ຂຽນໂດຍ

ຄອນເທັນຄຣີເອເຕີ ສາຍອິນດີ້ ຜູ້ມັກໃນເລື່ອງເລົ່າທີ່ຫຼາຍຄົນເບິ່ງຂ້າມ

23 ບົດຄວາມ

ເຈາະເລິກຊຸດ ລິຊ່າ ລະລິສາ ມະໂນບານ ໃນງານ Amazing Thailand Ambassador

ນາທີນີ້ບໍ່ມີໃຜຢຸດຄວາມປັງໄດ້ ສຳລັບ ລິຊ່າ ລະລິສາ ມະໂນບານ ທີ່ຫຼ້າສຸດປາກົດຕົວເທິງພົມແດງໃນຖານະ Amazing Thailand Ambassador! ແລະທີ່ທຸກຄົນຕ້ອງຕະລຶງກັບຊຸດສີທອງປະຍຸກທີ່ມີຄວາມງົດງາມ, ສົມມົງຕົວແມ່ເບີ 1 ແລະ ທີ່ສຳຄັນຊຸດນີ້ບໍ່ໄດ້ມາຫຼິ້ນໆ ເພາະລິຊ່າໄດ້ຈັບເອົາ “ຄວາມເປັນໄທ” ໄປສັ່ນສະເທືອນວົງການໄຮເອນ (High-end). ຊຸດທີ່ລິຊ່າສວມໃສ່ແມ່ນຜົນງານ Masterpiece ຈາກແບຣນລະດັບໂລກຢ່າງ Balmain ທີ່ມີການຕັດຫຍິບແບບ...

ໂອບກອດໂຕເອງໃຫ້ຫຼາຍຂຶ້ນໃນມື້ທີ່ອ່ອນແອຜ່ານບົດເພງ “1998”-Tanu Vannasin ft. Vanins

ອີກບໍ່ພໍເທົ່າໃດມື້ກໍຈະໝົດປີ 2025 ແລ້ວ… ໃຜຫຼາຍຄົນເລີ່ມວາງແຜນໃນການສະຫຼອງປີໃໝ່ ແຕ່ສຳຫຼັບຜູ້ຂຽນແລ້ວມັນຄືຊ່ວງເວລາທີ່ໄດ້ມານັ່ງທົບທວນໂຕເອງວ່າ “ທີ່ຜ່ານມາເຮົາໃຊ້ຊີວິດໄດ້ດີແລ້ວບໍ່?” ຖ້າຖາມວ່າປີນີ້ເປັນຈັ່ງໃດ? ສຳລັບບາງຄົນ ມັນຄືປີແຫ່ງການ “ແລ່ນ”. ແລ່ນຕາມຄວາມຝັນ, ແລ່ນຕາມເປົ້າໝາຍທີ່ຕັ້ງໄວ້ຕັ້ງແຕ່ຕົ້ນປີ. ບາງມື້ກໍດີໃຈທີ່ທຸກຢ່າງເປັນໄປຕາມທີ່ເຮົາຄິດ ແຕ່ກໍມີຫຼາຍມື້ທີ່ນັ່ງຮ້ອງໄຫ້ຄົນດຽວ ເພາະໂລກແຫ່ງຄວາມຈິງມັນບໍ່ໄດ້ງ່າຍຄືທີ່ຄິດ. ເຊື່ອວ່າຫຼາຍໆຄົນເຄີຍກົດດັນໂຕເອງວ່າຕ້ອງ “ໄປໃຫ້ສຸດ”, ຕ້ອງ “ສຳເລັດ” ເທົ່ານັ້ນ. ໃຊ້ຊີວິດແບບມີຄຳຖາມຕະຫຼອດວ່າ “ຂ້ອຍຕ້ອງເຮັດດີປານໃດ ເຖິງຈະດີກວ່າຕອນນີ້?“...

ພາຮູ້ຈັກ ດີອາສ ພາຣາກອນ ນາຍແບບໜຸ່ມຄາສັກສະຖານສູ່ເສັ້ນທາງວົງການແຟຊັນໃນລາວ

“ຂ້ອຍຕ້ອງການຈະມີປະສົບການທີ່ຫຼາກຫຼາຍໃນຊີວິດ ແລະຕອນນີ້, ຂ້ອຍຕ້ອງການເຂົ້າໃຈວ່າຄົນລາວມີຊີວິດແບບໃດ? ພວກເຂົາຄິດແນວໃດ?”  ນີ້ຄືຄຳເວົ້າຂອງ Dias Paragon, ນາຍແບບໜຸ່ມຈາກປະເທດຄາສັກສະຖານ ຜູ້ທີ່ຕັດສິນໃຈເດີນທາງມາຢູ່ ແລະ ສ້າງຊື່ສຽງໃນວົງການແຟຊັນທີ່ປະເທດລາວ. ດ້ວຍອາຍຸພຽງ 21 ປີ, ດີອາສ ບໍ່ພຽງແຕ່ເປັນນາຍແບບທີ່ເຕັມໄປດ້ວຍຄວາມຝັນ, ແຕ່ລາວຍັງເປັນຜູ້ສະແຫວງຫາປະສົບການຊີວິດທີ່ເລິກເຊິ່ງ. ເຖິງຈະເປັນຄົນຄາສັກສະຖານ, Dias Aubakir ແຕ່ຫຼາຍຄົນມັກຈະເອີ້ນລາວວ່າ Dias –...

Meet Dias Paragon: The Journey to Finding His Way in Laos

From the wide-open steppes of Kazakhstan to the vibrant streets of Vientiane, Dias Paragon is a rising model whose journey is defined by...

ຄວາມຫວັງດີທີ່ບໍ່ມີຫວັງໄດ້ໄປຕໍ່ guncharlie ສິນລະປິນຈາກໄທກັບເພງ ເຕີບໂຕໂດຍບໍ່ມີຂ້ອຍ

“guncharlie (ກັນ ຊາລີ)” ຫຼື “ກັນ-ເສດຖະພົງ ເອວະສຸກ” ນ້ອງຮ້ອງ-ນັກສະແດງຈາກປະເທດໄທ, ຜູ້ທີ່ເຄີຍເຂົ້າແຂ່ງຂັນໃນລາຍການ The Rapper 2 ເມື່ອ 3 ປີກ່ອນ ແລະໄດ້ເດີນເຂົ້າສູ່ໂລກການສະແດງ ແລະ ກັບຄືນສູ່ການເປັນນັກດົນຕີ, ໂດຍໄດ້ປ່ອຍຊິງເກີ້ນທຳອິດຂອງລາວ “Zero times anything is zero”...

ໃຜເຄີຍຖືກຖິ້ມຈະເຂົ້າໃຈຄວາມເຈັບນີ້ດີກັບ”ຖິ້ມໄວ້ (Leave it)” ຈາກ XZERO

ໃຜທີ່ກຳລັງຮູ້ສຶກເສົ້າ, ຜິດຫວັງ, ແລະ ບໍ່ສາມາດກ້າວຜ່ານເລື່ອງລາວຄວາມຮັກເກົ່າໆ ທີ່ເຈັບປວດໄປໄດ້, “ຖິ້ມໄວ້ (Leave it)” ຈາກສິລະປິນ XZERO ແມ່ນອີກບົດເພງທີ່ເປັນຄືກະຈົກສະທ້ອນຄວາມຮູ້ສຶກເຫຼົ່ານັ້ນໄດ້ຢ່າງເຈັບປວດ ດ້ວຍຈັງຫວະດົນຕີທີ່ໜັກແໜ້ນແນວ Rock ທີ່ປະສົມປະສານກັບໂທນສຽງທີ່ເຕັມໄປດ້ວຍອາລົມ ເຮັດໃຫ້ເປັນບົດເພງທີ່ເນັ້ນຢໍ້າຄວາມຮູ້ສຶກຂອງການຖືກຖິ້ມ ແລະ ຍັງຮູ້ສຶກວ່າເລື່ອງລາວເກົ່າໆຍັງຄົງຫຼອກຫຼອນຢູ່ໃນໃຈ ຖ້າໃຜທີ່ເຄີຍມີປະສົບການຜິດຫວັງຄວາມຮັກມາຟັງຕ່າງກໍຕ້ອງມີນ້ຳຕາແນ່ນອນ ເນື້ອເພງເລົ່າເຖິງຄວາມເຈັບປວດຢ່າງກົງໄປກົງມາຂອງການຖືກຄົນຮັກຖິ້ມແລ້ວໄປກັບຄົນໃໝ່, ຖືກປ່ອຍໃຫ້ຕົວເອງຕ້ອງຈົມຢູ່ກັບເລື່ອງລາວເກົ່າໆ ຍິ່ງພະຍາຍາມຈະມູບອອນ ກໍຍິ່ງຈົມແລະຍິ່ງເພີ່ມທະວີຄວາມເຈັບຊ້ຳຂຶ້ນທຸກຄັ້ງທີ່ຫວນຄິດເຖິງເລື່ອງລາວເກົ່າໆ, ເຮັດໃຫ້ບົດນີ້ເປັນເໝືອນການລະບາຍຄວາມເຈັບປວດທີ່ຢູ່ໃນໃຈຂອງຄົນທີ່ຍັງບໍ່ລືມຄົນເກົ່າ...

ເຂົ້າໃຈຄວາມຮັກຫຼາຍຂຶ້ນຜ່ານບົດເພງ “ຄຳຕອບ | Naive”-Tanu Vannasin

ເມື່ອຄວາມຮັກຕ້ອງມາເຖິງທາງແຍກ, ບາງຄຳຕອບກໍອາດຈະບໍ່ເຄີຍມີໃນໂລກນີ້, ໄດ້ແຕ່ຍອມຮັບວ່າ “ອາດເປັນເພາະເຮົາຍັງໄຮ້ດຽງສາ” ຫຼືນີ້ເປັນສິ່ງທີ່ ຕານຸ ວັນນະສິນ ຕ້ອງການບອກຜ່ານບົດເພງ “ຄຳຕອບ | Naive” ຫຼັງຈາກທີ່ຜ່ານໄປ 2 ເດືອນ ກໍບໍ່ໃຫ້ແຟນໆຕ້ອງໄດ້ຖ້າດົນ ຕານຸ ວັນນະສິນ ກໍໄດ້ປ່ອຍອີກໜຶ່ງບົດເພງໃນ Ep Album: The Rhythmarries ອາລະບ້ຳທີ່ຈະເລົ່າເລື່ອງຈັງຫວະຂອງຊີວິດເພື່ອນຳພາທຸກຄົນໄປຮຽນຮູ້...

ເຈົ້າເຄີຍຄິດຮອດໃຜຈົນຈະຂາດໃຈບໍ? “ຂາດໃຈ” ຈາກ Sack Cells ແລະ Sam Intharaphithak

ເມື່ອສອງນັກຮ້ອງໃນຕຳນານຂອງວົງການເພງລາວ, ສັກ ເຊວສ໌ ແລະ ແຊມ ອິນທະລາພິທັກ, ໄດ້ມາປະຊັນພະລັງສຽງກັນໃນບົດເພງໃໝ່ “ຂາດໃຈ”. ເຊິ່ງກໍມາໃນແນວ POP-ROCK ທີ່ເຕັມໄປດ້ວຍເນື້ອຫາ ເສົ້າຊຶ້ງ ກິນໃຈ, ບວກກັບສຽງປະສານທີ່ຊົງພະລັງ, ທີ່ຈະພາໃຫ້ຜູ້ຟັງທຸກຄົນໄດ້ຄິດຮອດຄົນສຳຄັນທີ່ໄດ້ຈາກກັນໄປແລ້ວ ແຕ່ຍັງຄົງງົດງາມແລະຝັງຢູ່ໃນຄວາມຊົງຈຳຕະຫຼອດໄປ ເຫຼືອໄວ້ແຕ່ຄວາມຄິດຮອດຄິດເຖິງແກ່ຜູ້ທີ່ຍັງຢູ່ຕໍ່. ເນື້ອໃນຂອງເພງນີ້ແມ່ນເວົ້າເຖິງ ການໃຊ້ຊີວິດໃນປັດຈຸບັນ ຂອງຄົນທີ່ຍັງຄິດຮອດ ຄົນສຳຄັນທີ່ໄດ້ຈາກກັນໄປແລ້ວ, ມັນບໍ່ແມ່ນການຈົມປັກກັບຄວາມທຸກຈົນກ້າວໄປໜ້າບໍ່ໄດ້, ແຕ່ເນັ້ນເຖິງ...

ມັນຄືຄວາມຮັກ ຫຼື ເຮົາສຳຄັນໂຕເອງຜິດໄປ? A Little Kindness ຮູບເງົາສັ້ນທີ່ກ້າເລົ່າເລື່ອງຄວາມຮັກຍິງ-ຍິງ ຈາກ MVIIZ

ຮູບເງົາສັ້ນ “A Little Kindness” ຈາກ MVIIZ ສະທ້ອນຄວາມຮັກໄວໃສ ຜ່ານມິດຕະພາບຂອງສອງຕົວລະຄອນຍິງ-ຍິງ ໃນແບບທີ່ບໍ່ເຄີຍມີມາກ່ອນ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.