ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips ຕ້ອງຈາກລາແນວໃດໃຫ້ຮູ້ສຶກເຈັບໜ້ອຍກວ່າໃນອະດີດ?
Muan RelationTips

ຕ້ອງຈາກລາແນວໃດໃຫ້ຮູ້ສຶກເຈັບໜ້ອຍກວ່າໃນອະດີດ?

ແບ່ງປັນ

ຕອນທີ່ເຮົາອາຍຸຍັງນ້ອຍ ເຮົາເຂົ້າໃຈວ່າຄົນອ້ອມໂຕເຮົາຈະຢູ່ນຳເຮົາໄປຕະຫຼອດ ຈົນລືມຄິດເຖິງ “ການຈາກລາ” ຈົນກະທັ້ງເລີ່ມໄດ້ຮູ້ຈັກຄົນຫຼາຍຂຶ້ນຈົນເຈິເຫດການ ໝູ່ສະໜິດຍ້າຍໄປຮຽນບ່ອນໃໝ່ ຫຼື ສັດລ້ຽງແສນຮັກໄດ້ເສຍ ຫຼື ຕາຍໄປ ເຮົາຈຶ່ງໄດ້ຮູ້ເຖິງລົດຊາດຂອງການຈາກລາເປັນຄັ້ງທຳອິດ.

ຫຼັງຈາກນັ້ນ ແນ່ນອນວ່າ ເຮົາຈະໄດ້ພົບກັບການຈາກລາອີກຫຼາຍຄັ້ງ ແລະ ຫຼາຍຮູບແບບ ບໍ່ວ່າຈະເປັນ ເລີກລາກັບແຟນ, ຍ້າຍບ່ອນຢູ່, ຄົນໃນຄອບຄົວຈາກໄປໂດຍບໍ່ມີວັນກັບມາ ເຮັດໃຫ້ເຂົ້າໃຈວ່າ ການປ່ຽນແປງເກີດຂຶ້ນໄດ້ຕະຫຼອດເວລາ ແລະ ບໍ່ມີໃຜທີ່ຢູ່ຄຽງຂ້າງເຮົາໄປຕະຫຼອດ ນອກຈາກໂຕເຮົາເອງ. ເຖິງວ່າເຮົາຈະພົບກັບການຈາກລາຫຼາຍຄັ້ງແລ້ວກໍຕາມ ແຕ່ນັ້ນກໍບໍ່ແມ່ນວ່າເຮົາຈະຄຸ້ນເຄີຍກັບມັນ ເມື່ອມັນເກີດຂຶ້ນອີກຄັ້ງ ຄວາມເຈັບປວດກໍບໍ່ໄດ້ໜ້ອຍລົງເລີຍ.

ນັກບຳບັດຈິດຊື່ ເອຟ. ໄດແອນ ບາດ ໄດ້ແນະນຳ 5 ວິທີຊ່ວຍໃຫ້ການຈາກລາເຈັບປວດໜ້ອຍລົງໃນບົດຄວາມ ‘5 Ways to Make Goodbye Less Painful’. ມີຫຍັງແດ່ນັ້ນ ໄປອ່ານພ້ອມກັນເລີຍ.

1. ຍອມຮັບຄວາມຮູ້ສຶກທີ່ຫຼາກຫຼາຍ

ເຮົາອາດຈະຮູ້ສຶກຕື່ນເຕັ້ນເວລາໄດ້ເຮັດຫຍັງໃໝ່ໆ, ຮູ້ສຶກເສົ້າເມື່ອບໍ່ໄດ້ພົບກັບຄົນທີ່ຮັກ, ສັດລ້ຽງ ຫຼື ຄອບຄົວເປັນເວລາຫຼາຍປີ ແລະ ອາດຈະກັງວົນເມື່ອຮູ້ສຶກບໍ່ໝັ້ນໃຈກັບອະນາຄົດໂຕເອງ. ການມີຄວາມຮູ້ສຶກທີ່ຫຼາກຫຼາຍເປັນເລື່ອງທີ່ປົກກະຕິຂອງຄົນເຮົາ ສະນັ້ນເຮົາຄວນຮັບຮູ້ ແລະ ມີພື້ນທີ່ໃຫ້ກັບຄວາມຮູ້ສຶກເຫຼົ່ານັ້ນ ເຊິ່ງຈະຊ່ວຍໃຫ້ເຮົາຜ່ານໄລຍະເວລາທີ່ເຈັບປວດໄປໄດ້.

2. ເຊື່ອໃນໂຕເອງວ່າບໍ່ໄດ້ຕັດສິນໃຈຜິດ

ການທີ່ເຮົາຮູ້ສຶກເສົ້າ ຫຼື ກັງວົນກັບການປ່ຽນແປງ ບໍ່ໄດ້ແປວ່າເຮົາເລືອກເດີນທາງຜິດ. ຫຼາຍຄັ້ງການທີ່ເຮົາຢາກຮັບໂອກາດດີໆ ກໍອາດເລີ່ມດ້ວຍການເສັ້ນທາງທີ່ຍາກລຳບາກ ດ້ວຍການບອກລາສິ່ງທີ່ເຄີຍເຮັດມາຕະຫຼອດ. ຍົກຕົວຢ່າງ ການເລີກກັບແຟນທີ່ຢູ່ນຳກັນແລ້ວມີແຕ່ບັນຫາ ຫຼື ຄວາມທຸກໃຈ. ການຈາກກັນໄປເຕີບໂຕ ອາດເປັນຫົນທາງທີ່ດີທີ່ສຸດ ນັ້ນບໍ່ໄດ້ແປວ່າເຮົາຕັດສິນໃຈຜິດ.

3. ລະບາຍອາລົມອອກມາ

ເຮົາມັກຈະຕອບວ່າເຮົາໂອເຄ ເວລາທີ່ມີຄົນມາຖາມວ່າເຮົາຮູ້ສຶກແນວໃດ. ທັງນີ້ກໍເພື່ອຮັກສາມາລະຍາດ ແລະ ຊິນເຄີຍ. ແຕ່ເທື່ອນີ້ ໃນຕອນທີ່ເຮົາຕ້ອງຈາກລາ, ເຮົາກໍຕ້ອງໄດ້ບອກໄປຕາມຄວາມຈິງວ່າເຮົາຮູ້ສຶກແນວໃດ ສື່ສານອາລົມອອກໄປໃຫ້ເປັນຮູບເປັນຮ່າງ ອາດຈະດ້ວຍການຂຽນ ຫຼື ເລົ່າໃຫ້ຄົນທີ່ໄວ້ໃຈຟັງ. ນີ້ຊ່ວຍໃຫ້ເຮົາເຂົ້າໃຈເລື່ອງລາວໄດ້ດີຂຶ້ນ ແລະ ອາລົມເບົາລົງ. ພ້ອມນີ້ການສະແດງຄວາມອ່ອນແອໃຫ້ອີກຝ່າຍເຫັນ ຊ່ວຍໃຫ້ຄວາມສຳພັນແໜ້ນແຟ້ນຂຶ້ນ.

ອ່ານຕື່ມ:  ບາງເທື່ອເນື້ອຄູ່ບໍ່ໄດ້ມາເປັນແຟນແຕ່ມາເປັນ "ໝູ່" 5 ສັນຍານທີ່ບົ່ງບອກວ່າຄົນນີ້ແຫຼະ "ເນື້ອຄູ່"

4. ໃຫ້ເວລາໂຕເອງໄດ້ຕຶກຕອງ

ລອງໃຫ້ເວລາໂຕເອງໄດ້ຕຶກຕອງໃຫ້ດີໃນທຸກໆດ້ານ ກ່ອນທີ່ຈະເຮັດຫຍັງລົງໄປ. ຕົວຢ່າງ: ເຮົາຢາກອອກຈາກວຽກທີ່ເຮັດໃຫ້ເຮົາທຸກໃຈ ພໍຮອດຕອນຈະຈາກລາກໍພ້ອມຈະໄປແບບບໍ່ເຫຼືອເຍື່ອໃຍ ພ້ອມທີ່ຈະເວົ້າບໍ່ດີ ຫຼື ກະແທກປະຕູຫັນຫຼັງຍ່າງໜີທັນທີ. ແຕ່ໃຜຈະຮູ້ວ່າ ມື້ໜຶ່ງເຮົາອາດຈະໄດ້ກັບມາຮ່ວມງານກັບບໍລິສັດເກົ່າ ຫຼື ເພື່ອນຮ່ວມງານເກົ່າອີກ? ປະສົບການທີ່ເຮົາໄດ້ຮັບໃນບ່ອນນີ້ກໍອາດຈະມີບົດຮຽນທີ່ດີຢູ່ນຳ ຈາກກັນດ້ວຍດີຈະດີກວ່າວ່າບໍ່?

5. ໃນເວລາໂຕເອງໃນການປັບໂຕ

ການຈາກລາປະເພດທີ່ເຈັບປວດຫຼາຍ ເຊັ່ນ: ການສູຍເສຍຄົນທີ່ເຮົາຮັກ ຫຼື ການຈົບຄວາມສຳພັນ ມັກຈະເຮັດໃຫ້ເຮົາກັບໄປເບິ່ງອະດີດໃນແບບທີ່ຜິດໄປຈາກຄວາມຈິງ. ເປັນຕົ້ນວ່າຄວາມສຳພັນທີ່ເປັນພິດສຸດໆ ແລະ ເຮົາເຄີຍຕ້ອງຮ້ອງໄຫ້ເພາະແຟນເກົ່າຫຼາຍເທື່ອ ແຕ່ພໍເລີກກັນເຮົາຊໍ້າພັດເບິ່ງເຫັນແຕ່ຂໍ້ດີເຕັມໄປໝົດ. ຄວາມເສຍໃຈທີ່ມາຈາກການຈາກລາເຮັດໃຫ້ເຮົາສົງໄສໃນການຕັດສິນໃຈຂອງຕົວເອງ.

ແມ່ນຢູ່ວ່າ ຕອນທຳອິດມັກຈະຍາກ ເຮົາອາດຈະບໍ່ໄດ້ຕື່ນມາ ແລະ ຮູ້ສຶກດີຂຶ້ນມາທັນທີທັນໃດໃນມື້ໂັດໄປ, ແຕ່ບໍ່ໄດ້ໝາຍຄວາມວ່າເຮົາຈະຮູ້ສຶກເສົ້າຢູ່ແບບນັ້ນຕະຫຼອດໄປກ ດັ່ງນັ້ນເຮົາຕ້ອງໃຈດີ ແລະ ໃຫ້ເວລາຕົວເອງໃນການປັບໂຕແດ່. ມື້ໜຶ່ງທຸກຢ່າງຈະລົງໂຕແນ່ນອນ.

ການຈາກລາເປັນເລື່ອງຍາກກໍແມ່ນຄວາມຈິງ, ແຕ່ການເລືອກທີ່ຈະບໍ່ສ້າງຄວາມຊົງຈຳໃໝ່ໆເລີຍ ເພາະຢ້ານຄວາມເຈັບປວດນັ້ນ ຟັງເບິ່ງເປັນເລື່ອງໜ້າເສຍດາຍຢ່າງຍິ່ງ. ຈະດີກວ່າບໍຫາກເຮົາໃຊ້ 5 ວິທີນີ້ຮັບມື ຢ່າງການໃຫ້ເວລາຕົວເອງ, ເບິ່ງການຈາກລາໃນຖານະບົດຮຽນທີ່ດີ ແລະຄ່ອຍໆ ຢຽວຢາຕົວເອງຈົນກັບມາຮູ້ສຶກດີອີກຄັ້ງ?

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ
Muan RelationTips

Doorway Effect: ຍ່າງຜ່ານປະຕູແລ້ວລືມເລື່ອງທີ່ຄິດ ຊວນເຂົ້າໃຈການຈັດລະບຽບຂອງສະໝອງ

ເຄີຍຍ່າງຜ່ານປະຕູແລ້ວລືມເລື່ອງທີ່ຈະເຮັດບໍ່? ທຳຄວາມເຂົ້າໃຈກັບ Doorway Effect ແລະ ວິທີທີ່ສະໝອງຈັດລະບຽບຄວາມຈຳໃນຊີວິດປະຈຳວັນ. ຊວນຮູ້ຈັກທິດສະດີ Doorway Effect ແລະ 3 ວິທີແກ້ໄຂງ່າຍໆ

Muan RelationTips

Trust Issues: ບັນຫາທີ່ເກີດຈາກຄວາມບໍ່ໄວ້ວາງໃຈເຮັດໃຫ້ຮັກເຈັບປວດ

ບັນຫາທາງຈິດໃຈທີ່ເຮັດໃຫ້ບໍ່ສາມາດໄວ້ວາງໃຈໃຜໄດ້ ມັກເກີດຈາກການຖືກທຳຮ້າຍທາງຈິດໃຈໃນອະດີດ ເຊິ່ງສົ່ງຜົນຕໍ່ຄວາມຄິດ, ອາລົມ ແລະ ພຶດຕິກຳໃນປັດຈຸບັນ.

Muan RelationTips

ຄວາມໝັ້ນໃຈສ້າງໄດ້: Self-Efficacy Theory ກຸນແຈສູ່ການສ້າງສະເໜ່ທີ່ດຶງດູດໃຈ

ຄວາມໝັ້ນໃຈບໍ່ໄດ້ເກີດຂຶ້ນທັນທີ ແຕ່ມາຈາກການຝຶກຝົນແລະການສ້າງຄວາມເຊື່ອໝັ້ນໃນໂຕເອງຢ່າງຕໍ່ເນື່ອງ. ເມື່ອເຮົາໝັ້ນໃຈໃນໂຕເອງ, ເຮົາຈະສົ່ງສະເໜ່ ແລະ ພະລັງງານບວກໃຫ້ກັບຄົນອ້ອມຂ້າງ ສະນັ້ນ, ສິ່ງນີ້ກໍຈະເຮັດໃຫ້ເຮົາເປັນທີ່ຈື່ຈຳ ແລະ ຊວນໃຫ້ປະທັບໃຈໃນສາຍຕາຂອງຄົນອື່ນ.

Muan RelationTips

ຮັກແບບນີ້ປົກກະຕິບໍ່? ໄຂທິດສະດີທີ່ຈະຊ່ວຍເລື່ອງຄວາມສຳພັນໃຫ້ດີຂຶ້ນ

ທິດສະດີຄວາມຜູກພັນ (Attachment Theory) ແມ່ນການອະທິບາຍຮູບແບບຄວາມສຳພັນຂອງມະນຸດ ທີ່ແບ່ງອອກເປັນ 4 ຮູບແບບ: ໝັ້ນຄົງ, ກັງວົນ, ຫຼີກໜີ ແລະ ຢ້ານຄວາມຜູກພັນ....

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.