ໂອບກອດໂຕເອງໃຫ້ຫຼາຍຂຶ້ນໃນມື້ທີ່ອ່ອນແອຜ່ານບົດເພງ “1998”-Tanu Vannasin ft. Vanins

ແບ່ງປັນ

ໂອບກອດໂຕເອງໃຫ້ຫຼາຍຂຶ້ນໃນມື້ທີ່ອ່ອນແອຜ່ານບົດເພງ “1998”-Tanu Vannasin ft. Vanins

ໂດຍ: Tonmai Phoutthasack
05 January 2026 49

ອີກບໍ່ພໍເທົ່າໃດມື້ກໍຈະໝົດປີ 2025 ແລ້ວ… ໃຜຫຼາຍຄົນເລີ່ມວາງແຜນໃນການສະຫຼອງປີໃໝ່ ແຕ່ສຳຫຼັບຜູ້ຂຽນແລ້ວມັນຄືຊ່ວງເວລາທີ່ໄດ້ມານັ່ງທົບທວນໂຕເອງວ່າ “ທີ່ຜ່ານມາເຮົາໃຊ້ຊີວິດໄດ້ດີແລ້ວບໍ່?”


ຖ້າຖາມວ່າປີນີ້ເປັນຈັ່ງໃດ? ສຳລັບບາງຄົນ ມັນຄືປີແຫ່ງການ “ແລ່ນ”. ແລ່ນຕາມຄວາມຝັນ, ແລ່ນຕາມເປົ້າໝາຍທີ່ຕັ້ງໄວ້ຕັ້ງແຕ່ຕົ້ນປີ. ບາງມື້ກໍດີໃຈທີ່ທຸກຢ່າງເປັນໄປຕາມທີ່ເຮົາຄິດ ແຕ່ກໍມີຫຼາຍມື້ທີ່ນັ່ງຮ້ອງໄຫ້ຄົນດຽວ ເພາະໂລກແຫ່ງຄວາມຈິງມັນບໍ່ໄດ້ງ່າຍຄືທີ່ຄິດ.

ເຊື່ອວ່າຫຼາຍໆຄົນເຄີຍກົດດັນໂຕເອງວ່າຕ້ອງ “ໄປໃຫ້ສຸດ”, ຕ້ອງ “ສຳເລັດ” ເທົ່ານັ້ນ. ໃຊ້ຊີວິດແບບມີຄຳຖາມຕະຫຼອດວ່າ “ຂ້ອຍຕ້ອງເຮັດດີປານໃດ ເຖິງຈະດີກວ່າຕອນນີ້?

ຈົນມາຟັງເພງ ‘1998’ ຂອງ Tanu Vannasin ft. Vanins ທີ່ຫາກໍ່ປ່ອຍອອກມາເມື່ອວັນທີ 29 ທັນວາ 2025 ນີ້ເອງ. ເປັນເພງ Pop ຟັງສະບາຍໆ ທີ່ເໝາະກັບບັນຍາກາດອາກາດໜາວໆ ໃນຊ່ວງທ້າຍປີແບບນີ້ທີ່ສຸດ. ແຕ່ໃນຄວາມລຽບງ່າຍຂອງທຳນອງ, ເນື້ອເພງພັດຊ້ອນຄວາມໝາຍທີ່ເລິກເຊິ່ງໄວ້ ໂດຍສະເພາະວິນາທີທີ່ທ່ອນນີ້ດັງຂຶ້ນມາ, ມັນຄືກັບມາຕອບຄຳຖາມໃນໃຈ

“ມັນດີທີ່ເຈົ້າມີຄວາມຝັນ ແຕ່ຢ່າຄາດຫວັງວ່າມັນຈະເປັນຈິງ… ຊີວິດມັນກໍແບບນີ້ ຍິນດີກັບສິ່ງທີ່ເຈົ້ານັ້ນໄດ້ມາ”

ມັນເໝືອນມີຄົນມາຕົບໄຫຼ່ຂວາເບົາໆ ແລ້ວບອກວ່າ: “ພັກແດ່ກໍໄດ້ເດີ້, ທີ່ຜ່ານມາເຈົ້າເກັ່ງຫຼາຍແລ້ວ”. ເພງນີ້ເຮັດໃຫ້ຄິດໄດ້ວ່າ ຕະຫຼອດປີທີ່ຜ່ານມາ ເຮົາເອົາແຕ່ແລ່ນຫາສິ່ງທີ່ຢູ່ “ໄກເກີນຈະຄວ້າ” ຈົນລືມມີຄວາມສຸກກັບສິ່ງທີ່ຢູ່ “ມີຢູ່”.

ຫຼົງທາງກັບຄຳວ່າ “ຕ້ອງເຂົ້າໃຈຊີວິດ” ຈົນລືມໄປວ່າ ຄວາມໝາຍຂອງການມີຢູ່ ບາງເທື່ອຄືການ “ຮຽນຮູ້ທີ່ຈະຢູ່ກັບປັດຈຸບັນ” ແລະ “ໂອບກອດໂຕເອງ” ໃນວັນທີ່ເມື່ອຍລ້າທີ່ສຸດ.

ອ່ານຕື່ມ:  ຮູ້ຈັກ AiiLA ສິລະປິນໜຸ່ມຈາກຫຼວງນໍ້າທາ ຜູ້ຢາກສົ່ງຕໍ່ຄວາມເປັນລາວສູ່ສາຍຕາໂລກດ້ວຍສຽງເພງ

ແລະ ຍັງມີຫຼາຍໆທ່ອນທີ່ຟັງແລ້ວຮູ້ສຶກປະທັບໃຈ ພ້ອມກັບນ້ຳຕາຊຶມໄປນຳເຊັ່ນ:

“ຊີວິດຄືສິ່ງໃດກັນ ໄຝ່ຝັນຫາຄຳຕອບ”

ທ່ອນໜຶ່ງຈາກເພງ ເຊື່ອວ່າຫຼາຍຄົນຄົງເຄີຍຜິດຫວັງ, ໝົດໄຟ ແລະ ເລີ່ມຕັ້ງຄຳຖາມກັບຕົວເອງວ່າ “ເຮົາມີຊີວິດຢູ່ໄປເພື່ອຫຍັງ?” ແລະ “ສິ່ງທີ່ເຮັດຢູ່ນີ້ ມັນແມ່ນຄວາມຕ້ອງການຂອງເຮົາແທ້ບໍ່?”. ບາງຄັ້ງ ການພະຍາຍາມຫາເຫດຜົນໃຫ້ກັບທຸກຢ່າງ ກໍຍິ່ງເຮັດໃຫ້ຊີວິດຫຍຸ້ງຍາກກວ່າເກົ່າ. ປ່ອຍວາງລົງແດ່ກໍໄດ້ ບໍ່ຈຳເປັນຕ້ອງເຂົ້າໃຈໂລກທັງໃບກໍບໍ່ເປັນຫຍັງ, ຊີວິດມັນຊັບຊ້ອນກວ່າທີ່ເຮົາຄິດ ແລະ ມັນກໍໂອເຄທີ່ເຮົາຈະ ບໍ່ເຂົ້າໃຈມັນທັງໝົດ.

“ຄວາມໝາຍຂອງການມີຢູ່ ໄດ້ຮຽນຮູ້ກໍພຽງພໍແລ້ວ”

ໃນຕອນທີ່ເຮົາຍັງນ້ອຍ ເຮົາແລ່ນຕາມສິ່ງທີ່ເອີ້ນວ່າ ຄວາມຝັນ, ຊື່ສຽງ ຫຼື ການຍອມຮັບຈາກຄົນອື່ນ. ແຕ່ພໍຮອດຈຸດໜຶ່ງ ເຮົາຈະເຂົ້າໃຈວ່າ ສິ່ງສຳຄັນທີ່ສຸດຄື “ການທີ່ເຮົາຍັງມີລົມຫາຍໃຈ”. ການໄດ້ຮຽນຮູ້ທີ່ຈະໃຊ້ຊີວິດໃນແຕ່ລະມື້, ຍອມຮັບຄວາມເຈັບປວດ ແລະ ເຕີບໂຕຜ່ານມັນໄປໃຫ້ໄດ້ ເທົ່ານີ້ກໍຖືວ່າເກັ່ງຫຼາຍແລ້ວສຳລັບມະນຸດຄົນໜຶ່ງ

ຄວາມຈິງແລ້ວ ຍັງມີອີກຫຼາຍທ່ອນເພງທີ່ຢາກຍົກມາເວົ້າສູ່ກັນຟັງ… ແຕ່ຜູ້ຂຽນເຊື່ອວ່າຊີວິດຂອງເຮົາແຕ່ລະຄົນຈະມີເລື່ອງລາວທີ່ຕ້ອງພົບແຕກຕ່າງກັນໄປ, ແຕ່ສິ່ງໜຶ່ງທີ່ເຮົາມີຄືກັນ ຄື ‘ຄວາມອ່ອນແອ’ ທີ່ຕ້ອງເຊື່ອງໄວ້ຂ້າງໃນ ໂດຍທີ່ບໍ່ສາມາດອະທິບາຍໃຫ້ໃຜເຂົ້າໃຈໄດ້ເລີຍ.


“ບໍ່ເປັນຫຍັງເດີ້ ຖ້າຕອນນີ້ເຈົ້າຍັງຫາຄຳຕອບໃຫ້ຊີວິດບໍ່ໄດ້… ແຄ່ໂອບກອດໂຕເອງໄວ້ກໍພໍ”

ໃນວັນທີ່ໂລກເຮັດໃຫ້ເຮົາຫຼົງທາງ ຫຼື ໃນວັນທີ່ຄວາມຝັນບໍ່ເປັນດັ່ງໃຈ, ຢາກໃຫ້ເຈົ້າລອງ ‘ໂອບກອດໂຕເອງ’ ເບິ່ງແດ່. ໃຈດີກັບໂຕເອງໃຫ້ຫຼາຍໆ ເພາະສຸດທ້າຍແລ້ວ, ຕົວເຮົາເອງນີ້ລະ ຄືຄົນທີ່ຈະຢູ່ຄຽງຂ້າງເຮົາຕະຫຼອດໄປ.

ຜູ້ຂຽນຢາກຊວນທຸກຄົນມາຟັງເພງ ‘1998’ ໄປນຳກັນ. ປ່ອຍໃຫ້ບົດເພງນີ້ເປັນ ‘ພື້ນທີ່ປອດໄພ’ ໃຫ້ກັບຫົວໃຈ ແລະ ໃຫ້ທຳນອງຂອງມັນຄ່ອຍໆ ບອກເຈົ້າວ່າ: ຄວາມໝາຍຂອງການມີຢູ່ ຄືການໄດ້ຮຽນຮູ້ທີ່ຈະຮັກ ແລະ ໂອບກອດໂຕເອງໃນທຸກເວີຊັນ… ບໍ່ວ່າວັນນັ້ນເຈົ້າຈະຊະນະ ຫຼື ພ່າຍແພ້ກໍຕາມ.

ບາງທີ ‘ຄຳຕອບຂອງຊີວິດ’ ອາດຈະບໍ່ແມ່ນໄຊຊະນະທີ່ໃຜໆ ຕ່າງກໍຍ້ອງຍໍ, ແຕ່ແມ່ນການທີ່ເຮົາຍັງສາມາດຍິ້ມ ແລະ ເຕີບໂຕໄປກັບຕົວເຮົາເອງໄດ້ໃນທຸກໆ ເວີຊັນ.

ອ່ານຕື່ມ:  ລົມກັບ PT Flow ແຣັປເປີສຽງເຈົ້າສະເໜ່ຈາກຫຼວງພະບາງ ຜູ້ຮ້ອງທ່ອນຮຸກຕິດຫູໃນເພງ ”ເທບທິດາ”

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.