ໃນຕົ້ນປີຜ່ານມາ McKinsey (ບໍລິສັດທີ່ປຶກສາລະດັບໂລກ) ໄດ້ປ່ອຍບົດລາຍງານກ່ຽວກັບຄວາມສຳພັນຂອງ AI ກັບບ່ອນເຮັດວຽກ ລວມໄປເຖິງຂໍ້ມູນຜົນສຳຫຼວດຈາກອົງກອນຕ່າງໆ ໃນໂລກທຸລະກິດ, ເຊິ່ງຂ້ອຍໄດ້ໄປອ່ານມາ ເລີຍຢາກເອົາມາສະຫຼຸບປະເດັນສຳຄັນສູ່ຜູ້ອ່ານທີ່ມັກຮຽນຮູ້ໄດ້ອັບເດດໄປນຳກັນ.
ບົດລາຍງານນີ້ມີຊື່ເຕັມວ່າ Superagency in the workplace: Empowering people to unlock AI’s full potential By Hannah Mayer, Lareina Yee, Michael Chui, and Roger Roberts ແລະ ຖ້າຈະແປລາວໃຫ້ມ່ວນແດ່ກໍອາດຈະແມ່ນ ສຸດຍອດທ່າແຮງໃນບ່ອນເຮັດວຽກ : ສົ່ງເສີມໃຫ້ຜູ້ຄົນປົດລັອກສັກກະຍະພາບທັງໝົດຂອງປັນຍາປະດິດ. ເປົ້າໝາຍຂອງບົດຄົ້ນຄວ້າ ແລະ ລາຍງານສະບັບນີ້ ແມ່ນເພື່ອໃຫ້ທຸລະກິດ, ອົງກອນ, ບໍລິສັດຕ່າງໆ ໄດ້ປະເມີນໃນການລົງທຶນ, ການສະໜັບສະໜູນພະນັກງານ ແລະ ຈັດຕັ້ງປະຕິບັດ ປັນຍາປະດິດ ເຂົ້າໄປໃນວຽກງານຢ່າງມີກົນລະຍຸດແບບແຜນ ເພື່ອໃຫ້ເກີດປະໂຫຍດ ແລະ ສາມາດແຂ່ງຂັນກັບຄົນອື່ນໄດ້ຢ່າງແຫຼມຄົມ. ທຸລະກິດຕ້ອງໄດ້ ເລີ່ມມື້ນີ້ ຫຼື ບໍ່ກໍລໍຖ້າຄວາມສ່ຽງທີ່ຈະຕົກຂະບວນ ການປະຕິວັດບ່ອນເຮັດວຽກສະໄໝໃໝ່ ທີ່ມີ ປັນຍາປະດິດເປັນກຳລັງແຮງສຳຄັນ.

Superagency in the Workplace ແມ່ນຄອນເຊັບທີ່ຢາກອະທິບາຍເຖິງ ການທີ່ ປັນຍາປະດິດ ເຂົ້າມາເພີ່ມພະລັງໃນການເຮັດວຽກໃຫ້ກັບມະນຸດໃນບ່ອນເຮັດວຽກ. ແທນທີ່ຈະໃຫ້ມັນເຮັດພຽງແຕ່ ວຽກອັດຕະໂນມັດທົ່ວໄປ, ປັນຍາປະດິດ ຄວນຈະສາມາດຊ່ວຍໃຫ້ເຮົາ ຄິດໄວຂຶ້ນ, ວິເຄາະໄດ້ດີຂຶ້ນ, ຕັດສິນໃຈໄດ້ແນ່ນອນຂຶ້ນ ເປີດທາງໃຫ້ເຮົາມີຄວາມຄິດສ້າງສັນທີ່ຫຼາກຫຼາຍຂຶ້ນໃນການແກ້ໄຂບັນຫາ.
ບົດບາດຂອງ AI ທີ່ກຳລັງປ່ຽນໂລກ
People are using [AI] to create amazing things. If we could see what each of us can do 10 or 20 years in the future, it would astonish us today. (ແປລາວ: ຜູ້ຄົນກຳລັງນຳໃຊ້ AI ໃນການສ້າງສິ່ງທີ່ອັດສະຈັນ. ຖ້າຫາກເຮົາເບິ່ງໄປອະນາຄົດ ແລ້ວເຫັນວ່າ ແຕ່ລະຄົນຈະສາມາດເຮັດຫຍັງໄດ້ແດ່ ໃນອີກ 10 ຫຼື 20 ປີຂ້າງໜ້າ, ທຸກຄົນຄືຈະຕະລຶງໃນຕອນນີ້)
Sam Altman, cofounder and CEO of OpenAI
- ປັນຍາປະດິດ ຫຼື AI ຖືກວາງໃຫ້ເປັນນະວັດຕະກຳປ່ຽນໂລກທຽບເທົ່າ ກັບຕອນທີ່ ເຄື່ອງຈັກອາຍນ້ຳ ເຂົ້າມາປະຕິວັດອຸດສາຫະກຳໃນອາດີດ, ຄາດການມູນຄ່າໃນການສ້າງກຳລັງການຜະລິດເພີ່ມຂຶ້ນ $4.4 trillion (ສີ່ຈຸດສີ່ລ້ານລ້ານ ຫຼື 4.4 x 10^12) ໃນອີກ 3 ປີຂ້າງໜ້າ.
- Large language models (ຫຼື ຫຼາຍຄົນເຫັນຜ່ານຕາໂຕຫຍໍ້ LLMs) ແມ່ນຊຸດໂມເດວປັນຍາປະດິດເນັ້ນຄວາມເຂົ້າໃຈພາສາມະນຸດ ຈາກບໍລິສັດເທັກລະດັບໂລກເຊັ່ນ: OpenAI, Google, Meta ແລະ Anthropic ແມ່ນຖືກພັດທະນາໃຫ້ສາມາດ ວິເຄາະພ້ອມເຫດຜົນ, ຕັກກະ, ການຄິດແບບອັດຕະໂນມັດ, ແລະຍັງສາມາດເຂົ້າໃຈຂໍ້ມູນໄດ້ຫຼາຍຮູບແບບຫຼາຍຂຶ້ນນອກຈາກໂຕໜັງສື ເຊັ່ນ ເຂົ້າໃຈຮູບພາບ, ເຂົ້າໃຈສຽງຕ່າງໆ ໃນໂລກຈິງ.
- ຕັ້ງແຕ່ປີ 2022 ມາ, ໂມເດວປັນຍາປະດິດ ມີປະສິທິພາບທີ່ກ້າວກະໂດດໄວ, GPT-4 ສາມາດເອົາກາຍເປັນຜູ້ທີ່ເສັງການທົດສອບວັດຜົນລະດັບຊາດ the Uniform Bar Examination ຕິດ Top 10 ປະປົນກັບມະນຸດ, ແລະ ຍັງສາມາດຕອບຄຳຖາມໄດ້ 90% ຢ່າງຖືກຕ້ອງໃນຫົວຂໍ້ ຂອງ the US Medical Licensing Examination. (ເສັງເພື່ອອອກໃບອະນຸຍາດໃນການເຮັດກິດຈະການການແພດ)
ການລົງທຶນ vs. ການຈັດຕັ້ງປະຕິບັດ
92% of companies plan to invest more in gen AI over the next 3 years. 1% believe their investment have reached maturity.
Superagency: By the number – McKinsey & Company

- ອົງກອນເຖິງ 92% ມີແຜນທີ່ຈະລົງທຶນໃນປັນຍາປະດິດ, ແຕ່ມີພຽງ 1% ທີ່ປະເມີນຕົນເອງວ່າ ສາມາດນຳໃຊ້ປັນຍາປະດິດເຂົ້າໃນຂະບວນການເຮັດວຽກຢ່າງເຕັມປະສິດທິພາບ ແລະ ສາມາດໃຫ້ຜົນລັບທີ່ກ້າວກະໂດດ ເອີ້ນວ່າ AI Maturity.
- ຜູ້ນຳອົງກອນປະເມີນການນຳໃຊ້ປັນຍາປະດິດຕ່ຳເກີນໄປ: ຜູ້ບໍລິຫານ 99% ບອກວ່າ ພວກເຂົາໄດ້ຍິນຄຳ ແລະ ຄຸ້ນເຄີຍກັບຄຳວ່າ AI, ແຕ່ມີພຽງ 4% ທີ່ເຊື່ອວ່າພະນັກງານຂອງຕົນເອງໃຊ້ AI ໃນການຊ່ວຍເຮັດວຽກ 30% ຂອງໜ້າວຽກປະຈຳວັນ. ໃນຂະນະທີ່ຄວາມເປັນຈິງແລ້ວ ພະນັກງານໃຊ້ປັນຍາປະດິດຫຼາຍກວ່າຜູ້ບໍລິຫານເຖິງ 3 ເທົ່າ.
ຈຸດຕິດຂັດ ອາດຢູ່ທີ່ ຫົວໜ້າ ຫຼື ຜູ້ນຳອົງກອນ
Employees are ready for AI; now leaders must step up (ແປລາວ: ພະນັກງານພ້ອມແລ້ວກັບ AI; ຫົວໜ້ານິລະ ທີ່ຕ້ອງກຽມນຳທີມ)
Chapter 2. Superagency in the workplace: Empowering people to unlock AI’s full potential

- ຫຼື ອີກໄນຍະໜຶ່ງກໍຄື ພະນັກງານມີຄວາມຄຸ້ນເຄີຍ ແລະ ສາມາດໃຊ້ Gen AI ໃນວຽກຂອງຕົນເອງຄ່ອງກວ່າຜູ້ບໍລິຫານເສຍອີກ, ແປວ່າ ຫົວໜ້າ ຫຼື ຜູ້ບໍລິຫານ, ຜູ້ນຳອົງກອນ ຕ້ອງໄດ້ປັບໂຕ ພ້ອມທັງສະໜັບສະໜູນໃຫ້ພະນັກງານ ໄດ້ຮັບການເຝິກອົບຮົມການນຳໃຊ້ໃຫ້ຖືກຈຸດ ແລະ ໄດ້ປະສິທິຜົນ.
- ພະນັກງານພ້ອມ, ຫົວໜ້າອາດບໍ່ພ້ອມ: 47% ຂອງພະນັກງານ ຄາດການວ່າ A.I ຈະມາທົດແທນ 30% ຂອງປະລິມານໜ້າວຽກ, ໃນຂະນະທີ່ ຜູ້ບໍລິຫານມີພຽງ 20% ທີ່ຄິດແບບນັ້ນ.
- ຄົນຍຸກ Millennials (Gen Y – ເກີດລະຫວ່າງປີ 1981-1996) ແມ່ນກຸ່ມຄົນທີ່ຊ່ຽວຊານດ້ານ AI ທີ່ສຸດໃນບັນດາເຈນຕ່າງໆ, ແລະມັກຈະເປັນກຸ່ມຄົນທີ່ນຳພາໃຫ້ເກີດການນຳໃຊ້ຕ່າງໆ ພ້ອມ. 62% ໃນກຸ່ມຄົນທີ່ມີອາຍຸ 35-44 ປີ ມີລາຍງານວ່າ ມີຄວາມຊ່ຽວຊານດ້ານ AI ສູງ, ທຽບກັບ ຄົນຍຸກ Baby boomers (ເກີດລະຫວ່າງປີ 1946-1964) ທີ່ມີພຽງ 22%.
- ເກືອບເຄິ່ງໜຶ່ງຂອງພະນັກງານ ຕ້ອງການການເຝິກອົບຮົບດ້ານ AI ທີ່ເປັນທາງການ, ແລະຍັງມີເຖິງ 1 ໃນ 5 ສ່ວນ ຮູຸ້ສຶກໄດ້ຮັບການສະໜັບສະໜູນໜ້ອຍຫຼາຍ ຈົນເຖິງບໍ່ໄດ້ຮັບການສະໜັບສະໜູນເລີຍ.
ຄວາມໄວ vs. ຄວາມປອດໄພ
Soon after the first automobiles were on the road, there was the first car crash. But we didn’t ban cars—we adopted speed limits, safety standards, licensing requirements, drunk-driving laws, and other rules of the road. (ແປລາວ: ຕັ້ງແຕ່ເຮົາມີລົດຄັນທຳອິດເກີດຂຶ້ນ, ແນ່ນອນ ມັນກໍຈະມີ ອຸບັດຕິເຫດຈາກລົດຄັ້ງທຳອິດ ເກີດຂຶ້ນຕາມມາເຊັ່ນກັນ. ແຕ່ເຮົາກໍບໍ່ໄດ້ແບນລົດ ບໍ່ໃຫ້ໃຊ້ລົດຕໍ່—ພວກເຮົາປັບປຸງກົດ, ມີການກຳນົດຄວາມໄວ, ສ້າງມາດຕະຖານດ້ານຄວາມປອດໄພ, ການອອກໃບອະນຸຍາດ, ກົດໝາຍຫ້າມເມົາແລ້ວຂັບ, ແລພ ກົດລະບຽບທາງທ້ອງຖະໜົນອື່ນໆ ຕາມມາ)
Bill Gates, cofounder of Microsoft

- ຫົວໜ້າ ຫຼື ຜູ້ບໍລິຫານ ເຫັນດີວ່າ AI ຕ້ອງໄດ້ຮັບການຈັດຕັ້ງປະຕິບັດໃຫ້ໄວທີ່ສຸດ, ແຕ່ 47% ຂອງລະດັບຜູ້ບໍລິຫານ ກໍຍັງມີຄວາມກັງວົນເລື່ອງການພັດທະນາໃນອົງກອນທີ່ຫຼ້າຊ້າ ດ້ວຍຄວາມຫຼຸດໂຕນຂອງທັກສະໃນຄົນເຮັດວຽກມີສູງ (Talent Skill gaps).
- 50% ຂອງພະນັກງານ ຮູ້ສຶກກັງວົນ ແລະ ຢ້ານ ໃນເລື່ອງຄວາມຖືກຕ້ອງແນ່ນອນຂອງຂໍ້ມູນຈາກ AI ລວມໄປເຖິງ ຄວາມສ່ຽງ-ຄວາມປອດໄພທາງໄຊເບີ (cybersecurity) ນຳອີກ ເຊັ່ນຖືກແຮັກລັກຂໍ້ມູນ, ຖືກປອມແປງຕົວຕົນ. ແຕ່ພະນັກງານສ່ວນໃຫຍ່ເອງ ກໍຍັງເຊື່ອວ່າ ອົງກອນທີ່ຕົນເອງຢູ່ສາມາດຈັດຕັ້ງປະຕິບັດໃຫ້ມັນປອດໄພໄດ້ດີກວ່າບໍລິສັດຄູ່ແຂ່ງ.
- ການກຳກັບດູແລເບິ່ງແຍງປັນຍາປະດິດ ຫຼື AI governance ຕ້ອງມີການຊັ່ງຊາຄວາມສົມດຸນລະຫວ່າງ ນະວັດຕະກຳ ໄປພ້ອມກັບ ຈັນຍາບັນ, ຄວາມປອດໄພ, ແລະ ຕ້ອງໃຫ້ແນ່ໃຈວ່າຂະບວນການມີຄວາມໂປ່ງໃສ (transparent) ແລະ AI ສາມາດໃຫ້ຂໍ້ມູນທີ່ບໍ່ລຳອຽງ ຫຼື ມີອັກຄະຕິ (bias-free AI models).
ແລະນັ້ນກໍເປັນ ຂໍ້ສະຫຼຸບຈາກລາຍງານຂອງ McKinsey ສະບັບປີ 2025 ໃນຫົວຂໍ້ Superagency in the workplace: Empowering people to unlock AI’s full potential – ສຸດຍອດທ່າແຮງໃນບ່ອນເຮັດວຽກ : ສົ່ງເສີມໃຫ້ຜູ້ຄົນປົດລັອກສັກກະຍະພາບທັງໝົດຂອງປັນຍາປະດິດ. ຫວັງວ່າບົດຄວາມນີ້ຈະເປັນປະໂຫຍດກັບທຸກທ່ານ, ຂອບໃຈທີ່ອ່ານ ແລະ ຝາກຕິດຕາມງານຂຽນ ງານຄອນເທັນ ຂອງພວກເຮົາໃນທຸກຊ່ອງທາງ ບໍ່ວ່າຈະເປັນ ເວັບໄຊຕ໌ muan.space, Facebook Page, IG, YouTube ແລະ TikTok ໃນນາມ ມ່ວນ Muan. Cheers! ☕
ການນຳໃຊ້ປັນຍາປະດິດ ຫຼື AI ເຂົ້າໃນການເຮັດວຽກ, ປັນຍາປະດິດໃນການເຮັດວຽກ, Gen AI, ພະນັກງານນຳໃຊ້ AI ເຂົ້າໃນການເຮັດວຽກ
ບົດລາຍງານ Superagency in the workplace: Empowering people to unlock AI’s full potential January 28, 2025 | Report
#MuanSpecialty #WorkingTips #AI #ປັນຍາປະດິດ #GenAI #ບໍລິຫານ #ບົດລາຍງານ #McKinsey