“ເຈົ້າຢ່າມາເຮັດໂຕໜ້າຮັກຢູ່ນີ້” lilfishyyy ສິລະປິນສະໄຕລ໌ R&B ສຸດ Cool ຈາກບ້ານ Huen Crew ທີ່ເປັນທີ່ຈັບຕາເບິ່ງອີກຄົນໜຶ່ງ, ໄດ້ປ່ອຍເພງໃໝ່ “Tell me ຫຼື ບອກມາ” ໂດຍໄດ້ lilg ມາຮ່ວມ ft. ດ້ວຍທຳນອງທີ່ມີເອກະລັກ, ສະໄຕລ໌ໃຫ້ຟິວອິນເຕີເບົາໆ. ເພງນີ້ໃຫ້ຟິລຮ້ອງເພງຈີບສາວ ແລະ...
ຫຼາຍໆຄົນຄົງຄຸ້ນເຄຍ ແລະ ຕ້ອງເຄີຍໄດ້ຟັງເພງຂອງນັກຮ້ອງສາວຄົນນີ້ “ນັດດາວ ທອນບັນດິດ”(Nutdao Thonebundit), ປັດຈຸບັນອາຍຸ 22 ປີ, ແຕ່ທຸກຄົນຮູ້ບໍ່ວ່າລາວບໍ່ໄດ້ພຽງແຕ່ຮ້ອງເພງ, ແຕ່ຍັງມີອາຊີບເປັນແມ່ຄ້ານຳອີກ, ຖືວ່າເປັນຄົນທີ່ບໍ່ເຄີຍຢຸດພັກ ແລະ ເຮັດຫຍັງຫຼາຍຢ່າງອີຫຼີ່. ອີກບົດບາດໜຶ່ງທີ່ບໍ່ເວົ້າເຖິງເລີຍແມ່ນບໍ່ໄດ້, ເພາະເປັນປະເດັນຫຼັກທີ່ມ່ວນຈະເລົ່າໃຫ້ຟັງສຳລັບມື້ນີ້ກໍຄື ການເປັນໜຶ່ງໃນນັກສະແດງ ສຸກໃຈ It’s Okay the series ຂອງນັດດາວ, ເຊິ່ງມັນໄດ້ມີຄວາມທ້າທາຍຫຼາຍເພາະໄດ້ຮັບບົດເປັນຄົນທີ່ມີສະພາວະອາການຂອງ ”Panic...
ມ່ວນໄດ້ພາສາວງາມລູກຊອດລາວ-ອັງກິດ ເຈົ້າຂອງຜົນງານເພງດ່ຽວ ”CLWM – ຮັກໄດ້ບໍ່” ເຊິ່ງຢາກບອກວ່າສາວນ້ອຍຄົນນີ້ພະລັງສຽງການຮ້ອງບໍ່ທຳມະດາເລີຍ ແລະ ຫຼ້າສຸດວິດີໂອການຮ້ອງໂຄເວີເພງຫວຽດຂອງລາວກໍກາຍເປັນໄວຣັສໂດ່ງດັງຢູ່ທີ່ຫວຽດນາມ. ມື້ນີ້ມ່ວນເລີຍພາມາລົມກັບລາວ ແລະ ບອກເລົ່າກ່ຽວກັບຜົນງານໃໝ່ໆເລື່ອງແຮງບັນດານໃຈຕ່າງໆ, ເພື່ອໃຫ້ໄດ້ມາທຳຄວາມຮູ້ຈັກກັນໃຫ້ຫຼາຍຂຶ້ນ ແລະ ທຸກຄົນຈະຕ້ອງຫຼົງຮັກກັນແນ່ນອນ. ລາວແມ່ນນັກຮ້ອງສາວສຽງຫວານ ແລະ ພະລັງສຽງມີເອກະລັກ ເຈນນີ ເບວລາ ແກ້ວມໍລະກົດ (Jenny Bella Keowmorlakot...
ໃຜເຄີຍແອບຮັກໃຜຈັກຄົນແລ້ວບໍ່ກ້າທີ່ຈະເວົ້າ ຫຼື ບອກອອກໄປແນ່? ເຮັດຫຍັງກໍບໍ່ໄດ້ ຕ້ອງທົນອຶດອັດຢູ່ຄົນດຽວແບບນີ້ ໄດ້ແຕ່ຟັງເພງເພື່ອຄິດວ່າຈະຊ່ວຍໃຫ້ສະບາຍໃຈ. ເພງ “ຮັກແຕ່ບໍ່ກ້າບອກ” ຂອງວົງ Yes ເພງເກົ່າທີ່ມີຄວາມໝາຍດີ ແລະ ຖ່າຍທອດຄວາມຮູ້ສຶກໄດ້ກົງກັບໃຈໃຜຫຼາຍຄົນ ດ້ວຍແນວເພງ Pop Ballads ທີ່ຖຶກອອກແບບມາໃຫ້ມີຄວາມໂຣແມນຕິກ ທີ່ເຂົ້າເຖິງອາລົມຂອງຜູ້ຟັງເຮັດໃຫ້ເພງໄດ້ຮັບຄວາມນິຍົມການນຳກັບມາຟັງໃໝ່ໄດ້ຕະຫຼອດ. ເປັນເພງທີ່ກ່ຽວກັບຄວາມຮັກທີ່ມີຕໍ່ໃຜຜູ້ໜຶ່ງ ແຕ່ບໍ່ກ້າເວົ້າອອກມາ ຫຼື ກ້າເປີດເຜີຍຄວາມຮູ້ສຶກນັ້ນ ເຊິ່ງເປັນສະຖານະການທີ່ໃຜຫຼາຍຄົນຕ້ອງເຄີຍມີຄວາມຮູ້ສຶກນີ້ມາກ່ອນ....
ເພງ Waiting ຫຼື ຖຽງນານ້ອຍຄອຍຊາຍ ຈາກ Saluna Ft. CØYA ເປັນເພງທີ່ເວົ້າເຖິງຄວາມຮັກຂອງສາວລາວຄົນໜຶ່ງທີ່ຍັງໝັ້ນຄົງໃນຮັກ ແລະ ຍັງລໍຖ້າຄົນຮັກຂອງລາວເປັນເວລາດົນເຖິງ 3 ປີ, ຢູ່ໃນໃຈຂອງລາວຍັງຄົງຄິດຮອດເວລາທີ່ໄດ້ໃຊ້ຮ່ວມກັນ ແລະ ນຶກເຖິງສັນຍາທີ່ຄົນຮັກໃຫ້ໄວ້. ແນວເພງກໍຈະແມ່ນການຮ້ອງ ແລະ ແຣັບທີ່ຜະສົມສຽງເພງພື້ນເມືອງລາວ ແລະ ຈັງຫວະ EDM. ເຮັດໃຫ້ເພງນັ້ນມີຄວາມແປກໃໝ່ໜ້າສົນໃຈ...
“ພຽງຢາກຈະຂໍ ໃຫ້ລົມຊ່ວຍພັດເຈົ້າມາ” ອາກາດເຢັນໆກັບລົມພັດຜ່ານມາເຮັດໃຫ້ເຮົາຄິດຮອດຄົນຮັກເກົ່າ, ມື້ນີ້ມ່ວນເລີຍຈະມາແນະນຳເພງໃໝ່ ຂອງສິນລະປິນ GX2 (P’Good Tslt) ເຈົ້າຂອງຜົນງານເພງດັງຂ້າມປະເທດ “ໃສ່ໃຈໄດ້ແຕ່ມອງ” ຖືວ່າເປັນຕຳນານເພງຮິດຂອງຄົນລາວ. ເຊິ່ງຕອນນີ້ຍອດວິວກໍໃກ້ຈະທະລຸ 200 ລ້ານວິວແລ້ວ ແລະ ຫຼ້າສຸດໃນວັນທີ່ 8 ກັນຍາ 2024, GX2 ກໍໄດ້ປ່ອຍຜົນງານເພງໃໝ່ອອກມາຄື “ວອນສາຍລົມ”. ໂດຍເນື້ອເພງ...
“ໄດ້ພົບເຈົ້າຄົນນີ້ເໝືອນຟ້າເປັນໃຈ ພຽງແຄ່ເອີ້ຍຂໍແຕ່ຜິດແຜນ ນີ້ກໍໂຄດທໍ້ ບໍ່ຮູ້ເຮັດແນວໃດນໍ້?” ເນື້ອຮ້ອງຈາກ Yes or No ເພງທີ່ສອງຈາກ M.VIIZ ທີ່ຫາກໍ່ປ່ອຍໃຫ້ໄດ້ຟັງກັນເລີຍສົດໆຮ້ອນໆ, ຫຼັງຈາກທີ່ພວກເຮົາໄດ້ລໍຖ້າຟັງກັນມາດົນ ແລະ ໃນທີ່ສຸດກໍ່ໄດ້ເບິ່ງ ແລະ ຟັງ. ໃນເນື້ອຫາຂອງເອັມວີແມ່ນໄດ້ເລົ່າເຖິງສາວໆ Mviiz ທີ່ໄດ້ຫຼົງຮັກໜຸ່ມ Pop ຂອງໂຮງຮຽນທີ່ສະແດງໂດຍ ກີ້ ນັກສະແດງຈາກ...
ອາທິດກ່ອນມ່ວນຊວນ Sip & Chill, ພໍມາອາທິດນີ້ກໍຈະມາຊວນເມົາອີກແລ້ວເດີ. ແຕ່ບໍ່ແມ່ນເມົາແອລກໍຮໍໃດ. ມ່ວນຈະຊວນມາ “ເມົາຄວາມເຈັບປວດ” ແທນ, ຟັງເພງໃໝ່ຈາກ SenJx ແລະ XXXVVIIV ທີ່ຈະພາທຸກຄົນມາດຳດິ່ງໄປກັບຄວາມຜິດຫວັງໃນຮັກຄັ້ງນີ້ກັນ. “ເມົາຄວາມເຈັບປວດ ຕຳຫຼວດສິຈັບກູບໍ່” ປະໂຫຍກທີ່ເວົ້າຢອກກັນໃນກຸ່ມໝູ່ເພື່ອນທີ່ກຳລັງສັງສັນກັນຢູ່ໃນຕູບແຫ່ງໜຶ່ງທີ່ໃຫ້ບັນຍາກາດຊິລໆສະບາຍໆໃນມື້ພັກຜ່ອນ ແລະ ໜຶ່ງໃນນັ້ນກຳລັງອົກຫັກຢູ່. ເພາະຜູ້ສາວໄດ້ໄປກັບຄົນໃໝ່ທີ່ດີກວ່າເມື່ອງປຽບທຽບກັບຕົວເອງແລ້ວນັ້ນບໍ່ມີດີເທົ່າເຂົາໄດ້, ຕ້ອງຄອຍຖ້າໃຫ້ຜູ້ສາວຄົນນັ້ນມາສົນໃຈ, ແຕ່ມັນຈະເປັນໄປໄດ້ບໍ່ລະ? ໃນເມື່ອເຂົາໄປກັບຄົນໃໝ່ແລ້ວ....
“ແສງດວງດາວຍັງສ່ອງປະກາຍເທິງຟ້າ ນຶກເຖິງວັນທີ່ກ່ອນຈະລາຈາກໄປ ຫາກຈະຂໍພອນໃຫ້ດາວເທິງຟ້າ ຊ່ວຍໂອບກອດເຈົ້າໃນຄືນທີ່ເສຍໃຈ (ກອດເຈົ້າໄວ້ໃນຄືນທີ່ອ່ອນໄຫວ)” ເພງເນຶ້ອຫາດີ ແລະ ທຳນອງມ່ວນຫູ, ມ່ວນຈຶ່ງຢາກນຳມາແຊຣ໌ໃຫ້ທຸກຄົນໄດ້ລອງຟັງນຳກັນໃນເພງ “ຈາກ (Depression)” ຮ້ອງໂດຍ J9INE ft. BUS TLN. ທັງສອງແມ່ນສິລະປິນໜ້າໃໝ່ຈາກ sunflow.official ແລະ ໃຜທີ່ຮູ້ສຶກວ່າກຳລັງເຈັບປວດກັບຄວາມຮັກ ແລະ ກຳລັງເສົ້າຢູ່ຕ້ອງລອງຟັງເພງນີ້ເລີຍເພາະມັນດິ່ງສຸດໆ. ເນື້ອຫາຂອງເພງແມ່ນໄດ້ເລົ່າເຖິງຄວາມເຈັບປວດທີ່ມັນສຸດທີ່ຈະທໍລະມານຈາກຄົນຮັກເກົ່າ,...
ເຈົ້າພໍເພງອົກຫັກຜູ້ມີສຽງທຸ້ມ ແລະ ເປັນເອກະລັກຢ່າງ STS73 ທີ່ເປັນສິລະປິນໃນດວງໃຈຂອງທັງຝັ່ງລາວ ແລະ ຝັ່ງໄທ, ຫຼ້າສຸດແມ່ນມີຜົນງານເພງຮ່ວມກັບ P.A.P BEAT BAND ນັກຮ້ອງຈາກຝັ່ງໄທ. ເນື່ອງຈາກວ່າ STS73 ເປັນທີ່ຮູ້ຈັກກັນດີໃນສາຍທີ່ມັກຟັງເພງລູກທຸ່ງ ແລະ ຍັງເປັນນັກຮ້ອງຍຸກໃໝ່ທີ່ໂດ່ງດັງດ້ວຍເພງທີ່ສ້າງຂຶ້ນມາເອງມາຕະຫຼອດ, ຈົນມາຮອດຊ່ວງທີ່ຄົນຟັງເພງຂອງສຸລິຫຼາຍໆກໍມີແຟນຄລັບຄົນໄທປາກົດໂຕຂຶ້ນມາຫຼາຍ. ເພງ ‘ແຄ່ພຽງຕ້ອງການ’ ຖືກປ່ອຍໃນວັນທີ 19 ມັງກອນທີ່ຜ່ານມາ...