ໜ້າຫຼັກ Muan.la - ສາລະບັນເທີງ Muan Listen - ມ່ວນຊວນຟັງ ຈະເຮັດແນວໃດ ຖ້າເຈົ້າໄປຮັກ ຄົນທີ່ບໍ່ໄດ້ຕ້ອງການຄວາມຮັກ? ຊວນຟັງເພງ 404 ຂອງ ຕານຸ ວັນນະສິນ
Muan Listen - ມ່ວນຊວນຟັງ

ຈະເຮັດແນວໃດ ຖ້າເຈົ້າໄປຮັກ ຄົນທີ່ບໍ່ໄດ້ຕ້ອງການຄວາມຮັກ? ຊວນຟັງເພງ 404 ຂອງ ຕານຸ ວັນນະສິນ

ຊວນຟັງ “404” ຂອງ ຕານຸ ວັນນະສິນ ເພງທີ່ຊວນຄິດວ່າ ຄວາມຮັກທີ່ບໍ່ຖືກຕອບສະໜອງ ຄວນຢູ່ຕໍ່ ຫຼືຖອຍອອກມາ?

ແບ່ງປັນ

ຖ້າເຮົາມີຄວາມສຳພັນກັບຄົນໆໜຶ່ງ ແຕ່ຄົນຜູ້ນັ້ນພັດບໍ່ໄດ້ຕ້ອງການທີ່ຈະກ້າວຂ້າມຜ່ານໄປເປັນຄວາມສຳພັນແບບ “ຄວາມຮັກ” ເຮົາຄວນຖອຍອອກມາ ຫຼື ເຮັດແນວໃດຕໍ່? ເພງ 404 ໃນອາລະບຳ The Rythmarries ຂອງ ຕານຸ ວັນນະສິນ ມີຄຳຕອບ.

ທີ່ຈິງເພງນີ້ປ່ອຍອອກມາໄດ້ໄລຍະໜຶ່ງແລ້ວ ແຕ່ເຮົາຫາກໍໄດ້ຟັງ ເລີຍຢາກມາຊວນທຸກໆຄົນຟັງນຳກັນ.

ແຕ່ກ່ອນຈະໄປເຂົ້າເລື່ອງຂອງເນື້ອເພງ ຫຼາຍຄົນອາດສົງໄສວ່າ 404 ແມ່ນອີ່ຫຍັງອີກລະນິ? ມັນແມ່ນລະຫັດລັບ? ຫຼື ອີ່ຫຍັງກັນແທ້?

ນີ້ບໍ່ແມ່ນຄັ້ງທຳອິດທີ່ ຕານຸ ວັນນະສິນ ຕັ້ງຊື່ເພງເປັນໂຕເລກ ເພາະໃນອາລະບຳກ່ອນໜ້ານີ້ Aftergrow ມີເພງທີ່ເປັນໂຕເລກ ຊື່ວ່າ 11:55 ເຊິ່ງເດົາໄດ້ບ່ຍາກວ່ານີ້ເປັນເລກໂມງ.

ກັບມາຄັ້ງນີ້ ເຮົາຄິດວ່າ ຕານຸ ໄດ້ອັບເລເວລຂຶ້ນອີກ ໂດຍການເລົ່າເລື່ອງຄວາມສຳພັນໃນອີກແງ່ມຸມໜຶ່ງ ທີ່ເຮົາບໍ່ຄ່ອຍມັກເວົ້າເຖິງ ແຕ່ມັນມີຢູ່ຈິງ. ຟັງຜິວເຜີນ ອາດຈະເບິ່ງຄືເປັນເພງກ່ຽວກັບຄວາມຕ້ອງການຂອງສອງຄົນບໍ່ຄືກັນຊື່ໆ ເຮັດໃຫ້ມັນໄປກັນບໍ່ໄດ້ ແຕ່ເຮົາຄິດວ່າໃນເພງ 404 ນີ້ມັນມີຫຍັງຫຼາຍກວ່ານັ້ນ.

ເພາະມັນຄືຄວາມສຳພັນທີ່ບໍ່ສາມາດກ້າວຂ້າມໄປເປັນຄວາມຮັກໄດ້.  ເພງນີ້ອາດບອກເລົ່າຄວາມຕ້ອງການທີ່ອີກຝ່າຍຢາກກ້າວຂ້າມ “ສິ່ງນັ້ນ” ແຕ່ກໍຖືກຕີຕົກ.

ຂ້າງລຸ່ມນີ້ແມ່ນການວິເຄາະຂອງຜູ້ຂຽນເອງ. ໃຜທີ່ຍັງບໍ່ທັນໄດ້ຟັງ ແລະ ຢ້ານວ່າຂໍ້ຄວາມຕໍ່ໄປນີ້ຈະເຮັດໃຫ້ອາລົມໃນການຟັງເພງຫາຍໄປ ກໍລອງໄປຟັງເພງກ່ອນ ແລ້ວຄ່ອຍກັບມາອ່ານກໍໄດ້ເດີ້.

ຈາກດົນຕີ ສິ່ງທຳອິດທີ່ຜຸດຂຶ້ນມາໃນຫົວຫຼັງຈາກໄດ້ຍິນແມ່ນ ມັນຄືມີຄວາມ sexy ແທ້? ຮະຮະ. ອາລົມຂອງດົນຕີມັນພາໄປທາງນັ້ນ ບວກກັບເນື້ອເພງເອງທີ່ນຳພາໃຫ້ເຮົາຄິດວ່ານີ້ເປັນເລື່ອງລາວທີ່ເກີດຂຶ້ນໃນພື້ນທີ່ໜຶ່ງ ທີ່ຄົນສອງຄົນມາເຈິກັນ.

ໂດຍສະເພາະໃນວັກ “ເຈົ້າຕ້ອງການຄວາມຮັກ ຂ້ອຍຕ້ອງການສິ່ງນັ້ນ” ທີ່ເຮັດໃຫ້ເຮົາຄິດຕາມວ່າ “ສິ່ງນັ້ນ” ມັນແມ່ນຫຍັງ ແລະ ເມື່ອຟັງໄປເລື້ອຍໆ ເຮົາກໍຈະຄ່ອຍໆໄດ້ຄຳຕອບວ່າເພງນີ້ກຳລັງຕ້ອງການສື່ເຖິງຫຍັງ.

ມັນຊວນໃຫ້ເຮົາຄິດໄປວ່າ ຕານຸ ກຳລັງພາເຮົາໄປສຳຫຼວດຄວາມສຳພັນແບບ FWB.

ເປັນຫຍັງເຮົາຈຶ່ງຄິດແບບນັ້ນ? ຈາກວັກທີ່ເຮົາເວົ້າໄປຂ້າງເທິງວ່າ ອີກຄົນຕ້ອງການຄວາມຮັກ ແຕ່ອີກຄົນຕ້ອງການ “ສິ່ງນັ້ນ” ແລະ ວັກ “ແຕ່ທຸກຄັ້ງທີ່ເຈົ້າບອກລາ ຂ້ອຍເສຍໃຈ, ແລະ ທຸກຄັ້ງທີ່ເຈົ້າກັບມາ ທຸກຢ່າງກັບມາມີຄວາມໝາຍ” ຍິ່ງຕອກຢໍ້າວ່າ ໃນຄວາມສຳພັນນີ້ ພວກເຂົາສອງຄົນບໍ່ໄດ້ຫາກໍມາເຈິກັນ ແຕ່ມີການພົບ ການຈາກ ແລະ ການກັບມາພົບກັນໃໝ່ຊໍ້າໄປຊໍ້າມາ ໂດຍທີ່ບໍ່ໄດ້ມີ ຄວາມຮັກ ເປັນແກນກາງ

ອ່ານຕື່ມ:  ລວມເພງລາວທີ່ອອກໃໝ່ ເດືອນກຸມພາ 2025

ຖ້າໃຫ້ຕີຄວາມຄວາມສຳພັນຂອງສອງຄົນນີ້ ຄິດວ່າມັນອາດຈະເປັນ “FWB”.

FWB ແມ່ນຫຍັງອີກລະ? ມັນຄືຄຳຫຍໍ້ຂອງ Friend with Benefits ທີ່ເປັນຮູບແບບຂອງຄວາມສຳພັນທີ່ສອງຄົນມາພົົບກັນພຽງແຕ່ເພື່ອມີຄວາມສຳພັນທາງເພດເທົ່ານັ້ນ. ໃນເພງ 404 ນີ້ ເບິ່ງຄືວ່າອີກຝ່າຍໜຶ່ງຈະຕົກຫຼຸມຮັກອີກຝ່າຍ ທີ່ຕ້ອງການພຽງແຕ່ “ສິ່ງນັ້ນ” ທີ່ເຮົາຄິດວ່າ “ສິ່ງນັ້ນ” ມັນຄື ຄວາມສຳພັນທາງເພດ.

ແນ່ນອນວ່າ ດ້ວຍຄວາມຕ້ອງການ “ສິ່ງນັ້ນ” ພຽງຢ່າງດຽວ, ການທີ່ອີກຝ່າຍມາຕົກຫຼຸມຮັກ ໃນຄວາມສຳພັນແບບນີ້ ຈຶ່ງໄດ້ຄຳຕອບໄປຕັ້ງແຕ່ຕົ້ນເພງ ທີ່ເນື້ອຮ້ອງໄດ້ພະຍາຍາມດຶງສະຕິເອົາໄວ້ວ່າ “ລອງທົບທວນອີກຄັ້ງ ລອງຕັ້ງໃຈດີໆ. ຄິດໃຫ້ດີກວ່ານີ້ ກ່ອນທີ່ເຈົ້ານັ້ນຈະເຂົ້າມາ”

ສະນັ້ນ ຖ້າຈະຕອບຄຳຖາມທີ່ຕັ້ງໄປຕອນຕົ້ນວ່າ 404 ແມ່ນຫຍັງ? ຈາກການວິເຄາະມາທັງໝົດນັ້ນ ຈຶ່ງຄິດວ່າມັນເປັນ “ເລກຫ້ອງ” ເຊິ່ງເປັນພື້ນທີ່ລັບທີ່ທັງສອງນັ້ນມາພົບກັນ.

ແລະ ຖ້າຈະຕອບອີກຄຳຖາມທີ່ວ່າ ຈະເຮັດແນວໃດ ຖ້າເຈົ້າເກີດໄປຮັກ ຄົນທີ່ບໍ່ໄດ້ຕ້ອງການຄວາມຮັກ? ກໍລອງໄປຟັງເພງ 404 ແລ້ວຄິດວ່າຄຳຕອບຄົງຈະຢູ່ໃນນັ້ນແລ້ວ.

ເຂົາຕ້ອງການ “ສິ່ງນັ້ນ” ເທົ່ານັ້ນ.

ຂຽນໂດຍ
Chanthasone Insixiangmai -

ຄອນເທັນຄຣີເອເຕີຜູ້ມັກເອົາເລື່ອງຕ່າງໆທີ່ພົບມາໃນຊີວິດປະຈຳວັນມາເລົ່າຕໍ່ໃນຮູບແບບທີ່ເຂົ້າໃຈງ່າຍ. ມັກການຂຽນ, ການຖ່າຍຮູບ ແລະ Pop Culture

ບົດຄວາມທີ່ກ່ຽວຂ້ອງ

ແຣັບຈົນໄຟລຸກ Phoenix Boii ເລົ່າຄວາມເປັນຕົນເອງຜ່ານການແຣັບສຸດເດືອດໃນເພງ WDYS

WDYS (What Did You Say) ບໍ່ພຽງເປັນແຕ່ເພງ ແຕ່ມັນລວມເປັນໜຶ່ງໃນການເລົ່າເລື່ອງໃນຊີວິດຂອງ Phoenix Boii ທີ່ທຸກຄົນຈະໄດ້ເຫັນຜ່ານການສື່ສານໃນບົດເພງ.

ເຈົ້າເຄີຍຄິດຮອດໃຜຈົນຈະຂາດໃຈບໍ? “ຂາດໃຈ” ຈາກ Sack Cells ແລະ Sam Intharaphithak

ເມື່ອສອງນັກຮ້ອງໃນຕຳນານຂອງວົງການເພງລາວ, ສັກ ເຊວສ໌ ແລະ ແຊມ ອິນທະລາພິທັກ, ໄດ້ມາປະຊັນພະລັງສຽງກັນໃນບົດເພງໃໝ່ “ຂາດໃຈ”. ເຊິ່ງກໍມາໃນແນວ POP-ROCK ທີ່ເຕັມໄປດ້ວຍເນື້ອຫາ ເສົ້າຊຶ້ງ...

ມັນຄືຄວາມຮັກ ຫຼື ເຮົາສຳຄັນໂຕເອງຜິດໄປ? A Little Kindness ຮູບເງົາສັ້ນທີ່ກ້າເລົ່າເລື່ອງຄວາມຮັກຍິງ-ຍິງ ຈາກ MVIIZ

ຮູບເງົາສັ້ນ “A Little Kindness” ຈາກ MVIIZ ສະທ້ອນຄວາມຮັກໄວໃສ ຜ່ານມິດຕະພາບຂອງສອງຕົວລະຄອນຍິງ-ຍິງ ໃນແບບທີ່ບໍ່ເຄີຍມີມາກ່ອນ.

ເປັນຄືກັນບໍ່? ຢາກເຂົ້າສັງຄົມ ແຕ່ມັກການຢູ່ຄົນດຽວ – JUST” ກັບມາພ້ອມກັບເພງໃໝ່ LONER

ເປັນນັກຮ້ອງທີ່ເປັນຄົນລາວ ແຕ່ເນື້ອເພງຂອງລາວມັກມີພາສາອັງກິດມານຳ ແຕ່ລາວຊໍ້າພັດຢູ່ໃນສັງກັດຢູ່ໄທ ເອະ? ລາວຄົນນີ້ບໍ່ແມ່ນໃຜ ແຕ່ເປັນໜຸຸ່ມ JUST” ທີ່ໃນເທື່ອນີ້ລາວກັບມາພ້ອມກັບເພງໃໝ່ຂອງລາວ Loner ເຊິ່ງເປັນການ feature ກັບ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.