ສຽງດົນຕີໄດ້ກາຍເປັນມາສ່ວນໜຶ່ງທີ່ໄວໜຸ່ມລາວເລືອກໃຊ້ໃນການສື່ສານຄວາມຮູ້ສຶກ ຜ່ານການສ້າງສັນຜົນງານເພງທີ່ມີຄວາມສົດໃໝ່ ແລະ ZiXNA ສິລະປິນ Rapper ຮຸ່ນໃໝ່ຂອງລາວ ກໍເປັນໜຶ່ງໃນນັ້ນທີ່ໄດ້ສ້າງຜົນງານທີ່ສາມາດປ່ຽນຊີວິດຂອງລາວໃຫ້ກາຍເປັນທີ່ຮູ້ຈັກໃນເພງທີ່ມີຊື່ວ່າ “ຮອຍຍິ້ມຂອງເຈົ້າມັນຫວານໄປ” ເພງນີ້ບໍ່ພຽງແຕ່ເປັນເພງທີ່ມ່ວນ-ມີຄວາມໝາຍດີພຽງຢ່າງດຽວ, ແຕ່ຍັງເປັນຜົນງານທີ່ສື່ສານອອກມາຈາກຫົວໃຈ ແລະ ຄວາມຮູ້ສຶກທີ່ແທ້ຈິງຂອງຜູ້ສ້າງ. ຊວນທຸກຄົນມາຮູ້ຈັກກັບຄວາມຝັນ, ຄວາມພະຍາຍາມ ແລະ ຄວາມມຸ່ງໝັ້ນຂອງ ZiXNA ຜ່ານບົດຄວາມນີ້.
ນະ – ໄຊຊະນະ ບຸນຄົງ ປັດຈຸບັນອາຍຸ 19 ປີ, ແມ່ນສິລະປິນ-ນັກຮ້ອງ Rapper ແລະ Influencer ເຊິ່ງຫຼາຍຄົນອາດຄຸ້ນຫູກັບຊື່ “ZiXNA” ເພາະນີ້ແມ່ນຊື່ໃນວົງການຂອງລາວ. ສຳລັບທີ່ມາຂອງຊື່ ZiXNA ແມ່ນມາຈາກຊື່ຢູ່ໃນເກມທີ່ອ້າຍຂອງໝູ່ລາວເປັນຄົນຕັ້ງໃຫ້ ເຖິງວ່າຊື່ນີ້ຈະບໍ່ມີຄວາມໝາຍພິເສດຫຍັງເຊື່ອງໄວ້ ແຕ່ລາວຮູ້ສຶກມັກໂຕອັກສອນ “Z” ຈຶ່ງຕັດສິນໃຈໃຊ້ AKA (ຊື່ສະເພາະໃນວົງການ) ວ່າ ZiXNA ມາຈົນເຖິງປັດຈຸບັນ.
ຫຼາຍຄົນອາດຈະເຫັນວ່າ ZiXNA ເປັນຄົນທີ່ເຂົ້າເຖິງງ່າຍ, ຂີ້ຫຼິ້ນ ແລະ ເຂົ້າກັບຄົນອື່ນໄດ້ໄວ (ເຊິ່ງລາວເປັນຄົນແບບນັ້ນແທ້ໆ) ແຕ່ຖ້າລາວໄດ້ຕັ້ງໃຈເຮັດສິ່ງໃດສິ່ງໜຶ່ງແລ້ວນັ້ນລາວກໍຈະກາຍເປັນຄົນທີ່ຈິງຈັງຫຼາຍ ເພາະຖ້າໄດ້ລອງໂຟກັສ (Focus) ກໍຈະເຮັດຢ່າງເຕັມທີ່ ແລະ ຍັງມີສິ່ງທີ່ຫຼາຍຄົນອາດຈະຍັງບໍ່ຮູ້ກ່ຽວກັບ ZiXNA ກໍຄື ລາວເປັນຄົນທີ່ “Sensitive ຫຼື ອ່ອນໄຫວງ່າຍ” ເປັນຄົນທີ່ນ້ຳຕາຕື່ນຫຼາຍ ຖ້າໄດ້ເຈິເລື່ອງທີ່ກະທົບກະເທືອນຈິດໃຈ ຫຼື ເປັນເລື່ອງທີ່ເຮັດໃຫ້ພູມໃຈສຸດໆລາວກໍຈະຮ້ອງໄຫ້ງ່າຍ.
ໃນເວລາວ່າງ ZiXNA ມັກຈະອອກໄປຂັບລົດຫຼິ້ນ ແລະ ຊອກຫາຮ້ານຄາເຟ່ໃໝ່ໆເພື່ອໄປນັ່ງພັກຜ່ອນຢູ່ສະເໝີ, ເຮັດໃຫ້ລາວໄດ້ຢູ່ກັບຕົວເອງ ແລະ ໄດ້ສັງເກດສິ່ງແວດລ້ອມອ້ອມຂ້າງ ເຊິ່ງການເດີນທາງແບບນີ້ນີ້ເອງທີ່ເຮັດໃຫ້ລາວມັກຈະໄດ້ ໄອເດຍໃໝ່ໆ ໃນການຂຽນເພງ, ເມື່ອໄດ້ນັ່ງຢູ່ຮ້ານຄາເຟ່ ລາວກໍຈະເລີ່ມຂຽນເພງທີ່ຄິດອອກມາ ພ້ອມທັງຫຼິ້ນ social media (ສື່ສັງຄົມອອນລາຍ) ເພື່ອຕິດຕາມຂ່າວສານຕ່າງໆ. ZiXNA ໄດ້ເລົ່າໃຫ້ ມ່ວນ ຟັງວ່າ ການກະທຳງ່າຍໆເຫຼົ່ານີ້ຄືສ່ວນສຳຄັນທີ່ສ້າງແຮງບັນດານໃຈໃນການສ້າງສັນຜົນງານຂອງລາວ.
ຈຸດປ່ຽນ ແລະ ຄວາມສຳເລັດທີ່ຄາດບໍ່ເຖິງຂອງ ZiXNA
ZiXNA ເລົ່າວ່າ: “ແຮງບັນດານໃຈໃນການເປັນ Rapper ເລີ່ມຈາກການຟັງເພງ “ดูไว้” ຂອງ Youngohm, ພໍຂ້ອຍໄດ້ຟັງເບິ່ງແລ້ວຮູ້ສຶກວ່າມັນ ‘ເທ່ດີ’ ຈຶ່ງເລີ່ມຫັນມາສົນໃຈດົນຕີແນວ Hip-Hop ແລະ ມີຄວາມສົນໃຈຢາກເຮັດເພງຫຼາຍຂຶ້ນ. ຂ້ອຍເຮັດເພງທໍາອິດຕອນ ມ. 5 ກໍໄດ້ເຮັດແບບປູໆປາໆ ຕອນນັ້ນດີໃຈແຮງທີ່ໄດ້ເຮັດເພງແລ້ວກໍໄດ້ເຮັດເພງມາເລື້ອຍໆ ຈົນຮອດຊ່ວງໜຶ່ງທີ່ບໍ່ໄດ້ເຮັດເພງເລີຍ, ແຕ່ເລີ່ມກັບມາເຮັດເພງຕອນທີ່ມີລາຍການແຂ່ງ Rap ລາຍການໜຶ່ງທີ່ຂ້ອຍຕັດສິນໃຈລົງສະໝັກແຂ່ງເພື່ອວັດ Skills (ທັກສະ) ຂອງຕົນເອງ ແລະ ບັງເອີນວ່າໄດ້ແຊ້ມຂອງລາຍການນັ້ນມາ.
ລາຍການນີ້ເປັນລາຍການທໍາອິດທີ່ລົງແຂ່ງແລ້ວໄດ້ແຊ້ມ ເຊິ່ງໃນຕອນນັ້ນມັນເຮັດໃຫ້ຂ້ອຍມີໄຟໃນການເຮັດເພງຫຼາຍຂຶ້ນ, ເລີຍຕັດສິນໃຈມາຢູ່ນະຄອນຫຼວງ ແລ້ວເຮັດເພງມາເລື້ອຍໆຈົນຮອດມື້ນີ້”.
ຜົນງານທີ່ສ້າງຊື່ສຽງໃຫ້ ZiXNA ຄືເພງ ຮອຍຍິ້ມຂອງເຈົ້າມັນຫວານໄປ ແມ່ນເພງທີ່ກາຍເປັນກະແສໄວຣັລ (Viral) ຢູ່ໃນ TikTok ເຊິ່ງຈຸດເລີ່ມຕົ້ນນີ້ເລີ່ມຈາກ Version Mixtape ທີ່ ZiXNA rap ໃສ່ເພງ Trip (Remix) ຂອງ Jacquess ພຽງແຕ່ 4 bars ແລະ ລາວກໍບໍ່ເຄີຍຄິດມາກ່ອນວ່າເພງຈະດັງຂະໜາດນັ້ນ, ບໍ່ພຽງແຕ່ມີຄົນຮູ້ຈັກຫຼາຍຂຶ້ນໃນລາວ ແຕ່ເພງຍັງດັງໄປຮອດປະເທດໄທ. ຫຼັງຈາກນັ້ນ, ຜ່ານໄປບໍ່ດົນເພງເຕັມກໍຖືກນຳມາປ່ອຍລົງໃນ YouTube ເຊິ່ງໄດ້ຮັບຍອດວິວສູງເຖິງ 220,000 ວິວແລ້ວ.
ດ້ວຍຄວາມນິຍົມທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ZiXNA ຈຶ່ງຕັດສິນໃຈເຮັດເພງ “ຮອຍຍິ້ມຂອງເຈົ້າມັນຫວານໄປ” ເປັນ MV Official Version (ວິດີໂອເພງຢ່າງເປັນທາງການ) ແຕ່ລາວກໍບໍ່ຄິດວ່າຈະດັງອີກ. ເມື່ອເພງຖືກປ່ອຍອອກໄປມັນກໍກັບມາໄວຣັລອີກຄັ້ງໃນ TikTok ໂດຍມີຍອດຄົນຫຼິ້ນແຜ່ນສຽງສູງເຖິງ 24,000 ຄົນ, ປັດຈຸບັນຍອດວິວໃນ YouTube ຂອງເພງ Official ກໍໃກ້ຈະຮອດ 100,000 ວິວແລ້ວ, ຄວາມສຳເລັດຂອງເພງນີ້ຖືເປັນຈຸດປ່ຽນສຳຄັນທີ່ເຮັດໃຫ້ຄົນຮູ້ຈັກລາວຫຼາຍຂຶ້ນ.
ຮູ້ສຶກດີໃຈທີ່ເຫັນຄົນຈຳນວນຫຼາຍໃຫ້ຄວາມສົນໃຈ ສະໜັບສະໜຸນຜົນງານຂອງຂ້ອຍ, ເພງນີ້ຖືວ່າເປັນຈຸດປ່ຽນເລີຍທີ່ເຮັດໃຫ້ຄົນຮູ້ຈັກຂ້ອຍຫຼາຍຂຶ້ນ ແລະ ໂຄດດີໃຈເລີຍທີ່ມີຄົນຟັງ Support (ສະໜັບສະໜຸນ) ຫຼາຍຂະໜາດນີ້.
ສິ່ງທີ່ຕັ້ງໃຈເຮັດໃຫ້ສຳເລັດ ແລະ ເປົ້າໝາຍໃນອະນາຄົດທີ່ ZiXNA ວາງແຜນໄວ້
ນອກຈາກການເປັນສິລະປິນແລ້ວ ZiXNA ຍັງມີຄວາມຕັ້ງໃຈທີ່ຈະເປັນ Influencer (ເຊິ່ງລາວກໍໄດ້ເຮັດຢູ່ແລ້ວ), ເຫດຜົນທີ່ລາວຢາກເຮັດສິ່ງນີ້ແມ່ນເພື່ອພັດທະນາຕົນເອງໃນດ້ານການສະແດງອອກຕໍ່ໜ້າກ້ອງ, ລາວເຊື່ອວ່າການເປັນ Influencer ທີ່ດີຕ້ອງມີຄວາມສາມາດຫຼາຍດ້ານ. ສະນັ້ນ, ZiXNA ຈຶ່ງຢາກຝຶກຝົນຈຸດອ່ອນຂອງຕົນເອງໃຫ້ເກັ່ງຂຶ້ນ ແລະ ລາວກໍມີຄວາມຫວັງວ່າການເດີນທາງເສັ້ນນີ້ຈະເຮັດໃຫ້ລາວກາຍເປັນ ແບບຢ່າງໃຫ້ຄົນຮຸ່ນໃໝ່ ເຫັນວ່າຖ້າລາວມີຄວາມສາມາດ ແລະ ເກັ່ງໃນຫຼາຍໆດ້ານລາວກໍຈະໄດ້ປຽບຄົນອື່ນ ແລະ ສາມາດເຕີບໃຫຍ່ໃນວົງການນີ້ໄດ້.

ຂ້ອຍບອກໂຕເອງສະເໝີວ່າຢ່າຢຸດພັດທະນາໂຕເອງ.
“ຂ້ອຍຢາກເຫັນໂຕເອງໃນ Version ທີ່ເກັ່ງກວ່ານີ້-ດີກວ່ານີ້ ເພາະຂ້ອຍບອກກັບໂຕເອງສະເໝີວ່າຕ້ອງພັດທະນາໂຕເອງໃຫ້ດີຂຶ້ນເລື້ອຍໆ ແລະ ຢ່າຢຸດພັດທະນາ. ຂ້ອຍໄດ້ວາດແຜນອະນາຄົດຂອງໂຕເອງໃນອີກ 5 ປີທາງໜ້າວ່າຈະຕ້ອງເຮັດອາລະບ້ຳໃຫ້ໄດ້ ແລະ ອາດຈະລອງເຮັດເພງ Style (ຮູບແບບ) ໃໝ່ໆ. ເຖິງແນວໃດກໍຕາມ, ຂ້ອຍກໍຍັງຄົງຈະເຮັດເພງ Style ຂອງໂຕເອງ ແລະ ແນ່ນອນ ຕໍ່ຈາກນີ້ໄປທຸກໆຜົນງານຂອງຂ້ອຍ ຈະເຮັດໃຫ້ດີຂຶ້ນເລື້ອຍໆ ແລະ ຈະກ້າວໄປໃນຈຸດທີ່ດີກວ່າຕອນນີ້” ZiXNA ເລົ່າ.
ມີຜົນງານ Official ຂອງ Zixna
ZiXNA ມີເພງ Official ທັງໝົດ 4 ເພງໄດ້ແກ່: ເຈັບຊ້ຳໆ, ບໍ່ສົມກັນ, ຮອຍຍິ້ມຂອງເຈົ້າມັນຫວານໄປ ແລະ ໜ້າຮັກກະແທກໃຈ. ລາວຍັງໄດ້ແບ່ງປັນກ່ຽວກັບເພງທີ່ລາວຮູ້ສຶກມັກທີ່ສຸດໃຫ້ ມ່ວນ ຟັງ ວ່າ “ເພງທີ່ຂ້ອຍມັກທີ່ສຸດກໍແມ່ນເພງ ຮອຍຍິ້ມຂອງເຈົ້າມັນຫວານໄປ ເພາະວ່າເປັນເພງທີ່ເຮັດໃຫ້ຫຼາຍໆຄົນຮູ້ຈັກຂ້ອຍ ແລະ ຮູ້ຈັກຊື່ຂອງ ZiXNA, ເພງ ຮອຍຍິ້ມຂອງເຈົ້າມັນຫວານໄປ ເປັນເພງທີ່ປຸກໄຟໃນໂຕຂ້ອຍເລີຍ ເພາະຫຼັງຈາກທີ່ເພງນີ້ເປັນ Viral (ໄວຣັລ) ມັນໄດ້ເຮັດໃຫ້ຂ້ອຍມີກຳລັງໃຈເຮັດເພງຂຶ້ນຫຼາຍເທົ່າເລີຍ ເພງນີ້ເລີຍເປັນເພງທີ່ມັກທີ່ສຸດ”.
ໂຈດຍາກໃນການເຮັດເພງໃຫ້ເປັນທີ່ຮູ້ຈັກສຳລັບ ZiXNA
ການທີ່ຈະເຮັດເພງໃຫ້ເປັນທີ່ຮູ້ຈັກຕ້ອງຖ່າຍທອດອາລົມ-ຄວາມຮູ້ສຶກອອກມາຜ່ານເພງໃຫ້ໄດ້ດີ, ໃຫ້ຄົນຟັງເຂົ້າເຖິງອາລົມ-ຄວາມຮູ້ສຶກທີ່ສິລະປິນຈະສື່ ແລະ ເປັນເພງທີ່ເວລາຟັງຕ້ອງເຂົ້າໃຈເລີຍວ່າເຮົາຈະສື່ເຖິງຫຍັງ ໃຫ້ຄົນຟັງເຂົ້າໃຈເນື້ອຫາໄດ້ໄວ. ທຸກໆເພງທີ່ ZiXNA ລາວໄດ້ສ້າງສັນອອກມາ, ແມ່ນລາວໄດ້ຂຽນມາຈາກຄວາມຮູ້ສຶກແທ້ໆຂອງລາວ.

“ຂ້ອຍຂຽນຈາກປະສົບການທີ່ເຄີຍເຈິມາ ເພາະຖ້າຂຽນເພງທີ່ອອກມາຈາກຄວາມຮູ້ສຶກເຮົາແທ້ໆ ແລະ ຮ້ອງໃຫ້ໄດ້ຕາມຄວາມຮູ້ສຶກທີ່ຂຽນມາ ມັນກໍຈະເຮັດໃຫ້ຄົນຟັງເຂົ້າໃຈຄວາມຮູ້ສຶກນັ້ນໄດ້ເຊັ່ນກັນ ເຊິ່ງສຳລັບຂ້ອຍເລີຍຄິດວ່າການທີ່ຈະເຮັດເພງໃຫ້ດີ ເຮັດໃຫ້ເປັນທີ່ຮູ້ຈັກຄືໂຈດຍາກສຸດໆ ແຕ່ເຖິງມັນຈະຍາກສ່ຳໃດຂ້ອຍກໍຈະພະຍາຍາມເຮັດໃຫ້ມັນອອກມາໄດ້ ແລະ ດີທີ່ສຸດ. ການເຮັດເພງແຕ່ລະເພງມັນຍາກສະເໝີ ແຕ່ການເຮັດເພງໃຫ້ເປັນທີ່ຮູ້ຈັກ ແລະ ເປັນເພງທີ່ດີມັນຍາກກວ່າ” ZiXNA ກ່າວ.
ເວລາ ZiXNA ເຈິອຸປະສັກ, ບັນຫາ ຫຼື ຄວາມຜິດພາດທີ່ເຮັດໃຫ້ໝົດໄຟ-ໝົດກຳລັງໃຈ. ລາວມັກຈະກັບມາທົບທວນໂຕເອງກ່ອນສະເໝີເພື່ອຫາທາງອອກ ຫຼື ເລື່ອງນີ້ຈະຕ້ອງແກ້ໄຂບັນຫານັ້ນແນວໃດ, ຕ້ອງເລີ່ມຈາກຈຸດໃດ ແລະ ລາວກໍມັກຈະໄປປຶກສາຄົນທີ່ຮັກແພງຫຼາຍໆຄົນ ເຊິ່ງພວກເຂົາກໍຈະແນະນຳຫຼາຍໆຢ່າງໃຫ້ລາວນຳໄປປັບປຸງ, ປ່ຽນແປງ ແລະ ແກ້ໄຂເພື່ອເຮັດໃຫ້ດີຂຶ້ນ.
ການທີ່ໄດ້ເຈິບັນຫາ ຫຼື ຄວາມຜິດພາດບໍ່ແມ່ນວ່າມັນຈະບໍ່ດີສະເໝີໄປ ເພາະຖ້າເຈິແລ້ວມັນກໍຈະຊ່ວຍໃຫ້ຮຽນຮູ້ທີ່ຈະແກ້ໄຂ, ຮູ້ວ່າມັນຄືບັນຫາ ແລະ ຄວາມຜິດພາດ ມັນຈະສອນໃຫ້ເຮົາໃຫຍ່ຂຶ້ນ ແລະ ຕ້ອງພະຍາຍາມເຮັດໃຫ້ດີຂຶ້ນພ້ອມ. ZiXNA ເລົ່າດ້ວຍທ່າທີສະບາຍໆ.
ຂ້ອຍມັກນຳຂໍ້ຜິດພາດທີ່ເຄີຍເກີດຂຶ້ນເອົາມາແກ້ໄຂເຮັດໃຫ້ດີຂຶ້ນ, ມັນເລີຍເປັນເຫດຜົນທີ່ເຮົາບໍ່ຄວນຢຸດພັດທະນາ ເພາະເຮົາຕ້ອງພະຍາຍາມເຮັດທຸກມື້ໃຫ້ດີຂຶ້ນ ແລະ ຂ້ອຍເຊື່ອວ່າຄວາມພະຍາຍາມມັນບໍ່ເຄີຍທຳຮ້າຍໃຜ.