Month: December 2024

163 ບົດຄວາມ

ໜ້າຮັກເກີນໄປແລ້ວ Mor Big-C ແຕ່ງເພງໃຫ້ສາວ ຊວນຟັງເພງ “ຫຼົງຮັກສາວຫຼວງພະບາງ”

ເມືອງຫຼວງພະບາງທີ່ໃຜໆກໍຕ້ອງຫຼົງໃຫຼໃນສະເໜ່ ແລະ ມັນໄດ້ລວມເຖິງໜຸ່ມຫຼໍ່ສຽງຫວານຄົນນີ້ Mor Bigc ຫຼື ໝໍບິກ ສິລະປິນຈາກ NewWave Music. MOR BIG-C ເຄີຍໄດ້ປ່ອຍຜົນງານເພງທຳອິດໃຫ້ໄດ້ຟັງກັນນັ້ນກໍຄື ເພງ ໂຄວິດນາຍທີນ ໃນປີ 2021 ຫຼັງຈາກນັ້ນກໍ່ໄດ້ຫ່າງຫາຍໄປດົນເກືອບ 3 ປີ, ປັດຈຸບັນກໍໄດ້ກັບມາພ້ອມກັບຜົນງານເພງໃໝ່ “ຫຼົງຮັກສາວຫຼວງພະບາງ” ທີ່ລາວນັ້ນໄດ້ແຕ່ງໃຫ້ຜູ້ຍິງຄົນໜຶ່ງຢູ່ຫຼວງພະບາງ...

ເກີດຊາດໜ້າກໍຈະຍັງຮັກເຈົ້າ ຟັງເພງ “ໝາຍຊາດ” ຈາກ May UNA

ມື້ນີ້ມ່ວນຈະຊວນມາຟັງເພງທີ່ມີຍອດວິວສູງເຖິງ 2 ລ້ານວິວ, ແນວລູກທົ່ງບ້ານນາທີ່ແຝງເລື່ອງລາວວິຖີຊີວິດ ແລະ ຄວາມເຊື່ອ. ເພງ “ໝາຍຊາດ” ຂອງ May Una ເປັນເພງທີ່ໄດ້ຖ່າຍທອດໃຫ້ເຫັນອາລົມອັນເລິກເຊິ່ງ ແລະ ມີຄວາມໝາຍກ່ຽວກັບເອກະລັກມໍລະດົກວັດທະນະທຳ. ດ້ວຍການປະສົມດົນຕີພື້ນເມືອງ ແລະ ດົນຕີອິນດີ້ສະໄໝໃໝ່, ປະກອບກັບສຽງຮ້ອງຫວານຊວນຝັນຂອງ May Una ແມ່ນໄດ້ຖ່າຍທອດອອກມາທັງເສົ້າ ແລະ ເຫງົາ....

ຂ້ອຍຫຼົງເຈົ້າແລ້ວ ຢາກໄດ້ເຈົ້າມາເປັນ “Gravity” ຟັງເພງຈາກ ຖິ່ນລຳພອນ

ເພງຂອງ Thinlamphone Mahavong ໄດ້ປ່ອຍອອກມາໃຫ້ໄດ້ຟັງແລ້ວເດີກັບເພງທີ່ມີຊື່ວ່າ “Gravity”. ຈັງຫວະຂອງສຽງດົນຕີໄດ້ເລີ່ມຂຶ້ນແມ່ນເຮັດໃຫ້ສະກົດຈົນໄດ້ຢຸດຟັງ ແລະ ການກັບມາຄັ້ງນີ້ແມ່ນມີກິ່ນອາຍຄວາມອິນເຕີປະສົມກັບຄວາມເປັນລາວຖືວ່າເຮັດໄດ້ດີ ແລະ ລົງຕົວສຸດໆ. ເພງນີ້ຍັງໄດ້ນັກຮ້ອງ-ນັກແຕ່ງເພງຢ່າງອ້າຍ ແຊມ ອິນທາຣາພິທັກ ເຈົ້າຂອງເພງດັງ “I’m Sorry, ບໍ່ມີວັນຈະໄດ້ຮັກກັນ ແລະ ເກັບໃຈໄວ້ໃຫ້ເຈົ້າ” ມາຊ່ວຍແຕ່ງ ແລະ ຮຽບຮຽງເມໂລດີ້. “ຕົກຂຸມຮັກ...

ເຈົ້າໄປບໍ່ລາຮູ້ບໍ່ຄົນຖ້າມັນເຈັບ ຟັງເພງ “ຮ້າຍ ແລະ ດີ” ຈາກ Sun Raccoon

ມ່ວນຢາກມາແຊຣ໌ໃຫ້ທຸກຄົນລອງຟັງເພງ “High Lady ຫຼື ຮ້າຍ ແລະ ດີ” ທີ່ຈະພາທຸກຄົນໄປຟັງເລື່ອງລາວສຸດຊ້ຳຈາກຜູ້ຊາຍຄົນນີ້ Sun Raccoon ລາວມີຄວາມຮັກທີ່ແສນເຈັບປວດ ແລະ ການລໍຖ້າຍິງສາວທີ່ຮັກ. “ບໍ່ຄິດຈະມີຮັກໃໝ່ ໃນໃຈຍັງມີເຈົ້າສະເໝີ” ເປັນເພງຮັກທີ່ບອກໄດ້ວ່າມັນເສົ້າ, ໂດຍນັກຮ້ອງໄດ້ເລົ່າເຖິງຄວາມຮັກທີ່ຍັງລືມຮັກເກົ່າບໍ່ໄດ້ ແລະ ຍັງຫວງຫາອາໄລອາວອນຫາຄົນຮັກທີ່ຈາກໄປໂດຍບໍ່ໄດ້ກ່າວຄຳລາ. ການນຶກເຖິງຄວາມສຸກ ແລະ ຄວາມສຳພັນທີ່ຜ່ານມາ. ແຕ່ກໍຍັງແຝງຄວາມອົບອຸ່ນທີ່ລາວໝັ້ນຄົງຕໍ່ຮັກ....

ຮັກນີ້ຈະເປັນແນວໃດ? ຟັງຄຳຕອບຜ່ານເພງ “ຮັກໄດ້ບບໍ່?” ຈາກ Jenny Bella

ເພງ ຮັກໄດ້ບໍ່? ຫຼື CLWM ຈາກ JENNY BELLA (Jenny Bella Keowmorlakot) ເປັນເພງຮັກທີ່ເຮັດໃຫ້ຮູ້ສຶກເຂີນຈົນໜ້າຮ້ອນກັນເລີຍ ແລະ ດ້ວຍເນື້ອເພງທີ່ມີຄວາມຊວນເຮັດໃຫ້ຫຼົງໄຫຼ ແລະ ເປັນຄຳຖາມທີ່ຊວນຄົນຮັກນັ້ນສ້າງຄວາມຊົງຈຳດີໆຂອງທັງສອງຄົນ ແລະ ຊວນມາຮັກກັນ. JENNY BELLA ສາວງາມລູກຊອດລາວ-ອັງກິດ ຄົນນີ້. ຍັງເຄີຍມີຜົນງານເພງມາກ່ອນຊື່ວ່າເພງ ຮັກອ້າຍສະເໝີ...

ຟັງເພງທີ່ມີສຽງຮ້ອງເປັນເອກະລັກສຳນຽງຫຼວງພະບາງ ໃນເພງ “ບ້ານເກີດ” LIL ROXZ ft. PHOENIBOII

ມື້ນີ້ມ່ວນມີເພງໃໝ່ມາໃຫ້ທຸກຄົນໄດ້ຟັງກັນອີກແລ້ວເດີ ແລະ ຢາກບອກວ່າເພງນີ້ແຣັບກັນຢ່າງດຸເດືອດສຸດໆ, ເປັນເພງຈາກກຸ່ມແຣັບເປີຈາກເມືອງມໍລະດົກໂລກຢ່າງ LITBOII. ຊວນຟັງເພງ “ບ້ານເກີດ” ຂອງ LIL ROXZ ທີ່ໄດ້ PHOENIBOII ມາຮ່ວມ Ft. ຟັງແຕ່ຊື່ຄົນຮ້ອງກໍຮູ້ແລ້ວວ່າເພງນີ້ເປັນເພງສະໄຕລ໌ Hip-Hop ທີ່ໄດ້ບອກຕົວຕົນ ແລະ ເອກະລັກຂອງຄົນຮ້ອງຢ່າງ LIL ROXZ ແລະ PHOENIBOII...

ຊວນຟັງສຽງຫວານໆຈາກສິລະປິນໜ້າໃໝ່ໃນເພງ Trust issues – Imel ft. Just” & gomen.

ຢາກຈະຮູ້ເຈົ້າເຮັດຫຍັງຢູ່? ຊວນຟັງສຽງຫວານໆຈາກສິລະປິນໜ້າໃໝ່ໃນເພງ Trust issues – Imel ft. Just” & gomen. ທຸກຄົນໄດ້ຟັງແລ້ວຫວາ? ເພງນີ້ມ່ວນຕິດຫູ ເລີຍຢາກຊວນມາຟັງເພງ Trust issues (ຄອຍຖາມ) ຂອງ Imel ທີ່ກຳລັງມາແຮງທັງໃນຍູທູບ ແລະ ຕິກຕ໋ອກ. ເພງນີ້ຍັງໄດ້ສິລະປິນຢ່າງ just”...

ເຮົາເຮັດທຸກມື້ນີ້ໄປເພື່ອຫຍັງ? ຊອກຫາຄຳຕອບໃນ “ໂລກອ້ອມຕົວ” ຮ້ອງໂດຍ HORLOCK x ALITA

“ລອງຟັງສຽງຂອງຫົວໃຈໂຕເອງ” ຫຼາຍຄັ້ງ ເຮົາມັກຈະໂຟກັສກັບສິ່ງທີ່ເປັນເປົ້າໝາຍຂອງເຮົາ ແລະ ສະແຫວງຫາຄວາມໝາຍຂອງສິ່ງທີ່ເຮັດ ຈົນຫຼົງລືມໄປວ່າ ຖ້າເຮົາແນມກັບມາເບິ່ງດີໆມັນອາດຈະໃກ້ເຮົາຫຼາຍກວ່າທີ່ຄິດ, ຄືກັບທີ່ເພງ “ໂລກອ້ອມໂຕ” ຂອງ HORLOCK ແລະ ALITA ຕ້ອງການຢາກຈະບອກ. ”ໂລກອ້ອມຕົວ” ຖືວ່າເປັນບົດເພງທີ່ດີຂອງປີນີ້ອີກເພງໜຶ່ງທີ່ມ່ວນຢາກແນະນຳໃຫ້ຟັງ. ເພາະເພງໄດ້ຖືກຖ່າຍທອດອອກມາໄດ້ມີຄວາມໝາຍຊື້ງກິນໃຈເຮັດໃຫ້ນ້ຳຕາຈົນຊຶມ ແລະ ເປັນການເຮັດໃຫ້ຕ້ອງກັບມາທົບທວນຫຍັງຫຼາຍຢ່າງ. ເພງໄດ້ເລີ່ມຕົ້ນຈາກທ່ອນທີ່ມີສຽງຮ້ອງມ່ວນໆຂອງ ALITA ແລະ ພາບຂອງເອັມວີແມ່ນໄດ້ເລີ່ມເລົ່າສາກໃນສະຕູດິໂອເພື່ອຖ່າຍທຳເລົ່າເລື່ອງຊີວິດຂອງທັງສາມຄົນທີ່ແຕກຕ່າງກັນທັງອາຊີບ,...

ຄວາມຮັກທີ່ມີໃຫ້ເຈົ້າ ຢາກໃຫ້ເຮົາເປັນຫຼາຍກວ່າໝູ່ ຟັງເພງ “ເປັນໄປໄດ້ບໍ” ຈາກ Napha Yaganagi

ນະພາ ຢາການາກິ ນັກຮ້ອງໜ້າໃໝ່ໃນສັງກັດ Miracle Music ໄດ້ຈັດສົ່ງເພງເສົ້າສຸດຊຶ້ງທີ່ມີຊື່ວ່າ “ເປັນໄປໄດ້ບໍ “, ທີ່ໄດ້ເລົ່າເຖິງຄວາມຮູ້ສຶກພິເສດທີ່ຫຼາຍກວ່າໝູ່ທີ່ເປັນໄປໄດ້ຍາກຂອງ ຫວັງ ແລະ ຫຼົງ (ນັກສະແດງເອັມວີຫຼັກໃນເລື່ອງ). “ຂ້ອຍມີສິດບໍ່ ຈະຮັກເຈົ້າຫຼາຍກວ່ານັ້ນ ແຕ່ຂໍໃຫ້ເຈົ້າບໍ່ປ່ຽນໄປ ບໍ່ຫ່າງໄກ ຢາກໃຫ້ເຮົາຍັງຊິດໃກ້ ແລະ ຢາກໃຫ້ເຈົ້າຍັງສົນໃຈ ເປັນໄປໄດ້ບໍ” ເພງທີ່ເສົ້າຂະໜາດນີ້ເປັນຜົນງານການແຕ່ງເນຶ້ອຮ້ອງຂອງນ້ອງ ນະພາ...

ມັກຈົ່ມຈຸກຈິກມັນບໍ່ດີໃດ ວິທີຄວບຄຸມອາລົມບໍ່ໃຫ້ເປັນຄົນຈູຈີ້ຈຸກຈິກ

ຫຼາຍຄົນກໍຄືຊິເຄີຍໄດ້ຍິນປະໂຫຍກທີ່ວ່າ ‘ເຂົາຮ້າຍເຂົາຈົ່ມ ເພາະເຂົາຮັກ’ ເຊິ່ງເປັນຄໍາເວົ້າທີ່ບໍ່ໄດ້ຜິດ ແຕ່ກໍບໍ່ໄດ້ຖືກສະເໝີໄປ, ການທີ່ເຮົາມັກຈົ່ມ ອາດເປັນເພາະເຮົານັ້ນໃສ່ໃຈ ແລະ ເປັນຫ່ວງເຂົາເຈົ້າໃນເລື່ອງຕ່າງໆ ບໍ່ວ່າຈະເລື່ອງເລັກນ້ອຍ ຫຼື ເລື່ອງໃຫຍ່, ແຕ່ອີ່ຫຍັງທີ່ມັນຫຼາຍເກີນໄປກໍບໍ່ດີຕໍ່ສຸຂະພາບຈິດເຂົາກັບເຮົາເອງໃດ. ແລ້ວເຮົາຈະເຮັດແນວໃດເພື່ອທີ່ຈະບໍ່ເປັນນົກເປັນໄກ່ຕອດເຂົາທຸກມື້? ກ່ອນອື່ນເຈົ້າກໍຕ້ອງຮູ້ກ່ອນວ່າເຮົາເປັນແບບນີ້ຍ້ອນສາເຫດອັນໃດ ແລະ ສາເຫດຕ່າງໆທີ່ພົບເຫັນຫຼາຍສຸດກໍຈະເປັນຍ້ອນ ເຮົາຄິດວ່າເຂົາຕ້ອງການຄໍາສອນຈາກເຮົາຈຶ່ງຈະດີຂຶ້ນ, ເຮົາຄວບຄຸມໃຫ້ທຸກຢ່າງເປັນໄປດັ່ງໃຈຕ້ອງການບໍ່ໄດ້, ຄວາມສໍາພັນມີບັນຫາທີ່ໃຫຍ່ ແຕ່ເຮົາເລືອກທີ່ຈະຍົກເອົາບັນຫານ້ອຍໆມາເວົ້າແທນເພື່ອເປັນການຫຼີກລ່ຽງ. ເພື່ອກໍາຈັດອາການຈຸກຈິກເກີນຄວາມຈໍາເປັນນີ້ ເຮົາມີວິທີປັບການປະພຶດບໍ່ໃຫ້ເປັນຄົນມັກຈົ່ມມາໃຫ້ທຸກຄົນ....

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.