ໜ້າຫຼັກ Muan.la - ສາລະບັນເທີງ Muan Listen - ມ່ວນຊວນຟັງ ເພງໄວຣໍຄອງໃຈຊາວ TikTok “ຮອຍຍິ້ມຂອງເຈົ້າມັນຫວານໄປ” ຈາກ Zixna ແລະ Ran_Dom
Muan Listen - ມ່ວນຊວນຟັງ

ເພງໄວຣໍຄອງໃຈຊາວ TikTok “ຮອຍຍິ້ມຂອງເຈົ້າມັນຫວານໄປ” ຈາກ Zixna ແລະ Ran_Dom

ແບ່ງປັນ
Getting your Trinity Audio player ready...

ເຊື່ອວ່າຫຼາຍໆຄົນທີ່ີຫຼິ້ນ TikTok ຄົງຕ້ອງເຄີຍໄດ້ຍິ່ນເພງນີ້ຜ່ານຫູກັນມາແນ່ ເພາະໃນທີ່ສຸດ Zixna ແລະ Ran_Dom ກໍໄດ້ປ່ອຍເພງເຕັມອອກມາແລ້ວ ຫຼັງຈາກທີ່ຖ້າຄອຍມາດົນກັບເພງເກົ່າເວີຊັນໃໝ່ມາໃນແນວແຣັປແບບໜ້າຮັກ “ຮອຍຍິ້ມຂອງເຈົ້າມັນຫວານໄປ” ທີ່ເປັນກະແສໃນຊ່ວງນີ້ ຈົນເຮັດໃຫ້ຊາວ TikTok ພາກັນນິຍົມໃຊ້ແຜນສຽງກັນທົ່ວບ້ານທົ່ວເມືອງ.

ທີ່ຈິງແລ້ວເພງນີ້ໄດ້ຖືກປ່ອຍຄັ້ງທຳອິດເມື່ອ 8 ເດືອນທີ່ແລ້ວ  ເດີມທີ່ຈະເປັນເວີຊັ້ນ Mixtape ຊຶ່ງເພງດັ້ງເດີມມາຈາກ:Trip – Elle Mai ແຕ່ໄດ້ມີການ Remix ໃໝ່. ໃນຕົວເພງເອງຈະເປັນແນວ HipHop R&B ພ້ອມກັບການແຣັບທີ່ໜັກແໜ້ນ ແລະ ຈິງຈັງ. ຫຼັງຈາກທີ່ໄດ້ປ່ອຍ Mixtape ອອກໄປຖືວ່າໄດ້ຮັບຄວາສມນິຍົມຫຼາຍພໍສົມຄວນ.  

ເມື່ອທຽບໃສ່ກັບເວີຊັນຫຼ້າສຸດແມ່ນມີຄວາມແຕກຕ່າງກັນຢ່າງຊັນເຈນໃນເລື່ອງຂອງບີດດົນຕີ ເພາະເພງນີ້ຈະສົດໃໝ່ກວ່າໃຫ້ມູດທີ່ໜ້າຮັກ ແລະ ມີຄວາມສົດໃສແບບຫວານໆຫຼາຍກວ່າເວີຊັນ Remix.

ເນື້ອຮ້ອງເວົ້າເຖິງຄວາມຮູ້ສຶກຂອງຄົນທີ່ກຳລັງຕົກຫຼຸມຮັກຜ່ານການແຣັປ ທີ່ເຂົ້າເຖິງງ່າຍ ຟັງແລ້ວໃຈລະລາຍ ໂດຍສະເພາະທ່ອນ “ຮອຍຍິ້ມຂອງເຈົ້າມັນຫວານໄປ”  ປຽບເໝືອນການບອກຮັກແບບນຽນໆແຕ່ເຮັດໃຫ້ຄົນຟັງອິນໄດ້ບໍ່ຍາກ.

ກ່ອນຈະປ່ອຍເພງເຕັມ Zixna ໄດ້ລົງເພງບາງທ່ອນໃນເວີຊັ້ນໃໝ່ອັບລົງ TikTok ເພື່ອໂປຼໂໝດເປັນນ້ຳຈິ້ມໃຫ້ແຟນໆກ່ອນ ແຕ່ປາກົດວ່າມີຜູ້ໃຊ້ TikTok ຫຼາຍຊ້ອງແຊ ແລະ ໃຊ້ແຜນສຽງນີ້ໂຄເວີກັນຫຼາຍແຮງຈົນເປັນທີ່ນິຍົມໃນກະແສ ຕິກຕັອກ ກ່ອນທີ່ເພງເຕັມຈະຖືກປ່ອຍໃນເວລາຕໍ່ມາ.

ຈຸດເດັ່ນຂອງເພງນີ້ຢູ່ທີ່ຄວາມລຽບງ່າຍແຕ່ຕິດຫູບີດຮິບຮັອບທີ່ປະສົມກັບຈັງຫວະຫວານໆເຂົ້າກັບການແຣັປແບບລຽນໄຫຼ ເໝາະກັບການນຳມາໃຊ້ໃນແຜນສຽງຄອນເທັນສັ້ນໆຢູ່ TikTok ບໍ່ວ່າຈະເປັນຄຣິບເຕັນ ຄຣິບລິບຊິງ ຫຼື ຄິຣບການເລົ່າເລື່ອງລາວຕ່າງໆໃນແບບໜ້າຮັກເຊິ່ງບໍ່ແປກໃຈເລີຍທີ່ເພງນີ່ຈະເປັນທີ່ີນິຍົມ.

ກະແສກ່ອນໜ້ານີ້ພິສູດແລ້ວວ່າເພງນີ້ມີພະລັງໃນການເຊື່ອມຕໍ່ກັບຜູ້ຟັງຢ່າງເຮົາໄດ້ດີໂດຍສະເພາະກຸ່ມໄວໜຸ່ມທີ່ແນວເທ້ໝຫວານໆໃນເວລາດຽວກັນ.

ໂດຍ: ທີມບັນນາທິການມ່ວນ

ບົດຄວາມທີ່ກ່ຽວຂ້ອງ

ອະໄວຍະວະທີ 33 ບົດເພງແທນໃຈຄົນທີ່ຕັດບໍ່ຂາດ ເພາະຂາດເຂົາກໍເໝືອນຂາດໃຈ ໂດຍ MP-HIT ft 3Baby

ເມື່ອຄົນຮັກປຽບເໝືອນ "ອະໄວຍະວະທີ 33" ທີ່ສຳຄັນຕໍ່ຮ່າງກາຍ. ສຳຜັດຄວາມເສົ້າຜ່ານບົດເພງຈາກ MP-HIT ft 3Baby ທີ່ກົງກັບຊີວິດຈິງຂອງໃຜຫຼາຍຄົນ ທີ່ບໍ່ສາມາດຕັດເຂົາອອກຈາກຊີວິດໄດ້ ເຖິງວ່າຈະເຈັບປວດພຽງໃດ.

ຖ້າຮູ້ສຶກຢ່າລີລາຫຼາຍດຽວເຂົາບໍ່ຖ້າ ເພງຂອງຄົນຂີ້ອາຍ Oh why ບໍ່ຕ້ອງລີລາ ຈາກ Imel

Oh why (ບໍ່ຕ້ອງລີລາ) ແມ່ນເພງທີ່ສອງຂອງ Imel ແລະ ຍັງເປັນເພງທີ່ມີເລື່ອງລາວທີ່ເຊື່ອມໂຍງມາຈາກເພງ Trust issues (ຄອຍຖາມ) ທີ່ເປັນເພງທຳອິດຂອງລາວ. ເພື່ອບອກຄວາມຮູ້ສຶກເຖິງຄົນໆໜຶ່ງທີ່ເຮົາເອງເບິ່ງອອກວ່າກຳລັງມີຄວາມຮູ້ສຶກໃຫ້ກັນ.

ໂອບກອດໂຕເອງໃຫ້ຫຼາຍຂຶ້ນໃນມື້ທີ່ອ່ອນແອຜ່ານບົດເພງ “1998”-Tanu Vannasin ft. Vanins

ອີກບໍ່ພໍເທົ່າໃດມື້ກໍຈະໝົດປີ 2025 ແລ້ວ… ໃຜຫຼາຍຄົນເລີ່ມວາງແຜນໃນການສະຫຼອງປີໃໝ່ ແຕ່ສຳຫຼັບຜູ້ຂຽນແລ້ວມັນຄືຊ່ວງເວລາທີ່ໄດ້ມານັ່ງທົບທວນໂຕເອງວ່າ “ທີ່ຜ່ານມາເຮົາໃຊ້ຊີວິດໄດ້ດີແລ້ວບໍ່?” ຖ້າຖາມວ່າປີນີ້ເປັນຈັ່ງໃດ? ສຳລັບບາງຄົນ ມັນຄືປີແຫ່ງການ “ແລ່ນ”. ແລ່ນຕາມຄວາມຝັນ, ແລ່ນຕາມເປົ້າໝາຍທີ່ຕັ້ງໄວ້ຕັ້ງແຕ່ຕົ້ນປີ....

Miracle Music ຈັດໜັກປີ 2026: ປະກາດແຜນໃຫຍ່ ຜົນງານໃໝ່-ສິລະປິນໃໝ່-ຄອນເສີດໃຫຍ່ ຕະຫຼອດປີ

ວົງການ L-POP ຟົດຟື້ນແນ່ນອນ ເພາະ Miracle Music ກຽມຈັດໜັກປີ 2026: ປະກາດແຜນໃຫຍ່ ຜົນງານໃໝ່-ສິລະປິນໃໝ່-ຄອນເສີດໃຫຍ່!

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.