ຫຼັງຈາກທີ່ລໍຖ້າມາດົນໃນທີ່ສຸດກໍໄດ້ເປີດໂຕຢ່າງເປັນທາງການໃນຖານະສິລະປິນຄ້າຍ A-List ຢ່າງ Fizche ສິລະປິນ Girl Group ໜ້າໃໝ່ຫຼາຍຄວາມສາມາດ, ມີສະມາຊິກທັງໝົດ 6 ຄົນດ້ວຍກັນຄື: Piano, Namfon, Lisa, Alicia, Koungnang, Phukboung ພ້ອມເສີບຊິງເກິລເດບິວ “ເສຍອາການ” ອອກມາສູ່ສາຍຕາວົງການດົນຕີ L-pop ແລ້ວ.

ເພງນີ້ເວົ້າເຖິງຄວາມຮູ້ສຶກເມື່ອໃຜບາງຄົນເຂົ້າມາໃນຊີວິດ ພຽງຍິ້ມຫວານໆສົ່ງສາຍຕາມາກໍເຮັດໃຫ້ຄວບຄຸມຕົວເອງບໍ່ໄດ້ ຈາກທີ່ເຄີຍໃຊ້ຊີວິດແບບປົກກະຕິກໍກາຍປັນຕື່ນເຕັ້ນຈົນເກຫບອາການບໍ່ຢູ່.

ແຕ່ທີ່ພິເສດໄປກວ່ານັ້ນຄື ເສຍອາການບໍ່ໄດ້ເປັນພຽງຄວາມເຂີນອາຍ ເພາະໃນຕົວເພງຈັດເຕັມດ້ວຍຄວາມເປັນ Modern K-pop ຟ້ຽວໆຕົວແມ່ອ່ອນໆບວກກັບສະເໜ່ຂອງທ່ອນແຣັປທີ່ຫາຟັງໄດ້ຍາກສົມກັບຄວາມເປັນ FIZCHE.
ໂດຍ: ທີມບັນນາທິການ Muan