ໜ້າຫຼັກ Muan.la - ສາລະບັນເທີງ Muan Scoop ເພງຮິດຂ້າມເວລາທີ່ບໍ່ເຄີຍເກົ່າ
Muan Scoop

ເພງຮິດຂ້າມເວລາທີ່ບໍ່ເຄີຍເກົ່າ

ແບ່ງປັນ

ຍ້ອນກັບໄປເກືອບ 20 ປີກ່ອນ, ເຊື່ອເລີຍວ່າໜຶ່ງໃນເພງທີ່ຢູ່ໃນຄວາມຊົງຈຳຂອງຜູ້ຄົນ ບໍ່ວ່າຈະເປັນຄູູ່ຮັກທີ່ໃຊ້ເພງນີ້ໃນວັນພິເສດ ຫຼື ຄົນທີ່ເຄີຍມີຊ່ວງເວລາດີໆໃນຍຸກນັ້ນຄົງໜີບໍ່ພົ້ນເພງ “ຫວານ” ຂອງວົງ CELLS ແນ່ນອນ ເຊິ່ງເປັນຕຳນານບົດເພງທີ່ສ້າງປະກົດການໃນວົງການເພງລາວມາແລ້ວ. ເຖິງແມ່ນວ່າການເວລາຈະຜ່ານມາເປັນສິບໆປີ, ເພງນີ້ກໍຍັງໄດ້ຮັບຄວາມນິຍົມ ແລະ ຖືກນຳມາຫຼິ້ນໃນງານຕ່າງໆຢ່າງຕໍ່ເນື່ອງ.

ນີ້ອາດເປັນຍ້ອນຫຼາຍປັດໄຈທີ່ເຮັດໃຫ້ເພງນີ້ຍັງຄົງສົດໃໝ່ ແລະ ຢູ່ໃນໃຈຂອງຜູ້ຟັງຢ່າງເຮົາຢູ່ສະເໝີ ດ້ວຍເນື້ອເພງທີ່ຟັງງ່າຍເຂົ້າເຖິງກຸ່ມຜູ້ຟັງທຸກຍຸກເປັນອາລົມພື້ນຖານທີ່ຄົນທຸກຍຸກທຸກສະໄໝສາມາດເຂົ້າໃຈໄດ້ ແລະ ທຳນອງທີ່ເໝາະກັບບັນຍາກາດ.

ເຖິງແມ່ນວ່າເພງຈະປ່ອຍອອກມາດົນແລ້ວ ແຕ່ໃນຍຸກໂຊຊຽວມີເດຍຄອງເມືອງ ບໍ່ວ່າຈະເປັນ TikTok, Facebook ແລະ YouTube ແພລດຟອມເຫຼົ່າເປັນຕົວຊ່ວຍພາເພງເກົ່າໆກັບມາເປັນກະແສໄດ້ສະເໝີຖ້າມີຄົນຈັບມາໃຊ້ໃນວິດີໂອ ຫຼື ແຊອອກໄປກໍເຮັດໃຫ້ເພງໄດ້ຮັບຄວາມສົນໃຈອີກຄັ້ງ ແລະ ນີ້ກໍເປັນອີກໜຶ່ງປັດໄຈທີ່ຍັງເຮັດໃຫ້ເພງຫວານຍັງເປັນທີ່ນິຍົມໃນຍຸກປັດຈຸບັນ.

ເພງທີ່ຜູ້ຟັງທັງລາວ ແລະ ໄທ ຕົກຫຼຸມຮັກ

ຫວານ ປ່ອຍອອກມາເມື່ອ 18 ປີກ່ອນ (2007) ໃນອາລະບຳ ແຊວ ພາຍໃຕ້ສັງກັດ ສະໜາມຫຼວງມິວສິກ ທີ່ຂຶ້ນກັບ GMM Grammy ແລະ ພາບຈຳຂອງເພງນີ້ແມ່ນ ເອັມວີເພງທີ່ໄດ້ນາງເອກ “ແປ້ງ ອອນຈິຣາ ແຫຼມວິໄລ” ມາສະແດງ.

ເນື່ອງຈາກຜົນງານນີ້ທີ່ຢູ່ພາຍໃຕ້ສັງກັດຂອງໄທ, ການມາຂອງເພງນີ້ໄດ້ປ່ຽນພາບລັກຂອງເພງລາວວ່າມີຄວາມທັນສະໄໝ ສ້າງຄວາມແປກໃໝ່ໃຫ້ວົງການເພງ ແລະ ເຮັດໃຫ້ຄົນໄທຫັນມາຟັງເພງລາວຫຼາຍຂຶ້ນ.

ເພງ ຫວານ ໃນສື່ຕ່າງໆ

ຄວາມດັງຂອງເພງນີ້ໄດ້ຖືກສານຕໍ່ ແລະ ຈັບໄປເປັນເພງປະກອບຮູບເງົາຮ່ວມສ້າງລະຫວ່າງລາວໄທ “ສະບາຍດີ 2 ບໍ່ມີຄຳຕອບຈາກປາກເຊ” ເຊິ່ງເຂົ້າສາຍເມື່ອປີ 2013 ນຳສະແດງໂດຍ ເຣ ແມັກໂດນັລ ແລະ ຄຳລີ່ ພິລາວົງ.

ນອກຈາກນັ້ນ ເພງນີ້ຍັງຖືກນຳໄປ cover ໃນຫຼາຍໆເວີຊັນ ແຕ່ເວີຊັນທີ່ເປັນທີ່ຮູ້ຈັກ ແລະ ມີຜູ້ຟັງຫຼາຍ ເປັນຂອງ Kanomroo ເຊິ່ງປ່ອຍອອກມາໃນປີ 2018 ທາງ YouTube ທີ່ມີຍອດວິວສູງເຖິງ 8 ລ້ານຄັ້ງ.

ອ່ານຕື່ມ:  ພາຮູ້ຈັກ 'ເກັ່ງ ຫະຣິດ' ໜຸ່ມໄທຜູ້ແຈ້ງເກີດຈາກຮູບເງົາສຸດເດືອດ ວິມານໜາມ

ຣີບູດອີກຄັ້ງໃນຍຸກ LPOP ໂດຍ MVIIZ

ເຖິງວ່າ ເພງ ຫວານ ໄດ້ມີຫຼາຍສິລະປິນໄດ້ນຳໄປໃຊ້ ແລະ ໂຄເວີໃນແບບຫຼາຍເວີຊັນ, ແຕ່ທີ່ໜ້າຈັບຕາທີ່ສຸດໃນຕອນນີ້ແມ່ນ girl group ລາວ MVIIZ ໄດ້ປ່ອຍເພງນີ້ໃນເວີຊັັນຂອງຕົວເອງໂດຍທີ່ເຮົາຮູ້ກັນຢູ່ແລ້ວວ່າ ເພງນີ້ ຕົ້ນສະບັບເປັນເພງແນວ Rock, Pop ເມື່ອຖືກນຳມາໂຄເວີໂດຍ MVIIZ ສິລະປິນ L-POP ທີ່ມັກແຈກຄວາມສົດໃສໃນຜົນງານເພງຢູ່ແລ້ວນັ້ນ ແປວ່າເຮົາຈະໄດ້ເຫັນເພງຫວານໃນມຸມມອງໃໝ່ອີກຢ່າງແນ່ນອນ.

ຜົນງານທີ່ສົດໃສຂອງສາວໆ MVIIZ ສາມາດມີແຜນປ່ອຍອອກມາໃນວັນທີ 28 ກຸມພາ 2025 ທາງ YouTube ແລະ ທຸກແພລດຟອມສະຕຣີມມິງ.

ໂດຍ: ທີມບັນນາທິການ Muan

ທີ່ມາ:
https://www.posttoday.com/lifestyle/229816

https://th.wikipedia.org/wiki/%E0%B8%AA%E0%B8%B0%E0%B8%9A%E0%B8%B2%E0%B8%A2%E0%B8%94%E0%B8%B5_2_%E0%B9%84%E0%B8%A1%E0%B9%88%E0%B8%A1%E0%B8%B5%E0%B8%84%E0%B8%B3%E0%B8%95%E0%B8%AD%E0%B8%9A%E0%B8%88%E0%B8%B2%E0%B8%81..%E0%B8%9B%E0%B8%B2%E0%B8%81%E0%B9%80%E0%B8%8B

ບົດຄວາມທີ່ກ່ຽວຂ້ອງ
OOPS ກຸ່ມສິລະປິນລາວ 5 ຄົນທີ່ມີຜົນງານເພງອິນດີ້ທີ່ມີເອກະລັກ
Muan Listen - ມ່ວນຊວນຟັງ

ຈະເປັນແນວໃດ ຖ້າວ່າ… OOPS ປ່ອຍເພງໃໝ່ໃນຮອບເກືອບ 2 ປີ ທີ່ຟັງແລ້ວຕ້ອງມີຄຳຖາມໃນໃຈ

ໃນຮອບເກືອບ 2 ປີ OOPS BAND ກັບມາດ້ວຍ “What If?” ເພງອິນດີ້ທີ່ຊວນໃຫ້ຜູ້ຟັງຄິດຕາມ ແລະເປີດໃຈກັບຄວາມຮູ້ສຶກ.

Muan Listen - ມ່ວນຊວນຟັງ

ລົມຫາຍໃຈ: ບົດເພງທີ່ປ່ຽນຄວາມເຈັບປວດໃຫ້ເປັນພະລັງໃຈ

"ລົມຫາຍໃຈ" ເພງທີ່ສ້າງແຮງບັນດານໃຈຈາກ ທະວີໄຊ ແກ້ວບຸນພັນ ເລົ່າເຖິງຄວາມເຈັບປວດ ແລະ ຄວາມສູນເສຍ ພ້ອມຊຸກດັນໃຫ້ຜ່ານພົ້ນໃນການເລີ່ມຕົ້ນໃໝ່ດ້ວຍພະລັງໃຈຂອງຕົນເອງ.

Muan Listen - ມ່ວນຊວນຟັງ

ຢາຫຼອກ: ຟັງຄວາມໝາຍທີ່ສື່ເຖິງຄວາມເຈັບປວດດ້ວຍຮັກປອມໆ ໂດຍ JENNY BELLA ft. SENJX

ເມື່ອເຮົາກຳລັງຢູ່ໃນຊ່ວງເວລາທີ່ຫົວໃຈບອບບາງ ຄວາມຮັກທີ່ບໍ່ມີຢູ່ຈິງກໍອາດກາຍເປັນສິ່ງທີ່ຄ່ອຍໆປອບໃຈເຮົາໄດ້. ມັນຄືກັບ “ຢາຫຼອກ (Placebo)” ທີ່ເຖິງແມ່ນບໍ່ມີສານອອກລິດແທ້, ແຕ່ຄວາມເຊື່ອທີ່ວ່າມັນຈະຊ່ວຍປິ່ນປົວກໍສາມາດເຮັດໃຫ້ເຮົາຮູ້ສຶກດີຂຶ້ນໄດ້ຊົ່ວຄາວ. ຄວາມສຸກແບບປອມໆນີ້ເຮັດໃຫ້ເຮົາຫຼົງຢູ່ໃນພາບລວງຕາ, ຫຼົງຄິດວ່າຄວາມຮັກນັ້ນເປັນຄວາມຈິງ. ແຕ່ເມື່ອຄວາມຈິງຖືກເປີດເຜີຍ, ຄວາມສຸກນັ້ນກໍຫາຍໄປຢ່າງສິ້ນເຊີງ, ເຫຼືອໄວ້ພຽງຄວາມເຈັບປວດທີ່ຍິ່ງໃຫຍ່ກວ່າເກົ່າ....

The Interview

“ຮອຍຍິ້ມຂອງເຈົ້າມັນຫວານໄປ” ເພງທີ່ປ່ຽນຊີວິດຂອງ ZiXNA ໃຫ້ກາຍເປັນທີ່ຮູ້ຈັກ

ZiXNA ນັກຮ້ອງ-Rapper ຜູ້ມີຄວາມສາມາດ ແລະ ຄວາມຝັນໃນການສ້າງຜົນງານດົນຕີທີ່ສະທ້ອນອາລົມ ແລະ ຄວາມຮູ້ສຶກຂອງຄົນຮຸ່ນໃໝ່ທີ່ກຳລັງໄດ້ຮັບຄວາມນິຍົມໃນ TikTok ຢ່າງຕໍ່ເນື່ອງ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.