້າຍໃນວົງການເຕັ້ນທີ່ໄປແຂ່ງຕ່າງປະເທດ ຫຼາຍຄົນກໍເປັນແບບຢ່າງ, ສອນ ແລະ ໃຫ້ຄຳແນະນຳທີ່ດີມາຕະຫຼອດ.

ປະສົບການການເຕັ້ນຂອງລາວຫຼາຍກວ່າ 10 ປີ ຜ່ານມາຫຼາຍເວທີຈົນນັບບໍ່ໄດ້ ທັງໃນ ແລະ ຕ່າງປະເທດ, ແຕ່ປະສົບການທີ່ປະທັບໃຈທີ່ສຸດແມ່ນການໄດ້ເຂົ້າຮ່ວມງານ BATTLE OF THE YEAR WORLD FINAL ທີ່ປະເທດຝຣັ່ງ ໃນປີ 2018.

ໄຊຊະນະໃນຄັ້ງນີ້ບໍ່ພຽງແຕ່ເປັນຄວາມສຳເລັດສ່ວນຕົວເທົ່ານັ້ນ, ແຕ່ຍັງເປັນການຍົກລະດັບວົງການເຕັ້ນຂອງລາວໃຫ້ເປັນທີ່ຮູ້ຈັກໃນເວທີສາກົນອີກດ້ວຍ. ມາວຮ່ວມສະແດງຄວາມຍິນດີ ແລະ ສົ່ງກຳລັງໃຈໃຫ້ Bboy KA-G ກ້າວໄປສູ່ການແຂ່ງຂັນລະດັບໂລກໃນອະນາຄົດໄປພ້ອມໆກັນ!

ຂຽນໂດຍ
Chanthasone Insixiangmai - Editor-in-Chief

ຄອນເທັນຄຣີເອເຕີທີ່ເລີ່ມຈາກການຂຽນເນື້ອຫາກ່ຽວກັບ Tech ກ່ອນຈະຫຍັບມາຂຽນກ່ຽວກັບເລື່ອງວົງການບັນເທີງ ແລ້ວສຸດທ້າຍຂຽນມັນໄປທຸກຢ່າງ ຈົນກາຍເປັນຜູ້ຄຸມຄຸນນະພາບຂອງເນື້ອຫາທັງໝົດໃນ Muan (ຖ້າມີບ່ອນໃດຜິດ ນັ້ນແມ່ນຄວາມຜິດຂ້ອຍທີ່ເບິ່ງບໍ່ທົ່ວ 55). ມັກເອົາເລື່ອງຕ່າງໆທີ່ພົບໃນຊີວິດປະຈຳວັນມາເລົ່າຕໍ່ເພື່ອໃຫ້ເຂົ້າກັບ ມ່ວນ, ກົງກັບຄວາມສົນໃຈຂອງຜູ້ອ່ານ ແລະ ເຂົ້າໃຈງ່າຍ. ມັກຖ່າຍຮູບ ແລະ Pop Culture.

ບົດຄວາມທີ່ກ່ຽວຂ້ອງ

ຖ້າຮູ້ສຶກຢ່າລີລາຫຼາຍດຽວເຂົາບໍ່ຖ້າ ເພງຂອງຄົນຂີ້ອາຍ Oh why ບໍ່ຕ້ອງລີລາ ຈາກ Imel

Oh why (ບໍ່ຕ້ອງລີລາ) ແມ່ນເພງທີ່ສອງຂອງ Imel ແລະ ຍັງເປັນເພງທີ່ມີເລື່ອງລາວທີ່ເຊື່ອມໂຍງມາຈາກເພງ Trust issues (ຄອຍຖາມ) ທີ່ເປັນເພງທຳອິດຂອງລາວ. ເພື່ອບອກຄວາມຮູ້ສຶກເຖິງຄົນໆໜຶ່ງທີ່ເຮົາເອງເບິ່ງອອກວ່າກຳລັງມີຄວາມຮູ້ສຶກໃຫ້ກັນ.

Miracle Music ຈັດໜັກປີ 2026: ປະກາດແຜນໃຫຍ່ ຜົນງານໃໝ່-ສິລະປິນໃໝ່-ຄອນເສີດໃຫຍ່ ຕະຫຼອດປີ

ວົງການ L-POP ຟົດຟື້ນແນ່ນອນ ເພາະ Miracle Music ກຽມຈັດໜັກປີ 2026: ປະກາດແຜນໃຫຍ່ ຜົນງານໃໝ່-ສິລະປິນໃໝ່-ຄອນເສີດໃຫຍ່!

ຄ້າຍໆວ່າຈະຮັກ ແຕ່ອາດຈະຍັງນະ! ຟັງເພງ “ເສຍໃຈ” ຈາກ ອາລູນ້າ

ອາລູນ້າ ປ່ອຍ “ເສຍໃຈ” ເພງ Funky Pop ກິ່ນອາຍ '80 ສະທ້ອນຄວາມຮູ້ສຶກຂອງຄົນທີ່ເກືອບຈະຖືກຮັກ ແຕ່ສຸດທ້າຍໄດ້ພຽງຄວາມວ່າງເປົ່າ.

Dr. Isolate ນັກຮ້ອງທີ່ສ້າງໂຕຕົນນີ້ຂຶ້ນມາ ເພື່ອໄຖ່ບາບຈາກຄວາມຜິດພາດໃນອະດີດ

ຮູ້ຈັກ Dr. Isolate ຜ່ານຜົນງານເພງທີ່ສ້າງຂຶ້ນ ເພື່ອຕ້ອງການລົບລ້າງຄວາມຜິດໃນໃຈທີ່ໄດ້ເຮັດພາດໄປໃນອະດີດທີ່ລາວຍັງຈື່ມັນໄດ້ດີ ແລະ ຈຸດປະສົງຫຼັກຂອງລາວໃນການສ້າງ Dr.Isolate ແມ່ນຕ້ອງການສ້າງລາຍໄດ້ເພື່ອນຳໄປເຮັດການກຸສົນ

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.